Jump to content

ດິສນີ+ ຮັອດສະຕາ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ Disney+ Hotstar)
ດິສນີ+ ຮັອດສະຕາ
ໂລໂກ້ຂອງດິສນີ+ ຮັອດສະຕາ
ໂລໂກ້ຂອງດິສນີ+ ຮັອດສະຕາ ໃນອິນເດຍ ແລະ ບາງປະເທດໃນອາຊີຕາເວັນອອກສຽງໃຕ້
ປະເພດບໍລິການຊື່ຜ່ານອິນເຕີເນັດ
ປະເທດຕົ້ນທາງທຸງຊາດຂອງປະເທດອິນເດຍ ປະເທດອິນເດຍ
ພື້ນທີ່ໃຫ້ບໍລິການໃນຊື່ ດິສນີ+ ຮັອດສະຕາ:
ອິນເດຍ, ອິນໂດເນເຊຍ, ມາເລເຊຍ, ໄທ
ໃນຊື່ ຮັອດສະຕາ:
ການາດາ, ສິງກະໂປ, ສະຫະລາຊະອານາຈັກ, ສະຫະລັດອາເມຣິກາ
ເຈົ້າຂອງສະຕາອິນເດຍ
ປະທານສຸນິລ ຣາຢານ
ບໍລິສັດແມ່ດິສນີ ພະແນກຈຳໜ່າຍສື່ ແລະ ບັນເທີງ
ຢູອາແອລhotstar.com
ລົງທະບຽນຈຳເປັນ[lower-alpha 1]
ຜູ້ໃຊ້Decrease 52.9 ລ້ານຄົນ (ຈ່າຍແລ້ວ; ໃນວັນທີ 1 ເມສາ 2023)[1]
ຜູ້ໃຊ້ງານ 300 ລ້ານຄົນ (ພຶດສະພາ 2020)[2]
ເປີດຕົວ11 ກຸມພາ ຄ.ສ. 2015 (2015-02-11)
ສະຖານະປັດຈຸບັນເປີດໃຊ້ງານ

ດິສນີ+ ຮັອດສະຕາ ຫຼື ດິສນີພລັສ ຮັອດສະຕາ (ອັງກິດ: Disney+ Hotstar, Disney Plus Hotstar) ເປັນບໍລິການສະຕຣີມມີງວິດີພາບຕາມຄຳຂໍແບບບອກຮັບສະມາຊິກທີ່ດຳເນີນການໂດນພະແນກຈຳໜ່າຍສື່ ແລະ ຄວາມບັນເທີງຂອງເດິ ວໍລ ດິສນີ ເລີ່ມເປີດເຜີຍແບຣນຄັ້ງທຳອິດເມື່ອປີ 2015 ໂດຍສະຕາອິນເດຍ ໃນຊື່ ຮັອດສະຕາ (ອັງກິດ: Hotstar) ໂດຍເປັນບໍລິການສະຕຣີມມິງທີ່ມີເນື້ອຫາເຄືອຂ່າຍທ້ອງຖິ່ນ ລວມເຖິງຮູບເງົາ ຊີຣີທາງໂທລະພາບ ກິລາສົດ ແລະ ຜົນງານຕຢ້ນສະບັບ ຕະຫຼອດຈົນເນື້ອຫາບໍ່ບໍ່ໄດ້ຮັບອະນຸຍາດຈາກບຸກຄົນທີສາມໃນອິນເດຍ ເຊັ່ນ: ເຮັສບີໂອ ແລະ ໂຊວທາມ ເປັນຕົ້ນ ແລະ ໃນທ່າມກາງການຂະຫຍາຍຕົວຢ່າງໄວວາຂອງບຣອດແບນເຄື່ອນທີ່ໃນອິນເດຍ ຮັອດສະຕາໄດ້ກາຍເປັນບໍລິສັດບໍລິການສະຕຣີມມິງທີ່ໂດດເດັ່ນ​ໃນ​ປະ​ເທດ​ຢ່າງ​ວ່ອງ​ໄວ

ຫຼັງຈາກດິສນີເຂົ້າຊື້ກິດຈະການທະເວນຕີເຟີສ ເຊນຈູຣີ ຟັອກ ບໍລິສັດແມ່ຂອງສະຕາອິນເດຍເມື່ອປີ 2019 ດິສນີໄດ້ເພີ່ມຄັງເນື້ອຫາຂອງແບຣນສະຕຣີມມິງລະດັບສາກົນແຫ່ງໃໝ່ເຊັ່ນດິສນີ+ ລົງໃນຮັອດສະຕາໃນເດືອນເມສາປີ 2020 ເຊິ່ງລວມເຖິງຜົນງານຕົ້ນສະບັບຂອງດິສນີ+ ແລະ ຮູບເງົາ ແລະ ຊີຣີທາງໂທລະພາບຈາກແບຣນເນື້ອຫາຫຼັກຂອງເດິ ວໍລ ດິສນີ ສະຕູດິໂອສ໌, ລູຄັສຟີມ, ມາເວລ, ສະຕາວໍ, ທະເວນຕີທ໌ ເຊນຈູຣິ ຟັອກຊ໌, ເນຊັນແນລ ຈີໂອກຣາຟິກ ແລະ ພິກຊາ ແລະ ບໍລິການທັງໝົດໄດ້ກາຍເປັນກາສິນຄ້າຮ່ວມໃນຊື່ ດິສນີ+ ຮັອດສະຕາ

ນອກອິນເດຍ ບໍລິການ ດິສນີ+ ຮັອດສະຕາ ຍັງດຳເນີນການໃນ ອິນໂດເນເຊຍ, ມາເລເຊຍ ແລະ ໄທ ເຊິ່ງລວມເນື້ອຫາຄວາມບັນເທີງທີ່ໄດ້ຮັບອະນຸຍາດຈາກສະຕູດິໂອຂອງບຸກຄົນທີສາມໃນແຕ່ລະປະເທດ ເຂົ້າກັບຄັງເນື້ອຫາຂອງ ດິສນີ+ ທີ່ໃຫຍ່ຂຶ້ນເຊັ່ນດຽວກັນ ສ່ວນໃນ ການາດາ, ສິງກະໂປ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ. ຮັອດສະຕາ ດຳເນີນການເປັນບໍລິການສະຕຣີມມິງທີ່ກຳນົດເປົ້າໝາຍເປັນຄົນອິນເດຍໃນປະເທດນັ້ນໆ ໂດຍເນັ້ນທີ່ເນື້ອຫາຄວາມບັນເທີງ ແລະ ກິລາໃນປະເທດຂອງດິສນີອິນເດຍ ໂດຍທີ່ ພະແນກຈຳໜ່າຍສື່ ແລະ ຄວາມບັນເທີງຂອງເດິ ວໍລ ດິສນີເປັນຜູ້ໃຫ້ບໍລິການເປັນພຽງຜູ້ດຽວໃນພາກພື້ນດັ່ງກ່າວ ແຕ່ຫຼັງຈາກການປະກາດປັບປຸງເນື້ອຫາຂອງຮູລູໃນ ດິສນີ+ ບໍລິການ ດິສນີ+ ຮັອດສະຕາ ໃນສາມປະເທດທີ່ເຫຼືອນອກເໜືອຈາກອິນເດຍ ຈຶ່ງໄດ້ຮັບການປະກາດຍົກລະດັບເປັນ ດິສນີ+ ໄປພ້ອມກັນ.

ກຳນົດການສາຍ

[ດັດແກ້]

ເມື່ອວັນທີ 4 ກັນຍາ 2017 ສະຕາສະປຣອດຊ໌ ໄດ້ຮັບລິຂະສິດການຖ່າຍທອດສົດອິນເດຍພຣີເມຍລີກ ໂດຍມີຮັອດສະຕາເຮັດໜ້າທີ່ເປັນຜູ້ຖືລິຂະສິດດີຈີຕອນລະຫວ່າງປະເທດ ຫຼັງຈາກນັ້ນຮັອດສະຕາໄດ້ເປີດໂຕບໍລິການບອກຮັບເປັນສະມາຊິກລະຫວ່າງປະເທດໃນການາດາ ແລະ ສະຫະລັດອາເມຣິກາ ໂດຍມີເປົ້າໝາຍເພື່ອໃຫ້ບໍລິການເນື້ອຫາກິລາຈາກປະເທດອິນເດຍ[3] ຮັອດສະຕາເປີດໂຕໃນສະຫະລາຊະອານາຈັກເມື່ອວັນທີ 13 ກັນຍາ 2018 ເພື່ອໃຫ້ກົງກັບອາຊີຄັບ 2018[4] ເມື່ອວັນທີ 4 ມັງກອນ 2019 ສະຕາອິນເດຍໄດ້ຍຸດຕິໃຫ້ບໍລິການຊ່ອງລາຍການໂທລະພາບແບບບອກຮັບສະມາຊິກລະຫວ່າງປະເທດໃນສະຫະລັດອາເມຣິກາ (ເຊັ່ນ: ສະຕາພລັສ) ເພື່ອມຸ່ງເນັ້ນຄວາມສົນໃຈຂອງຄົນໃນພາກພື້ນໄປທີ່ຮັອດສະຕາ[5]

ໃນເດືອນສິງຫາ ປີ 2019 ບັອບ ໄອເກິ ປະທານເຈົ້າໜ້າທີ່ບໍລິຫານຂອງດິສນີໄດ້ລະບຸວ່າ ມີແຜນຂະຫຍາຍຮັອດສະຕາເຂົ້າສູ່ອາຊີຕາເວັນອອກສຽງໃຕ້[6] ໃນເດືອນສິງຫາ ປີ 2020 ມີການປະກາດວ່າດິສນີ+ ຮັອດສະຕາ ຈະເລີ່ມໃຫ້ບໍລິການໃນອິນໂດເນເຊຍໃນວັນທີ 5 ກັນຍາ ນັບເປັນການຂະຫຍາຍບໍລິການແບບຄົບວົງຈອນຄັ້ງທຳອິດນອກອິນເດຍ[7] ເມື່ອວັນທີ 19 ຕຸລາ ສະຕາອິນເດຍໄດ້ປະກາດເປີດໂຕຮັອດສະຕາໃນສິງກະໂປເຊິ່ງເລີ່ມໃຫ້ບໍລິການໃນວັນທີ 1 ພະຈິກ[8] ວັນທີ 25 ກຸມພາ 2021 ມີລາຍງານວ່າດິສນີ+ ຮັອດສະຕາ ຈະເປີດໂຕໃນມາເລເຊຍ ແລະ ໄທໃນປິ 2021[9] ເລີ່ມຈາກມາເລເຊຍກ່ອນໃນວັນທີ 1 ມິຖຸນາ[10] ຕາມດ້ວຍປະເທດໄປໃນວັນທີ 30 ມິຖຸນາ[11]

  ໃຫ້ບໍລິການໃນຊື່ ດິສນີ+ ຮັອດສະຕາ
  ໃຫ້ບໍລິການໃນຊື່ຮັອດສະຕາ
  ຢືນຢັນການເປີດຕົວ
ລຳດັບການເປີດຕົວ
ມື້ສາຍ ປະເທດ/ດິນແດນ ພັນທະມິດເປີດຕົວ ໝາຍເຫດ ສະຖານະປັດຈຸບັນ
11 ກຸມພາ 2015[12] ທຸງຂອງປະເທດອິນເດຍ ອິນເດຍ None ປັບປຸງເຄື່ອງໝາຍການຄ້າເປັນ ດິສນີ+ ຮັອດສະຕາ ເມື່ອ 3 ເມສາ 2020[13] ລວມຕົວກັບ ຈິໂອ ຊີນີມາ ເປັນ ຈິໂອ ຮັອດສະຕາ ເມື່ອ 14 ກຸມພາ 2025
4 ກັນຍາ 2017[3] ທຸງຂອງປະເທດການາດາ ການາດາ ເປີດຕົວໃນຊື່ ຮັອດສະຕາ ໃຫ້ບໍລິການຕໍ່ໃນຖານະບໍລິການແຍກຂາດ
ທຸງຊາດຂອງສະຫະລັດອາເມຣິກາ ສະຫະລັດອາເມຣິກາ ປິດໃຫ້ບໍລິການເມື່ອ 30 ພະຈິກ 2021 ໂດຍເນື້ອຫາທັງໝົດຖືກຍ້າຍໄປຍັງ ຮູລູ ແລະ ອີເອສພີເອັນ+
13 ກັນຍາ 2018[4] ທຸງຂອງສະຫະລາຊະອານາຈັກ ສະຫະລາຊະອານາຈັກ ໃຫ້ບໍລິການຕໍ່ຖານະບໍລິການແຍກຂາດ
5 ກັນຍາ 2020[7] ທຸງຂອງປະເທດອິນໂດເນເຊຍ ອິນໂດເນເຊຍ Telkomsel ເປີດຕົວໃນຊື່ ດິສນີ+ ຮັອດສະຕາ ຍົກລະດັບເປັນ ດິສນີ+ ຕັ້ງແຕ່ 9 ຕຸລາ 2025
1 ພະຈິກ 2020[8] ທຸງຊາດຂອງສິງກະໂປ ສິງກະໂປ StarHub ເປີດຕົວໃນຊື່ ຮັອດສະຕາ ໃຫ້ບໍລິການຕໍ່ຖານະບໍລິການແຍກຂາດ
1 ມິຖຸນາ 2021[10] ທຸງຂອງປະເທດມາເລເຊຍ ມາເລເຊຍ Astro ເປີດຕົວໃນຊື່ ດິສນີ+ ຮັອດສະຕາ ຍົກລະດັບເປັນ ດິສນີ+ ຕັ້ງແຕ່ 9 ຕຸລາ 2025
30 ມິຖຸນາ 2021[11] ທຸງຊາດຂອງໄທ ໄທ AIS[14]

ໝາຍເຫດ

[ດັດແກ້]
  1. ບໍ່ບັງຄັບໃນອິນເດຍ ແຕ່ຈຳເປັນຕ້ອງສະໝັກສະມາຊິກລາຍເດືອນເພື່ອເຂົ້າເຖິງເນື້ອຫາເພີ່ມເຕີມ

ເບິ່ງຕື່ມ

[ດັດແກ້]
  • ດິສນີ+
  • ສະຕາ, ແບຣນສະຕຣີມມິງຄ້າຍຄືກັນເຊິ່ງດິສນີໃຊ້ສຳລັບເນື້ອຫາຄວາມບັນເທີງທົ່ວໄປໃນຕະຫຼາດອື່ນໆ ເຊິ່ງໃຫ້ບໍລິການພາຍໃນໂຄງສ້າງພື້ນຖານຂອງດິສນີ+

ອ້າງອີງ

[ດັດແກ້]
  1. "Q2 - FY 23 Earning Report" (PDF). ຄົ້ນຫາເມື່ອ 8 February 2023.{{cite web}}: CS1 maint: url-status (link)
  2. "Disney+ Hotstar has about 8 million subscribers". TechCrunch. 9 April 2020. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 9 April 2020. ຄົ້ນຫາເມື່ອ 9 April 2020.
  3. 3.0 3.1 "Hotstar Launches Its Premium Service in US and Canada". NDTV Gadgets 360. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 9 July 2018. ຄົ້ນຫາເມື່ອ 13 May 2019.
  4. 4.0 4.1 "Star India's Hotstar launches in United Kingdom". Economic Times. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 13 May 2019. ຄົ້ນຫາເມື່ອ 13 May 2019. Archived 2019-05-13 at the Wayback Machine
  5. Baddhan, Raj (7 December 2018). "Star TV to shutdown television operations in USA". BizAsia. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 13 April 2019. ຄົ້ນຫາເມື່ອ 11 August 2019.
  6. "Disney Plans Southeast Asia Expansion for Hotstar". NDTV Gadgets 360. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 7 August 2019. ຄົ້ນຫາເມື່ອ 7 August 2019.
  7. 7.0 7.1 Frater, Patrick (5 August 2020). "Disney Plus Hotstar to Launch in Indonesia in September". Variety. ຄົ້ນຫາເມື່ອ 5 August 2020.
  8. 8.0 8.1 Ramachandran, Naman (19 October 2020). "Disney Streaming Platform Hotstar Set For Singapore Launch on StarHub". Variety. ຄົ້ນຫາເມື່ອ 19 June 2021.
  9. "Disney+Hotstar expected to end 2021 with 50 million subscribers". indiantelevision.com. 25 February 2021. ຄົ້ນຫາເມື່ອ 25 February 2021.
  10. 10.0 10.1 Frater, Patrick (3 May 2021). "Disney Plus Hotstar to Launch in Malaysia With Local Content Component". Variety. ຄົ້ນຫາເມື່ອ 4 May 2021.
  11. 11.0 11.1 "Disney+ ກຽມເປີດໂຕໃນປະເທດໄທ 30 ມິ.ຖ ນີ້". ປະຊາຊາດທຸລະກິດ. 2021-05-14. ຄົ້ນຫາເມື່ອ 2021-07-14.
  12. Cite error: Invalid <ref> tag; no text was provided for refs named Hotstar launch
  13. "Disney debuts its streaming service in India". TechCrunch (ພາສາອັງກິດ (ບຣິດທິຊ)). 2 April 2020. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 3 April 2020. ຄົ້ນຫາເມື່ອ 3 April 2020.
  14. Cite error: Invalid <ref> tag; no text was provided for refs named AIS

ແຫຼ່ງຂໍ້ມູນອື່ນ

[ດັດແກ້]