ອັດຕາແລກປ່ຽນ
ອັດຕາແລກປ່ຽນ ແມ່ນ ມູນຄ່າຂອງໜຶ່ງຫົວໜ່ວຍ ຂອງ ເງິນຕາສະກຸນໜຶ້່ງ ເປັນ ເງິນສະກຸນອື່ນ.
ຄວາມໝາຍ[ດັດແກ້]
ອັດຕາແລກປ່ຽນ ແມ່ນ ມູນຄ່າຂອງໜຶ່ງຫົວໜ່ວຍ ຂອງ ເງິນຕາສະກຸນໜຶ້່ງ ເປັນ ເງິນສະກຸນອື່ນ.
- ອັດຕາແລກປ່ຽນເງິນໂດລາຕໍ່ກີບ ເທົ່າກັບ 8000 ກີບ ຈະໝາຍຄວາມວ່າ 1 ໂດລາ = 8000 ກີບ.
- ອັດຕາແລກປ່ຽນເງິນເຢັນຕໍ່ກີບ ເທົ່າກັບ 9000 ກີບ ຈະໝາຍຄວາມວ່າ 1 ເຢັນ = 9000 ກີບ.
- ອັດຕາແລກປ່ຽນເງິນກີບຕໍ່ໂດລາ ເທົ່າກັບ 0.000125 ຈະໝາຍຄວາມວ່າ 1 ກີບ = 0.000125 ໂດລາ (ໝາຍຄວາມວ່າ 1 ກີບ x 8000 = 0.000125 x 8000 = 1 ໂດລາ ). ໃນກໍລະນີທີ່ ຫົວໜ່ວຍ ຂອງ ອັດຕາແລກປ່ຽນ ແຕກຕ່າງກັນຫຼາຍຄືກໍລະນີນີ້ ບາງເທື່ອ ອັດຕາແລກປ່ຽນອາດຈະບໍ່ສະແດງໂດຍ ຫົວໜ່ວຍໜຶ່ງກີບ ແຕ່ ເປັນຫົວໜ່ວຍພັນກີບແທນ ເຊັ່ນ 1000 ກີບ = 0.125 ໂດລາ ເພື່ອໃຫ້ສາມາດຄິດໄລ່ໄດ້ງ່າຍກວ່າ.
ປະເພດຂອງອັດຕາແລກປ່ຽນ[ດັດແກ້]
ຕາມກົນໄກກຳໜົດ[ດັດແກ້]
ອັດຕາແລກປ່ຽນ ທີ່ ທາງການ ຫຼື ອົງກອນລັດກຳໜົດ ເອີ້ນວ່າ "ອັດຕາແລກປ່ຽນທາງການ" ແລະ ອັດຕາແລກປ່ຽນ ທີ່ກຳໜົດຂຶ້ນ ໂດຍ ປະລິມານ ຄວາມຕ້ອງການ ແລະ ການສະໜອງ ເອີ້ນວ່າ "ອັດຕາແລກປ່ຽນຕະຫຼາດ".