ແຂວງອັດຕະປື: Difference between revisions

ຈາກ ວິກິພີເດຍ
Content deleted Content added
No edit summary
r2.5.4) (ໂຣບົດ ພວມແປງ: it:Provincia di Attapeu
ແຖວ 54: ແຖວ 54:
[[hu:Attapö tartomány]]
[[hu:Attapö tartomány]]
[[id:Provinsi Attapu]]
[[id:Provinsi Attapu]]
[[it:Attapeu (provincia)]]
[[it:Provincia di Attapeu]]
[[ja:アッタプー県]]
[[ja:アッタプー県]]
[[lt:Atapu provincija]]
[[lt:Atapu provincija]]

ລຸ້ນແກ້ໄຂເກົ່າເມື່ອ 08:38, 26 ມັງກອນ 2011

ແຂວງອັດຕະປື
ຂໍ້ມູນທົ່ວໄປ
ຊື່ພາສາລາວ ແຂວງອັດຕະປື
ເມືອງເອກ ສາມັກຄີໄຊ
ISO 3166-2 LA-AT
ຂໍ້ມູນສະຖິຕິ
​|-
ເນື້ອທີ່ 10,320 km²
ພົນລະເມືອງ​ 114,300 (2004 ຄາດຄະເນ) ຄົນ

ອັດຕະປື (ອັງກິດ: Attapeu) ເປ໊ນແຂວງຫນຶ່ງຂອງປະເທດລາວ ຕັ້ງຢູ່ທາງທິດຕະເວັນອອກເສີຍງໃຕ້ຂອງປະເທດລາວ ໄປທາງເໜືອຕິດກັບເຊກອງ ທາງຕະເວັນຕົກຕິດກັບຈຳປາສັກ ທາງຕະເວັນອອກ ມີພູເຂາແຍກອັດຕະປືອອກຈາກຫວຽດນາມ ແຂວງອັດຕະປືຕິດກັບກຳປູເຈຍທາງໃຕ້

ການແບ່ງເຂດການປົກຄອງ

ແຂວງອັດຕະປຶແບ່ງອອກເປ້ນ 5 ເຂດ ໄດ້ແກ່ :

  1. 1701 ໄຊເສດຖາ (Xaysetha)
  2. 1702 ສາມັກຄີໄຊ (Samakkhixay)
  3. 1703 ສະໜາມໄຊ (Sanamxay)
  4. 1704 ສານໄຊ (Sanxay)
  5. 1705 ພູວົງ (Phouvong)

ອັດ​ຕະປື ດິນ​ແດນ​ທີ່​ຕັ້ງທາງ​ທິດຕາ​ເວັນ​ອອກສຽງ​ໃຕ້ຂອງ​ລາວ ​ແລະ​ ເປັນ​ດິນ​ແດນ​ທີ່​ອຸດົມສົມບູນ​ໄປ​ດ້ວຍ​ຊັບພະຍາກອນ​ທຳ​ມະ​ຊາດ​ອັນ​ຫຼາກຫຼາຍ​ ແລະ ​ຂຶ້ນຊື່​ລື​ນາມທາງ​ດ້ານ​ມູນ​ເຊື່ອ​ປະຫວັດສາດ​ວັດທະນະທຳ​ອັນ​ເກົ່າ​ແກ່​ທີ່​ແອບ​ແຝງຄວາມໜ້າສົນ​ໃຈ​ເອົາ​ໄວ້​ເປັນໜ້າຄົ້ນ​ຫາ​ເປັນ​ຢ່າງ​ຍິ່ງ

ມີ​ຊາຍ​ແດນ​ຕິດ​ຈອດ​ກັບ​ແຂວງ​ເຊ​ກອງ, ຈຳປາ​ສັກ, ປະ​ເທດ​ກຳ​ປູ​ເຈຍ ​ແລະ ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ. ນັບ​ຕັ້ງ​ແຕ່​ອະດີດ​ຈົນ​ເຖິງ​ປັດຈຸບັນ​ອັດ​ຕະປື ຍັງ​ຄົງ​ຄວາມ​ເປັນ​ເອກ​ກະ​ລັກ​ໄວ້​ໄດ້​ເປ​ັນຢ່າງ​ດີ​ນັ້ນກໍ​ຄື​ວິ​ຖີການ​ດຳລົງ​ຊີວິດ ​ແລະ ​ຮີດ​ຄອງ​ວັດທະນະທຳ​ອັນ​ເກົ່າ​ແກ່​ທີ່​ມີ​ມາ​ແຕ່​ບູຮານ​ນະ​ການ, ​ຫຼາຍຄົນ​ອາດ​ຈະ​ສົງ​ໃສ​ວ່າ​ທີ່​ອັດ​ຕະປືຈະ​ມື​ເມືອງໆໜຶ່ງທີ່​ມີ​ຊື່ວ່າ ​ໄຊ​ເຊ​ດຖາ​ເຊິ່ງຈະ​ຄ້າຍໆ ກັບ​ຊື່​ເມືອງ​ທີ່ຢູ່​ນະຄອນຫຼວງວຽງຈັນ​ແລະ ຄ້າຍຄື​ກັບ​ຊື່​ຂອງ ອະດີດພະ​ເຈົ້າ​ແຜ່ນດິນ​ລ້ານ​ຊ້າງ​ສະ​ໄໝກ່ອນ ນັ້ນກໍ​ຄື​ພະ​ເຈົ້າ​​ໄຊ​ຍະ​ເຊ​ດຖາ​ນັ້ນ​ເອງ, ​ແນ່ນອນ​ຊື່ໆ ນີ້​ມີ​ຄວາມ​ກ່ຽວຂ້ອງ​ກັນ, ​ເພາະວ່າ​ເມື່ອ​ສະ​ໄໝລາຊະການ​ຂອງ​ພະ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິລາດ​ພະ​ອົງ​ໄດ້​​ເດີນ ທາງ​ລົງ​ໄປ​ກວດ​ລາຊະການ​ແຜ່ນດິນ​ ແລະ ​ປາບ​ພວກ​ກະບົດ​ທີ່​ພາກ​ໃຕ້​ລາວ​ທີ່​ເຂົ້າ​ໃຈ​ວ່າ​ ຈະ​ຕ້ອງ​ເປັນ​ດິນ​ແດນ​ຂອງ​ແຂວງ​ອັດ​ຕະປື​ ໃນ​ປັດຈຸບັນ​ນີ້ ​ແລະ ​ພະ​ອົງ​ໄດ້​ຊິ້ນ​ພະ​ຊົນ​ຢູ່​ທີ່​ນັ້ນ ​ເພື່ອ​ເປັນ​ການ​ຈາລຶກ​ບຸນຄຸນ​ ແລະ​ ຄຸນງາມຄວາມດີ​ຂອງ​ພະ​ອົງ​ເອົາ​ໄວ້​ຈິ່ງ​ໄດ້​ຕັ້ງ​ຊື່ ​ເມືອງ​ຂຶ້ນມາ​ທີ່​ຊື່ວ່າ ​ເມືອງ​ໄຊ​ເສດຖາ ​ແລະ ​ເຄີຍ​ເປ​ັນສູນ​ກາງ​ການ​ປົກຄອງ​ຂອງ​ແຂວງ ກ່ອນ​ທີ່​ຈະ​ປ່ຽນມາ​ຕັ້ງ​ໃໝ່ທີ່​ເມືອງ​ສາມັກຄີ​ໄຊ​ໃນ​ປັດຈຸບັນ​ນີ້.

ພູມີ​ປະ​ເທດ​ສ່ວນ​ໃຫຍ່​ຂອງ​ແຂວງ​ອັດ​ຕະປື ​ແມ່ນ​ປະກອບ​ໄປ​ດ້ວຍ​ປ່າ​ໄມ້ ​ແລະ ​ຂຸນ​ເຂົາ​ທີ່​ມີ​ຄວາມ​ອຸດົມສົມບູນ​ທີ່​ສຸດ​ອີກ​ແຫ່ງໜຶ່ງຂອງ​ລາວ​ໂດຍ​ມີ​ແມ່ນ້ຳ​ເຊ​ກອງ ​ແລະ ​ສາຍ​ເຊ​ຂະໝານ​ໄຫຼຜ່ານ​ໃຫ້​ຄວາມ​ຊຸ່ມ​ເຢັນ ​ແລະ​ຫຼໍ່ລ້ຽງຊີວິດ​ຂອງ​ພີ່ນ້ອງ​ຊາວ​ອັດ​ຕະປືມາຕັ້ງ​ແຕ່​ບູຮານ​ນະ​ການ ແລະ ​ໄດ້​ກາຍ​ເປັນ​ເອກ​ະລັກໜຶ່ງທີ່​ສຳຄັນ​ຂອງ​ແຂວງ​ອັດ​ຕະປື​ໂດຍ​ສະ​ເພາະ​ນັກ​ທ່ອງ​ທ່ຽວທີ່​ຢາກ​ສຳຜັດ​ກັບ​ທຳ​ມະ​ຊາດ ​​ແລ​ະ ການ​ຜະຈົນ​ໄພ ມີ​ນັກ​ທ່ອງ​ທ່ຽວຫຼາຍໆຄົນ​ໃຫ້​ສາຍ​ຍາ​ດິນ​ແດນ​ແຫ່ງ​ນີ້​ວ່າ ​“ເມືອງ​ສວນ” ​ເນື່ອງ​ຈາກ​ມີ​ທຳ​ມະ​ຊາດ​ທີ່​ອຸດົມສົມບູນ, ອາກາດ​ບໍລິສຸດ ​ແລະ​ບັນຍາກາດ​ທີ່​ງຽບສະຫງົບ.


​ແຫຼ່ງທ່ອງ​ທ່ຽວ

ວັດ​ຫຼວງລັດຕະມາລາ​ມ: ຫຼື​ເອີ້ນ​ອີກ​ຊື່ໜຶ່ງວ່າ​ວັດ​ຫຼວງ​ເມືອງ​ໃໝ່, ​ເປັນ​ວັດ​ທີ່​ສ້າງ​ມາ​ໄດ້​ ດ​ົນນານ​ສົມຄວນ, ພາຍ​ໃນ​ວັດ​ມີ​ພະ​ພຸດທະ​ຮູບ​ຫຼາກຫຼາຍປາງ​ແລະ​ມີ​ພຸດທະ​ປະຫວັດ​ຕ່າງໆທີ່​ຈາລຶກ​ໄວ້​ຕາມ​ຝາ​ສາລາ​ພ້ອມ​ທັງ​ມີ​ສິນລະປະ​ຫຼາກຫຼາຍທີ່​ງົດ​ງາມ.

ຂົວ​ຂ້າມ​ແມ່ນ້ຳ​ເຊ​ກອງ: ຕັ້ງຢູ່​ຂ້າງໆກັບ​ຕະຫຼາດ​ໃໝ່, ຂົວ​ແຫ່ງ​ນີ້​ຖືກ​ເປີດ​ໃຊ້​ມາ​ແຕ່​ປີ 2002 ​ແລະ​ມີ​ຄວາມ​ຍາວ 279 ​ແມັດ ​ເປັນ​ຂົວ​ທີ່​ສ້າງ​ຂຶ້ນ​ເພື່ອ​ເຊື່ອມ​ຕໍ່ລະຫວ່າງ​ເມືອງ​​ເກົ່າ​ແລະ​ເມືອງ​ໃໝ່ຂອງ​ແຂວງ​ອັດ​ຕະປື ​ເມື່ອ​ຢືນ​ຢູ່​ກາງ​ຂວາ​ຈະ​ແນມ​ເຫັນ​ທິວ​ທັດ​ຂອງ​ສອງ​ຝາກ​ຝັ່ງ​ແລະ​ແມນ້ຳ​ເຊ​ກອງ​ທີ່​ໄຫຼຜ່ານ​ຢ່າງ​ສວຍ​ງາມ.

ຕະຫຼາດ​ໃຫຍ່: ຕັ້ງຢູ່​ທາງ​ເບື້ອງ​ຂວາ​ມື​ກ່ອນ​ຈະ​ຂຶ້ນຂວາ​ຂ້າມ​ແມ່ນ້ຳ​ເຊ​ກອງ​ເປັນ​ສູນ​ລວມ ການ​ຄ້າຂາຍ​ຂອງ​ຊາວ​ອັດ​ຕະປື, ພາຍ​ໃນ​ຕະຫຼາດທ່ານ​ຍັງ​ສາມາດ​ເລືອກ​ຊື້​ອາຫານ​ພື້ນ​ເມືອງ​ຫູາຍປະ​ເພດ​ແລະ​ເຄື່ອງ​ປ່າ​ຂອງ​ດົງ​ລວມທັງ ​ເຄື່ອງ​ໃຊ້​ຕ່າງໆທີ່​ເປັນ​ຂອງ​ພູມ​ປັນຍາ​ຊາວບ້ານ​ເຂດ​ນັ້ນອີກ​ດ້ວຍ.

ຖ້ຳຜາ: ຕັ້ງຢູ່​ເທິງ​ເນີນ​ພູ​ຢູ່​ຫ່າງ​ຈາກ​ຕົວ​ເມືອງ​ປະມານ 3ກິ​ໂລ​ແມັດ, ພາຍ​ໃນ​ຖ້ຳ​ເປັນ​ບ່ອນ​ປະດິດສະຖານ​ຂອງ​ພະ​ພຸດທະ​ຮູບ ​ໂດຍ​ຊາວບ້ານ​ຈະ​ຂຶ້ນມາ​ເຮັດບຸນ​ໃຫຍ່​ຢູ່​ທີ່​ນີ້​ຫຼັງຈາກ​ທີ່​ສະ​ເຫຼີມສະຫຼອງບຸນປີ​ໃໝ່​ແລ້ວ ລວມທັງ​ພະສົງ​ອົງຄະ​ເຈົ້າ​ເພື່ອ​ສັກກະ​ລະ​ບູຊາ​ແລະ​ຫົດສົງ​ພະພຸດທະ​ຮູບ.

ອະນຸ​ສາວະລີ ວິລະ​ຊົນ​ລາວ - ຫວຽດນາມ: ອຸ​ນຸສາ​ວະລີ ​ແຫ່ງ​ນີ້​ຕັ້ງຢູ່​ຫ່າງ​ຈາກ​ຄິວ​ລົດ​ແຂວງ​ອັດ​ຕະປື​ໄປ​ທາງ​ແຂວງ​ເຊ​ກອງ​ປະມານ 500 ​ແມັດ​ໂດຍ​ຈະ​ມີ​ຮູບ​ປັ້ນຂອງ​ທະ ຫານ ​ໃນ​ຊຸດ​ນັກຮົບ​ມືໜຶ່ງຖື​ປືນ​ແລະ​ຖືໜຶ່ງກອດ​ກັນ ​ເຊິ່ງອະ​ນຸສາ​ວະລີ​ແຫ່ງ​ນີ້​ສ້າງ​ຂຶ້ນ​ເພື່ອ​ເປັນ​ອະນຸສອນ​ສະຖານ​ແລະ​ຈາ​ນຶກ​ນ້ຳ​ໃຈ​ມິດຕະພາບ​ແບບ​ພິ​ເສດ​ລາວ​ຫວຽດນາມ​ທີ່​ໄດ້​ຄຽງບ່າ​ຄຽງ​ໄຫຼ່ກັນ​​ໃນ​ສະ​ໃໝຕໍ່ສູ້​ກູ້​ຊາດ... ນອກຈາກ​ແຫຼ່ງທ່ອງ​ທ່ຽວທີ່​ເຫຼົ່າມາ​ແລ້ວ​ອັດ​ຕະປືຍັງ​ມີ​ອີກ​ຫຼາຍໆ​ແຫ່ງ​ທີ່ໜ້າສົນ​ໃຈ​ແລະ​ລໍ​ຄອຍ​ໃຫ້​ບັນດາ​ທ່ານ​ໄປ​ສຳຜັດ​ດ້ວຍ​ຈົວ​ເອງ