Jump to content

ເຊເວັ່ນ ອີເລຟເວັ່ນ

ຈາກ ວິກິພີເດຍ
ບໍລິສັດ ເຊເວັ່ນ ອີເລຟເວັ່ນ
ຊື່ເດີມ
  • Southland Ice Company (ສະເພາະໃນປີ 1927)
  • Tote'm Stores (1928–1946)
  • Southland Corporation (1961–1999)
ປະເພດເອກະຊົນ
ອຸດສາຫະກຳຂາຍ​ຍ່ອຍ (ຮ້ານສະດວກຊື້)
ກໍ່ຕັ້ງ1927 (99 ປີທີ່ແລ້ວ) (1927) (ພາຍໃຕ້ຊື່ Southland Ice Company)
ຜູ້ກໍ່ຕັ້ງໂຈ ຊີ. ທອມສັນ
ສຳນັກງານໃຫຍ່,
ສະຫະລັດອາເມຣິກາ
ຈຳນວນທີ່ຕັ້ງ
78,029 (2021)
ພື້ນທີໃຫ້ບໍລິການ
ສະຫະລັດອາເມຣິກາ, ການາດາ, ມາເລເຊຍ, ໄທ ແລະ ອິນເດຍ
ບຸກຄະລາກອນຫຼັກ
ຜະລິດຕະພັນອາຫານ ແລະ ເຄື່ອງດື່ມສະດວກຊື້ ນ້ຳມັນເຊື້ອໄຟ
ເຈົ້າຂອງSeven-Eleven Japan Co., Ltd. (Seven & I Holdings)
ພະນັກງານ
135,332[1] (2021)
ບໍລິສັດໃນເຄືອ
ເວັບໄຊwww.7-eleven.com

ບໍລິສັດ ເຊເວັ່ນ-ອີເລຟເວັ່ນ (ອັງກິດ: 7-Eleven, Inc., ມັກຫຍໍ້ເປັນ SEI)[2] ເປັນບໍລິສັດຮ້ານສະດວກຊື້ສັນຊາດອາເມຣິກາທີ່ມີສຳນັກງານໃຫຍ່ຢູ່ທີ່Irving ລັດເທັກຊັດ ແລະ ຖືຄອງໂດຍ Seven & I Holdings ຂອງຍີ່ປຸ່ນຜ່ານ Seven-Eleven Japan Co., Ltd.[3] ບໍລິສັດນີ້ໄດ້ຮັບການຈັດຕັ້ງໃນປີ 1927 ໃນຖານະໜ້າຮ້ານຫ້ອງບັນຈຸນ້ຳກ້ອນທີ່ດາລາສ ຈາກນັ້ນໃນປີ 1928 ຫາ ປີ 1946 ຈຶ່ງປ່ຽນຊື່ເປັນTote'm Stores ຫຼັງຈາກອິໂຕ-ໂຢກາໂດ ຊຸບເປີມາເກັດແບບສັນຊາດຍີ່ປຸ່ນ ແລະ ບໍລິສັດແມ່ຂອງ Seven-Eleven Japan ຍຶດຖືຫຸ້ນໃນບໍລິສັດເຖິງຮ້ອຍລະ 70 ໃນປີ 1991 ບໍລິສັດນີ້ຈຶ່ງກາຍເປັນບໍລິສັດໃນເຄືອຂອງ Seven-Eleven Japan ໃນເດືອນພະຈິກປີ 2005.[4][5]

ທີ່ມາຂອງຊື່

[ດັດແກ້]

ຮ້ານທຳອິດຂອງບໍລິສັດແມ່ນຕັ້ງຢູ່ທີ່ດາລາສມີຊື່ວ່າ "Tote'm Stores" ບາງຮ້ານມີເສົາໂທເທມ "ພື້ນເມືອງ" ຕັ້ງຢູ່ໜ້າຮ້ານ ຈາກນັ້ນໃນປີ 1946 ຈຶ່ງມີການປ່ຽນຊື່ຮ້ານຈາກ "Tote'm" ໄປເປັນ "7-Eleven" ເພື່ອສະທ້ອນຊົ່ວໂມງເວລາເຮັດວຽກຂອງບໍລິສັດແມ່ນ 7 ໂມງເຊົ້າ ຫາ 11 ໂມງແລງ (7:00 a.m. ຫາ 11:00 p.m.) ທຸກມື້[6] ຕໍ່ມາໃນເດຶອນພະຈິກປີ 1999 ບໍລິສັດໃນສະຫະລັດອາເມຣິກາມີການປ່ຽນຊື່ຈາກ "The Southland Corporation" ໄປເປັນ "7-Eleven Inc."[7][8]

ຫຼັງເຊເວັ່ນ ອີເລຟເວັ່ນໃຊ້ໂລໂກປັດຈຸບັນໃນປີ 1968 ມີການໃຊ້ອັກສອນ n ຕົວພິມນ້ອຍໃນໂລໂກເນື່ອງຈາກເມຍຂອງຄົນທຳອິດຂອງຈອນ ພີ. ທອມສັນ ຊີເນຍ ປະທານບໍລິສັດໃນຄຣິດທົດສະວັດ 1960[9] ຄິດວ່າອັກສອນຕົວພິມໃຫຍ່ທັງໝົດແຂງໜ້ອຍໜຶ່ງ ນາງແນະນຳໃຫ້ປ່ຽນສິ່ງນີ້ "ເພື່ອເຮັດໃຫ້ໂລໂກເບິ່ງສະຫງ່າງາມຫຼາຍຂຶ້ນ"[10].

ປະຫວັດ

[ດັດແກ້]

ເຊເວັ່ນ-ອີເລຟເວັ່ນ ຖືກຳເນີດຂຶ້ນເມື່ອປີ 1927 ໂດຍບໍລິສັດ ເຊົາທ໌ແລນ ໄອຊ໌ ຈຳກັດ (ເຊົາທ໌ແລນ ຄໍປໍເລຊັນ) ເລິ່ມຕົ້ນກິດຈະການຜະລິດ ແລະ ຈັດຈຳໜ່າຍນ້ຳກ້ອນ ທີ່ເມືອງດາລາສ, ລັດເທັກຊັດ, ສະຫະລັດອາເມຣິກາ ໃນປີດຽວກັນ ທາງບໍລິສັດ ໄດ້ນຳສິນຄ້າບໍລິໂພກຕ່າງໆມາຈຳໜ່າຍ ເພື່ອອຳນວຍຄວາມສະດວກແກ່ລູກຄ້າ ຈຶ່ງປ່ຽນຊື່ເປັນ Tote'm Store ຕໍ່ມາໃນປີ 1946 ໄດ້ປ່ຽນຊື່ອີກຄັ້ງ ເປັນ ເຊເວັ່ນ-ອີເລຟເວັ່ນ (7-Eleven) ເພື່ອຮອງຮັບການຂະຫຍາຍກິດຈະການນີ້ ເຊິ່ງໃນໄລຍະທຳອິດ ເປີດບໍລິການຕັ້ງແຕ່ເວລາ 07.00-23.00 ໂມງ ຫຼື 07:00 AM.-11:00 PM. ຂອງທຸກວັນ[11][12]

ໃນຊ່ວງປາຍຄຣິດສະຕະວັດທີ 1980 ບໍລິສັດເລີ່ມປະສົບບັນຫາທາງການເງິນ ແລະ ໄດ້ຮັບຄວາມຊ່ວຍເຫຼຶອຈາກອິໂຕ-ໂຢກາໂດເຊິ່ງເປັນຜູ້ຊື້ແຟຣນຊາຍລາຍໃຫຍ່ທີ່ສຸດ ບໍລິສັດຍີ່ປຸ່ນມີອຳນາດຄວບຄຸມບໍລິສັດໃນປີ 1991[13] ໃນປີ 2005 ອິໂຕ-ໂຢຄະໂດກໍ່ຕັ້ງບໍລິສັດ ເຊເວັ່ນ ແອນ ໄອ ໂຮລດິ້ງສ໌ ແລະ ເຊເວັ່ນ-ອີເລຟເວັ່ນ ກໍກາຍເປັນບໍລິສັດລູກຂອງເຊເວັ່ນ ແອນ ໄອ ໂຮລດິ້ງສ໌ ຕັ້ງແຕ່ນັ້ນມາ.

ຜະລິດຕະພັນ ແລະ ບໍລິການ

[ດັດແກ້]

ສາຂາທົ່ວໂລກ

[ດັດແກ້]

ອາຊີ

[ດັດແກ້]

ກຳປູເຈຍ

[ດັດແກ້]

ໃນວັນທີ 30 ສິງຫາປີ 2021 ທາງເຊເວັ່ນ ອີເລຟເວັ່ນ ແລະ ເຄືອຈະເລີນໂພກພັນຂອງໄທເປີດຮ້ານ ເຊເວັ່ນ ອີເລຟເວັ່ນແຫ່ງທຳອິດທີ່ເຂດ Chroy Changvar ພະນົມເປັນ ບໍລິສັດກ່າວເຖິງແຜນການເປີດຮ້ານເພີ່ມອີກຢ່າງໜ້ອຍ 6 ແຫ່ງໃນພະນົມເປັນປີ 2021[14]

ອິນໂດເນເຊຍ

[ດັດແກ້]

ໃນປີ 2008 ທາງເຊເວັ່ນ ອີເລຟເວັ່ນ ປະກາດແຜນຂະຫຍາຍກິດຈະການໃນປະເທດອິນໂດເນເຊຍຜ່ານຂໍ້ຕົກລົງມາສເຕີແຟຣນຊາຍກັບ Modern Sevel Indonesia ແຜນທຳອິດຂອງ Modern Sevel Indonesia ຈະສຸມໃສ່ການເປີດສາຂາໃນຈາກາຕາ ໂດຍກຳນົດເປົ້າໝາຍໄປຢູ່ພື້ນທີ່ ການ​ຄ້າ ແລະ ທຸລະກິດທີ່ມີປະຊາກອນໜາແໜ້ນ[15] ຂໍ້ມູນເມື່ອ 2014 ມີຮ້ານເຊເວັ່ນ ອີເລຟເວັ່ນ ໃນອິນໂດເນເຊຍພຽງ 190 ຮ້ານ ຈາກນັ້ນຈຶ່ງຫຼຸດລົງເຫຼືອ 166 ຮ້ານໃນເດືອນກັນຍາໃນປີ 2016

ເຊເວັ່ນ ອີເລຟເວັ່ນປິດໃຫ້ບໍລິການໃນອິນໂດເນເຊຍເມື່ອປີ 2017[16] ໂດຍອ້າງເຖິງຍອດຂາຍທີ່ຕ່ຳ

ຍີ່ປຸ່ນ

[ດັດແກ້]
ຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດໃນປະເທດລາວ ທີ່ຖະໜົນສຸພານຸວົງ, ບ້ານໜອງປາໃນ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ໃນວັນທີ 7 ກັນຍາ 2023 ທາງຮ້ານ ເຊເວັ່ນ ອີເລຟເວັ່ນ ເປີດໃຫ້ບໍລິການສາຂາແຫ່ງທຳອິດຂອງລາວ ທີ່ຖະໜົນສຸພານຸວົງ, ບ້ານໜອງປາໃນ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ[17]ເຊເວັ່ນ ອີເລຟເວັ່ນ ໃນ ສປປ ລາວ ບໍລິຫານໂດຍ ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໃນກຸ່ມ ຊີພີ ອໍລ໌ ເຊິ່ງເຂົ້າມາເປັນໜຶ່ງໃນທາງເລືອກເພື່ອອຳນວຍຄວາມສະດວກໃນກັບປະຊາຊົນ ໂດຍການເປີດໃຫ້ບໍລິການ 24 ຊົ່ວໂມງ, ນຳສະເໜີ ສິນຄ້າຫຼາຍກວ່າ 5,000 SKUs (Stock keeping unit) ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກທຸກກຸ່ມ ເນັ້ນຄຸນນະພາບ, ມາດຕະຖານ ທັງສິນຄ້າອຸປະໂພກ ບໍລິໂພກ ແລະ ອາຫານສຳເລັດຮູບພ້ອມຮັບປະທານ ໂດຍສະເພາະສິນຄ້າທີ່ມີເອກະລັກ ສະເພາະທີ່ຮ້ອນເຊເວັ່ນ ອີເລຟເວັ່ນ ເທົ່ານັ້ນ. ພ້ອມນີ້ກໍຍັງມີສິນຄ້າຍອດນິຍົມຕະຫຼອດການຢ່າງ Slurpee ແລະ ເຄື່ອງດື່ມທີ່ສາມາດຊົງໃຫ້ໄດ້ດື່ມເລີຍ All Cafe ເປັນຕົ້ນ. [18][19][20][21]

ມາເລເຊຍ

[ດັດແກ້]

ຟີລິບປິນ

[ດັດແກ້]

ສິງກະໂປ

[ດັດແກ້]
ຮ້ານສະດວກຊື້ ເຊເວັ່ນ-ອີເລຟເວັ່ນ ປະເທດໄທ

ຮ້ານເຊເວັ່ນ ອີເລຟເວັ່ນສາຂາທຳອິດໃນປີ 1989 ທີ່ຮ່ອມພັດພົງໃນນະຄອນບາງກອກ ເຄືອຂ່າຍນີ້ປະກອບດ້ວຍຮ້ານຄ້າທີ່ບໍລິສັດເປັນເຈົ້າຂອງ (45%) ແລະ ຮ້ານຄ້າແຟຣນຊາຍ (55%)[22] ໂດຍບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ເປັນທັງເຈົ້າຂອງ ແລະ ຜູ້ຕັ້ງແຟຣນຊາຍເຊເວັ່ນ ອີເລຟເວັ່ນໃນປະເທດໄທ ໃນເດືອນກໍລະກົດ ປີ 2021 ມີຮ້ານເຊເວັ່ນ ອີເລຟເວັ່ນທັງໝົດ 11,983 ຮ້ານ ວ່າຈ້າງງານ 170,000 ງານ[22] ໃນປີ 2020 ເຊເວັ່ນ ອີເລຟເວັ່ນສ້າງລາຍໄດ້ໃຫ້ກັບຊີພີເຖິງ 335,532 ລ້ານບາດ.[22][23]

ຫວຽດນາມ

[ດັດແກ້]

ສາຂາ

[ດັດແກ້]
ທະວີບອາເມຣິກາ ທະວີບເອີຣົບ ທະວີບໂອເຊອານີ ທະວີບອາຊີ
ແຜນທີ່ສະແດງປະເທດທີ່ມີຮ້ານເຊເວັ່ນ ອີເລຟເວັ່ນ

ອ້າງອີງ

[ດັດແກ້]
  1. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  3. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  5. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  6. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil). Archived 2017-03-17 at the Wayback Machine
  7. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  8. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  9. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  10. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  11. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  12. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  13. ↑ 7-Eleven, Inc. - Company History
  14. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  15. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil). Archived 2010-09-09 at the Wayback Machine
  16. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  17. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  18. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  19. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  20. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  21. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  22. 1 2 3 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  23. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).

ແຫຼ່ງຂໍ້ມູນອື່ນ

[ດັດແກ້]
Commons:Category
Commons:Category