ມະຫາວິທະຍາໄລທຳມະສາດ
ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ. ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື. ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
ມະຫາວິທະຍາໄລທຳມະສາດ | |
---|---|
มหาวิทยาลัยธรรมศาสตร์ | |
ຄະຕິພົດ | ເປັນເລີດ ເປັນທຳ ຮ່ວມນຳສັງຄົມ |
ສະຖາປະນາ | 27 ເມຖຸນ ຄ.ສ. 1934 |
ປະເພດ | ສະຖາບັນອຸດົມສຶກສາໃນກຳກັບຂອງລັດ |
ອະທິການບໍດີ | ຮສ. ເກສິນີ ວິທູນຊາດ |
ນາຍົກສະພາ | ສ.ດຣ. ສຸຣະພົນ ນິຕິໄກພົດ |
ຈຳນວນນັກຮຽນ | 37,564 ຄົນ |
ທີ່ຢູ່ | ທ່າພະຈັນ 2 ຖະໜົນພະຈັນ ແຂວງພະບໍລົມມະຫາລາຊະວັງ ເຂດພະນະຄອນ ບາງກອກ 10200 |
ວິທະຍາເຂດ | • ສູນຣັງສິດ 99 ໝູ່ 18 ຖະໜົນພະຫົນໂຍທິນ ຕຳບົນຄອງໜຶ່ງ ອຳເພີຄອງຫຼວງ ຈັງຫວັດປະທຸມທານີ 12120 • ສູນລຳປາງ 39/4 ໝູ່ 5 ຕຳບົນໂປ່ງ ອຳເພີບາງລະມຸງ ຈັງຫວັດຊົນບຸລີ 20150 |
ຊື່ເດີມ | ມະຫາວິທະຍາໄລວິຊາທຳມະສາດແລະການເມືອງ |
ຜູ້ສະຖາປະນາ | ສ.ດຮ. ປີດີ ພະນົມຍົງ |
ສີປະຈຳສະຖາບັນ | ສີເຫຼືອງ ສີແດງ |
ເຄືອຂ່າຍ | LAOTSE, GMSARN |
ເວັບ | tu.ac.th |
ມະຫາວິທະຍາໄລທຳມະສາດ (ໄທ: มหาวิทยาลัยธรรมศาสตร์) ແມ່ນມະຫາວິທະຍາໄລແຫ່ງທີສອງຂອງປະເທດໄທ ກໍຕັ້ງໃນຊື່ "ມະຫາວິທະຍາໄລວິຊາທຳມະສາດແລະການເມືອງ" (ອັງກິດ: The University of Moral and Political Sciences; ອັກສອນຫຍໍ້: ມ.ທ.ກ. – UMPS) ເມື່ອວັນທີ 27 ມິຖຸນາ ຄ.ສ. 1934 ໂດຍມີຈຸດປະສົງເພື່ອເປັນຕະຫຼາດວິຊາ ເພື່ອການສຶກສາດ້ານກົດໝາຍແລະການເມືອງ ສຳລັບປະຊາຊົນທົ່ວໄປ ຕໍ່ມາໃນປີ ຄ.ສ. 1952 ລັດຖະບານປ່ຽນເປັນຊື່ປັດຈຸບັນ ນັບເປັນມະຫາວິທະຍາໄລທີ່ມີອາຍຸເປັນອັນດັບ 2 ຂອງປະເທດໄທແລະມີປະຫວັດສາດຜູກພັນກັບພັດທະນາການທາງການເມືອງແລະຄວາມເປັນໄປຂອງຊາດ ຕະຫຼອດຈົນເລື່ອງຂອງລັດຖະທຳມະນູນແລະປະຊາທິປະໄຕ[1] ໂດຍສະເພາະຢ່າງຍິ່ງໃນເຫດການ 14 ຕຸລາ 1973 ແລະ 6 ຕຸລາ 1976[2] ມະຫາວິທະຍາໄລທຳມະສາດມີຜູ້ປະສາດການແລະອະທິການບໍດີມາແລ້ວ 23 ຄົນ ອະທິການບໍດີຄົນປະຈຸບັນຄື ຮອງສາດສະດາຈານ ເກສິນີ ວິທູນຊາດ ແລະນາຍົກສະພາມະຫາວິທະຍາໄລ ຄື ສາດສະດາຈານພິເສດ ນໍຣະນິຕິ ເສດຖະບຸດ ວັນທີ 17 ກໍລະກົດ ຄ.ສ. 2015 ລາດຊະກິດຈານຸເບກສາໄດ້ລົງປະກາດ "ພະລາດຊະບັນຍັດມະຫາວິທະຍາໄລທຳມະສາດ ຄ.ສ. 2015 " ເຊິ່ງໄດ້ມີຜົນໃຫ້ມະຫາວິທະຍາໄລທຳມະສາດທີສະພາບເປັນມະຫາວິທະຍາໄລໃນກຳກັບຂອງລັດອີກ 30 ວັນຕໍ່ມາ[3]
ມະຫາວິທະຍາໄລເປັນສະມາຊິກຂອງເຄືອຂ່າຍ LAOTSE ເຊິ່ງເປັນຄວາມຮ່ວມມືລະຫວ່າງມະຫາວິທະຍາໄລໃນອາຊີແລະເອີລົບ ຕາມກອບຄວາມຮ່ວມມື ອາເຊມ ຮວມທັງເປັນສະມາຊິກຂອງ ເຄືອຂ່າຍສະຖາບັນການສຶກສາແລະວິໄຈໃນອະນຸພູມິພາກລຸ່ມແມ່ນ້ຳຂອງ (GMSARN) ອີກດ້ວຍ[4]
ປັດຈຸບັນມະຫາວິທະຍາໄລທຳມະສາດຈັດການສຶກສາຄອບຄຸມທາງດ້ານສັງຄົມສາດແລະມະນຸດສາດ ວິທະຍາສາດແລະເຕັກໂນໂລຊີ ແລະວິທະຍາສາດສຸຂະພາບ ປະກອບໄປດ້ວຍ 19 ຄະນະ 4 ວິທະຍາໄລ 1 ສະຖາບັນ 1 ສຳນັກວິຊາຈຳນວນຫລັກສູດແມ່ນລະດັບປະລິນຍາຕີ 139 ຫລັກສູດ ປະກາດສະນີຍະບັດບັນດິດ 6 ຫລັກສູດ ປະລິນຍາຕີຄວບປປະລິນຍາໂທ 4 ຫລັກສູດ ປະລິນຍາໂທ 118 ຫລັກສູດ ແລະປະລິນຍາເອກ 34 ຫລັກສູດ ຈັດການສຶກສາທັງພາກກາງເວັນແລະພາກຄ່ຳ (ຄ.ສ. 2014 - ຄ.ສ. 2015) ນອກຈາກນີ້ໄດ້ຮັບເລືອກໃຫ້ເປັນ 1 ໃນ 9 ມະຫາວິທະຍາໄລວິໄຈແຫ່ງຊາດ ຈາກ ກະຊວງສຶກສາທິການ ໃນປີ ຄ.ສ. 2009 ອີກດ້ວຍ
ປະຫວັດ
[ດັດແກ້]ການປະຕິວັດສະຫຍາມ ເພື່ອປ່ຽນແປງການປົກຄອງ ຈາກລະບອບສົມບູລະນາຍາສິດທິລາດມາສູ່ປະຊາທິປະໄຕ ເມື່ອວັນທີ 24 ມິຖຸນາ ຄ.ສ. 1932[1][5] ແລະພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວໄດ້ພະລາຊະທານລັດຖະທຳມະນູນສະບັບຖາວອນແລ້ວໃນເດືອນທັນວາ ຖັດຈາກນັ້ນໄດ້ພຽງ 13 ມື້ ຕາມລາຍງານການປະຊຸມລັດຖະມົນຕີ, ຄັ້ງທີ 6 ວັນທີ 23 ທັນວາ 1932 ໝ່ອມເຈົ້າວັນໄວທະຍາກອນ ກໍຊົງສະເໜີໃຫ້ຄະນະລັດມົນຕີຈັດຕັ້ງການເມືອງໂຮງຮຽນຊັ້ນສູງ ແຕ່ຫາກວ່າເພາະໝ່ອມເຈົ້າວັນໄວທະຍາກອນເປັນເຈົ້ານາຍພະອົງເດີຍວທີ່ໄກ້ຊິດກັບຄະນະລາດຊະດອນແລະໄກ້ຊິດກັບລາຊະສຳນັກ ຈຶ່ງເຮັດໃຫ້ແມ້ຈະຊົງພະຍາຍາມເປັນໜຶ່ງໃນສະມາຊິກຄະນະລາຊະດອນແຕ່ກໍຊົງບໍ່ໄດ້ຄວາມຍອມຮັບຫຼືຄວາມໄວ້າງໃຈຢ່າງເຕັມທີ່ ເພາະປາກົດວ່າລັດຖະບານຟ້າວຂັດຂວາງສະໜໍແລະຕັດໜ້າທີ່ເລື່ອງການເມືອງແລະປະຫວັດສາດອອກໄປ ໃຫ້ຊົງງານສະເພາະເລື່ອງການແປເທົ່ານັ້ນ
ເປັນເຫດການສຳຄັນທີ່ກໍ່ໃຫ້ເກີດ ມະຫາວິທະຍາໄລວິຊາທຳມະສາດແລະການເມືອງເນື່ອງຈາກໃນຄຳປະກາດຂອງຄະນະລາດຊະດອນ ລະບຸວ່າ ການທີ່ລາດຊະດອນຍັງດູໝິ່ນวວ່າໂງ່ຢູ່ ບໍ່ພ້ອມກັບລະບອບປະຊາທິປະໄຕນັ້ນกับ “ເປັນເພາະຂາດການສຶກສາ ທີ່ພວກເຈົ້າປົກປິດໄວ້ບໍ່ໃຫ້ຮຽນເຕັມທີ່”[6] ເປັນຜົນໃຫ້ໃນຫລັກ 6 ປະການຂອງຄະນະລາຊະດອນ ປະການທີ 6 ລະບຸວ່າ “ຈະຕ້ອງໃຫ້ການສຶກສາຢ່າງເຕັມທີ່ແກ່ລາຊະດອນ”[6] ສະຖາບັນສຶກສາແບບໃໝ່ທີ່ເປີດກວ້າງໃຫ້ປະຊາຊົນຊາວສະຫຍາມໄດ້ຮັບການສຶກສາຊັ້ນສູງ ໂດຍສະເພາະທີ່ຈະຮອງຮັບການປົກຄອງບ້ານເມືອງທີ່ປ່ຽນໄປ ຈຶ່ງເປັນສິ່ງທີ່ຈຳເປັນຕ້ອງມີຄວບຄູ່ໄປກັບການປະຕິວັດ
ດ້ວຍເຫດນີ້ ຈຶ່ງມີການຕາພະລາຊະບັນຍັດມະຫາວິທະຍາໄລວິຊາທຳມະສາດແລະການເມືອງ ພຸດທະສັກລາດ 2476 ຂຶ້ນເມື່ອວັນທີ 17 ມີນາ ແລະມີຜົນບັງຄັບໃຊ້ເມື່ອວັນທີ 20 ມີນາ ປີດຽວກັນ[7] ໂດຍມີໃຈຄວາມສຳຄັນວ່າ
ມາດຕາ 4 ໃຫ້ຈັດຕັ້ງມະຫາວິທະຍາໄລຂຶ້ນອີກມະຫາວິທະຍາໄລໜຶ່ງ ຮຽກວ່າ'ມະຫາວິທະຍາໄລວິຊາທຳມະສາດແລະການເມືອງ' ມີໜ້າທີ່ຈັດການສຶກສາ ວິຊາກົດໝາຍ ວິຊາການເມືອງ ວິຊາເສດຖະການ ແລະບັນດາວິຊາອື່ນໆ ທີ່ກ່ຽວກັບທຳມະສາດແລະການເມືອງ ມາດຕາ 5 ໃຫ້ໂອນຄະນະນິຕິສາດແລະລັດຖະສາດ ໃນຈຸລາລົງກອນມະຫາວິທະຍາໄລ ຕະຫຼອດຈົນຊັບສິນແລະງົບປະມານຂອງຄະນະເຫຼົ່ານັ້ນ ມາຂຶ້ນຕໍ່ມະຫາວີທະຍາໄລນີ້ ກ່ອນວັນທີ 1 ເມສາ ພຸດທະສັກລາດ 2477
ຈາກນັ້ນເມື່ອວັນທີ 27 ມິຖຸນາ ຄ.ສ. 1934 ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າຈິດຈະເລີນ ກົມພະຍານະລິດສະລານຸວັດຕິວົງ ຜູ້ສຳເລັດລາຊະການແທນພະອົງພະບາດສົມເດັດພະປໍຣະມິນທະຣະມະຫາປະຊາທິປົກ ສະເດັດໃນພິທີເປີດມະຫາວິທະຍາໄລວິຊາທຳມະສາດແລະການເມືອງ ນະ ທີ່ຕັ້ງເດີມຂອງໂຮງຮຽນກົດໝາຍ ຮິມຖະໜົນລາຊະດຳເນິນ ເຊິງຂົວຜ່ານພິພົບລີລາ[1][8][9] ໂດຍ ສາດສະດາຈານ ດຮ.ປີດີ ພະນົມຍົງ ກ່າວໃນໂອກາດກໍ່ຕັ້ງມະຫາວິທະຍາໄລວ່າ
ການຕັ້ງສະຖານສຶກສາ ຕາມລັກສະນະມະຫາວິທະຍາໄລ ຍ່ອມເປັນເຄື່ອງພິສູດແລະເປັນປັດໄຈ ໃນການສະແດງຄວາມກ້າວໜ້າຂອງປະເທດ ປະຊາຊົນຊາວສະຫຍາມ ຈະຈະເລີນໃນອາລະຍະທຳໄດ້ ກໍອາໄສໂດຍສຶກສາອັນດີຕັ້ງຊັ້ນຕ່ຳ ຕະຫຼອດຈົນການສຶກສາຊັ້ນສູງ ເພາະສະນັ້ນ ການທີ່ຈະອຳນວຍຄວາມປະສົງ ແລະປະໂຫຍດຂອງລາຊະດອນໃນສະໄໝນີ້ ຈຶ່ງຈຳຕ້ອງມີສະຖານການສຶກສາ ໃຫ້ຄົບບໍລິບູນທຸກຊັ້ນ[1]
ແລະ
ມະຫາວິທະຍາໄລ ຍ່ອມອຸປະມາປະດຸດບໍ່ນ້ຳ ບຳບັດຄວາມກະຫາຍຂອງລາຊະດອນ ຜູ້ສະໝັກສະແຫວງຫາຄວາມຮູ້ ອັນເປັນສິດທິແລະໂອກາດທີ່ເຂົາຄວນມີຄວນໄດ້ ຕາມຫຼັກແຫ່ງເສລີພາບໃນການສຶກສາ ລັດຖະບານແລະສະພາຜູ້ແທນລາຊະດອນ ເຫັນຄວາມຈຳເປັນໃນຂໍ້ນີ້ ຈຶ່ງໄດ້ກາພະລາຊະບັນຍັດ ຈັດຕັ້ງມະຫາວິທະຍາໄລຂຶ້ນ[1]
ໃນຊ່ວງເວລາ 2 ປີແຮກ (ຄ.ສ.1934–1936) ການຮຽນການສອນຂອງ ມ.ທ.ກ. ຍັງຄົງດຳເນິນຕໍ່ທີ່ຕຶກໂຮງຮຽນກົດໝາຍເດີມ ທີ່ເຊິງຂົວຜ່ານຟ້າພິພົບລີລາ[1] ຕໍ່ມາເມື່ອວັນທີ 9 ເມສາ ຄ.ສ. 1935 ມ.ທ.ກ. ຂໍຊື້ທີ່ດິນບໍລິເວນທ່າພະຈັນ ເຊິ່ງເດີມເປັນທີ່ຂອງທະຫານ ແລະປັບປຸງອາຄານເດີມ ພ້ອມທັງສ້າງຕຶກໂດມ ໂດຍທຸນເຊິ່ງໃຊ້ຈັດຊື້ທີ່ດິນ ຮວມທັ້ງການກໍ່ສ້າງ ໄດ້ມາຈາກເງິນທີ່ ມ.ທ.ກ.ເກັບຈາກຄ່າສະໝັກແລະຄ່າເລົ່າຮຽນ ນອກຈາກນີ້ ມ.ທ.ກ.ຍັງຈັດຕັ້ງສະຖາບັນການເງິນຂຶ້ນ ສຳລັບໃຫ້ນັກສຶກສາວິຊາການບັນຊີ ໃຊ້ເປັນສະຖານທີ່ເຝີກງານຄື ທະນາຄານແຫ່ງເອເຊຍເພື່ອອຸສາຫະກຳແລະພານິດຊະຍະກຳ (ຕໍ່ມາປ່ຽນຊື່ເປັນທະນາຄານເອເຊຍ ແລະປັດຈຸບັນຄືທະນາຄານຍູໂອບີ) ແລະເມື່ອ ຄ.ສ. 1938 ມ.ທ.ກ. ກໍ່ຕັ້ງໂຮງຮຽນຕຽມປະລິນຍາ ມີຫລັກສູດ 2 ປີ ເພື່ອຮັບຜູ້ປະສົງຈະເຂົ້າຮຽນຕໍ່ທີ່ ມ.ທ.ກ.ໂດຍກົງ ໂຮງຮຽນຕຽມປະລິນຍາ ມີຫລັກສູດການສອນ ໜັກໄປທາງພາສາ ທັ້ງພາສາໄທ ພາສາບາລີ ພາສາອັງກິດ ພາສາຝະລັ່ງ ແລະວິຊາທາງສັງຄົມ ເຊັ່ນ ປັດຊະຍາ ວິຊາເຕັກໂນໂລຊີ ດົນຕີ ພິມດີດ ແລະຊະວະເລກ ເປັນຕົ້ນ ແຕ່ຍົກເລີກໄປໃນ ຄ.ສ. 1947
ເມື່ອວັນທີ 8 ພະຈິກ ຄ.ສ. 1947 ຄະນລັດຖະປະຫານເຂົ້າຍຶດອຳນາດການປົກຄອງປະເທດ ເນັດໃຫ້ມະຫາວິທະຍາໄລໄດ້ຮັບຜົນກະທົບໂດຍກົງ[10] ສາດສະດາຈານ ດຮ.ປີດີ ພະນົມຍົງ ຜູ້ປະສາດການ ຕ້ອງລີ້ໄພການເມືອງໄປຢູ່ຕ່າງປະເທດ ລັດຖະບານນຳຄຳວ່າ “ການເມືອງ” ອອກຈາກຊື່ມະຫາວິທະຍາໄລ ເຫຼືອພຽງ “ມະຫາວິທະຍາໄລທຳມະສາດ”[11] ພ້ອມທັ້ງຍົກເລີກຕຳແໜ່ງຜຄ້ປະສາດການ ໂດຍໃຊ້ຊື່ຕຳແໜ່ງວ່າອະທິການບໍດີແທນ[1] ຫລັກສູດການສຶກສາທຳມະສາດບັນດິດ ປ່ຽນແປງເປັນຄະນະນິຕິສາດ, ພານິດຊະຍະສາດແລະການບັນຊີ, ລັດຖະສາດ ແລະເສດຖະສາດ ຄວາມເປັນຕະຫຼາດວິຊາໝົດໄປຕາມພະລາຊະບັນຍັດ ມະຫາວິທະຍາໄລທຳມະສາດ ຄ.ສ. 1952[11]
ຄ.ສ. 1975 ສາດສະດາຈານ ດຮ.ປ໋ວຍ ອຶ໊ງພາກອນ ອະທິການບໍດີໃນຂະນະນັ້ນ ເຫັນຄວນຂະຫຍາຍການສຶກສາທາງວິທະຍາສາດ ໃນລະດັບປະລິນຍາບັນດິດເພີ່ມຂຶ້ນ ພື້ນທີ່ເດີມບໍລິເວນທ່າພະຈັນ ບໍ່ພຽງພໍຕໍ່ການຂະຫຍາຍທາງວິຊາການ ແລະການພັດທະນາ ມະຫາວິທະຍາໄລຈຶ່ງເຈລະຈາຂໍແລກປ່ຽນທີ່ດິນ ກັບບໍລິເວນນິຄົມອຸສາຫະກຳຂອງກະຊວງອຸສາຫະກຳ ເພື່ອຮອງຮັບການຂະຫຍາຍຕົວຂອງມະຫາວິທະຍາໄລ ຮຽກວ່າ ມະຫາວິທະຍາໄລທຳມະສາດ ສູນຮັງສິດ ນອກຈາກນີ້ ຍັງຂະຫຍາຍໄປທີ່ສູນລຳປາງ ແລະສູນພັດທະຍາດ້ວຍ
ປັດຈຸບັນ ມະຫາວິທະຍາໄລທຳມະສາດຍັງດຳເນິນການຮຽນການສອນ ແລະມີພັດທະນາການຢ່າງຕໍ່ເນື່ອງ ໂດຍຫລັກສູດປະລິນຍາຕີພາກປົກກະຕິທັງໝົດ ແລະຫລັກສູດບັນດິດສຶກສາກຸ່ມວິທະຍາສາດ ຈັດການຮຽນການສອນທີ່ສູນຮັງສິດ ແລະຫລັກສູດບັນດິດສຶກສາກຸ່ມສັງຄົມສາດ ໂຄງການນານາຊາດ ແລະໂຄງການພິເສດ ຈັດການຮຽນການສອນທີ່ທ່າພະຈັນ[12]
ເມື່ອວັນທີ 16 ກໍລະກົດ ຄ.ສ. 2015 ພະບາດສົມເດັດພະປໍຣະມິນທະຣະມະຫາພູມີພົນອະດຸນຍະເດດ ມີພະບໍລົມລາຊະໂອງການໂປດເກົ້າຯ ໃຫ້ປະກາດວ່າ ໂດຍທີ່ເປັນການສົມຄວນປັບປຸງກົດໝາຍວ່າດ້ວຍມະຫາວິທະຍາໄລທຳມະສາດ [13] ສົ່ງຜົນເຮັດໃຫ້ມະຫາວິທະຍາໄລປ່ຽນຮູບແບບການບໍລິຫານງານເປັນມະຫາວິທະຍາໄລໃນກຳກັບຂອງລັດເມື່ອພົ້ນກຳໜົດ 30 ວັນນັບຕັ້ງແຕ່ວັນທີ 17 ກໍລະກົດ ຄ.ສ. 2015 ເຊິ່ງເປັນວັນປະກາດໃນລາຊະກິດຈານຸເບກສາ ຫຼືກົງກັບວັນທີ 16 ສິງຫາ ຄ.ສ. 2015
ສັນຍາລັກປະຈຳມະຫາວິທະຍາໄລ
[ດັດແກ້]- ທັມມະຈັກ ແມ່ນກາປະຈຳມະຫາວິທະຍາໄລ[14] ໂດຍກາທຳມະຈັກນີ້ມີ 12 ແສກ ອັນໝາຍເຖິງ ອະລິຍະສັດ 4 ເຊິ່ງວົນຢູ່ໃນຍານ 3 ຄື ສັດຈະຍານ ກິດຈະຍານ ແລະ ກະຕະຍານ ແລະມີພານລັດຖະທຳມະນູນຢູ່ກົງກາງ ອັນໝາຍເຖິງການຍຶດມັ່ນແລະຮັກສາໄວ້ເຊິ່ງການປົກຄອງລະບອບປະຊາທິປະໄຕ[15]
- ເພງປະຈຳມະຫາວິທະຍາໄລວິຊາທຳມະສາດແລະການເມືອງ (ທຳນອງມອນດູດາວ) ເປັນເພງປະຈຳມະຫາງິທະຍາໄລເພງທຳອິດ ປະພັນໂດຍຂຸນວິຈິດມາດຕາ ເມື່ອ ຄ.ສ. 1935 [16]
- ສີເຫຼືອງແດງ ເປັນສີປະຈຳມະຫາວິທະຍາໄລ ດັງປາກົດໃນເນື້ອເພງ "ເພງປະຈຳມະຫາວິທະຍາໄລ" (ມອນດູດາວ) ທີ່ວ່າ "ເຫຼືອງຂອງເຮົາຄືທັມປະຈຳຈິດ ແດງຂອງເຮົາຄືໂລຫິດອຸທິດໃຫ້" ມີຄວາມໝາຍເຖິງ ຄວາມສຳນຶກໃນຄວາມເປັນທັມແລະຄວາມເສຍສະລະເພື່ອສັງຄົມ ນັບເປັນເພງປະຈຳມະຫາວິທະຍາໄລມາຕັ້ງແຕ່ປີທຳອິດຂອງການກໍ່ຕັ້ງ ຄື ຄ.ສ. 1934[16]
- ເພງພະລາຊະນິພົນທຳມະສາດ (ຍູງທອງ) ເປັນເພງມະຫາວິທະຍາໄລທີ່ໃຊ້ຢູ່ໃນປັດຈູບັນ[17] ໂດຍເມື່ອວັນທີ 30 ມັງກອນ ຄ.ສ. 1961 ໄດ້ມີນັກສຶກສາກຸ່ມໜຶ່ງຂໍພະລາຊະທານພະບໍລົມລາຊະວະໂຣກາດເຂົ້າເຝົ້າຯ ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ ແລະສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ຂະນະສະເດັດມາຊົງດົນຕີ ນະ ເວທີລີລາດ ສວນອຳພອນ ພາຍໃນພະລາຊະວັງດຸສິດ ພະອົງຮັບສັ່ງວ່າຈະຊົງພະລາຊະນິພົນເພງປະຈຳມະກາວິທະຍາໄລພະລາຊະທານໃຫ້ແກ່ນັກສຶກສາທຳມະສາດ
ຈົນວັນທີ 9 ກຸມພາ ຄ.ສ. 1963 ພະບສດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດສະເດັດພະລາຊະດຳເນິນພ້ອມສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊີນີນາດ ແລະພະບໍລົມວົງສານຸວົງ ມາຊົງດົນຕີ ນະ ຫໍປະຊຸມໃຫຍ່ມະຫາວິທະຍາໄລທຳມະສາດ ແລະຊົງບັນເລງທຳນອງເພງທີ່ຈະພະລາຊະທານໃຫ້ເປັນເພງປະຈຳມະຫາວິທະຍາໄລ[18] ໂດຍເປັນເພງພະລາຊະນິພົນ ລຳດັບທີ 36 ມີນາຍຈຳນົງລາຊະກິດ (ຈະລັນ ບຸນຍະລັດຕະພັນ) ເປັນຜູ້ປະພັນເນື້ອຮ້ອງ ແລະຍົກຮ່າງໂດຍໝ່ອມລາຊະວົງເສນີ ປາໂມດ
- ຫາງນົກຍູງຝະລັ່ງ ເປັນຕົ້ນໄມ້ປະຈຳມະຫາວິທະຍາໄລ ເຊິ່ງພະບາດສົມເດັດພະປໍຣະມິນມະຫາພູມີພົນອະດຸນຍະເດດໄດ້ຊົງປູກຕົ້ນໄມ້ໜ້າຫໍປະຊູມໃຫຍ່ຈຳນວນ 5 ຕົ້ນ ເມື່ອວັນທີ 9 ກຸມພາ ຄ.ສ. 1963 ເວລາ 14:30 ໂມງ ພ້ອມກັບພະລາຊະທານໃຫ້ເປັນຕົ້ນໄມ້ສັນຍາລັກຂອງມະຫາວິທະຍາໄລທຳມະສາດ[19] ດອກມີສີເຫຼືອງ - ແດງ ສັມພັນກັບສີປະຈຳມະຫາວິທະຍາໄລ
ອະໜຶ່ງ ປະຊາຄົມທຳມະສາດມັກຮຽກເພງພະລາຊະນິພົນທຳມະສາດ ແລະຕົ້ນຫາງນົກຍູງຝະລັ່ງວ່າ ຍູງທອງ[20][21] ເຊິ່ງເປັນສັນຍາລັກອັນເປັນປັດໄຈສຳຄັນ ທີ່ເຮັດໃຫ້ມະຫາວິທະຍາໄລທຳມະສາດ ມີຄວາມເຊື່ອມໂຍງກັບສະຖາບັນພະມະຫາກະສັດແລະພະລາຊະກໍລະນີຍະກິດໂດຍກົງ ຮວມທັ້ງພິທີພະລາຊະທານປະລິນຍາບັດດ້ວຍ[22]
- "ສັນຮັກທຳມະສາດ ເພາະທຳມະສາດສອນໃຫ້ສັນຮັກປະຊາຊົນ" ແມ່ນວະລີອະມະຕະຂອງມະຫາວິທະຍາໄລທຳມະສາດ ວາທະສຳຄັນນີ້ມີຕົ້ນເຄົ້າມາຈາກ ມອງນັກສຶກສາ ມທກ. ຜ່ານແວ່ນຂາວ ບົດຄວາມຂອງກຸຫຼາບ ສາຍປະດິດ ສິດເກົ່າມະຫາວິທະຍາໄລ[23] ເຊິ່ງສະທ້ອນຊັດຫລັກການຂອງປະຊາຄົມທຳມະສາດ ນັບແຕ່ມະຫາວິທະຍາໄລນີ້ກຳເໜີດຂຶ້ນມາເມື່ອ ຄ.ສ. 1934 ພາຍໃຕ້ອຸດົມການປະຊາທິປະໄຕ ເສລີພາບ ແລະຄວາມສະເໝີພາກທາງການສຶກສາ[16] ໂດຍປັດຈູບັນປຽບສະເໝືອນຄຳຂວັນຢ່າງບໍ່ເປັນທາງການຂອງມະກາວິທະຍາໄລ ແລະປະຊາຄົມທຳມະສາດສ່ວນໃຫຍ່ເຊື່ອວ່າວາທະດັງກ່າວນີ້ອະທິບາຍຄວາມໝາຍຂອງຈິດວິນຍານທຳມະສາດໄດ້ຢ່າງດີທີ່ສຸດ[23]
ສັນຍາລັກສຳຄັນອີກຢ່າງໜຶ່ງຂອງມະຫາວິທະຍາໄລທຳມະສາດກໍຄື ຕຶກໂດມ ຄຳວ່າ "ລູກແມ່ໂດມ" ໝາຍເຖິງ ນັກສຶກສາມະຫາວິທະຍາໄລທຳມະສາດ[24]
ການບໍລິຫານງານ
[ດັດແກ້]ນາຍົກສະພາ
[ດັດແກ້]ສ່ວນນີ້ຖ້າເພີ່ມເຕີມຂໍ້ມູນ ທ່ານສາມາດຊ່ວຍເພີ່ມຂໍ້ມູນສ່ວນນີ້ໄດ້ |
ຜູ້ປະສາດການແລະອະທິການບໍດີ
[ດັດແກ້]ນັບແຕ່ສະຖາປະນາ ມະຫາວິທະຍາໄລທຳມະສາດມີຜູ້ປະສາດການແລະອະທິການບໍດີດັງນີ້
ที่ | ชื่อ | การอยู่ในตำแหน่ง | |||||||||||||||||||||||||||
---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|
เริ่ม | สิ้นสุด | ||||||||||||||||||||||||||||
ผู้ประศาสน์การ | |||||||||||||||||||||||||||||
1 | ศาสตราจารย์ปรีดี พนมยงค์ | 11 เมษายน พ.ศ. 2477 | 18 มีนาคม พ.ศ. 2495 | ||||||||||||||||||||||||||
2 | ศาสตราจารย์เดือน บุนนาค | 9 พฤศจิกายน พ.ศ. 2492 | 12 สิงหาคม พ.ศ. 2493 | ||||||||||||||||||||||||||
3 | พลตรี หลวงวิจิตรวาทการ | กันยายน พ.ศ. 2493 | 5 เมษายน พ.ศ. 2494 | ||||||||||||||||||||||||||
4 | พลโท สวัสดิ์ สวัสดิ์รณชัย สวัสดิเกียรติ | 8 เมษายน พ.ศ. 2494 | 18 มีนาคม พ.ศ. 2495 | ||||||||||||||||||||||||||
อธิการบดี | |||||||||||||||||||||||||||||
5 | จอมพล แปลก พิบูลสงคราม | 19 มีนาคม พ.ศ. 2495 | 26 กันยายน พ.ศ. 2500 | ||||||||||||||||||||||||||
6 | ศาสตราจารย์ ทวี แรงขำ | 27 กันยายน พ.ศ. 2500 | 21 ตุลาคม พ.ศ. 2500 | ||||||||||||||||||||||||||
7 | ศาสตราจารย์ หลวงจำรูญเนติศาสตร์ | 22 ตุลาคม พ.ศ. 2500 | 23 ธันวาคม พ.ศ. 2500 | ||||||||||||||||||||||||||
24 ธันวาคม พ.ศ. 2500 | 22 ธันวาคม พ.ศ. 2502 | ||||||||||||||||||||||||||||
23 ธันวาคม พ.ศ. 2502 | 7 มกราคม พ.ศ. 2503 | ||||||||||||||||||||||||||||
8 | พลเอก ถนอม กิตติขจร | 8 มกราคม พ.ศ. 2503 | 18 ธันวาคม พ.ศ. 2506 | ||||||||||||||||||||||||||
9 | ศาสตราจารย์ พลตรี พระเจ้าวรวงศ์เธอ กรมหมื่นนราธิปพงศ์ประพันธ์ | 19 ธันวาคม พ.ศ. 2506 | 31 มีนาคม พ.ศ. 2514 | ||||||||||||||||||||||||||
10 | ศาสตราจารย์สัญญา ธรรมศักดิ์ | 1 ธันวาคม พ.ศ. 2513 | 31 มีนาคม พ.ศ. 2514 | ||||||||||||||||||||||||||
1 เมษายน พ.ศ. 2514 | 16 ตุลาคม พ.ศ. 2516 | ||||||||||||||||||||||||||||
11 | ศาสตราจารย์อดุล วิเชียรเจริญ | 18 ตุลาคม พ.ศ. 2516 | 28 กันยายน พ.ศ. 2517 | ||||||||||||||||||||||||||
12 | ศาสตราจารย์ป๋วย อึ๊งภากรณ์ | 30 มกราคม พ.ศ. 2518 | 6 ตุลาคม พ.ศ. 2519 | ||||||||||||||||||||||||||
13 | ศาสตราจารย์ คุณหญิงนงเยาว์ ชัยเสรี | 6 ตุลาคม พ.ศ. 2519 | 20 ตุลาคม พ.ศ. 2519 | ||||||||||||||||||||||||||
10 มกราคม พ.ศ. 2525 | 24 กุมภาพันธ์ พ.ศ. 2525 | ||||||||||||||||||||||||||||
25 กุมภาพันธ์ พ.ศ. 2525 | 31 พฤษภาคม พ.ศ. 2531 | ||||||||||||||||||||||||||||
14 | ศาสตราจารย์พิเศษปรีดี เกษมทรัพย์ | 21 ตุลาคม พ.ศ. 2519 | 13 พฤศจิกายน พ.ศ. 2520 | ||||||||||||||||||||||||||
15 | ศาสตราจารย์วิจิตร ศรีสอ้าน | 14 พฤศจิกายน พ.ศ. 2520 | 12 ธันวาคม พ.ศ. 2520 | ||||||||||||||||||||||||||
16 | ศาสตราจารย์ประภาศน์ อวยชัย | 13 ธันวาคม พ.ศ. 2520 | 16 มกราคม พ.ศ. 2521 | ||||||||||||||||||||||||||
17 มกราคม พ.ศ. 2521 | 9 มกราคม พ.ศ. 2525 | ||||||||||||||||||||||||||||
17 | ศาสตราจารย์เกริกเกียรติ พิพัฒน์เสรีธรรม | 1 มิถุนายน พ.ศ. 2531 | 31 พฤษภาคม พ.ศ. 2534 | ||||||||||||||||||||||||||
18 | ศาสตราจารย์พิเศษนรนิติ เศรษฐบุตร | 1 มิถุนายน พ.ศ. 2534 | 14 กรกฎาคม พ.ศ. 2537 | ||||||||||||||||||||||||||
19 กรกฎาคม พ.ศ. 2538 | 19 สิงหาคม พ.ศ. 2541 | ||||||||||||||||||||||||||||
19 | ศาสตราจารย์พิเศษชาญวิทย์ เกษตรศิริ | 15 กรกฎาคม พ.ศ. 2537 | 9 มีนาคม พ.ศ. 2538 | ||||||||||||||||||||||||||
20 | ศาสตราจารย์พนัส สิมะเสถียร | 10 มีนาคม พ.ศ. 2538 | 18 กรกฎาคม พ.ศ. 2538 | ||||||||||||||||||||||||||
21 | รองศาสตราจารย์นริศ ชัยสูตร | 20 สิงหาคม พ.ศ. 2541 | 25 ตุลาคม พ.ศ. 2547 | ||||||||||||||||||||||||||
22 | ศาสตราจารย์สุรพล นิติไกรพจน์ | 26 ตุลาคม พ.ศ. 2547 | 25 ตุลาคม พ.ศ. 2553 | ||||||||||||||||||||||||||
23 | ศาสตราจารย์สมคิด เลิศไพฑูรย์ | 7 ธันวาคม พ.ศ. 2553 | 24 พฤศจิกายน พ.ศ. 2557 | ||||||||||||||||||||||||||
24 พฤศจิกายน พ.ศ. 2557[25] | 23 พฤศจิกายน พ.ศ. 2560 | ||||||||||||||||||||||||||||
24 พฤศจิกายน พ.ศ. 2560[26] | 31 ธันวาคม พ.ศ. 2560 | ||||||||||||||||||||||||||||
24 | รองศาสตราจารย์เกศินี วิฑูรชาติ | ||||||||||||||||||||||||||||
1 มกราคม พ.ศ. 2561 | 26 กุมภาพันธ์ พ.ศ. 2561 | ||||||||||||||||||||||||||||
27 กุมภาพันธ์ พ.ศ. 2561[27] | |||||||||||||||||||||||||||||
หมายเหตุ: ແມ່ແບບ:Gap = รักษาการแทนผู้ประศาสน์การหรืออธิการบดี |
ອ້າງອິງ
[ດັດແກ້]- ↑ 1.0 1.1 1.2 1.3 1.4 1.5 1.6 ชาญวิทย์ เกษตรศิริ, ปรีดีกับมหาวิทยาลัยวิชาธรรมศาสตร์และการเมือง, สถาบันปรีดี พนมยงค์
- ↑ พิชิต ลิขิตกิจสมบูรณ์, “จิตวิญญาณธรรมศาสตร์” จงไปสู่สุขคติ
- ↑ พระราชบัญญัติมหาวิทยาลัยธรรมศาสตร์ พ.ศ. 2558, ราชกิจจานุเบกษา, 18 กรกฎาคม 2558
- ↑ International Network for Sustainability Science (INSS). (มปป.). Greater Mekong Subregion Academic and Research Network . [ออนไลน์]. เข้าถึงได้จาก [1][dead link]. (เข้าถึงเมื่อ: 26 สิงหาคม 2553).
- ↑ นิธิ เอียวศรีวงศ์, ด้วยจิตวิญญาณธรรมศาสตร์, มหาวิทยาลัยเที่ยงคืน, พ.ศ. 2544. ปรับปรุงจากบทความ ฟื้นอุดมศึกษาไทย ด้วยจิตวิญญาณธรรมศาสตร์, ปาฐกถางาน “เดินประชาธิปไตย” เนื่องในวาระ 69 ปี การเปลี่ยนแปลงการปกครอง 2475, 24 มิถุนายน 2544 ณ หอประชุมเล็ก มหาวิทยาลัยธรรมศาสตร์ ท่าพระจันทร์
- ↑ 6.0 6.1 คณะราษฎร, ประกาศคณะราษฏร ฉบับที่ ๑, วิกิซอร์ซ
- ↑ "พระราชบัญญัติมหาวิทยาลัยวิชาธรรมศาสตร์และการเมือง พุทธศักราช 2476". (2476, 20 มีนาคม). ราชกิจจานุเบกษา, (เล่ม 50). [ออนไลน์]. เข้าถึงได้จาก: http://www.ratchakitcha.soc.go.th/DATA/PDF/2476/A/1007.PDF. (เข้าถึงเมื่อ: 17 สิงหาคม 2551).
- ↑ ประวัติคณะนิติศาสตร์ มหาวิทยาลัยธรรมศาสตร์ Archived 2007-09-09 at the Wayback Machine, คณะนิติศาสตร์ มหาวิทยาลัยธรรมศาสตร์
- ↑ ประวัติมหาวิทยาลัยธรรมศาสตร์ Archived 2007-09-11 at the Wayback Machine, เว็บไซต์มหาวิทยาลัยธรรมศาสตร์
- ↑ ประวัติคณะรัฐศาสตร์ Archived 2008-12-27 at the Wayback Machine, คณะรัฐศาสตร์ มหาวิทยาลัยธรรมศาสตร์
- ↑ 11.0 11.1 ราชกิจจานุเบกษา. (18 มีนาคม 2495). พระราชบัญญัติมหาวิทยาลัยธรรมศาสตร์ มหาวิทยาลัยธรรมศาสตร์ พ.ศ. 2495. [ออนไลน์]. เข้าถึงได้จาก 2495.pdf Archived 2019-06-07 at the Wayback Machine. (เข้าถึงเมื่อ: 3 กันยายน 2553).
- ↑ สำนักทะเบียนและประมวลผล. (2553). หลักสูตรที่เปิดสอน . [ออนไลน์]. เข้าถึงได้จาก [2] Archived 2010-08-24 at the Wayback Machine. (เข้าถึงเมื่อ: 26 สิงหาคม 2553).
- ↑ พระราชบัญญัติมหาวิทยาลัยธรรมศาสตร์ พ.ศ. ๒๕๕๘, ราชกิจจานุเบกษา, วันที่สืบค้น 17 กรกฎาคม 2558
- ↑ ประกาศสำนักนายกรัฐมนตรี เรื่อง กำหนดภาพเครื่องหมายราชการตามพระราชบัญญัติเครื่องหมายราชการ พุทธศักราช 2482 (ฉบับที่ 50) (มหาวิทยาลัยธรรมศาสตร์ สำนักนายกรัฐมนตรี) Archived 2007-09-30 at the Wayback Machine, ราชกิจจานุเบกษา
- ↑ มหาวิทยาลัยธรรมศาสตร์. วันธรรมศาสตร์ 10 ธันวาคม 2546. กรุงเทพฯ : โรงพิมพ์มหาวิทยาลัยธรรมศาสตร์ (2546).
- ↑ 16.0 16.1 16.2 สถานที่สำคัญหรือจุดประวัติศาสตร์ Archived 2007-09-22 at the Wayback Machine, เว็บไซต์มหาวิทยาลัยธรรมศาสตร์
- ↑ มหาวิทยาลัยธรรมศาสตร์. (มปป.). สัญลักษณ์มหาวิทยาลัย | THAMMASAT UNIVERSITY. [ออนไลน์]. เข้าถึงได้จาก [3] Archived 2010-11-02 at the Wayback Machine. (เข้าถึงเมื่อ: 26 สิงหาคม 2553).
- ↑ The Asian Pacific News. (2549 ). พระอัฉริยภาพของในหลวง: “สำหรับข้าพเจ้าดนตรีคือสิ่งประณีตงดงาม” [ออนไลน์]. เข้าถึงได้จาก [4] Archived 2010-06-16 at the Wayback Machine. (เข้าถึงเมื่อ: 26 สิงหาคม 2553).
- ↑ มหาวิทยาลัยธรรมศาสตร์. (มปป.). สัญลักษณ์มหาวิทยาลัย | THAMMASAT UNIVERSITY-ต้นหางนกยูง. [ออนไลน์]. เข้าถึงได้จาก [5] Archived 2010-11-01 at the Wayback Machine. (เข้าถึงเมื่อ: 26 สิงหาคม 2553).
- ↑ Media Thai Communications. (2553). เพลงพระราชนิพนธ์"ยูงทอง"ในงานฟุตบอลประเพณีครั้งนี้ [ออนไลน์]. เข้าถึงได้จาก [6] Archived 2016-03-08 at the Wayback Machine. (เข้าถึงเมื่อ: 26 สิงหาคม 2553).
- ↑ ข่าวออนไลน์ RYT9. (2543). ม.ธรรมศาสตร์ ขอเชิญชมการบรรเลงเพลงพระราชนิพนธ์ ยูงทอง โดยวงบางกอกซิมโฟนีออร์เคสตร้า [ออนไลน์]. เข้าถึงได้จาก [7]. (เข้าถึงเมื่อ: 26 สิงหาคม 2553).
- ↑ สำนักงานศิษย์เก่าสัมพันธ์ มหาวิทยาลัยธรรมศาสตร์. (2551). ภาพบรรยากาศงานวันพระราชทานปริญญาบัตร ประจำปีการศึกษา 2551 [ออนไลน์]. เข้าถึงได้จาก [8][dead link]. (เข้าถึงเมื่อ: 26 สิงหาคม 2553).
- ↑ 23.0 23.1 หอประวัติศาสตร์เกียรติยศแห่งมหาวิทยาลัยธรรมศาสตร์. (มปป.). ฉันรักธรรมศาสตร์ เพราะธรรมศาสตร์สอนให้ฉันรักประชาชน [ออนไลน์]. เข้าถึงได้จาก [9] Archived 2016-03-05 at the Wayback Machine. (เข้าถึงเมื่อ: 2 กันยายน 2553).
- ↑ MCOT.net. (2553). ดาราลูกแม่โดมรับพระราชทานปริญญาบัตร [ออนไลน์]. เข้าถึงได้จาก [10]. (เข้าถึงเมื่อ: 26 สิงหาคม 2553).
- ↑ ประกาศสํานักนายกรัฐมนตรี เรื่อง แต่งตั้งอธิการบดีมหาวิทยาลัยธรรมศาสตร์(นายสมคิด เลิศไพฑูรย์)
- ↑ ‘สมคิด’ หมดวาระอธิการบดี ม.ธรรมศาสตร์ เริ่มนั่งรักษาการวันแรก 24 พ.ย.
- ↑ ประกาศสํานักนายกรัฐมนตรี เรื่อง แต่งตั้งอธิการบดีมหาวิทยาลัยธรรมศาสตร์(นางเกศินี วิฑูรชาติ)
- ↑ มหาวิทยาลัยธรรมศาสตร์. หนังสือคู่มือนักศึกษาใหม่ ปีการศึกษา 2550. กรุงเทพฯ : โรงพิมพ์มหาวิทยาลัยธรรมศาสตร์, (2550).
- ບົດຄວາມຕ້ອງຂະຫຍາຍ
- ບົດຄວາມເຊິ່ງຂາດແຫຼ່ງອ້າງອີງ
- ບົດຄວາມທີ່ມີເນື້ອຫາບາງສ່ວນຖ້າເພີ່ມເຕີມ
- ມະຫາວິທະຍາໄລໃນປະເທດໄທ
- All articles with dead external links
- Articles with dead external links from ຕຸລາ 2023
- Articles with invalid date parameter in template
- Webarchive template wayback links
- Articles with dead external links from ກັນຍາ 2023