ປະລິມານເງິນ

ຈາກ ວິກິພີເດຍ
Jump to navigation Jump to search

ປະລິມານເງິນ (ພາສາອັງກິດ: money supply) ໝາຍເຖິງຈຳນວນເງິນທັງໝົດ ຖືໂດຍບຸກຄົນ ແລະ ອົງກອນ ນອກເໜືອຈາກສະຖາບັນການເງິນລວມທັງທະນາຄານກາງ ໃນ ເສດຖະກິດໃດໜຶ່ງ.

ຂໍ້ມູນກ່ຽວກັບປະລິມານເງິນ ຖືກບັນທຶກ ແລະ ເປີດເຜີຍ ຍ້ອນບັນດານັກວິເຄາະທາງດ້ານເສດຖະກິດ ເຊື່ອກັນວ່າມັນມີຜົນກະທົບຕໍ່ກັບ ການເຄື່ອນໄຫວທາງດ້ານເສດຖະກິດ ແລະ ລະດັບລາຄາໃນໂຕຈິງ. ນອກຈາກນີ້​ ປະລິມານເງິນຍັງຖືເປັນ ເຄື່ອງມືສຳຄັນໃນການຄວບຄຸມອັດຕາເງິນເຟີ້. ໂດຍທົ່ວໄປ ຖ້າຄວາມຕ້ອງການຕໍ່ປະລິງານເງິນ ຢູ່ໃນສະພາວະສົມດຸນ ການເພີ່ມປະລິມານເງິນຈະນຳໄປສູ່ອັດຕາເງິນເຟີ້ທີ່ສູງຂຶ້ນ.

ປະລິມານເງິນ ປະກອບມີເງິນແຄບ ແລະ ເງິນກວ້າງ ທີ່ ໃນທາງເສດຖະສາດ ໂດຍທົ່ວໄປ ຈະໃຊ້ໂຕອັກສອນ M ບວກກັບ ໂຕເລກ ເຊັ່ນ M0, M1, M2, M3 ເປັນເຄື່ອງໝາຍ. ໂຕເລກຍິ່ງໃຫຍ່ຂຶ້ນເທົ່າໃດ ຄວາມກ້ວາງຍິ່ງໃຫຍ່ຂຶ້ນນຳ. ໝາຍຄວາມວ່າ M0 ແມ່ນເງິນແຄບທີ່ສຸດ ແລະ ກວ້າງຂຶ້ນຕາມໂຕເລກ.

  • M0: ເງິນຕາໂຕຈິງ. ແມ່ນການວັດແທນປະລິມານເງິນ ໂດຍ ເງິນສົດທີ່ໝຸນວຽນໃນ ເສດຖະກິດ ແລະ ທີ່ຝາກໄວ້ນຳທະນາຄານກາງ. ມັນແມ່ນປະລິມານເງິນທີ່ແຄບທີ່ສຸດ ແລະ ທີ່ມີສະພາບຄ່ອງສູງທີ່ສຸດ.
  • M1: M0 + ເງິນຝາກບັນຊີກະແສລາຍວັນ.
  • M2: M1 + ເງິນຝາກບັນຊີປະຈຳມູນຄ່າບໍ່ຫຼາຍ, ເງິນຝາກບັນຊີອອມ, ກອງທຶນການເງິນສ່ວນບຸກຄົນ. M2 ແມ່ນໂຕຊີ້ບອກປະລິມານເງິນທີ່ຖືກໃຊ້ຢ່າງແຜ່ຫຼາຍທີ່ສຸດ ເພື່ອຄາດຄະເນ ສະພາວະເງິນເຟີ້.
  • M3: M2 + ເງິນຝາກບັນຊີປະຈຳທັງໝົດ, ກອງທຶນການເງິນລາຍໃຫຍ່ ລວມທັງຊັບສິນທີ່ມີສະພາບຄ່ອງອື່ນໆ.