ຄວາມລົ້ມເຫຼວຂອງຕະຫຼາດ

ຈາກ ວິກິພີເດຍ

ຄວາມລົ້ມເຫຼວຂອງຕະຫຼາດ (Market failure) ໝາຍເຖິງ ປະກົດການທີ່ ກົນໄກເສດຖະກິດ ບໍ່ສາມາດບັນລຸ "ປະສິດທິພາບ"ທາງເສດຖະກິດ ຫຼື ປະສິດທິພາບປາເຣໂຕ(Pareto efficiency)ໄດ້. ຖ້າອີງຕາມນິຍາມຄືດັ່ງກ່າວ ການເກີດມີ ໄພຫວ່າງງານ, ຄວາມທຸກຍາກ, ບັນຫາສັງຄົມ ແລະ ຄວາມແຕກຕ່າງໃນສັງຄົມ ແມ່ນ ປະກົດການທີ່ ຄວາມສະເໝີພາບ ບໍ່ສາມາດຖືກບັນລຸ ເຊິ່ງ ຈະແຕກຕ່າງກັບ ຄວາມລົ້ມເຫຼວຂອງຕະຫຼາດ.

ການທີ່ວ່າ ປະສິດທິພາບປາເຣໂຕ ສາມາດຖືກບັນລຸໄດ້ ຈາກ ດຸນຍະພາບ ຂອງ ຄວາມຕ້ອງການ ແລະ ການສະໜອງ ແລະ ເຮັດໃຫ້ມີສະຖຽນລະພາບ ໃນ ການຂະຫຍາຍໂຕທາງດ້ານເສດຖະກິດ ແມ່ນ ສິ່ງທີ່ ຫຼາຍໆ ນັກເສດຖະສາດສະໜັບສະໜູນ. ແຕ່ ໃນສະພາບຕ່າງ ທີ່ ເງື່ອນໄຂລ່ວງໜ້າຂອງມັນພັງທະລາຍ ດັ່ງຕໍ່ໄປນີ້ ກົນໄກເສດຖະກິດ ອາດຈະນຳໄປສູ່ ການບໍ່ມີປະສິດທິພາບທາງເສດຖະກິດ.

ໂດຍທົ່ວໄປ ເມື່ອເກີດມີການລົ້ມເຫຼວຂອງຕະຫຼາດ ເປັນທີ່ເຂົ້າໃຈກັນວ່າ ລັດຖະບານອາດຈະຕ້ອງ ແຊກແຊງ ກົນໄກຕະຫຼາດ ໃນ ຮູບການໃດໜຶ່ງ.

ເບິ່ງຕື່ມ[ດັດແກ້]