ເສດຖະສາດສະຫວັດດີການ

ຈາກ ວິກິພີເດຍ

ເສດຖະສາດສະຫວັດດີການແມ່ນ ຂະແໜງໜຶ່ງ ຂອງ ເສດຖະສາດ ທີ່ນຳໃຊ້ວິທີການທາງເສດຖະສາດຈຸນລະພາກ ເພື່ອທຳການກຳນົດ (1) ປະສິດທິພາບຶຂອງການຈັດແບ່ງຊັບພະຍາກອນ ໃນ ເສດຖະກິດມະຫາພາກ ແລະ (2)ການແຈກຢາຍ ລາຍຮັບ. ມັນຊິພະຍາຍາມພິຈາລະນາ ການເຄື່ອນໄຫວທາງດ້ານເສດຖະກິດ ຂອງ ບຸກຄົນ ທີ່ ເປັນອົງປະກອບຂອງສັງຄົມ ເພື່ອ ເຮັດໃຫ້ລະດັບສະຫວັດດີການສັງຄົມ ສູງທີ່ສຸດ.

ສະນັ້ນ ເສດຖະສາດສະຫວັດດີການຈະປະກອບດ້ວຍ 2​ ດ້ານເຄື : ປະສິດທິພາບທາງດ້ານເສດຖະກິດ ແລະ ການແຈກຢາຍລາຍຮັບ.

7​ ສົມຜົນພື້ນຖານ[ແກ້ໄຂ]

ພື້ນຖານ ຂອງ ເສດຖະສາດສະຫວັດດີການ ແມ່ນ ການຊອກຫາຈຸດສູງສຸດທາງທິດສະດີ ຂອງ ຕຳລາສະຫວັດດີການ ພາຍໃຕ້ເງື່ອນໄຂຕ່າງໆເຊັ່ນ ສະພາບ ເຕັກນິກການຜະລິດ, ຊັບພະຍາກອນທີ່ມີຢູ່, ໂຄງລ່າງເສດຖະກິດແຫ່ງຊາດ, ຂໍ້ຈຳກັດດ້ານການປະພຶດເຊັ່ນ ການເຮັດໃຫ້ຜົນປະໂຫຍດຕໍ່ຜູ້ຊົມໃຊ ຫຼື ກຳໄລຜູ້ຜະລິດສງສຸດ. ໃນເສດຖະກິດທີ່ງ່າຍດາຍທີ່ສຸດ ອັນນີ້ ຊິສາມາດບັນລຸໄດ້ ໂດຍການແກ້ 7 ສົມຜົນຕໍ່ໄປນີ້. ເສດຖະກິດນີ້​ຊິມີ 2​ ຜູ້ຊົມໃຊ້ ( 1 ແລະ 2), ​2 ຜະລິດຕະພັນ ( X ແລະ Y), 2 ປັດໃຈການຜະລິດ (ແຮງງານ (L) ແລະ ທຶນ (K)).

ເຮັດໃຫ້ສະຫວັດດີການສູງສຸດ: W=f(U1 U2) ພາຍໃຕ້ເງື່ອນໄຂ:
K = Kx + Ky (ທຶນໃນການຜະລິດ ຜະລິດຕະພັນ X ແລະ Y)
L = Lx + Ly (ແຮງງານໃນການຜະລິດ ຜະລິດຕະພັນ X ແລະ Y)
X = X(Kx Lx) (ຕຳລາການຜະລິດ X)
Y = Y(Ky Ly) (ຕຳລາການຜະລິດ Y)
U1 = U1(X1 Y1) (ຄວາມມັກຂອງຜູ້ຊົມໃຊ້ 1)
U2 = U2(X2 Y2) (ຄວາມມັກຂອງຜູ້ຊົມໃຊ້ 2)