ທະນາຄານກາງ

ຈາກ ວິກິພີເດຍ
ຕຶກ ທະນາຄານກາງເອີຣົບ(ECB) ຢູ່ ແຟຣັງເຟີດ

ທະນາຄານກາງ ແມ່ນ ອົງກອນຮັບຜິດຊອບ ນະໂຍບາຍເງິນຕາ ຂອງ ປະເທດ, ເຂດແຄວ້ນ ຫຼື ຂົງເຂດໃດໜຶ່ງ ເຊັ່ນ ທະນາຄານແຫ່ງ ເຊັ່ນ ທະນາຄານແຫ່ງ ສປປ ລາວ ແມ່ນ ຈະຮັດຜິດຊອບ ນະໂຍບາຍເງິນ ຂອງ ປະເທດລາວ ໃນ ຂະນະທີ່ ທະນາຄານກາງເອີຣົບ ຈະຮັບຜິດຊອບນະໂຍບາຍເງິນຕາ ຂອງ ບັນດາປະເທດ ທີ່ເປັນສະມາຊິກ ຂອງ ສະຫາພາບເອີຣົບ. ໜ້າທີ່ຫຼັກ ຂອງ ທະນາຄານກາງ ແມ່ນ ການຮັບປະກັນສະຖຽນລະພາບ ຂອງ ເງິນຕາແຫ່ງຊາດ ແລະ ປະລິມານເງິນ, ແຕ່ ໜ້າທີ່ວຽກງານອື່ນໆ ເຊັ່ນ ການຄວບຄຸມ ເງິນກູ້ຕາມນະໂຍບາຍ, ອັດຕາດອກເບ້ຍ ກໍ່ຮວມຢູ່ໃນພາລະບົດບາດ ຂອງ ທະນາຄານກາງເຊັ່ນດຽວກັນ. ໂດຍທົ່ວໄປ ທະນາຄານກາງ ຈະຖືກຖືວ່າ ເປັນອົງກອນເອກະລາດຈາກລັດຖະບານ ແລະ ການບໍ່ສາມາດຮັກສາຄວາມເປັນເອກະລາດນີ້ ກໍ່ມັກສົ່ງຜົນເຮັດໃຫ້ ຄວາມໜ້າເຊື່ອຖື ຂອງ ເງິນຕາຂອງປະເທດນັ້ນໆຫຼຸດນ້ອຍລົງ.