ດິສນີ+ ຮັອດສະຕາ

ຈາກ ວິກິພີເດຍ
ດິສນີ+ ຮັອດສະຕາ
ໂລໂກ້ຂອງດິສນີ+ ຮັອດສະຕາ
ໂລໂກ້ຂອງດິສນີ+ ຮັອດສະຕາ ໃນອິນເດຍ ແລະ ບາງປະເທດໃນອາຊີຕາເວັນອອກສຽງໃຕ້
ປະເພດບໍລິການຊື່ຜ່ານອິນເຕີເນັດ
ປະເທດຕົ້ນທາງທຸງຊາດຂອງປະເທດອິນເດຍ ປະເທດອິນເດຍ
ພື້ນທີ່ໃຫ້ບໍລິຫານໃນຊື່ ດິສນີ+ ຮັອດສະຕາ:
ອິນເດຍ, ອິນໂດເນເຊຍ, ມາເລເຊຍ, ໄທ
ໃນຊື່ ຮັອດສະຕາ:
ການາດາ, ສິງກະໂປ, ສະຫະລາຊະອານາຈັກ, ສະຫະລັດອາເມຣິກາ
ເຈົ້າຂອງສະຕາອິນເດຍ
ປະທານສຸນິລ ຣາຢານ
ບໍລິສັດແມ່ດິສນີ ພະແນກຈຳໜ່າຍສື່ ແລະ ບັນເທີງ
ຍູອາຣ໌ແອລhotstar.com
ລົງທະບຽນຈຳເປັນ[lower-alpha 1]
ຜູ້ໃຊ້Decrease 52.9 ລ້ານຄົນ (ຈ່າຍແລ້ວ; ໃນວັນທີ 1 ເມສາ 2023)[1]
ຜູ້ໃຊ້ງານ 300 ລ້ານຄົນ (ພຶດສະພາ 2020)[2]
ເປີດໂຕ11 ກຸມພາ ຄ.ສ. 2015 (2015-02-11)
ສະຖານະປັດຈຸບັນເປີດໃຊ້ງານ

ດິສນີ+ ຮັອດສະຕາ ຫຼື ດິສນີພລັສ ຮັອດສະຕາ (ອັງກິດ: Disney+ Hotstar, Disney Plus Hotstar) ເປັນບໍລິການສະຕຣີມມີງວິດີພາບຕາມຄຳຂໍແບບບອກຮັບສະມາຊິກທີ່ດຳເນີນການໂດນພະແນກຈຳໜ່າຍສື່ ແລະ ຄວາມບັນບັນເທີງຂອງເດິ ວໍລ ດິສນີ ເລີ່ມເປີດເຜີຍແບຣນຄັ້ງທຳອິດເມື່ອປີ 2015 ໂດຍສະຕາອິນເດຍ ໃນຊື່ ຮັອດສະຕາ (ອັງກິດ: Hotstar) ໂດຍເປັນບໍລິການສະຕຣີມມິງທີ່ມີເນື້ອຫາເຄືອຂ່າຍທ້ອງຖິ່ນ ລວມເຖິງຮູບເງົາ ຊີລີ້ທາງໂທລະພາບ ກິລາສົດ ແລະ ຜົນງານຕຢ້ນສະບັບ ຕະຫຼອດຈົນເນື້ອຫາບໍ່ບໍ່ໄດ້ຮັບອະນຸຍາດຈາກບຸກຄົນທີສາມໃນອິນເດຍ ເຊັ່ນ: ເຮັສບີໂອ ແລະ ໂຊວ໌ໄທມ໌ ເປັນຕົ້ນ ແລະ ໃນທ່າມກາງການຂະຫຍາຍຕົວຢ່າງໄວວາຂອງບຣອດແບນເຄື່ອນທີ່ໃນອິນເດຍ ຮັອດສະຕາໄດ້ກາຍເປັນບໍລິສັດບໍລິການສະຕຣີມມິງທີ່ໂດດເດັ່ນ​ໃນ​ປະ​ເທດ​ຢ່າງ​ວ່ອງ​ໄວ

ຫຼັງຈາກດິສນີເຂົ້າຊື້ກິດຈະການທະເວນຕີເຟີສ ເຊນຈູຣີ ຟັອກ ບໍລິສັດແມ່ຂອງສະຕາອິນເດຍເມື່ອປີ 2019 ດິສນີໄດ້ເພີ່ມຄັງເນື້ອຫາຂອງແບຣນສະຕຣີມມິງລະດັບສາກົນແຫ່ງໃໝ່ເຊັ່ນດິສນີ+ ລົງໃນຮັອດສະຕາໃນເດືອນເມສາປີ 2020 ເຊິ່ງລວມເຖິງຜົນງານຕົ້ນສະບັບຂອງດິສນີ+ ແລະ ຮູບເງົາ ແລະ ຊີລີ້ທາງໂທລະພາບຈາກແບຣນເນື້ອຫາຫຼັກຂອງເດິ ວໍລ ດິສນີ ສະຕູດິໂອສ໌, ລູຄັສຟີມ, ມາເວລ, ສະຕາວໍສ, ທະເວນຕີທ໌ ເຊນຈູຣິ ຟັອກຊ໌, ເນຊັນແນລ ຈີໂອກຣາຟິກ ແລະ ພິກຊາ ແລະ ບໍລິການທັງໝົດໄດ້ກາຍເປັນກາສິນຄ້າຮ່ວມໃນຊື່ ດິສນີ+ ຮັອດສະຕາ

ນອກອິນເດຍ ບໍລິການດິສນີ+ ຮັອດສະຕາ ຍັງດຳເນີນການໃນອິນໂດເນເຊຍ, ມາເລເຊຍ ແລະ ໄທ ເຊິ່ງລວມເນື້ອຫາຄວາມບັນເທີງທີ່ໄດ້ຮັບອະນຸຍາດຈາກສະຕູດິໂອຂອງບຸກຄົນທີສາມໃນແຕ່ລະປະເທດ ເຂົ້າກັບຄັງເນື້ອຫາຂອງດິສນີ+ ທີ່ໃຫຍ່ຂຶ້ນເຊັ່ນດຽວກັນ ໃນປີ 2021 ດິສນີ+ ຮັອດສະຕາ ກຽມທີ່ຈະເປີດຕົວໃນຫວຽດນາມ​ ໃນປີ​ 2023​ ສ່ວນໃນການາດາ, ສິງກະໂປ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ ຮັອດສະຕາ ດຳເນີນການເປັນບໍລິການສະຕຣີມມິງທີ່ກຳນົດເປົ້າໝາຍເປັນຊາວອິນເດຍໃນປະເທດນັ້ນໆ ໂດຍເນັ້ນທີ່ເນື້ອຫາຄວາມບັນເທີງ ແລະ ກິລາໃນປະເທດຂອງສະຕາອິນເດຍ (ໂດຍທີ່ດິສນີ+ ດຳເນີນການໃຫ້ບໍລິການແຕ່ພຽງຜູ້ດຽວໃນຕະຫຼາດເຫຼົ່ານີ້)

ກຳນົດການສາຍ[ດັດແກ້]

ເມື່ອວັນທີ 4 ກັນຍາ 2017 ສະຕາສະປຣອດຊ໌ ໄດ້ຮັບລິຂະສິດການຖ່າຍທອດສົດອິນເດຍພຣີເມຍລີກ ໂດຍມີຮັອດສະຕາເຮັດໜ້າທີ່ເປັນຜູ້ຖືລິຂະສິດດີຈີຕອນລະຫວ່າງປະເທດ ຫຼັງຈາກນັ້ນຮັອດສະຕາໄດ້ເປີດໂຕບໍລິການບອກຮັບເປັນສະມາຊິກລະຫວ່າງປະເທດໃນການາດາ ແລະ ສະຫະລັດອາເມຣິກາ ໂດຍມີເປົ້າໝາຍເພື່ອໃຫ້ບໍລິການເນື້ອຫາກິລາຈາກປະເທດອິນເດຍ[3] ຮັອດສະຕາເປີດໂຕໃນສະຫະລາຊະອານາຈັກເມື່ອວັນທີ 13 ກັນຍາ 2018 ເພື່ອໃຫ້ກົງກັບອາຊີຄັບ 2018[4] ເມື່ອວັນທີ 4 ມັງກອນ 2019 ສະຕາອິນເດຍໄດ້ຍຸດຕິໃຫ້ບໍລິການຊ່ອງລາຍການໂທລະພາບແບບບອກຮັບສະມາຊິກລະຫວ່າງປະເທດໃນສະຫະລັດອາເມຣິກາ (ເຊັ່ນ: ສະຕາພລັສ) ເພື່ອມຸ່ງເນັ້ນຄວາມສົນໃຈຂອງຄົນໃນພາກພື້ນໄປທີ່ຮັອດສະຕາ[5]

ໃນເດືອນສິງຫາ ປີ 2019 ບັອບ ໄອເກິ ປະທານເຈົ້າໜ້າທີ່ບໍລິຫານຂອງດິສນີໄດ້ລະບຸວ່າ ມີແຜນຂະຫຍາຍຮັອດສະຕາເຂົ້າສູ່ອາຊີຕາເວັນອອກສຽງໃຕ້[6] ໃນເດືອນສິງຫາ ປີ 2020 ມີການປະກາດວ່າດິສນີ+ ຮັອດສະຕາ ຈະເລີ່ມໃຫ້ບໍລິການໃນອິນໂດເນເຊຍໃນວັນທີ 5 ກັນຍາ ນັບເປັນການຂະຫຍາຍບໍລິການແບບຄົບວົງຈອນຄັ້ງທຳອິດນອກອິນເດຍ[7] ເມື່ອວັນທີ 19 ຕຸລາ ສະຕາອິນເດຍໄດ້ປະກາດເປີດໂຕຮັອດສະຕາໃນສິງກະໂປເຊິ່ງເລີ່ມໃຫ້ບໍລິການໃນວັນທີ 1 ພະຈິກ[8] ວັນທີ 25 ກຸມພາ 2021 ມີລາຍງານວ່າດິສນີ+ ຮັອດສະຕາ ຈະເປີດໂຕໃນມາເລເຊຍ ແລະ ໄທໃນປິ 2021[9] ເລີ່ມຈາກມາເລເຊຍກ່ອນໃນວັນທີ 1 ມິຖຸນາ[10] ຕາມດ້ວຍປະເທດໄປໃນວັນທີ 30 ມິຖຸນາ[11]

  ໃຫ້ບໍລິການໃນຊື່ ດິສນີ+ ຮັອດສະຕາ
  ໃຫ້ບໍລິການໃນຊື່ຮັອດສະຕາ
  ຢືນຢັນການເປີດຕົວ
ລຳດັບການເປີດໂຕ
ມື້ສາຍ ປະເທດ/ດິນແດນ ຜູ້ນຳເຂົ້າ ໝາຍເຫດ
11 ກຸມພາ 2015[12] ທຸງຂອງປະເທດອິນເດຍ ອິນເດຍ None ປັບປຸງເຄື່ອງໝາຍການຄ້າເປັນ ດິສນີ+ ຮັອດສະຕາ ເມື່ອວັນທີ 3 ເມສາ 2020[13]
4 ກັນຍາ 2017[3] ທຸງຂອງປະເທດການາດາ ການາດາ ເປີດໂຕໃນຊື່ ຮັອດສະຕາ
ທຸງຊາດຂອງສະຫະລັດອາເມຣິກາ ສະຫະລັດອາເມຣິກາ
13 ກັນຍາ 2019[4] ທຸງຂອງສະຫະລາຊະອານາຈັກ ສະຫະລາຊະອານາຈັກ
5 ກັນຍາ 2020[7] ທຸງຂອງປະເທດອິນໂດເນເຊຍ ອິນໂດເນເຊຍ Telkomsel ເປີດໂຕໃນຊື່ ດິສນີ+ ຮັອດສະຕາ
1 ພະຈິກ 2020[8] ທຸງຊາດຂອງສິງກະໂປ ສິງກະໂປ StarHub ເປີດໂຕໃນຊື່ ຮັອດສະຕາ
1 ມິຖຸນາ 2021[10] ທຸງຂອງປະເທດມາເລເຊຍ ມາເລເຊຍ Astro ເປີດໂຕໃນຊື່ ດິສນີ+ ຮັອດສະຕາ
30 ມິຖຸນາ 2021[11] ທຸງຊາດຂອງໄທ ໄທ AIS[14]
2023[9] ທຸງຂອງປະເທດຫວຽດນາມ ຫວຽດນາມ ກຳລັງຈະເປີດໂຕໃນຊື່ ດິສນີ+ ຮັອດສະຕາ

ໝາຍເຫດ[ດັດແກ້]

  1. ບໍ່ບັງຄັບໃນອິນເດຍ ແຕ່ຈຳເປັນຕ້ອງສະໝັກສະມາຊິກລາຍເດືອນເພື່ອເຂົ້າເຖິງເນື້ອຫາເພີ່ມເຕີມ

ເບິ່ງຕື່ມ[ດັດແກ້]

  • ດິສນີ+
  • ສະຕາ, ແບຣນສະຕຣີມມິງຄ້າຍຄືກັນເຊິ່ງດິສນີໃຊ້ສຳລັບເນື້ອຫາຄວາມບັນເທີງທົ່ວໄປໃນຕະຫຼາດອື່ນໆ ເຊິ່ງໃຫ້ບໍລິການພາຍໃນໂຄງສ້າງພື້ນຖານຂອງດິສນີ+

ອ້າງອີງ[ດັດແກ້]

  1. "Q2 - FY 23 Earning Report" (PDF). Retrieved 8 February 2023.{{cite web}}: CS1 maint: url-status (link)
  2. "Disney+ Hotstar has about 8 million subscribers". TechCrunch. 9 April 2020. Archived from the original on 9 April 2020. Retrieved 9 April 2020.
  3. 3.0 3.1 "Hotstar Launches Its Premium Service in US and Canada", NDTV Gadgets 360
  4. 4.0 4.1 "Star India's Hotstar launches in United Kingdom", Economic Times
  5. Baddhan, Raj. "Star TV to shutdown television operations in USA", BizAsia, 7 December 2018
  6. "Disney Plans Southeast Asia Expansion for Hotstar", NDTV Gadgets 360
  7. 7.0 7.1 Frater, Patrick. "Disney Plus Hotstar to Launch in Indonesia in September", Variety, 5 August 2020
  8. 8.0 8.1 Ramachandran, Naman (19 October 2020). "Disney Streaming Platform Hotstar Set For Singapore Launch on StarHub". Variety. Retrieved 19 June 2021.
  9. 9.0 9.1 "Disney+Hotstar expected to end 2021 with 50 million subscribers". indiantelevision.com. 25 February 2021. Retrieved 25 February 2021.
  10. 10.0 10.1 Frater, Patrick. "Disney Plus Hotstar to Launch in Malaysia With Local Content Component", Variety, 3 May 2021
  11. 11.0 11.1 "Disney+ ກຽມເປີດໂຕໃນປະເທດໄທ 30 ມິ.ຖ ນີ້", ປະຊາຊາດທຸລະກິດ, 2021-05-14
  12. Cite error: Invalid <ref> tag; no text was provided for refs named Hotstar launch
  13. "Disney debuts its streaming service in India". TechCrunch (in ອັງກິດ (ບຣິດທິຊ)). 2 April 2020. Archived from the original on 3 April 2020. Retrieved 3 April 2020.
  14. Cite error: Invalid <ref> tag; no text was provided for refs named AIS

ແຫຼ່ງຂໍ້ມູນອື່ນ[ດັດແກ້]