ທິດສະດີຜູ້ຊົມໃຊ້

ຈາກ ວິກິພີເດຍ

ທິດສະດີຜູ້ຊົມໃຊ້ແມ່ນທິດສະດີໜຶ່ງ ໃນ ເສດຖະສາດ. ມັນກ່ຽວເນື່ອງ ເອົາ ຄວາມມັກ (ຕາມ ເສັ້ນໂຄ້ງຄວາມບໍ່ແຕກຕ່າງ  ແລະ ຄວາມຈຳກັດທາງງົບປະມານ) ໃສ່ກັບ ເສັ້ນໂຄ້ງຄວາມຕ້ອງການຂອງຜູ້ຊົມໃຊ້.

ເສັ້ນໂຄ້ງຄວາມບໍ່ແຕກຕ່າງ ແລະ ຄວາມຈຳກັດທາງງົບປະມານ[ດັດແກ້]

ໃນໂລກ ທີ່ ມີແຕ່ 2 ສິນຄ້າ (X ແລະ Y) ພາຍໃຕ້ສົມມຸດຕິຖານທີ່ວ່າ ລາຄາ ແລະ ລາຍຮັບຄົງທີ່ ເສັ້ນໂຄ້ງຄວາມບໍ່ແຕກຕ່າງ ຈະມີລັກສະນະດັ່ງເສັ້ນສະແດງຂ້າງລຸ່ມນີ້. ຜູ້ຊົມໃຊ້ ສາມາດເລືອກເອົາ ທຸກໆການຊົມໃຊ້ ທີ່ ຕໍ່າກ່ວາ ເສັ້ນຈຳກັດທາງງົບປະມານ BC. ເສັ້ນດັ່ງກ່າວ ໄດ້ມາຈາກ ສົມຜົນ xp_X + y p_Y \leq \mathrm{income}. ຜູ້ຊົມໃຊ້ຊິເລືອກເອົາ ເສັ້ນໂຄ້ງຄວາມບໍ່ແຕກຕ່າງ ທີ່ ໃຫ້ ຄວາມມີຜົນປະໂຫຍດ ຫຼື ຄວາມພໍໃຈສູງສຸດ ພາຍໃຕ້ຂໍ້ຈຳກັດທາງງົບປະມານດັ່ງກ່າວ. I3 ບໍ່ສາມາດຖືກເລືອກໄດ້ ເພາະມັນຢູ່ນອກ ເສັ້ນຄວາມຈຳກັດທາງງົບປະມານ ສະນັ້ນ ທາງເລືອກທີ່ດີທີ່ສຸດ ແມ່ນ I2 ເພາະ ມັນໃຫຍ່ກວ່າ I1. ອັນນີ້ ໝາຍຄວາມວ່າ ຜູ້ຊົມໃຊ້ນີ້ ຊິ ຊື້ ສິນຄ້າ X X*ອັນ ແລະ ສິນຄ້າ Y Y*ອັນ.

ເສັ້ນໂຄ້ງຄວາມບໍ່ແຕກຕ່າງ ແລະ ຄວາມຈຳກັດທາງງົບປະມານ

ຜົນກະທົບຂອງລາຄາ[ດັດແກ້]

ເສັ້ນສະແດງຂ້າງລຸ່ມ ສະແດງໃຫ້ເຫັນ ການເຄື່ອນຍ້າຍ ຂອງ ເສັ້ນຄວາມຈຳກັດທາງງົບປະມານ ອັນເປັນຜົນມາຈາກ ການປ່ຽນແປງ ຂອງ ລາຄາ ສິນຄ້າ Y. ຖ້າລາຄາ Y ເພີ່ມຂຶ້ນ, ເສັ້ນຄວາມຈຳກັດທາງງົບປະມານ ກໍ່ຈະເຄື່ອນຍ້າຍ ຈາກ BC2 ຫາ BC1. ເອົາໃຈໃສ່ ວ່າ ຈຸດຕັັດຢູ່ເສັ້ນເຄົ້າ X ບໍ່ມີການປ່ຽນແປງ ຍ້ອນວ່າ ຜູ້ຊົມໃຊ້ດັ່ງກ່າວ ຍັງສາມາດຊື້ ສິນຄ້າ X ໃນປະລິມານເດີມ ຖ້າຢາກຊື້ແຕ່ສິນຄ້າ X ເພາະ ລາຄາຂອງ ສິນຄ້າ X ບໍ່ມີການປ່ຽນແປງ.

ພາຍໃຕ້ ເສັ້ນຄວາມຈຳກັດທາງງົບປະມານ BC1 ໃໝ່ນີ້, ປະລິມານການຊົມໃຊ້ທີ່ຈະເຮັດໃຫ້ ຜູ້ຊົມໃຊ້ນີ້ ມີຄວາມພໍໃຈສູງສຸດ ຊິຍ້າຍຈາກ Y2 ຫາ Y1, ແລະ X2 ຫາ X1. ຜົນກະທົບຍແບບກົງກັນຂ້າມ ຊິເກີດຂຶ້ນ ຖ້າ ລາຄາ Y ຫຼຸດລົງ ເຊິ່ງຊິເຮັດໃຫ້ ເຄື່ອນຍ້າຍ ຈາກ BC2 ຫາ BC3, ແລະ I2 ຫາ I3.

ຜົນກະທົບຂອງລາຄາ

ຜົນກະທົບຂອງລາຍຮັບ[ດັດແກ້]

ຖ້າລາຄາບໍ່ມີການປ່ຽນແປງ, ການປ່ຽນແປງຂອງລາຍຮັບ ກໍຊິເຮັດໃຫ້ເກີດມີການ ຍ້າຍຂະໜານ ຂອງເສັ້ນຄວາມຈຳກັດທາງງົບປະມານ. ລາຍຮັບເພີ່ມຂຶ້ນ ຊິເຮັດໃຫ້ມັນ ຍ້າຍຂະໜານໄປທາງເບື້ອງຂວາ ໃນ ຂະນະທີ່ ລາຍຮັບຫຼຸດລົງ ຊິເຮັດໃຫ້ມັນ ຍ້າຍຂະໜານໄປທາງເບື້ອງຊ້າຍ.

ຜົນກະທົບຂອງລາຍຮັບ