Jump to content

ດິສນີ+ ຮັອດສະຕາ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ດິສນີ+ ຮັອດສະຕາຣ໌)
ດິສນີ+ ຮັອດສະຕາ
ໂລໂກ້ຂອງດິສນີ+ ຮັອດສະຕາ
ໂລໂກ້ຂອງດິສນີ+ ຮັອດສະຕາ ໃນອິນເດຍ ແລະ ບາງປະເທດໃນອາຊີຕາເວັນອອກສຽງໃຕ້
ປະເພດບໍລິການຊື່ຜ່ານອິນເຕີເນັດ
ປະເທດຕົ້ນທາງ ປະເທດອິນເດຍ
ພື້ນທີ່ໃຫ້ບໍລິການໃນຊື່ ດິສນີ+ ຮັອດສະຕາ:
ອິນເດຍ, ອິນໂດເນເຊຍ, ມາເລເຊຍ, ໄທ
ໃນຊື່ ຮັອດສະຕາ:
ການາດາ, ສິງກະໂປ, ສະຫະລາຊະອານາຈັກ, ສະຫະລັດອາເມຣິກາ
ເຈົ້າຂອງສະຕາອິນເດຍ
ປະທານສຸນິລ ຣາຢານ
ບໍລິສັດແມ່ດິສນີ ພະແນກຈຳໜ່າຍສື່ ແລະ ບັນເທີງ
ຢູອາແອລhotstar.com
ລົງທະບຽນຈຳເປັນ[lower-alpha 1]
ຜູ້ໃຊ້ຫຼຸດລົງ 52.9 ລ້ານຄົນ (ຈ່າຍແລ້ວ; ໃນວັນທີ 1 ເມສາ 2023)[1]
ຜູ້ໃຊ້ງານ 300 ລ້ານຄົນ (ພຶດສະພາ 2020)[2]
ເປີດຕົວ11 ກຸມພາ ຄ.ສ. 2015 (2015-02-11)
ສະຖານະປັດຈຸບັນເປີດໃຊ້ງານ

ດິສນີ+ ຮັອດສະຕາ ຫຼື ດິສນີພລັສ ຮັອດສະຕາ (ອັງກິດ: Disney+ Hotstar, Disney Plus Hotstar) ເປັນບໍລິການສະຕຣີມມີງວິດີພາບຕາມຄຳຂໍແບບບອກຮັບສະມາຊິກທີ່ດຳເນີນການໂດນພະແນກຈຳໜ່າຍສື່ ແລະ ຄວາມບັນເທີງຂອງເດິ ວໍລ ດິສນີ ເລີ່ມເປີດເຜີຍແບຣນຄັ້ງທຳອິດເມື່ອປີ 2015 ໂດຍສະຕາອິນເດຍ ໃນຊື່ ຮັອດສະຕາ (ອັງກິດ: Hotstar) ໂດຍເປັນບໍລິການສະຕຣີມມິງທີ່ມີເນື້ອຫາເຄືອຂ່າຍທ້ອງຖິ່ນ ລວມເຖິງຮູບເງົາ ຊີຣີທາງໂທລະພາບ ກິລາສົດ ແລະ ຜົນງານຕຢ້ນສະບັບ ຕະຫຼອດຈົນເນື້ອຫາບໍ່ບໍ່ໄດ້ຮັບອະນຸຍາດຈາກບຸກຄົນທີສາມໃນອິນເດຍ ເຊັ່ນ: ເຮັສບີໂອ ແລະ ໂຊວທາມ ເປັນຕົ້ນ ແລະ ໃນທ່າມກາງການຂະຫຍາຍຕົວຢ່າງໄວວາຂອງບຣອດແບນເຄື່ອນທີ່ໃນອິນເດຍ ຮັອດສະຕາໄດ້ກາຍເປັນບໍລິສັດບໍລິການສະຕຣີມມິງທີ່ໂດດເດັ່ນ​ໃນ​ປະ​ເທດ​ຢ່າງ​ວ່ອງ​ໄວ

ຫຼັງຈາກດິສນີເຂົ້າຊື້ກິດຈະການທະເວນຕີເຟີສ ເຊນຈູຣີ ຟັອກ ບໍລິສັດແມ່ຂອງສະຕາອິນເດຍເມື່ອປີ 2019 ດິສນີໄດ້ເພີ່ມຄັງເນື້ອຫາຂອງແບຣນສະຕຣີມມິງລະດັບສາກົນແຫ່ງໃໝ່ເຊັ່ນດິສນີ+ ລົງໃນຮັອດສະຕາໃນເດືອນເມສາປີ 2020 ເຊິ່ງລວມເຖິງຜົນງານຕົ້ນສະບັບຂອງດິສນີ+ ແລະ ຮູບເງົາ ແລະ ຊີຣີທາງໂທລະພາບຈາກແບຣນເນື້ອຫາຫຼັກຂອງເດິ ວໍລ ດິສນີ ສະຕູດິໂອສ໌, ລູຄັສຟີມ, ມາເວລ, ສະຕາວໍ, ທະເວນຕີທ໌ ເຊນຈູຣິ ຟັອກຊ໌, ເນຊັນແນລ ຈີໂອກຣາຟິກ ແລະ ພິກຊາ ແລະ ບໍລິການທັງໝົດໄດ້ກາຍເປັນກາສິນຄ້າຮ່ວມໃນຊື່ ດິສນີ+ ຮັອດສະຕາ

ນອກອິນເດຍ ບໍລິການ ດິສນີ+ ຮັອດສະຕາ ຍັງດຳເນີນການໃນ ອິນໂດເນເຊຍ, ມາເລເຊຍ ແລະ ໄທ ເຊິ່ງລວມເນື້ອຫາຄວາມບັນເທີງທີ່ໄດ້ຮັບອະນຸຍາດຈາກສະຕູດິໂອຂອງບຸກຄົນທີສາມໃນແຕ່ລະປະເທດ ເຂົ້າກັບຄັງເນື້ອຫາຂອງ ດິສນີ+ ທີ່ໃຫຍ່ຂຶ້ນເຊັ່ນດຽວກັນ ສ່ວນໃນ ການາດາ, ສິງກະໂປ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ. ຮັອດສະຕາ ດຳເນີນການເປັນບໍລິການສະຕຣີມມິງທີ່ກຳນົດເປົ້າໝາຍເປັນຄົນອິນເດຍໃນປະເທດນັ້ນໆ ໂດຍເນັ້ນທີ່ເນື້ອຫາຄວາມບັນເທີງ ແລະ ກິລາໃນປະເທດຂອງດິສນີອິນເດຍ ໂດຍທີ່ ພະແນກຈຳໜ່າຍສື່ ແລະ ຄວາມບັນເທີງຂອງເດິ ວໍລ ດິສນີເປັນຜູ້ໃຫ້ບໍລິການເປັນພຽງຜູ້ດຽວໃນພາກພື້ນດັ່ງກ່າວ ແຕ່ຫຼັງຈາກການປະກາດປັບປຸງເນື້ອຫາຂອງຮູລູໃນ ດິສນີ+ ບໍລິການ ດິສນີ+ ຮັອດສະຕາ ໃນສາມປະເທດທີ່ເຫຼືອນອກເໜືອຈາກອິນເດຍ ຈຶ່ງໄດ້ຮັບການປະກາດຍົກລະດັບເປັນ ດິສນີ+ ໄປພ້ອມກັນ.

ກຳນົດການສາຍ

[ດັດແກ້]

ເມື່ອວັນທີ 4 ກັນຍາ 2017 ສະຕາສະປຣອດຊ໌ ໄດ້ຮັບລິຂະສິດການຖ່າຍທອດສົດອິນເດຍພຣີເມຍລີກ ໂດຍມີຮັອດສະຕາເຮັດໜ້າທີ່ເປັນຜູ້ຖືລິຂະສິດດີຈີຕອນລະຫວ່າງປະເທດ ຫຼັງຈາກນັ້ນຮັອດສະຕາໄດ້ເປີດໂຕບໍລິການບອກຮັບເປັນສະມາຊິກລະຫວ່າງປະເທດໃນການາດາ ແລະ ສະຫະລັດອາເມຣິກາ ໂດຍມີເປົ້າໝາຍເພື່ອໃຫ້ບໍລິການເນື້ອຫາກິລາຈາກປະເທດອິນເດຍ[3] ຮັອດສະຕາເປີດໂຕໃນສະຫະລາຊະອານາຈັກເມື່ອວັນທີ 13 ກັນຍາ 2018 ເພື່ອໃຫ້ກົງກັບອາຊີຄັບ 2018[4] ເມື່ອວັນທີ 4 ມັງກອນ 2019 ສະຕາອິນເດຍໄດ້ຍຸດຕິໃຫ້ບໍລິການຊ່ອງລາຍການໂທລະພາບແບບບອກຮັບສະມາຊິກລະຫວ່າງປະເທດໃນສະຫະລັດອາເມຣິກາ (ເຊັ່ນ: ສະຕາພລັສ) ເພື່ອມຸ່ງເນັ້ນຄວາມສົນໃຈຂອງຄົນໃນພາກພື້ນໄປທີ່ຮັອດສະຕາ[5]

ໃນເດືອນສິງຫາ ປີ 2019 ບັອບ ໄອເກິ ປະທານເຈົ້າໜ້າທີ່ບໍລິຫານຂອງດິສນີໄດ້ລະບຸວ່າ ມີແຜນຂະຫຍາຍຮັອດສະຕາເຂົ້າສູ່ອາຊີຕາເວັນອອກສຽງໃຕ້[6] ໃນເດືອນສິງຫາ ປີ 2020 ມີການປະກາດວ່າດິສນີ+ ຮັອດສະຕາ ຈະເລີ່ມໃຫ້ບໍລິການໃນອິນໂດເນເຊຍໃນວັນທີ 5 ກັນຍາ ນັບເປັນການຂະຫຍາຍບໍລິການແບບຄົບວົງຈອນຄັ້ງທຳອິດນອກອິນເດຍ[7] ເມື່ອວັນທີ 19 ຕຸລາ ສະຕາອິນເດຍໄດ້ປະກາດເປີດໂຕຮັອດສະຕາໃນສິງກະໂປເຊິ່ງເລີ່ມໃຫ້ບໍລິການໃນວັນທີ 1 ພະຈິກ[8] ວັນທີ 25 ກຸມພາ 2021 ມີລາຍງານວ່າດິສນີ+ ຮັອດສະຕາ ຈະເປີດໂຕໃນມາເລເຊຍ ແລະ ໄທໃນປິ 2021[9] ເລີ່ມຈາກມາເລເຊຍກ່ອນໃນວັນທີ 1 ມິຖຸນາ[10] ຕາມດ້ວຍປະເທດໄປໃນວັນທີ 30 ມິຖຸນາ[11]

  ໃຫ້ບໍລິການໃນຊື່ ດິສນີ+ ຮັອດສະຕາ
  ໃຫ້ບໍລິການໃນຊື່ຮັອດສະຕາ
  ຢືນຢັນການເປີດຕົວ
ລຳດັບການເປີດຕົວ
ມື້ສາຍ ປະເທດ/ດິນແດນ ພັນທະມິດເປີດຕົວ ໝາຍເຫດ ສະຖານະປັດຈຸບັນ
11 ກຸມພາ 2015[12] ທຸງຂອງອິນເດຍ ອິນເດຍ None ປັບປຸງເຄື່ອງໝາຍການຄ້າເປັນ ດິສນີ+ ຮັອດສະຕາ ເມື່ອ 3 ເມສາ 2020[13] ລວມຕົວກັບ ຈິໂອ ຊີນີມາ ເປັນ ຈິໂອ ຮັອດສະຕາ ເມື່ອ 14 ກຸມພາ 2025
4 ກັນຍາ 2017[3] ທຸງຂອງປະເທດການາດາ ການາດາ ເປີດຕົວໃນຊື່ ຮັອດສະຕາ ໃຫ້ບໍລິການຕໍ່ໃນຖານະບໍລິການແຍກຂາດ
 ສະຫະລັດອາເມຣິກາ ປິດໃຫ້ບໍລິການເມື່ອ 30 ພະຈິກ 2021 ໂດຍເນື້ອຫາທັງໝົດຖືກຍ້າຍໄປຍັງ ຮູລູ ແລະ ອີເອສພີເອັນ+
13 ກັນຍາ 2018[4] ທຸງຂອງສະຫະລາຊະອານາຈັກ ສະຫະລາຊະອານາຈັກ ໃຫ້ບໍລິການຕໍ່ຖານະບໍລິການແຍກຂາດ
5 ກັນຍາ 2020[7] ທຸງຂອງອິນໂດເນເຊຍ ອິນໂດເນເຊຍ Telkomsel ເປີດຕົວໃນຊື່ ດິສນີ+ ຮັອດສະຕາ ຍົກລະດັບເປັນ ດິສນີ+ ຕັ້ງແຕ່ 9 ຕຸລາ 2025
1 ພະຈິກ 2020[8]  ປະເທດສິງກະໂປ StarHub ເປີດຕົວໃນຊື່ ຮັອດສະຕາ ໃຫ້ບໍລິການຕໍ່ຖານະບໍລິການແຍກຂາດ
1 ມິຖຸນາ 2021[10] ທຸງຂອງມາເລເຊຍ ມາເລເຊຍ Astro ເປີດຕົວໃນຊື່ ດິສນີ+ ຮັອດສະຕາ ຍົກລະດັບເປັນ ດິສນີ+ ຕັ້ງແຕ່ 9 ຕຸລາ 2025
30 ມິຖຸນາ 2021[11]  ປະເທດໄທ AIS[14]

ໝາຍເຫດ

[ດັດແກ້]
  1. ↑ ບໍ່ບັງຄັບໃນອິນເດຍ ແຕ່ຈຳເປັນຕ້ອງສະໝັກສະມາຊິກລາຍເດືອນເພື່ອເຂົ້າເຖິງເນື້ອຫາເພີ່ມເຕີມ

ເບິ່ງຕື່ມ

[ດັດແກ້]
  • ດິສນີ+
  • ສະຕາ, ແບຣນສະຕຣີມມິງຄ້າຍຄືກັນເຊິ່ງດິສນີໃຊ້ສຳລັບເນື້ອຫາຄວາມບັນເທີງທົ່ວໄປໃນຕະຫຼາດອື່ນໆ ເຊິ່ງໃຫ້ບໍລິການພາຍໃນໂຄງສ້າງພື້ນຖານຂອງດິສນີ+

ອ້າງອີງ

[ດັດແກ້]
  1. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  3. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil). Archived 2019-05-13 at the Wayback Machine
  5. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  6. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  7. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  8. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  9. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  10. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  11. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  12. ↑ ຂໍ້ຜິດພາດ: Invalid <ref> tag; no text was provided for refs named "Hotstar launch".
  13. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  14. ↑ ຂໍ້ຜິດພາດ: Invalid <ref> tag; no text was provided for refs named "AIS".

ແຫຼ່ງຂໍ້ມູນອື່ນ

[ດັດແກ້]