ເສດຖະສາດຈຸນລະພາກ
Appearance
ເສດຖະສາດຈຸນລະພາກ (ຄຳເຄົ້າ: ເສຣສຖສາສຕຣ໌ຈຸລພາຄ[1], ຕາມຄຳສັບ ໝາຍເຖິງ ເສດຖະສາດທີ່ນ້ອຍໆ) ແມ່ນ ວິທະຍາສາດສັງຄົມ ທີ່ ກ່ຽວພັນ ກັບ ການສຶກສາ ການແບ່ງປັນທາງດ້ານເສດຖະກິດ ຂອງ ຜົນຜະລິດ ແລະ ລາຍໄດ້ ລະຫວ່າງບຸກຄົນ, ວິສາຫະກິດ ແລະ ຂະແໜງອຸດສາຫະກຳ. ມັນຖືເອົາ ບຸກຄົນ ເປັນທັງ ຜູ້ ສະໜອງ ແຮງງານ, ທຶນ ແລະ ຜູ້ຊົມໃຊ້ໃນຂັ້ນສຸດທ້າຍ ຂອງ ຜະລິດຕະພັນສຳເລັດຮູບ. ມັນວິເຄາະ ວິສາຫະກິດ ໃນນາມ ເປັນຜູ້ສະໜອງ ຜະລິດຕະພັນ ແລະ ຜູ້ຊົມໃຊ້ ແຮງງານ ແລະ ທຶນ. ມັນແມ່ນ ການສຶກສາ ກ່ຽວກັບການປະພຶດ ຂອງ ບຸກຄົນ ແລະ ວິສາຫະກິດ ທີ່ ນຳໃຊ້ ຊັບພະຍາກອນທີ່ບໍ່ພຽງພໍນີ້. ຄວາມບໍ່ພຽງພໍ ໝາຍເຖິງ ສະພາບທີ່ ບໍ່ມີຜູ້ໃດຜູ້ໜຶ່ງ ໃນພວກເຮົາ ຫຼື ວິສາຫະກິດ ທີ່ຈະສາມາດ ເປັນເຈົ້າຂອງທຸກສິ່ງທຸກຢ່າງ ເຊັ່ນ ດິນ, ທຶນ, ແຮງງານ ແລະອື່ນໆ ທັງໝົດໄດ້.
ບັນດາແນວຄວາມຄິດຕົ້ນຕໍໃນເສດຖະສາດຈຸນລະພາກ
- ຜົນປະໂຫຍດ (utility)
- ຕຳລາຜົນປະໂຫຍດ (utility function)
- ຄວາມຕ້ອງການ (demand)
ບັນດາບັນຫາຕົ້ນຕໍໃນເສດຖະສາດຈຸນລະພາກ
- ບັນຫາການເຮັດໃຫ້ເກີດຜົນປະໂຫຍດສູງສຸດ (utility maximization problem)
- ບັນຫາການຈຳກັດລາຍຈ່າຍໃຫ້ຕໍ່າສຸດ (expenditure minimization problem)
ອ້າງອີງ
[ດັດແກ້]- ↑ ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
ຫົວຂໍ້ຫຼັກ ໃນ ເສດຖະສາດຈຸນລະພາກ |
|
---|---|
ຄວາມຈຳກັດ(Scarcity) • ຕົ້ນທຶນໂອກາດ(Opportunity cost) • ການສະໜອງ ແລະ ຄວາມຕ້ອງການ(Supply and demand) • ຄວາມຍືດຍຸ່ນ(Elasticity) • ການເກີນທາງດ້ານເສດຖະກິດ(Economic surplus) • ຄວາມຂາດແຄນທາງເສດຖະກິດ(Economic shortage) • ຍອດຄວາມຕ້ອງການ(Aggregte demand) • ທິດສະດີຜູ້ຊົມໃຊ້(Consumer theory) • ການຜະລິດ, ຕົ້ນທຶນ ແລະ ລາຄາ(Production, costs, and pricing) • ໂຄງສ້າງຕະຫຼາດ(Market structure) • ເສດຖະສາດສະຫວັດດີການ(Welfare economics) • ຄວາມລົ້ມເຫຼວຂອງຕະຫຼາດ(Market failure) • ຕຳລາການຜະລິດ(Production function) |