ເຊເວັ່ນ ອີເລຟເວັ່ນ
ໂລໂກຕັ້ງແຕ່ປີ 2021 | |
| ຊື່ເດີມ |
|
|---|---|
| ປະເພດ | ເອກະຊົນ |
| ອຸດສາຫະກຳ | ຂາຍຍ່ອຍ (ຮ້ານສະດວກຊື້) |
| ກໍ່ຕັ້ງ | 1927 (ພາຍໃຕ້ຊື່ Southland Ice Company) |
| ຜູ້ກໍ່ຕັ້ງ | ໂຈ ຊີ. ທອມສັນ |
| ສຳນັກງານໃຫຍ່ | , ສະຫະລັດອາເມຣິກາ |
ຈຳນວນທີ່ຕັ້ງ | 78,029 (2021) |
ພື້ນທີໃຫ້ບໍລິການ | ສະຫະລັດອາເມຣິກາ, ການາດາ, ມາເລເຊຍ, ໄທ ແລະ ອິນເດຍ |
ບຸກຄະລາກອນຫຼັກ | |
| ຜະລິດຕະພັນ | ອາຫານ ແລະ ເຄື່ອງດື່ມສະດວກຊື້ ນ້ຳມັນເຊື້ອໄຟ |
| ເຈົ້າຂອງ | Seven-Eleven Japan Co., Ltd. (Seven & I Holdings) |
ພະນັກງານ | 135,332[1] (2021) |
| ບໍລິສັດໃນເຄືອ |
|
| ເວັບໄຊ | www |
ບໍລິສັດ ເຊເວັ່ນ-ອີເລຟເວັ່ນ (ອັງກິດ: 7-Eleven, Inc., ມັກຫຍໍ້ເປັນ SEI)[2] ເປັນບໍລິສັດຮ້ານສະດວກຊື້ສັນຊາດອາເມຣິກາທີ່ມີສຳນັກງານໃຫຍ່ຢູ່ທີ່Irving ລັດເທັກຊັດ ແລະ ຖືຄອງໂດຍ Seven & I Holdings ຂອງຍີ່ປຸ່ນຜ່ານ Seven-Eleven Japan Co., Ltd.[3] ບໍລິສັດນີ້ໄດ້ຮັບການຈັດຕັ້ງໃນປີ 1927 ໃນຖານະໜ້າຮ້ານຫ້ອງບັນຈຸນ້ຳກ້ອນທີ່ດາລາສ ຈາກນັ້ນໃນປີ 1928 ຫາ ປີ 1946 ຈຶ່ງປ່ຽນຊື່ເປັນTote'm Stores ຫຼັງຈາກອິໂຕ-ໂຢກາໂດ ຊຸບເປີມາເກັດແບບສັນຊາດຍີ່ປຸ່ນ ແລະ ບໍລິສັດແມ່ຂອງ Seven-Eleven Japan ຍຶດຖືຫຸ້ນໃນບໍລິສັດເຖິງຮ້ອຍລະ 70 ໃນປີ 1991 ບໍລິສັດນີ້ຈຶ່ງກາຍເປັນບໍລິສັດໃນເຄືອຂອງ Seven-Eleven Japan ໃນເດືອນພະຈິກປີ 2005.[4][5]
ທີ່ມາຂອງຊື່
[ດັດແກ້]ຮ້ານທຳອິດຂອງບໍລິສັດແມ່ນຕັ້ງຢູ່ທີ່ດາລາສມີຊື່ວ່າ "Tote'm Stores" ບາງຮ້ານມີເສົາໂທເທມ "ພື້ນເມືອງ" ຕັ້ງຢູ່ໜ້າຮ້ານ ຈາກນັ້ນໃນປີ 1946 ຈຶ່ງມີການປ່ຽນຊື່ຮ້ານຈາກ "Tote'm" ໄປເປັນ "7-Eleven" ເພື່ອສະທ້ອນຊົ່ວໂມງເວລາເຮັດວຽກຂອງບໍລິສັດແມ່ນ 7 ໂມງເຊົ້າ ຫາ 11 ໂມງແລງ (7:00 a.m. ຫາ 11:00 p.m.) ທຸກມື້[6] ຕໍ່ມາໃນເດຶອນພະຈິກປີ 1999 ບໍລິສັດໃນສະຫະລັດອາເມຣິກາມີການປ່ຽນຊື່ຈາກ "The Southland Corporation" ໄປເປັນ "7-Eleven Inc."[7][8]
ຫຼັງເຊເວັ່ນ ອີເລຟເວັ່ນໃຊ້ໂລໂກປັດຈຸບັນໃນປີ 1968 ມີການໃຊ້ອັກສອນ n ຕົວພິມນ້ອຍໃນໂລໂກເນື່ອງຈາກເມຍຂອງຄົນທຳອິດຂອງຈອນ ພີ. ທອມສັນ ຊີເນຍ ປະທານບໍລິສັດໃນຄຣິດທົດສະວັດ 1960[9] ຄິດວ່າອັກສອນຕົວພິມໃຫຍ່ທັງໝົດແຂງໜ້ອຍໜຶ່ງ ນາງແນະນຳໃຫ້ປ່ຽນສິ່ງນີ້ "ເພື່ອເຮັດໃຫ້ໂລໂກເບິ່ງສະຫງ່າງາມຫຼາຍຂຶ້ນ"[10].
ປະຫວັດ
[ດັດແກ້]ເຊເວັ່ນ-ອີເລຟເວັ່ນ ຖືກຳເນີດຂຶ້ນເມື່ອປີ 1927 ໂດຍບໍລິສັດ ເຊົາທ໌ແລນ ໄອຊ໌ ຈຳກັດ (ເຊົາທ໌ແລນ ຄໍປໍເລຊັນ) ເລິ່ມຕົ້ນກິດຈະການຜະລິດ ແລະ ຈັດຈຳໜ່າຍນ້ຳກ້ອນ ທີ່ເມືອງດາລາສ, ລັດເທັກຊັດ, ສະຫະລັດອາເມຣິກາ ໃນປີດຽວກັນ ທາງບໍລິສັດ ໄດ້ນຳສິນຄ້າບໍລິໂພກຕ່າງໆມາຈຳໜ່າຍ ເພື່ອອຳນວຍຄວາມສະດວກແກ່ລູກຄ້າ ຈຶ່ງປ່ຽນຊື່ເປັນ Tote'm Store ຕໍ່ມາໃນປີ 1946 ໄດ້ປ່ຽນຊື່ອີກຄັ້ງ ເປັນ ເຊເວັ່ນ-ອີເລຟເວັ່ນ (7-Eleven) ເພື່ອຮອງຮັບການຂະຫຍາຍກິດຈະການນີ້ ເຊິ່ງໃນໄລຍະທຳອິດ ເປີດບໍລິການຕັ້ງແຕ່ເວລາ 07.00-23.00 ໂມງ ຫຼື 07:00 AM.-11:00 PM. ຂອງທຸກວັນ[11][12]
ໃນຊ່ວງປາຍຄຣິດສະຕະວັດທີ 1980 ບໍລິສັດເລີ່ມປະສົບບັນຫາທາງການເງິນ ແລະ ໄດ້ຮັບຄວາມຊ່ວຍເຫຼຶອຈາກອິໂຕ-ໂຢກາໂດເຊິ່ງເປັນຜູ້ຊື້ແຟຣນຊາຍລາຍໃຫຍ່ທີ່ສຸດ ບໍລິສັດຍີ່ປຸ່ນມີອຳນາດຄວບຄຸມບໍລິສັດໃນປີ 1991[13] ໃນປີ 2005 ອິໂຕ-ໂຢຄະໂດກໍ່ຕັ້ງບໍລິສັດ ເຊເວັ່ນ ແອນ ໄອ ໂຮລດິ້ງສ໌ ແລະ ເຊເວັ່ນ-ອີເລຟເວັ່ນ ກໍກາຍເປັນບໍລິສັດລູກຂອງເຊເວັ່ນ ແອນ ໄອ ໂຮລດິ້ງສ໌ ຕັ້ງແຕ່ນັ້ນມາ.
ຜະລິດຕະພັນ ແລະ ບໍລິການ
[ດັດແກ້]ສ່ວນນີ້ຖ້າເພີ່ມເຕີມຂໍ້ມູນ ທ່ານສາມາດຊ່ວຍເພີ່ມຂໍ້ມູນສ່ວນນີ້ໄດ້ |
หมวดหมู่:ບົດຄວາມທີ່ມີເນື້ອຫາບາງສ່ວນຖ້າເພີ່ມເຕີມหมวดหมู่:ບົດຄວາມທີ່ມີເນື້ອຫາບາງສ່ວນຖ້າເພີ່ມເຕີມ
ສາຂາທົ່ວໂລກ
[ດັດແກ້]ອາຊີ
[ດັດແກ້]ກຳປູເຈຍ
[ດັດແກ້]ໃນວັນທີ 30 ສິງຫາປີ 2021 ທາງເຊເວັ່ນ ອີເລຟເວັ່ນ ແລະ ເຄືອຈະເລີນໂພກພັນຂອງໄທເປີດຮ້ານ ເຊເວັ່ນ ອີເລຟເວັ່ນແຫ່ງທຳອິດທີ່ເຂດ Chroy Changvar ພະນົມເປັນ ບໍລິສັດກ່າວເຖິງແຜນການເປີດຮ້ານເພີ່ມອີກຢ່າງໜ້ອຍ 6 ແຫ່ງໃນພະນົມເປັນປີ 2021[14]
ອິນໂດເນເຊຍ
[ດັດແກ້]ໃນປີ 2008 ທາງເຊເວັ່ນ ອີເລຟເວັ່ນ ປະກາດແຜນຂະຫຍາຍກິດຈະການໃນປະເທດອິນໂດເນເຊຍຜ່ານຂໍ້ຕົກລົງມາສເຕີແຟຣນຊາຍກັບ Modern Sevel Indonesia ແຜນທຳອິດຂອງ Modern Sevel Indonesia ຈະສຸມໃສ່ການເປີດສາຂາໃນຈາກາຕາ ໂດຍກຳນົດເປົ້າໝາຍໄປຢູ່ພື້ນທີ່ ການຄ້າ ແລະ ທຸລະກິດທີ່ມີປະຊາກອນໜາແໜ້ນ[15] ຂໍ້ມູນເມື່ອ 2014[update] ມີຮ້ານເຊເວັ່ນ ອີເລຟເວັ່ນ ໃນອິນໂດເນເຊຍພຽງ 190 ຮ້ານ ຈາກນັ້ນຈຶ່ງຫຼຸດລົງເຫຼືອ 166 ຮ້ານໃນເດືອນກັນຍາໃນປີ 2016
ເຊເວັ່ນ ອີເລຟເວັ່ນປິດໃຫ້ບໍລິການໃນອິນໂດເນເຊຍເມື່ອປີ 2017[16] ໂດຍອ້າງເຖິງຍອດຂາຍທີ່ຕ່ຳ
ຍີ່ປຸ່ນ
[ດັດແກ້]ສ່ວນນີ້ຖ້າເພີ່ມເຕີມຂໍ້ມູນ ທ່ານສາມາດຊ່ວຍເພີ່ມຂໍ້ມູນສ່ວນນີ້ໄດ້ |
หมวดหมู่:ບົດຄວາມທີ່ມີເນື້ອຫາບາງສ່ວນຖ້າເພີ່ມເຕີມหมวดหมู่:ບົດຄວາມທີ່ມີເນື້ອຫາບາງສ່ວນຖ້າເພີ່ມເຕີມ
ລາວ
[ດັດແກ້]
ໃນວັນທີ 7 ກັນຍາ 2023 ທາງຮ້ານ ເຊເວັ່ນ ອີເລຟເວັ່ນ ເປີດໃຫ້ບໍລິການສາຂາແຫ່ງທຳອິດຂອງລາວ ທີ່ຖະໜົນສຸພານຸວົງ, ບ້ານໜອງປາໃນ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ[17]ເຊເວັ່ນ ອີເລຟເວັ່ນ ໃນ ສປປ ລາວ ບໍລິຫານໂດຍ ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໃນກຸ່ມ ຊີພີ ອໍລ໌ ເຊິ່ງເຂົ້າມາເປັນໜຶ່ງໃນທາງເລືອກເພື່ອອຳນວຍຄວາມສະດວກໃນກັບປະຊາຊົນ ໂດຍການເປີດໃຫ້ບໍລິການ 24 ຊົ່ວໂມງ, ນຳສະເໜີ ສິນຄ້າຫຼາຍກວ່າ 5,000 SKUs (Stock keeping unit) ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກທຸກກຸ່ມ ເນັ້ນຄຸນນະພາບ, ມາດຕະຖານ ທັງສິນຄ້າອຸປະໂພກ ບໍລິໂພກ ແລະ ອາຫານສຳເລັດຮູບພ້ອມຮັບປະທານ ໂດຍສະເພາະສິນຄ້າທີ່ມີເອກະລັກ ສະເພາະທີ່ຮ້ອນເຊເວັ່ນ ອີເລຟເວັ່ນ ເທົ່ານັ້ນ. ພ້ອມນີ້ກໍຍັງມີສິນຄ້າຍອດນິຍົມຕະຫຼອດການຢ່າງ Slurpee ແລະ ເຄື່ອງດື່ມທີ່ສາມາດຊົງໃຫ້ໄດ້ດື່ມເລີຍ All Cafe ເປັນຕົ້ນ. [18][19][20][21]
ມາເລເຊຍ
[ດັດແກ້]ສ່ວນນີ້ຖ້າເພີ່ມເຕີມຂໍ້ມູນ ທ່ານສາມາດຊ່ວຍເພີ່ມຂໍ້ມູນສ່ວນນີ້ໄດ້ |
หมวดหมู่:ບົດຄວາມທີ່ມີເນື້ອຫາບາງສ່ວນຖ້າເພີ່ມເຕີມหมวดหมู่:ບົດຄວາມທີ່ມີເນື້ອຫາບາງສ່ວນຖ້າເພີ່ມເຕີມ
ຟີລິບປິນ
[ດັດແກ້]ສ່ວນນີ້ຖ້າເພີ່ມເຕີມຂໍ້ມູນ ທ່ານສາມາດຊ່ວຍເພີ່ມຂໍ້ມູນສ່ວນນີ້ໄດ້ |
หมวดหมู่:ບົດຄວາມທີ່ມີເນື້ອຫາບາງສ່ວນຖ້າເພີ່ມເຕີມหมวดหมู่:ບົດຄວາມທີ່ມີເນື້ອຫາບາງສ່ວນຖ້າເພີ່ມເຕີມ
ສິງກະໂປ
[ດັດແກ້]ສ່ວນນີ້ຖ້າເພີ່ມເຕີມຂໍ້ມູນ ທ່ານສາມາດຊ່ວຍເພີ່ມຂໍ້ມູນສ່ວນນີ້ໄດ້ |
หมวดหมู่:ບົດຄວາມທີ່ມີເນື້ອຫາບາງສ່ວນຖ້າເພີ່ມເຕີມหมวดหมู่:ບົດຄວາມທີ່ມີເນື້ອຫາບາງສ່ວນຖ້າເພີ່ມເຕີມ
ໄທ
[ດັດແກ້]ຮ້ານເຊເວັ່ນ ອີເລຟເວັ່ນສາຂາທຳອິດໃນປີ 1989 ທີ່ຮ່ອມພັດພົງໃນນະຄອນບາງກອກ ເຄືອຂ່າຍນີ້ປະກອບດ້ວຍຮ້ານຄ້າທີ່ບໍລິສັດເປັນເຈົ້າຂອງ (45%) ແລະ ຮ້ານຄ້າແຟຣນຊາຍ (55%)[22] ໂດຍບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ເປັນທັງເຈົ້າຂອງ ແລະ ຜູ້ຕັ້ງແຟຣນຊາຍເຊເວັ່ນ ອີເລຟເວັ່ນໃນປະເທດໄທ ໃນເດືອນກໍລະກົດ ປີ 2021 ມີຮ້ານເຊເວັ່ນ ອີເລຟເວັ່ນທັງໝົດ 11,983 ຮ້ານ ວ່າຈ້າງງານ 170,000 ງານ[22] ໃນປີ 2020 ເຊເວັ່ນ ອີເລຟເວັ່ນສ້າງລາຍໄດ້ໃຫ້ກັບຊີພີເຖິງ 335,532 ລ້ານບາດ.[22][23]
ຫວຽດນາມ
[ດັດແກ້]ສ່ວນນີ້ຖ້າເພີ່ມເຕີມຂໍ້ມູນ ທ່ານສາມາດຊ່ວຍເພີ່ມຂໍ້ມູນສ່ວນນີ້ໄດ້ |
หมวดหมู่:ບົດຄວາມທີ່ມີເນື້ອຫາບາງສ່ວນຖ້າເພີ່ມເຕີມหมวดหมู่:ບົດຄວາມທີ່ມີເນື້ອຫາບາງສ່ວນຖ້າເພີ່ມເຕີມ
ສາຂາ
[ດັດແກ້]| ທະວີບອາເມຣິກາ | ທະວີບເອີຣົບ | ທະວີບໂອເຊອານີ | ທະວີບອາຊີ |
|---|---|---|---|
ອ້າງອີງ
[ດັດແກ້]- ↑ "Seven & i Management Report as of January 12, 2022" (PDF). ເກັບບັນທຶກໄວ້ (PDF)ຈາກແຫຼ່ງດັ້ງເດີມເມື່ອ 2021-11-30.
- ↑ "7-Eleven, Inc. | Seven & i Holdings Co". Seven & I Holdings. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ April 1, 2023. ຄົ້ນຫາເມື່ອ 2023-06-14.
- ↑ "3382, E03462 Seven & I Holdings Co., Ltd. Securities Report (HTML) as of February 28, 2023 (Fiscal Year-end)". February 28, 2023.
{{cite journal}}: Cite journal requires|journal=(help) - ↑ Moyer, Justin Wm. "In honor of 7/11: How Japan slurped up 7-Eleven". The Washington Post (ພາສາອັງກິດ (ອາເມລິກັນ)). ISSN 0190-8286. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ November 8, 2020. ຄົ້ນຫາເມື່ອ 2020-10-06.
- ↑ "Seven-Eleven Japan completes cash tender offer for 7-Eleven, Inc" (PDF). Seven & I Holdings. ເກັບບັນທຶກໄວ້ (PDF)ຈາກແຫຼ່ງດັ້ງເດີມເມື່ອ July 4, 2019. ຄົ້ນຫາເມື່ອ January 13, 2022.
- ↑ "History – 7-Eleven Corporate". 7-Eleven, Inc. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ March 17, 2017. ຄົ້ນຫາເມື່ອ April 18, 2017. Archived 2017-03-17 at the Wayback Machine
- ↑ "7-Eleven Corporate". corp.7-eleven.com. 7-Eleven Corporate. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ February 10, 2015. ຄົ້ນຫາເມື່ອ February 10, 2015.
- ↑ Smith, Andrew F. (May 2007). The Oxford Companion to American Food and Drink. Oxford University Press. p. 146.
- ↑ Saxon, Wolfgang (2003-01-30). "John Thompson, 77, Leader Of Big Expansion of 7-Eleven". The New York Times (ພາສາອັງກິດ (ອາເມລິກັນ)). ISSN 0362-4331. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ July 14, 2022. ຄົ້ນຫາເມື່ອ 2022-07-14.
- ↑ "About Us - Frequently Asked Questions". 7-Eleven.com. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 16 August 2021.
- ↑ "ເຊເວັ່ນ ອີເລຟເວັ່ນ". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2014-06-25. ຄົ້ນຫາເມື່ອ 2014-12-05.
- ↑ "ກຳເນີດ 7-11". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2014-09-19. ຄົ້ນຫາເມື່ອ 2014-12-05.
- ↑ 7-Eleven, Inc. - Company History
- ↑ Kunmakara, May. "7-Eleven opens first store in Cambodia". Phnompenhpost.com (ພາສາອັງກິດ). ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ August 31, 2021. ຄົ້ນຫາເມື່ອ 2021-08-31.
- ↑ "7-Eleven, Inc. Partners with PT. Modern Putra Indonesia in Master Franchise for 7‑Eleven Stores in Indonesia". 7-Eleven, Inc. April 6, 2009. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ September 9, 2010. ຄົ້ນຫາເມື່ອ July 11, 2010. Archived 2010-09-09 at the Wayback Machine
- ↑ Rosyadi, Sarah Apriliana. "Beberapa Alasan Kenapa Gerai 7-Eleven Tutup di Indonesia". Idntimes.com. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ March 27, 2022. ຄົ້ນຫາເມື່ອ February 28, 2022.
- ↑ Phoonphongphiphat, Apornrath (31 August 2020). "Thailand's CP Group to open first 7-Eleven store in Laos in 2022". Nikkei Asian Review. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ September 1, 2020. ຄົ້ນຫາເມື່ອ 1 September 2020.
- ↑ Yap, Jasmina (1 September 2020). "7-Eleven Convenience Stores to Enter Laos By 2022". Laotian Times. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ September 15, 2020. ຄົ້ນຫາເມື່ອ 1 September 2020.
- ↑ Gustafson, Isabelle (31 August 2020). "7-Eleven Enters Laos Market". CStoreDecisions. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ September 15, 2020. ຄົ້ນຫາເມື່ອ 1 September 2020.
- ↑ Lindenberg, Greg (31 August 2020). "7-Eleven Continues Global Expansion". CSP Daily News. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ September 15, 2020. ຄົ້ນຫາເມື່ອ 1 September 2020.
- ↑ "7-Eleven Adds More Ground in Its Ongoing Global Expansion". Convenience Store News. 31 August 2020. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ September 3, 2020. ຄົ້ນຫາເມື່ອ 1 September 2020.
- ↑ 22.0 22.1 22.2 Kri-aksorn, Thammachart (March 12, 2020). "Here's why Twitter users boycott 7-eleven". Prachatai English. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ July 24, 2020. ຄົ້ນຫາເມື່ອ April 24, 2020.
- ↑ Jitpleecheep, Pitsinee (January 31, 2018). "7-Eleven poised to top 11,000 stores in 2018". Bangkok Post. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ July 15, 2023. ຄົ້ນຫາເມື່ອ June 4, 2018.
ແຫຼ່ງຂໍ້ມູນອື່ນ
[ດັດແກ້]- ເວັບໄຊທາງການ (ອັງກິດ)
- CS1 errors: missing periodical
- CS1 ແຫຼ່ງທີ່ມາພາສາອັງກິດ (ອາເມລິກັນ) (en-us)
- Webarchive template wayback links
- CS1 ແຫຼ່ງທີ່ມາພາສາອັງກິດ (en)
- ບົດຄວາມທີ່ມີຂໍ້ຄວາມທີ່ອາດຈະຫຼ້າສະໄໝຕັ້ງແຕ່ 2014
- ບົດຄວາມທັງໝົດທີ່ມີຂໍ້ຄວາມທີ່ອາດຈະຫຼ້າສະໄໝ
- ເຊເວັ່ນ ອີເລຟເວັ່ນ
- ຮ້ານສະດວກຊື້
- ຮ້ານສະດວກຊື້ຂອງສະຫະລັດອາເມຣິກາ
- ຮ້ານສະດວກຊື້ຂອງປະເທດຍີ່ປຸ່ນ
- ຮ້ານສະດວກຊື້ຂອງປະເທດໄທ
- ຮ້ານສະດວກຊື້ຂອງປະເທດຈີນ
- ຮ້ານສະດວກຊື້ຂອງປະເທດການາດາ
- ຮ້ານສະດວກຊື້ຂອງປະເທດອົດສະຕຣາລີ
- ຮ້ານສະດວກຊື້ຂອງປະເທດຟີລິບປິນ
- ຮ້ານສະດວກຊື້ຂອງປະເທດສິງກະໂປ
- ຮ້ານສະດວກຊື້ຂອງປະເທດມາເລເຊຍ
- ຮ້ານສະດວກຊື້ຂອງປະເທດຫວຽດນາມ
- ຮ້ານສະດວກຊື້ຂອງປະເທດກຳປູເຈຍ
- ຮ້ານສະດວກຊື້ຂອງປະເທດລາວ
- ບໍລິສັດກໍ່ຕັ້ງໃນປີ 1927
- ແຟຣນຊາຍ
- ບໍລິສັດນານາຊາດທີ່ມີສຳນັກງານໃຫຍ່ຢູ່ທີ່ສະຫະລັດອາເມຣິກາ

