ນະໂຍບາຍເງິນຕາ

ຈາກ ວິກິພີເດຍ

ນະໂຍບາຍເງິນຕາແມ່ນ ການທີ່ ລັດຖະບານ, ທະນະຄານກາງ ຫຼື ອົງກອນກ່ຽວຂ້ອງອື່ນໆ ທຳການ ດັດປັບ ປະລິມານເງິນ ເພື່ອບັນລຸ ເປົ້າໝາຍໃດໜຶ່ງ— ເຊັ່ນ ຄວບຄຸມ ອັດຕາເງິນເຟີ້, ເຮັດໃຫ້ ອັດຕາແລກປ່ຽນ ມີສະຖຽນລະພາບ, ບັນລຸ ການຈ້າງງານສົມບູນ ຫຼື ການຂະຫຍາຍໂຕທາງດ້ານເສດຖະກິດ. (ໂດຍທົ່ວໄປ ເປົ້າໝາຍ ຂອງ ນະໂຍບາຍເງິນຕາ ແມ່ນ ເພື່ອ ເຮັດໃຫ້ມີການຂະຫຍາຍໂຕທາງດ້ານເສດຖະກິດ ພາຍໃຕ້ ສະພາວະລາຄາ ທີ່ມີສະຖຽນລະພາບ.) ນະໂຍບາຍເງິນຕາ ສາມາດ ປະກອບມີ ທັງ ການດັດປັບ ອັດຕາດອກເບ້ຍ ໃດໜຶ່ງ ໂດຍທາງກົງ ຫຼື ທາງອ້ອມ, ກຳນົດ ອັດຕາ ບັນດາ ການສະສົມບັງຄັບ, ເປັນຜູ້ໃຫ້ກູ້ ລວມທັງ ການຊື້ຂາຍເງິນຕາຕ່າງປະເທດ ໃນ ຕະຫຼາດເງິນຕາຕ່າງປະເທດອີກ.

ນະໂຍບາຍເງິນຕາ ໂດຍທົ່ວໄປ ຈະມີຢູ່ 2 ແບບ ຄື ນະໂຍບາຍເງິນຕາຂະຫຍາຍ, ແລະ ນະໂຍບາຍເງິນຕາຮັດກຸມ. ໃນນີ້ ນະໂຍບາຍເງິນຕາຂະຫຍາຍ ແມ່ນ ການເພີ່ມປະລິມານເງິນ ໃນຕະຫຼາດ ແລະ ນະໂຍບາຍເງິນຕາຮັດກຸມ ແມ່ນ ການຫຼຸດປະລິມານເງິນໃນຕະຫຼາດ. ໃນໄລຍະຜ່ານມາ, ນະໂຍບາຍເງິນຕາຂະຫຍາຍ ແມ່ນຖືກໃຊ້ເພື່ອແກ້ໄຂບັນຫາ ການຫວ່າງງານ ໃນໄລຍະ ເສດຖະກິດຕົກຕໍ່າ ໂດຍການຫຼຸດ ອັດຕາດອກເບ້ຍ, ແລະ ນະໂຍບາຍເງິນຕາຮັດກຸມ ແມ່ນ ຖືກໃຊ້ ເພື່ອ ຍົກ ອັດຕາດອກເບ້ຍ ເພື່ອແກ້ໄຂບັນຫາ ສະພາວະເງິນເຟີ້ (ຫຼື ເຮັດໃຫ້ ສະພາວະຟົດເດືອດຂອງເສດຖະກິດເຢັນລົງ).

ເບິ່ງຕື່ມ[ແກ້ໄຂ]

ນະໂຍບາຍການເງິນ