ເສດຖະສາດມະຫາພາກ

ຈາກ ວິກິພີເດຍ

ເສດຖະສາດມະຫາພາກ (ຄຳເຄົ້າ: ເສຣສຖສາສຕຣ໌ມຫພາຄ[1]) ແມ່ນ ຂະແໜງໜຶ່ງໃນ ເສດຖະສາດ ທີ່ ສຶກສາກ່ຽວກັບ ການເຄື່ອນໄຫວແບບສັງລວມ ເຊັ່ນ ການສັງລວມການຕັດສິນໃຈ ທາງດ້ານເສດຖະກິດ ຂອງ ບຸກຄົນ. ສິ່ງດັ່ງກ່າວ ແມ່ນ ການຈຳແນກ ເສດຖະສາດມະຫາພາກ ກັບ ເສດຖະສາດຈຸນລະພາກ ທີ່ສຶກສາ ກ່ຽວກັບ ການເຄື່ອນໄຫວທາງດ້ານເສດຖະກິດ ຂອງ ຜູ້ຊົມໃຊ້ລາຍບຸກຄົນ, ວິສາຫະກິດ ແລະ ຂະແໜງອຸດສາຫະກຳ.

ເສດຖະສາດມະຫາພາກ ສາມາດຖືກນຳໃຊ້ ວິເຄາະວ່າ ຈະສາມາດບັນລຸເປົ້າໝາຍ ທາງນະໂຍບາຍ ຂອງ ລັດຖະບານ ເຊັ່ນ ການຂະຫຍາຍຕົວຂອງເສດຖະກິດ, ສະຖຽນລະພາບຂອງລາຄາ, ການຈ້າງງານແບບສົມບູນ ແລະ ການບັນລຸຄວາມສົມດຸນ ຂອງ ດຸນການຊຳລະ ຄືແນວໃດ.

ນະໂຍບາຍເສດຖະກິດມະຫາພາກ[ດັດແກ້]

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.