Jump to content

ມະຫາວິທະຍາໄລທຳມະສາດ

ຈາກ ວິກິພີເດຍ
ມະຫາວິທະຍາໄລທຳມະສາດ
มหาวิทยาลัยธรรมศาสตร์
ຄະຕິພົດເປັນເລີດ ເປັນທຳ ຮ່ວມນຳສັງຄົມ
ສະຖາປະນາ27 ເມຖຸນ ຄ.ສ. 1934
ປະເພດສະຖາບັນອຸດົມສຶກສາໃນກຳກັບຂອງລັດ
ອະທິການບໍດີຮສ. ເກສິນີ ວິທູນຊາດ
ນາຍົກສະພາສ.ດຣ. ສຸຣະພົນ ນິຕິໄກພົດ
ຈຳນວນນັກຮຽນ37,564 ຄົນ
ທີ່ຢູ່ທ່າພະຈັນ
2 ຖະໜົນພະຈັນ ແຂວງພະບໍລົມມະຫາລາຊະວັງ ເຂດພະນະຄອນ ບາງກອກ 10200
ວິທະຍາເຂດສູນຣັງສິດ
99 ໝູ່ 18 ຖະໜົນພະຫົນໂຍທິນ ຕຳບົນຄອງໜຶ່ງ ອຳເພີຄອງຫຼວງ ຈັງຫວັດປະທຸມທານີ 12120

ສູນລຳປາງ
248 ໝູ່ 2 ຖະໜົນລຳປາງ-ຊຽງໃໝ່ ຕຳບົນປົງຍາງຄົກ ອຳເພີຫ້າງຊັດ ຈັງຫວັດລຳປາງ 52190

ສູນພັດທະຍາ
39/4 ໝູ່ 5 ຕຳບົນໂປ່ງ ອຳເພີບາງລະມຸງ ຈັງຫວັດຊົນບຸລີ 20150
ຊື່ເດີມມະຫາວິທະຍາໄລວິຊາທຳມະສາດແລະການເມືອງ
ຜູ້ສະຖາປະນາສ.ດຮ. ປີດີ ພະນົມຍົງ
ສີປະຈຳສະຖາບັນ     ສີເຫຼືອງ
     ສີແດງ
ເຄືອຂ່າຍLAOTSE, GMSARN
ເວັບtu.ac.th

ມະຫາວິທະຍາໄລທຳມະສາດ (ໄທ: มหาวิทยาลัยธรรมศาสตร์) ແມ່ນມະຫາວິທະຍາໄລແຫ່ງທີສອງຂອງປະເທດໄທ ກໍຕັ້ງໃນຊື່ "ມະຫາວິທະຍາໄລວິຊາທຳມະສາດແລະການເມືອງ" (ອັງກິດ: The University of Moral and Political Sciences; ອັກສອນຫຍໍ້: ມ.ທ.ກ. – UMPS) ເມື່ອວັນທີ 27 ມິຖຸນາ ຄ.ສ. 1934 ໂດຍມີຈຸດປະສົງເພື່ອເປັນຕະຫຼາດວິຊາ ເພື່ອການສຶກສາດ້ານກົດໝາຍແລະການເມືອງ ສຳລັບປະຊາຊົນທົ່ວໄປ ຕໍ່ມາໃນປີ ຄ.ສ. 1952 ລັດຖະບານປ່ຽນເປັນຊື່ປັດຈຸບັນ ນັບເປັນມະຫາວິທະຍາໄລທີ່ມີອາຍຸເປັນອັນດັບ 2 ຂອງປະເທດໄທແລະມີປະຫວັດສາດຜູກພັນກັບພັດທະນາການທາງການເມືອງແລະຄວາມເປັນໄປຂອງຊາດ ຕະຫຼອດຈົນເລື່ອງຂອງລັດຖະທຳມະນູນແລະປະຊາທິປະໄຕ[1] ໂດຍສະເພາະຢ່າງຍິ່ງໃນເຫດການ 14 ຕຸລາ 1973 ແລະ 6 ຕຸລາ 1976[2] ມະຫາວິທະຍາໄລທຳມະສາດມີຜູ້ປະສາດການແລະອະທິການບໍດີມາແລ້ວ 23 ຄົນ ອະທິການບໍດີຄົນປະຈຸບັນຄື ຮອງສາດສະດາຈານ ເກສິນີ ວິທູນຊາດ ແລະນາຍົກສະພາມະຫາວິທະຍາໄລ ຄື ສາດສະດາຈານພິເສດ ນໍຣະນິຕິ ເສດຖະບຸດ ວັນທີ 17 ກໍລະກົດ ຄ.ສ. 2015 ລາດຊະກິດຈານຸເບກສາໄດ້ລົງປະກາດ "ພະລາດຊະບັນຍັດມະຫາວິທະຍາໄລທຳມະສາດ ຄ.ສ. 2015 " ເຊິ່ງໄດ້ມີຜົນໃຫ້ມະຫາວິທະຍາໄລທຳມະສາດທີສະພາບເປັນມະຫາວິທະຍາໄລໃນກຳກັບຂອງລັດອີກ 30 ວັນຕໍ່ມາ[3]

ມະຫາວິທະຍາໄລເປັນສະມາຊິກຂອງເຄືອຂ່າຍ LAOTSE ເຊິ່ງເປັນຄວາມຮ່ວມມືລະຫວ່າງມະຫາວິທະຍາໄລໃນອາຊີແລະເອີລົບ ຕາມກອບຄວາມຮ່ວມມື ອາເຊມ ຮວມທັງເປັນສະມາຊິກຂອງ ເຄືອຂ່າຍສະຖາບັນການສຶກສາແລະວິໄຈໃນອະນຸພູມິພາກລຸ່ມແມ່ນ້ຳຂອງ (GMSARN) ອີກດ້ວຍ[4]

ປັດຈຸບັນມະຫາວິທະຍາໄລທຳມະສາດຈັດການສຶກສາຄອບຄຸມທາງດ້ານສັງຄົມສາດແລະມະນຸດສາດ ວິທະຍາສາດແລະເຕັກໂນໂລຊີ ແລະວິທະຍາສາດສຸຂະພາບ ປະກອບໄປດ້ວຍ 19 ຄະນະ 4 ວິທະຍາໄລ 1 ສະຖາບັນ 1 ສຳນັກວິຊາຈຳນວນຫລັກສູດແມ່ນລະດັບປະລິນຍາຕີ 139 ຫລັກສູດ ປະກາດສະນີຍະບັດບັນດິດ 6 ຫລັກສູດ ປະລິນຍາຕີຄວບປປະລິນຍາໂທ 4 ຫລັກສູດ ປະລິນຍາໂທ 118 ຫລັກສູດ ແລະປະລິນຍາເອກ 34 ຫລັກສູດ ຈັດການສຶກສາທັງພາກກາງເວັນແລະພາກຄ່ຳ (ຄ.ສ. 2014 - ຄ.ສ. 2015) ນອກຈາກນີ້ໄດ້ຮັບເລືອກໃຫ້ເປັນ 1 ໃນ 9 ມະຫາວິທະຍາໄລວິໄຈແຫ່ງຊາດ ຈາກ ກະຊວງສຶກສາທິການ ໃນປີ ຄ.ສ. 2009 ອີກດ້ວຍ

ປະຫວັດ

[ດັດແກ້]
ເບິ່ງຕື່ມຢູ່ ໂຮງຮຽນກົດໝາຍ
ອະນຸສາວະລີ ດຮ.ປີດີ ພະນົມຍົງ ຜູ້ປະສາດການ ມະຫາວິທະຍາໄລວິຊາທຳມະສາດແລະການເມືອງ ທີ່ໜ້າຕຶກໂດມ ມະຫາວິທະຍາໄລທຳມະສາດ ທ່າພະຈັນ
ກາສັນຍາລັກຂອງມະຫາວິທະຍາໄລວິຊາທຳມະສາດແລະການເມືອງເມື່ອເລິ່ມກໍ່ຕັ້ງ

ການປະຕິວັດສະຫຍາມ ເພື່ອປ່ຽນແປງການປົກຄອງ ຈາກລະບອບສົມບູລະນາຍາສິດທິລາດມາສູ່ປະຊາທິປະໄຕ ເມື່ອວັນທີ 24 ມິຖຸນາ ຄ.ສ. 1932[1][5] ແລະພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວໄດ້ພະລາຊະທານລັດຖະທຳມະນູນສະບັບຖາວອນແລ້ວໃນເດືອນທັນວາ ຖັດຈາກນັ້ນໄດ້ພຽງ 13 ມື້ ຕາມລາຍງານການປະຊຸມລັດຖະມົນຕີ, ຄັ້ງທີ 6 ວັນທີ 23 ທັນວາ 1932 ໝ່ອມເຈົ້າວັນໄວທະຍາກອນ ກໍຊົງສະເໜີໃຫ້ຄະນະລັດມົນຕີຈັດຕັ້ງການເມືອງໂຮງຮຽນຊັ້ນສູງ ແຕ່ຫາກວ່າເພາະໝ່ອມເຈົ້າວັນໄວທະຍາກອນເປັນເຈົ້ານາຍພະອົງເດີຍວທີ່ໄກ້ຊິດກັບຄະນະລາດຊະດອນແລະໄກ້ຊິດກັບລາຊະສຳນັກ ຈຶ່ງເຮັດໃຫ້ແມ້ຈະຊົງພະຍາຍາມເປັນໜຶ່ງໃນສະມາຊິກຄະນະລາຊະດອນແຕ່ກໍຊົງບໍ່ໄດ້ຄວາມຍອມຮັບຫຼືຄວາມໄວ້າງໃຈຢ່າງເຕັມທີ່ ເພາະປາກົດວ່າລັດຖະບານຟ້າວຂັດຂວາງສະໜໍແລະຕັດໜ້າທີ່ເລື່ອງການເມືອງແລະປະຫວັດສາດອອກໄປ ໃຫ້ຊົງງານສະເພາະເລື່ອງການແປເທົ່ານັ້ນ

ເປັນເຫດການສຳຄັນທີ່ກໍ່ໃຫ້ເກີດ ມະຫາວິທະຍາໄລວິຊາທຳມະສາດແລະການເມືອງເນື່ອງຈາກໃນຄຳປະກາດຂອງຄະນະລາດຊະດອນ ລະບຸວ່າ ການທີ່ລາດຊະດອນຍັງດູໝິ່ນวວ່າໂງ່ຢູ່ ບໍ່ພ້ອມກັບລະບອບປະຊາທິປະໄຕນັ້ນกับ “ເປັນເພາະຂາດການສຶກສາ ທີ່ພວກເຈົ້າປົກປິດໄວ້ບໍ່ໃຫ້ຮຽນເຕັມທີ່”[6] ເປັນຜົນໃຫ້ໃນຫລັກ 6 ປະການຂອງຄະນະລາຊະດອນ ປະການທີ 6 ລະບຸວ່າ “ຈະຕ້ອງໃຫ້ການສຶກສາຢ່າງເຕັມທີ່ແກ່ລາຊະດອນ”[6] ສະຖາບັນສຶກສາແບບໃໝ່ທີ່ເປີດກວ້າງໃຫ້ປະຊາຊົນຊາວສະຫຍາມໄດ້ຮັບການສຶກສາຊັ້ນສູງ ໂດຍສະເພາະທີ່ຈະຮອງຮັບການປົກຄອງບ້ານເມືອງທີ່ປ່ຽນໄປ ຈຶ່ງເປັນສິ່ງທີ່ຈຳເປັນຕ້ອງມີຄວບຄູ່ໄປກັບການປະຕິວັດ

ດ້ວຍເຫດນີ້ ຈຶ່ງມີການຕາພະລາຊະບັນຍັດມະຫາວິທະຍາໄລວິຊາທຳມະສາດແລະການເມືອງ ພຸດທະສັກລາດ 2476 ຂຶ້ນເມື່ອວັນທີ 17 ມີນາ ແລະມີຜົນບັງຄັບໃຊ້ເມື່ອວັນທີ 20 ມີນາ ປີດຽວກັນ[7] ໂດຍມີໃຈຄວາມສຳຄັນວ່າ

ມາດຕາ 4 ໃຫ້ຈັດຕັ້ງມະຫາວິທະຍາໄລຂຶ້ນອີກມະຫາວິທະຍາໄລໜຶ່ງ ຮຽກວ່າ'ມະຫາວິທະຍາໄລວິຊາທຳມະສາດແລະການເມືອງ' ມີໜ້າທີ່ຈັດການສຶກສາ ວິຊາກົດໝາຍ ວິຊາການເມືອງ ວິຊາເສດຖະການ ແລະບັນດາວິຊາອື່ນໆ ທີ່ກ່ຽວກັບທຳມະສາດແລະການເມືອງ ມາດຕາ 5 ໃຫ້ໂອນຄະນະນິຕິສາດແລະລັດຖະສາດ ໃນຈຸລາລົງກອນມະຫາວິທະຍາໄລ ຕະຫຼອດຈົນຊັບສິນແລະງົບປະມານຂອງຄະນະເຫຼົ່ານັ້ນ ມາຂຶ້ນຕໍ່ມະຫາວີທະຍາໄລນີ້ ກ່ອນວັນທີ 1 ເມສາ ພຸດທະສັກລາດ 2477

ຈາກນັ້ນເມື່ອວັນທີ 27 ມິຖຸນາ ຄ.ສ. 1934 ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າຈິດຈະເລີນ ກົມພະຍານະລິດສະລານຸວັດຕິວົງ ຜູ້ສຳເລັດລາຊະການແທນພະອົງພະບາດສົມເດັດພະປໍຣະມິນທະຣະມະຫາປະຊາທິປົກ ສະເດັດໃນພິທີເປີດມະຫາວິທະຍາໄລວິຊາທຳມະສາດແລະການເມືອງ ນະ ທີ່ຕັ້ງເດີມຂອງໂຮງຮຽນກົດໝາຍ ຮິມຖະໜົນລາຊະດຳເນິນ ເຊິງຂົວຜ່ານພິພົບລີລາ[1][8][9] ໂດຍ ສາດສະດາຈານ ດຮ.ປີດີ ພະນົມຍົງ ກ່າວໃນໂອກາດກໍ່ຕັ້ງມະຫາວິທະຍາໄລວ່າ

ການຕັ້ງສະຖານສຶກສາ ຕາມລັກສະນະມະຫາວິທະຍາໄລ ຍ່ອມເປັນເຄື່ອງພິສູດແລະເປັນປັດໄຈ ໃນການສະແດງຄວາມກ້າວໜ້າຂອງປະເທດ ປະຊາຊົນຊາວສະຫຍາມ ຈະຈະເລີນໃນອາລະຍະທຳໄດ້ ກໍອາໄສໂດຍສຶກສາອັນດີຕັ້ງຊັ້ນຕ່ຳ ຕະຫຼອດຈົນການສຶກສາຊັ້ນສູງ ເພາະສະນັ້ນ ການທີ່ຈະອຳນວຍຄວາມປະສົງ ແລະປະໂຫຍດຂອງລາຊະດອນໃນສະໄໝນີ້ ຈຶ່ງຈຳຕ້ອງມີສະຖານການສຶກສາ ໃຫ້ຄົບບໍລິບູນທຸກຊັ້ນ[1]

ແລະ

ມະຫາວິທະຍາໄລ ຍ່ອມອຸປະມາປະດຸດບໍ່ນ້ຳ ບຳບັດຄວາມກະຫາຍຂອງລາຊະດອນ ຜູ້ສະໝັກສະແຫວງຫາຄວາມຮູ້ ອັນເປັນສິດທິແລະໂອກາດທີ່ເຂົາຄວນມີຄວນໄດ້ ຕາມຫຼັກແຫ່ງເສລີພາບໃນການສຶກສາ ລັດຖະບານແລະສະພາຜູ້ແທນລາຊະດອນ ເຫັນຄວາມຈຳເປັນໃນຂໍ້ນີ້ ຈຶ່ງໄດ້ກາພະລາຊະບັນຍັດ ຈັດຕັ້ງມະຫາວິທະຍາໄລຂຶ້ນ[1]

ໃນຊ່ວງເວລາ 2 ປີແຮກ (ຄ.ສ.1934–1936) ການຮຽນການສອນຂອງ ມ.ທ.ກ. ຍັງຄົງດຳເນິນຕໍ່ທີ່ຕຶກໂຮງຮຽນກົດໝາຍເດີມ ທີ່ເຊິງຂົວຜ່ານຟ້າພິພົບລີລາ[1] ຕໍ່ມາເມື່ອວັນທີ 9 ເມສາ ຄ.ສ. 1935 ມ.ທ.ກ. ຂໍຊື້ທີ່ດິນບໍລິເວນທ່າພະຈັນ ເຊິ່ງເດີມເປັນທີ່ຂອງທະຫານ ແລະປັບປຸງອາຄານເດີມ ພ້ອມທັງສ້າງຕຶກໂດມ ໂດຍທຸນເຊິ່ງໃຊ້ຈັດຊື້ທີ່ດິນ ຮວມທັ້ງການກໍ່ສ້າງ ໄດ້ມາຈາກເງິນທີ່ ມ.ທ.ກ.ເກັບຈາກຄ່າສະໝັກແລະຄ່າເລົ່າຮຽນ ນອກຈາກນີ້ ມ.ທ.ກ.ຍັງຈັດຕັ້ງສະຖາບັນການເງິນຂຶ້ນ ສຳລັບໃຫ້ນັກສຶກສາວິຊາການບັນຊີ ໃຊ້ເປັນສະຖານທີ່ເຝີກງານຄື ທະນາຄານແຫ່ງເອເຊຍເພື່ອອຸສາຫະກຳແລະພານິດຊະຍະກຳ (ຕໍ່ມາປ່ຽນຊື່ເປັນທະນາຄານເອເຊຍ ແລະປັດຈຸບັນຄືທະນາຄານຍູໂອບີ) ແລະເມື່ອ ຄ.ສ. 1938 ມ.ທ.ກ. ກໍ່ຕັ້ງໂຮງຮຽນຕຽມປະລິນຍາ ມີຫລັກສູດ 2 ປີ ເພື່ອຮັບຜູ້ປະສົງຈະເຂົ້າຮຽນຕໍ່ທີ່ ມ.ທ.ກ.ໂດຍກົງ ໂຮງຮຽນຕຽມປະລິນຍາ ມີຫລັກສູດການສອນ ໜັກໄປທາງພາສາ ທັ້ງພາສາໄທ ພາສາບາລີ ພາສາອັງກິດ ພາສາຝະລັ່ງ ແລະວິຊາທາງສັງຄົມ ເຊັ່ນ ປັດຊະຍາ ວິຊາເຕັກໂນໂລຊີ ດົນຕີ ພິມດີດ ແລະຊະວະເລກ ເປັນຕົ້ນ ແຕ່ຍົກເລີກໄປໃນ ຄ.ສ. 1947

ເມື່ອວັນທີ 8 ພະຈິກ ຄ.ສ. 1947 ຄະນລັດຖະປະຫານເຂົ້າຍຶດອຳນາດການປົກຄອງປະເທດ ເນັດໃຫ້ມະຫາວິທະຍາໄລໄດ້ຮັບຜົນກະທົບໂດຍກົງ[10] ສາດສະດາຈານ ດຮ.ປີດີ ພະນົມຍົງ ຜູ້ປະສາດການ ຕ້ອງລີ້ໄພການເມືອງໄປຢູ່ຕ່າງປະເທດ ລັດຖະບານນຳຄຳວ່າ “ການເມືອງ” ອອກຈາກຊື່ມະຫາວິທະຍາໄລ ເຫຼືອພຽງ “ມະຫາວິທະຍາໄລທຳມະສາດ”[11] ພ້ອມທັ້ງຍົກເລີກຕຳແໜ່ງຜຄ້ປະສາດການ ໂດຍໃຊ້ຊື່ຕຳແໜ່ງວ່າອະທິການບໍດີແທນ[1] ຫລັກສູດການສຶກສາທຳມະສາດບັນດິດ ປ່ຽນແປງເປັນຄະນະນິຕິສາດ, ພານິດຊະຍະສາດແລະການບັນຊີ, ລັດຖະສາດ ແລະເສດຖະສາດ ຄວາມເປັນຕະຫຼາດວິຊາໝົດໄປຕາມພະລາຊະບັນຍັດ ມະຫາວິທະຍາໄລທຳມະສາດ ຄ.ສ. 1952[11]

ຄ.ສ. 1975 ສາດສະດາຈານ ດຮ.ປ໋ວຍ ອຶ໊ງພາກອນ ອະທິການບໍດີໃນຂະນະນັ້ນ ເຫັນຄວນຂະຫຍາຍການສຶກສາທາງວິທະຍາສາດ ໃນລະດັບປະລິນຍາບັນດິດເພີ່ມຂຶ້ນ ພື້ນທີ່ເດີມບໍລິເວນທ່າພະຈັນ ບໍ່ພຽງພໍຕໍ່ການຂະຫຍາຍທາງວິຊາການ ແລະການພັດທະນາ ມະຫາວິທະຍາໄລຈຶ່ງເຈລະຈາຂໍແລກປ່ຽນທີ່ດິນ ກັບບໍລິເວນນິຄົມອຸສາຫະກຳຂອງກະຊວງອຸສາຫະກຳ ເພື່ອຮອງຮັບການຂະຫຍາຍຕົວຂອງມະຫາວິທະຍາໄລ ຮຽກວ່າ ມະຫາວິທະຍາໄລທຳມະສາດ ສູນຮັງສິດ ນອກຈາກນີ້ ຍັງຂະຫຍາຍໄປທີ່ສູນລຳປາງ ແລະສູນພັດທະຍາດ້ວຍ

ປັດຈຸບັນ ມະຫາວິທະຍາໄລທຳມະສາດຍັງດຳເນິນການຮຽນການສອນ ແລະມີພັດທະນາການຢ່າງຕໍ່ເນື່ອງ ໂດຍຫລັກສູດປະລິນຍາຕີພາກປົກກະຕິທັງໝົດ ແລະຫລັກສູດບັນດິດສຶກສາກຸ່ມວິທະຍາສາດ ຈັດການຮຽນການສອນທີ່ສູນຮັງສິດ ແລະຫລັກສູດບັນດິດສຶກສາກຸ່ມສັງຄົມສາດ ໂຄງການນານາຊາດ ແລະໂຄງການພິເສດ ຈັດການຮຽນການສອນທີ່ທ່າພະຈັນ[12]

ເມື່ອວັນທີ 16 ກໍລະກົດ ຄ.ສ. 2015 ພະບາດສົມເດັດພະປໍຣະມິນທະຣະມະຫາພູມີພົນອະດຸນຍະເດດ ມີພະບໍລົມລາຊະໂອງການໂປດເກົ້າຯ ໃຫ້ປະກາດວ່າ ໂດຍທີ່ເປັນການສົມຄວນປັບປຸງກົດໝາຍວ່າດ້ວຍມະຫາວິທະຍາໄລທຳມະສາດ [13] ສົ່ງຜົນເຮັດໃຫ້ມະຫາວິທະຍາໄລປ່ຽນຮູບແບບການບໍລິຫານງານເປັນມະຫາວິທະຍາໄລໃນກຳກັບຂອງລັດເມື່ອພົ້ນກຳໜົດ 30 ວັນນັບຕັ້ງແຕ່ວັນທີ 17 ກໍລະກົດ ຄ.ສ. 2015 ເຊິ່ງເປັນວັນປະກາດໃນລາຊະກິດຈານຸເບກສາ ຫຼືກົງກັບວັນທີ 16 ສິງຫາ ຄ.ສ. 2015

ສັນຍາລັກປະຈຳມະຫາວິທະຍາໄລ

[ດັດແກ້]
ທຳມະຈັກ ສັນຍາລັກປະຈຳມະຫາວິທະຍາໄລທຳມະສາດ
ດອກຂອງຕົ້ນຫາງນົກຍູງຝະລັ່ງ
  • ທັມມະຈັກ ແມ່ນກາປະຈຳມະຫາວິທະຍາໄລ[14] ໂດຍກາທຳມະຈັກນີ້ມີ 12 ແສກ ອັນໝາຍເຖິງ ອະລິຍະສັດ 4 ເຊິ່ງວົນຢູ່ໃນຍານ 3 ຄື ສັດຈະຍານ ກິດຈະຍານ ແລະ ກະຕະຍານ ແລະມີພານລັດຖະທຳມະນູນຢູ່ກົງກາງ ອັນໝາຍເຖິງການຍຶດມັ່ນແລະຮັກສາໄວ້ເຊິ່ງການປົກຄອງລະບອບປະຊາທິປະໄຕ[15]
  • ເພງປະຈຳມະຫາວິທະຍາໄລວິຊາທຳມະສາດແລະການເມືອງ (ທຳນອງມອນດູດາວ) ເປັນເພງປະຈຳມະຫາງິທະຍາໄລເພງທຳອິດ ປະພັນໂດຍຂຸນວິຈິດມາດຕາ ເມື່ອ ຄ.ສ. 1935 [16]
  • ສີເຫຼືອງແດງ          ເປັນສີປະຈຳມະຫາວິທະຍາໄລ ດັງປາກົດໃນເນື້ອເພງ "ເພງປະຈຳມະຫາວິທະຍາໄລ" (ມອນດູດາວ) ທີ່ວ່າ "ເຫຼືອງຂອງເຮົາຄືທັມປະຈຳຈິດ ແດງຂອງເຮົາຄືໂລຫິດອຸທິດໃຫ້" ມີຄວາມໝາຍເຖິງ ຄວາມສຳນຶກໃນຄວາມເປັນທັມແລະຄວາມເສຍສະລະເພື່ອສັງຄົມ ນັບເປັນເພງປະຈຳມະຫາວິທະຍາໄລມາຕັ້ງແຕ່ປີທຳອິດຂອງການກໍ່ຕັ້ງ ຄື ຄ.ສ. 1934[16]
  • ເພງພະລາຊະນິພົນທຳມະສາດ (ຍູງທອງ) ເປັນເພງມະຫາວິທະຍາໄລທີ່ໃຊ້ຢູ່ໃນປັດຈູບັນ[17] ໂດຍເມື່ອວັນທີ 30 ມັງກອນ ຄ.ສ. 1961 ໄດ້ມີນັກສຶກສາກຸ່ມໜຶ່ງຂໍພະລາຊະທານພະບໍລົມລາຊະວະໂຣກາດເຂົ້າເຝົ້າຯ ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ ແລະສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ຂະນະສະເດັດມາຊົງດົນຕີ ນະ ເວທີລີລາດ ສວນອຳພອນ ພາຍໃນພະລາຊະວັງດຸສິດ ພະອົງຮັບສັ່ງວ່າຈະຊົງພະລາຊະນິພົນເພງປະຈຳມະກາວິທະຍາໄລພະລາຊະທານໃຫ້ແກ່ນັກສຶກສາທຳມະສາດ

ຈົນວັນທີ 9 ກຸມພາ ຄ.ສ. 1963 ພະບສດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດສະເດັດພະລາຊະດຳເນິນພ້ອມສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊີນີນາດ ແລະພະບໍລົມວົງສານຸວົງ ມາຊົງດົນຕີ ນະ ຫໍປະຊຸມໃຫຍ່ມະຫາວິທະຍາໄລທຳມະສາດ ແລະຊົງບັນເລງທຳນອງເພງທີ່ຈະພະລາຊະທານໃຫ້ເປັນເພງປະຈຳມະຫາວິທະຍາໄລ[18] ໂດຍເປັນເພງພະລາຊະນິພົນ ລຳດັບທີ 36 ມີນາຍຈຳນົງລາຊະກິດ (ຈະລັນ ບຸນຍະລັດຕະພັນ) ເປັນຜູ້ປະພັນເນື້ອຮ້ອງ ແລະຍົກຮ່າງໂດຍໝ່ອມລາຊະວົງເສນີ ປາໂມດ

  • ຫາງນົກຍູງຝະລັ່ງ ເປັນຕົ້ນໄມ້ປະຈຳມະຫາວິທະຍາໄລ ເຊິ່ງພະບາດສົມເດັດພະປໍຣະມິນມະຫາພູມີພົນອະດຸນຍະເດດໄດ້ຊົງປູກຕົ້ນໄມ້ໜ້າຫໍປະຊູມໃຫຍ່ຈຳນວນ 5 ຕົ້ນ ເມື່ອວັນທີ 9 ກຸມພາ ຄ.ສ. 1963 ເວລາ 14:30 ໂມງ ພ້ອມກັບພະລາຊະທານໃຫ້ເປັນຕົ້ນໄມ້ສັນຍາລັກຂອງມະຫາວິທະຍາໄລທຳມະສາດ[19] ດອກມີສີເຫຼືອງ - ແດງ ສັມພັນກັບສີປະຈຳມະຫາວິທະຍາໄລ

ອະໜຶ່ງ ປະຊາຄົມທຳມະສາດມັກຮຽກເພງພະລາຊະນິພົນທຳມະສາດ ແລະຕົ້ນຫາງນົກຍູງຝະລັ່ງວ່າ ຍູງທອງ[20][21] ເຊິ່ງເປັນສັນຍາລັກອັນເປັນປັດໄຈສຳຄັນ ທີ່ເຮັດໃຫ້ມະຫາວິທະຍາໄລທຳມະສາດ ມີຄວາມເຊື່ອມໂຍງກັບສະຖາບັນພະມະຫາກະສັດແລະພະລາຊະກໍລະນີຍະກິດໂດຍກົງ ຮວມທັ້ງພິທີພະລາຊະທານປະລິນຍາບັດດ້ວຍ[22]

  • "ສັນຮັກທຳມະສາດ ເພາະທຳມະສາດສອນໃຫ້ສັນຮັກປະຊາຊົນ" ແມ່ນວະລີອະມະຕະຂອງມະຫາວິທະຍາໄລທຳມະສາດ ວາທະສຳຄັນນີ້ມີຕົ້ນເຄົ້າມາຈາກ ມອງນັກສຶກສາ ມທກ. ຜ່ານແວ່ນຂາວ ບົດຄວາມຂອງກຸຫຼາບ ສາຍປະດິດ ສິດເກົ່າມະຫາວິທະຍາໄລ[23] ເຊິ່ງສະທ້ອນຊັດຫລັກການຂອງປະຊາຄົມທຳມະສາດ ນັບແຕ່ມະຫາວິທະຍາໄລນີ້ກຳເໜີດຂຶ້ນມາເມື່ອ ຄ.ສ. 1934 ພາຍໃຕ້ອຸດົມການປະຊາທິປະໄຕ ເສລີພາບ ແລະຄວາມສະເໝີພາກທາງການສຶກສາ[16] ໂດຍປັດຈູບັນປຽບສະເໝືອນຄຳຂວັນຢ່າງບໍ່ເປັນທາງການຂອງມະກາວິທະຍາໄລ ແລະປະຊາຄົມທຳມະສາດສ່ວນໃຫຍ່ເຊື່ອວ່າວາທະດັງກ່າວນີ້ອະທິບາຍຄວາມໝາຍຂອງຈິດວິນຍານທຳມະສາດໄດ້ຢ່າງດີທີ່ສຸດ[23]

ສັນຍາລັກສຳຄັນອີກຢ່າງໜຶ່ງຂອງມະຫາວິທະຍາໄລທຳມະສາດກໍຄື ຕຶກໂດມ ຄຳວ່າ "ລູກແມ່ໂດມ" ໝາຍເຖິງ ນັກສຶກສາມະຫາວິທະຍາໄລທຳມະສາດ[24]

ການບໍລິຫານງານ

[ດັດແກ້]

ນາຍົກສະພາ

[ດັດແກ້]

ຜູ້ປະສາດການແລະອະທິການບໍດີ

[ດັດແກ້]

ນັບແຕ່ສະຖາປະນາ ມະຫາວິທະຍາໄລທຳມະສາດມີຜູ້ປະສາດການແລະອະທິການບໍດີດັງນີ້

ที่ ชื่อ การอยู่ในตำแหน่ง
เริ่ม สิ้นสุด
ผู้ประศาสน์การ
1 ศาสตราจารย์ปรีดี พนมยงค์ 11 เมษายน พ.ศ. 2477 18 มีนาคม พ.ศ. 2495
2 ศาสตราจารย์เดือน บุนนาค 9 พฤศจิกายน พ.ศ. 2492 12 สิงหาคม พ.ศ. 2493
3 พลตรี หลวงวิจิตรวาทการ กันยายน พ.ศ. 2493 5 เมษายน พ.ศ. 2494
4 พลโท สวัสดิ์ สวัสดิ์รณชัย สวัสดิเกียรติ 8 เมษายน พ.ศ. 2494 18 มีนาคม พ.ศ. 2495
อธิการบดี
5 จอมพล แปลก พิบูลสงคราม 19 มีนาคม พ.ศ. 2495 26 กันยายน พ.ศ. 2500
6 ศาสตราจารย์ ทวี แรงขำ 27 กันยายน พ.ศ. 2500 21 ตุลาคม พ.ศ. 2500
7 ศาสตราจารย์ หลวงจำรูญเนติศาสตร์ 22 ตุลาคม พ.ศ. 2500 23 ธันวาคม พ.ศ. 2500
24 ธันวาคม พ.ศ. 2500 22 ธันวาคม พ.ศ. 2502
23 ธันวาคม พ.ศ. 2502 7 มกราคม พ.ศ. 2503
8 พลเอก ถนอม กิตติขจร 8 มกราคม พ.ศ. 2503 18 ธันวาคม พ.ศ. 2506
9 ศาสตราจารย์ พลตรี พระเจ้าวรวงศ์เธอ กรมหมื่นนราธิปพงศ์ประพันธ์ 19 ธันวาคม พ.ศ. 2506 31 มีนาคม พ.ศ. 2514
10 ศาสตราจารย์สัญญา ธรรมศักดิ์ 1 ธันวาคม พ.ศ. 2513 31 มีนาคม พ.ศ. 2514
1 เมษายน พ.ศ. 2514 16 ตุลาคม พ.ศ. 2516
11 ศาสตราจารย์อดุล วิเชียรเจริญ 18 ตุลาคม พ.ศ. 2516 28 กันยายน พ.ศ. 2517
12 ศาสตราจารย์ป๋วย อึ๊งภากรณ์ 30 มกราคม พ.ศ. 2518 6 ตุลาคม พ.ศ. 2519
13 ศาสตราจารย์ คุณหญิงนงเยาว์ ชัยเสรี 6 ตุลาคม พ.ศ. 2519 20 ตุลาคม พ.ศ. 2519
10 มกราคม พ.ศ. 2525 24 กุมภาพันธ์ พ.ศ. 2525
25 กุมภาพันธ์ พ.ศ. 2525 31 พฤษภาคม พ.ศ. 2531
14 ศาสตราจารย์พิเศษปรีดี เกษมทรัพย์ 21 ตุลาคม พ.ศ. 2519 13 พฤศจิกายน พ.ศ. 2520
15 ศาสตราจารย์วิจิตร ศรีสอ้าน 14 พฤศจิกายน พ.ศ. 2520 12 ธันวาคม พ.ศ. 2520
16 ศาสตราจารย์ประภาศน์ อวยชัย 13 ธันวาคม พ.ศ. 2520 16 มกราคม พ.ศ. 2521
17 มกราคม พ.ศ. 2521 9 มกราคม พ.ศ. 2525
17 ศาสตราจารย์เกริกเกียรติ พิพัฒน์เสรีธรรม 1 มิถุนายน พ.ศ. 2531 31 พฤษภาคม พ.ศ. 2534
18 ศาสตราจารย์พิเศษนรนิติ เศรษฐบุตร 1 มิถุนายน พ.ศ. 2534 14 กรกฎาคม พ.ศ. 2537
19 กรกฎาคม พ.ศ. 2538 19 สิงหาคม พ.ศ. 2541
19 ศาสตราจารย์พิเศษชาญวิทย์ เกษตรศิริ 15 กรกฎาคม พ.ศ. 2537 9 มีนาคม พ.ศ. 2538
20 ศาสตราจารย์พนัส สิมะเสถียร 10 มีนาคม พ.ศ. 2538 18 กรกฎาคม พ.ศ. 2538
21 รองศาสตราจารย์นริศ ชัยสูตร 20 สิงหาคม พ.ศ. 2541 25 ตุลาคม พ.ศ. 2547
22 ศาสตราจารย์สุรพล นิติไกรพจน์ 26 ตุลาคม พ.ศ. 2547 25 ตุลาคม พ.ศ. 2553
23 ศาสตราจารย์สมคิด เลิศไพฑูรย์ 7 ธันวาคม พ.ศ. 2553 24 พฤศจิกายน พ.ศ. 2557
24 พฤศจิกายน พ.ศ. 2557[25] 23 พฤศจิกายน พ.ศ. 2560
24 พฤศจิกายน พ.ศ. 2560[26] 31 ธันวาคม พ.ศ. 2560
24 รองศาสตราจารย์เกศินี วิฑูรชาติ
1 มกราคม พ.ศ. 2561 26 กุมภาพันธ์ พ.ศ. 2561
27 กุมภาพันธ์ พ.ศ. 2561[27]
หมายเหตุ: ແມ່ແບບ:Gap      = รักษาการแทนผู้ประศาสน์การหรืออธิการบดี

[28]

ອ້າງອິງ

[ດັດແກ້]
  1. 1.0 1.1 1.2 1.3 1.4 1.5 1.6 ชาญวิทย์ เกษตรศิริ, ปรีดีกับมหาวิทยาลัยวิชาธรรมศาสตร์และการเมือง, สถาบันปรีดี พนมยงค์
  2. พิชิต ลิขิตกิจสมบูรณ์, “จิตวิญญาณธรรมศาสตร์” จงไปสู่สุขคติ
  3. พระราชบัญญัติมหาวิทยาลัยธรรมศาสตร์ พ.ศ. 2558, ราชกิจจานุเบกษา, 18 กรกฎาคม 2558
  4. International Network for Sustainability Science (INSS). (มปป.). Greater Mekong Subregion Academic and Research Network . [ออนไลน์]. เข้าถึงได้จาก [1][dead link]. (เข้าถึงเมื่อ: 26 สิงหาคม 2553).
  5. นิธิ เอียวศรีวงศ์, ด้วยจิตวิญญาณธรรมศาสตร์, มหาวิทยาลัยเที่ยงคืน, พ.ศ. 2544. ปรับปรุงจากบทความ ฟื้นอุดมศึกษาไทย ด้วยจิตวิญญาณธรรมศาสตร์, ปาฐกถางาน “เดินประชาธิปไตย” เนื่องในวาระ 69 ปี การเปลี่ยนแปลงการปกครอง 2475, 24 มิถุนายน 2544 ณ หอประชุมเล็ก มหาวิทยาลัยธรรมศาสตร์ ท่าพระจันทร์
  6. 6.0 6.1 คณะราษฎร, ประกาศคณะราษฏร ฉบับที่ ๑, วิกิซอร์ซ
  7. "พระราชบัญญัติมหาวิทยาลัยวิชาธรรมศาสตร์และการเมือง พุทธศักราช 2476". (2476, 20 มีนาคม). ราชกิจจานุเบกษา, (เล่ม 50). [ออนไลน์]. เข้าถึงได้จาก: http://www.ratchakitcha.soc.go.th/DATA/PDF/2476/A/1007.PDF. (เข้าถึงเมื่อ: 17 สิงหาคม 2551).
  8. ประวัติคณะนิติศาสตร์ มหาวิทยาลัยธรรมศาสตร์ Archived 2007-09-09 at the Wayback Machine, คณะนิติศาสตร์ มหาวิทยาลัยธรรมศาสตร์
  9. ประวัติมหาวิทยาลัยธรรมศาสตร์ Archived 2007-09-11 at the Wayback Machine, เว็บไซต์มหาวิทยาลัยธรรมศาสตร์
  10. ประวัติคณะรัฐศาสตร์ Archived 2008-12-27 at the Wayback Machine, คณะรัฐศาสตร์ มหาวิทยาลัยธรรมศาสตร์
  11. 11.0 11.1 ราชกิจจานุเบกษา. (18 มีนาคม 2495). พระราชบัญญัติมหาวิทยาลัยธรรมศาสตร์ มหาวิทยาลัยธรรมศาสตร์ พ.ศ. 2495. [ออนไลน์]. เข้าถึงได้จาก 2495.pdf. (เข้าถึงเมื่อ: 3 กันยายน 2553).
  12. สำนักทะเบียนและประมวลผล. (2553). หลักสูตรที่เปิดสอน . [ออนไลน์]. เข้าถึงได้จาก [2] Archived 2010-08-24 at the Wayback Machine. (เข้าถึงเมื่อ: 26 สิงหาคม 2553).
  13. พระราชบัญญัติมหาวิทยาลัยธรรมศาสตร์ พ.ศ. ๒๕๕๘, ราชกิจจานุเบกษา, วันที่สืบค้น 17 กรกฎาคม 2558
  14. ประกาศสำนักนายกรัฐมนตรี เรื่อง กำหนดภาพเครื่องหมายราชการตามพระราชบัญญัติเครื่องหมายราชการ พุทธศักราช 2482 (ฉบับที่ 50) (มหาวิทยาลัยธรรมศาสตร์ สำนักนายกรัฐมนตรี) Archived 2007-09-30 at the Wayback Machine, ราชกิจจานุเบกษา
  15. มหาวิทยาลัยธรรมศาสตร์. วันธรรมศาสตร์ 10 ธันวาคม 2546. กรุงเทพฯ : โรงพิมพ์มหาวิทยาลัยธรรมศาสตร์ (2546).
  16. 16.0 16.1 16.2 สถานที่สำคัญหรือจุดประวัติศาสตร์ Archived 2007-09-22 at the Wayback Machine, เว็บไซต์มหาวิทยาลัยธรรมศาสตร์
  17. มหาวิทยาลัยธรรมศาสตร์. (มปป.). สัญลักษณ์มหาวิทยาลัย | THAMMASAT UNIVERSITY. [ออนไลน์]. เข้าถึงได้จาก [3] Archived 2010-11-02 at the Wayback Machine. (เข้าถึงเมื่อ: 26 สิงหาคม 2553).
  18. The Asian Pacific News. (2549 ). พระอัฉริยภาพของในหลวง: “สำหรับข้าพเจ้าดนตรีคือสิ่งประณีตงดงาม” [ออนไลน์]. เข้าถึงได้จาก [4] Archived 2010-06-16 at the Wayback Machine. (เข้าถึงเมื่อ: 26 สิงหาคม 2553).
  19. มหาวิทยาลัยธรรมศาสตร์. (มปป.). สัญลักษณ์มหาวิทยาลัย | THAMMASAT UNIVERSITY-ต้นหางนกยูง. [ออนไลน์]. เข้าถึงได้จาก [5] Archived 2010-11-01 at the Wayback Machine. (เข้าถึงเมื่อ: 26 สิงหาคม 2553).
  20. Media Thai Communications. (2553). เพลงพระราชนิพนธ์"ยูงทอง"ในงานฟุตบอลประเพณีครั้งนี้ [ออนไลน์]. เข้าถึงได้จาก [6] Archived 2016-03-08 at the Wayback Machine. (เข้าถึงเมื่อ: 26 สิงหาคม 2553).
  21. ข่าวออนไลน์ RYT9. (2543). ม.ธรรมศาสตร์ ขอเชิญชมการบรรเลงเพลงพระราชนิพนธ์ ยูงทอง โดยวงบางกอกซิมโฟนีออร์เคสตร้า [ออนไลน์]. เข้าถึงได้จาก [7]. (เข้าถึงเมื่อ: 26 สิงหาคม 2553).
  22. สำนักงานศิษย์เก่าสัมพันธ์ มหาวิทยาลัยธรรมศาสตร์. (2551). ภาพบรรยากาศงานวันพระราชทานปริญญาบัตร ประจำปีการศึกษา 2551 [ออนไลน์]. เข้าถึงได้จาก [8][dead link]. (เข้าถึงเมื่อ: 26 สิงหาคม 2553).
  23. 23.0 23.1 หอประวัติศาสตร์เกียรติยศแห่งมหาวิทยาลัยธรรมศาสตร์. (มปป.). ฉันรักธรรมศาสตร์ เพราะธรรมศาสตร์สอนให้ฉันรักประชาชน [ออนไลน์]. เข้าถึงได้จาก [9] Archived 2016-03-05 at the Wayback Machine. (เข้าถึงเมื่อ: 2 กันยายน 2553).
  24. MCOT.net. (2553). ดาราลูกแม่โดมรับพระราชทานปริญญาบัตร [ออนไลน์]. เข้าถึงได้จาก [10]. (เข้าถึงเมื่อ: 26 สิงหาคม 2553).
  25. ประกาศสํานักนายกรัฐมนตรี เรื่อง แต่งตั้งอธิการบดีมหาวิทยาลัยธรรมศาสตร์(นายสมคิด เลิศไพฑูรย์)
  26. ‘สมคิด’ หมดวาระอธิการบดี ม.ธรรมศาสตร์ เริ่มนั่งรักษาการวันแรก 24 พ.ย.
  27. ประกาศสํานักนายกรัฐมนตรี เรื่อง แต่งตั้งอธิการบดีมหาวิทยาลัยธรรมศาสตร์(นางเกศินี วิฑูรชาติ)
  28. มหาวิทยาลัยธรรมศาสตร์. หนังสือคู่มือนักศึกษาใหม่ ปีการศึกษา 2550. กรุงเทพฯ : โรงพิมพ์มหาวิทยาลัยธรรมศาสตร์, (2550).