ເດິ ວໍລ ດິສນີ
| ຊື່ເດີມ |
|
|---|---|
| ປະເພດ | ມາຫາຊົນ |
| ISIN | US2546871060 |
| ອຸດສາຫະກຳ | ສື່ມວນຊົນ ບັນເທີງ |
| ກ່ອນໜ້າ | ລາບຟ໌-ໂອ-ແກຼມ ສະຕູດິໂອ (1921) |
| ກໍ່ຕັ້ງ | ລອສ ແອງເຈີລີສ ລັດແຄລິຟໍເນຍ ສະຫະລັດອາເມຣິກາ[1] (16 ຕຸລາ 1923) |
| ຜູ້ກໍ່ຕັ້ງ | ວໍລ ດິສນີ ແລະ ຣອຍ ດິສນີ |
| ສຳນັກງານໃຫຍ່ | 500 ຖະໜົນເຊົາສ໌ບິວນາວິສຕ້າ ເບີແບ້ງ ລັດແຄລິຟໍເນຍ ສະຫະລັດອາເມຣິກາ |
ພື້ນທີໃຫ້ບໍລິການ | ທົ່ວໂລກ |
ບຸກຄະລາກອນຫຼັກ | ໂຣເບີດ ໄອເກີ (ປະທານ,ກຳມະການຜູ້ຈັດການ) |
| ຜະລິດຕະພັນ | ໂທລະທັດຜ່ານສາຍເຄເບີລ, ກິດຈະການຂອງສຳນັກພິມ, ຮູບເງົາ, ເພງ, ວິດີໂອເກມ, ສວນສະໜຸກ, ການກະຈາຍສຽງ, ວິທະຍຸ, ເວັບທ່າ |
| ບໍລິການ | ສັນຍາອະນຸຍາດ |
| ລາຍໄດ້ | |
ລາຍໄດ້ຈາກການດຳເນີນງານ | |
ລາຍໄດ້ສຸດທິ | |
| ສິນຊັບ | |
| ສ່ວນຂອງຜູ້ຖືຮຸ້ນ | |
ພະນັກງານ | ປ. 220,000 (2022) |
| ພະແນກ | |
| ບໍລິສັດໃນເຄືອ | ມາເວລອິນເຕີເທັນເມັນ |
| ເວັບໄຊ | www |
ບໍລິສັດ ເດິ ວໍລ ດິສນີ (ອັງກິດ: The Walt Disney Company) ຫຼື ເອີ້ນກັນທົ່ວໄປວ່າ ດິສນີ[2] ເປັນກຸ່ມບໍລິສັດສື່ມວນຊົນ ແລະ ຄວາມບັນເທີງຂ້າມຊາດທີ່ຫຼາກຫຼາຍຂອງອາເມຣິກາ ສຳນັກງານໃຫຍ່ຕັ້ງຢູ່ທີ່ ວໍລ ດິສນີ ສະຕູດິໂອສ໌ ຄອມເພຼັກໃນເບີແບງຄ໌ (Burbank), ລັດແຄລິຟໍເນຍ, ສະຫະລັດອາເມຣິກາ
ດິສນີກໍ່ຕັ້ງເມື່ອ 16 ຕຸລາ ປີ 1923 ໂດຍວໍລ ແລະ ຣອຍ ໂອ. ດິສນີ ໃນຊື່ ດິສນີ ບຣາເທີສະກາຕູນສະຕູດິໂອ ບໍລິສັດຍັງດຳເນີນການພາຍໃຕ້ຊື່ ເດິ ວໍລ ດິສນີ ສະຕູດິໂອສ໌ ແລະ ວໍລດິສນີໂປດັກຊັນ ກ່ອນຈະປ່ຽນຊື່ຢ່າງເປັນທາງການເປັນ ບໍລິສັດ ເດິ ວໍລ ດິສນີ ໃນປີ 1986 ບໍລິສັດກໍ່ຕັ້ງຕົວເອງໃນຖານະຜູ້ນຳໃນອຸດສາຫະກໍາອານິເມຊັນອາເມຣິກາ ກ່ອນທີ່ຈະຂະຫຍາຍໄປສູ່ການສ້າງຮູບເງົາຄົນສະແດງ, ລາຍການໂທລະພາບ ແລະ ສວນສະໜຸກ
ນັບຕັ້ງແຕ່ທົດສະວັດ 1980 ດິສນີໄດ້ກໍ່ຕັ້ງ ແລະ ເຂົ້າຊື້ກິດຈະການພະແນກຕ່າງໆ ເພື່ອເຮັດການຕະຫຼາດເນື້ອຫາສໍາລັບຜູ້ໃຫຍ່ຫຼາຍກວ່າປົກກະຕິທີ່ກ່ຽວຂ້ອງກັບແບຣນເຮືອທຸງຂອງຄອບຄົວ ບໍລິສັດແມ່ນເປັນທີ່ຮູ້ຈັກຈາກພະແນກສ້າງຮູບເງົາ ກໍຄື ເດິ ວໍລ ດິສນີ ສະຕູດິໂອສ໌ ເຊິ່ງປະກອບດ້ວຍ ວໍລ ດິສນີ ພິກເຈີ, ວໍລ ດິສນີ ອານິເມຊັນ ສະຕູດິໂອສ໌, ພິກຊາຣ໌, ມາເວລ ສະຕູດິໂອສ໌, ລູຄັສຟີມ, ທະເວັນຕີ ເຊນຈູຣີ ສະຕູດິໂອສ໌, ທະເວັນຕີ ອານິເມຊັນ ແລະ ເຊີຣ໌ຊໄລທ໌ ພິກເຈີ ທຸລະກິດຫຼັກອື່ນໆ ຂອງດິສນີ ໄດ້ແກ່ ພະແນກໃນໂທລະພາບ, ການອອກອາກາດ, ສື່ສະຕຣີມມິງ, ຣີສອດສວນສະໜຸກ, ສິນຄ້າບໍລິໂພກ, ສິ່ງພິມ ແລະ ການດໍາເນີນງານລະຫວ່າງປະເທດ ດິສນີເປັນເຈົ້າຂອງ ແລະ ດຳເນີນການເຄືອຂ່າຍອອກອາກາດເອບີຊີ ເຊິ່ງປະກອບດ້ວຍເຄືອຂ່າຍໂທລະທັດສາຍເຄເບີ້ລ ເຊັ່ນ: ດິສນີແຊແນລ, ອີເອັສພີເອັນ, ຟຣີຟຣອມ, ເອັບເອັກສ໌ ແລະ ເນຊັນແນລຈີໂອກຣາຟິກ ນອກຈາກນີ້ຍັງມີພະແນກສິ່ງພິມ, ການຂາຍສິນຄ້າ, ເພງ ແລະ ໂຮງລະຄອນ ບໍລິການສະຕຣີມມິງສົ່ງໂດຍກົງເຖິງລູກຄ້າ ເຊັ່ນ ດິສນີ+, ອີເອັສພີເອັນ+, ຮູລູ ແລະ ຮັອດສະຕາ ແລະ ວໍລ ດິສນີ ປາກສ໌, ເອັກສ໌ພິຣຽນສ໌ແອນປໍດັກສ໌ ກຸ່ມຂອງສວນສະໜຸກ 14 ແຫ່ງ, ໂຮງແຮມຣີສອດ ແລະ ສາຍການຂົນສົ່ງໃນທົ່ວໂລກ[3][4] ຕົວກາຕູນ ມິກກີ ເມົາສ໌ ສ້າງໂດຍ ວໍລ ດິສນີ ແລະ ອັບ ໄອເວີກສ໌ ເຮັດໜ້າທີ່ເປັນຕົວນຳໂຊກຢ່າງເປັນທາງການຂອງບໍລິສັດ
ບໍລິສັດຊື້ຂາຍໃນຕະຫຼາດຫຼັກຊັບນິວຢອກ (NYSE) ພາຍໃຕ້ສັນຍະລັກຫຼັກຊັບ DIS[5] ແລະ ເປັນສ່ວນໜຶ່ງຂອງດັດຊະນີອຸດສາຫະກໍາດາວໂຈນສ໌ມາຕັ້ງແຕ່ປີ 1991[6] ໃນເດືອນສິງຫາ ປີ 2020 ໜ້ອຍກວ່າສອງສ່ວນສາມຂອງຫຸ້ນທັງໝົດເປັນຂອງສະຖາບັນການເງິນຂະໜາດໃຫຍ່[7]
ອ້າງອີງ
[ດັດແກ້]- ↑ "Company History". Corporate Information. The Walt Disney Company. ສືບຄົ້ນເມື່ອ 2008-08-30.
- ↑ "Disney, Walt | Definition of Disney, Walt by Lexico". Lexico Dictionaries | English (ພາສາອັງກິດ). ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ ຕຸລາ 24, 2019. ສືບຄົ້ນເມື່ອ ຕຸລາ 24, 2019.
{{cite web}}: CS1 maint: date auto-translated (ລິ້ງ) - ↑ "Parks & Destinations | Walt Disney World Resort" (ພາສາອັງກິດ). Disney. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ກຸມພາ 2, 2017. ສືບຄົ້ນເມື່ອ ມິຖຸນາ 15, 2017.
{{cite web}}: CS1 maint: date auto-translated (ລິ້ງ) - ↑ Sylt, Christian. "The Secrets Behind Disney's $2.2 Billion Theme Park Profits". Forbes. ຂໍ້ມູນເກົ່າຈາກແຫຼ່ງເດີມເມື່ອ ກຸມພາ 15, 2017. ສືບຄົ້ນເມື່ອ ມິຖຸນາ 15, 2017.
{{cite news}}: CS1 maint: date auto-translated (ລິ້ງ) - ↑ "Walt Disney Company (The) Common Stock (DIS) - Summary". NASDAQ. ສືບຄົ້ນເມື່ອ 31 ສິງຫາ 2020.
{{cite web}}: CS1 maint: date auto-translated (ລິ້ງ) - ↑ "Dow Jones Shakes Up Its Index With Four Replacements". Los Angeles Times. 1997-03-13. ສືບຄົ້ນເມື່ອ 2021-01-23.
- ↑ "Walt Disney Company (The) Common Stock - DIS Institutional Holdings". NASDAQ. ສືບຄົ້ນເມື່ອ 31 ສິງຫາ 2020.
{{cite news}}: CS1 maint: date auto-translated (ລິ້ງ)