ຄົມມະນາຄົມ
ການຄົມມະນາຄົມທາງບົກມີຄວາມສໍາຄັນຕໍ່ກັບຜູ້ໂດຍສານຫຼາຍເຮັດໃຫ້ຜູ້ໂດຍສານມີຫຼາຍທາງເລືອກອີກຫຼາຍທາງ ແລະ ສະຖານີລົດກໍເປັນອີກທາງຫນຶ່ງທີ່ອໍານວຍຄວາມສະດວກສະບາຍໃຫ້ແກ່ຜູ້ໂດຍສານທີ່ເລືອກເດິນທາງບົກ ເຊິ່ງການຂົນສົ່ງທາງບົກຈະມີຄວາມປອດໄພຫຼາຍກວ່າທາງອາກາດ, ການຄົມມະນາຄົມຂົນສົ່ງທາງບົກກໍເປັນຫນ່ວຍງານຫນຶ່ງທີ່ສໍາຄັນຂອງການຂົນສົ່ງທາງບົກທີ່ຈັດຕັ້ງຂຶ້ນເພື່ອເປັນເຄື່ອງມືຄວບຄຸ່ມຮັກສາກົດລະບຽບຂົນສົ່ງເພື່ອໃຫ້ຜູ້ປະກອບການຂົນສົ່ງປະຈໍາທາງໂດຍລົດໂດຍສານປະຕິບັດຕາມກົດລະບຽບ ຂໍບັງຄັບຕ່າງໆໂດຍສະເພາະປະຕິບັດຕາມເງື່ອນໄຂທີ່ກໍານົດໄວ້ໃນໃບອະນຸຍາດປະກອບການຂົນສົ່ງເຊັ່ນ: ເສັ້ນທາງແລ່ນລົດຈຸດຕົ້ນທາງ - ປາຍທາງ, ຈຸດຈອດຮັບ - ສົ່ງຜູ້ໂດຍສານ, ເວລາແລ່ນລົດ, ອັດຕາຄ່າໂດຍສານຈໍານວນຄົວ, ຈໍານວນລົດໃນແຕ່ລະເສັ້ນທາງຕະຫຼອດເຖິງການໃຫ້ບໍລິການທີ່ອໍານວຍຄວາມສະດ່ວກໃຫ້ແກ່ ຜູ້ໂດຍສານໃນການເດີນທາງ.
ວິທີການຄົມມະນາຄົມ[ດັດແກ້]
- ການຄົມມະນາຄົມທາງບົກ ຈະປະກອບມີ ການຄົມມະນາຄົມ ໂດຍ ກວຽນ,ລົດມ້າ,ລົດຖີບ,ລົດຈັກ,ລົດ, ລົດໄຟ ແລະ ຍານພະຫານະອື່ນໆ ຕາມ ຫົນທາງ, ລາງ ເທິງໜ້າດິນ ຫລື ຂົວ.
- ການຄົມມະນາຄົມທາງນ້ຳ ຈະປະກອບມີ ການຄົມມາຄົມ ໂດຍ ເຮືອ, ກຳປັ່ນ, ແທັງເກີ ແລະ ຍານພາຫານະອື່ນໆ ທາງ ເທິງ ຫລື ໃຕ້ໜ້ານ້ຳ ເຊັ່ນ ແມ່ນ້ຳ, ທະເລ, ມະຫາສະໝຸດ.
- ການຄົມມະນາຄົມທາງອາກາດ ຈະປະກອບມີ ການຄົມມະນາຄົມ ໂດຍ ຍົນ, ບາລູນແລະຍານພະຫານະ ທີ່ສາມາດບິນໄດ້ ເທິງອາກາດອື່ນໆ.
ການຂົນສົ່ງ | |
---|---|
ລົດ | ລົດ · ລົດເກັ໋ງ · ລົດກະບະ · ລົດຈັກ · ລົດຖີບ · ລົດເຊົ່າ |
ລົດທີ່ໃຊ້ສິ່ງມີຊີວິດລາກ | ລົດລາກ · ລົດມ້າ · ກວຽນ |
ລົດໂດຍສານສາທາລະນະ | ລົດເມ · ລົດເມນ້ອຍ · ລົດຮັບສົ່ງເດີ່ນຍົນ · ລົດຮັບສົ່ງແຂກຂອງໂຮງແຮມ · ລົດຮັບສົ່ງຄົນເສຍອົງຄະ · ລົດຕັກຊີ · ລົດຈັກ · ລົດສອງແຖວ · ລົດຈຳໂບ້ · ລົດຕຸກໆ · ລົດທ່ອງທ່ຽວ · ລົດຕູ້ |
ລົດໂດຍສານ ສາທາລະນະເທິງລາງ | ລົດໄຟ · ລົດໄຟຟ້າ · ລົດໄຟໃຕ້ດິນ · ລົດລາງ |
ທາງນ້ຳ | ເຮືອ · ເຮືອດຳນ້ຳ · ເຮືອໃບ · ເຮືອໄວ · ເຮືອພາທ່ຽວ ·ກຳປັ່ນ · ແທັງເກີ |
ທາງອາກາດ | ຍົນ · ຍົນລະຫວ່າງປະເທດ · ຍົນພາຍໃນປະເທດ · ເຮລີກົບແຕ ·ບາລູນ |
ໃນອະວະກາດ | ຍານອະວະກາດ · ຈະຫຼວດ · ກະສວຍອະວະກາດ |
ລົດໃນຍາມສຸກເສີນ | ລົດອັກຄີໄຟ · ລົດໂຮງໝໍ |
ບ່ອນຖ້າ | ບ່ອນຈອດລົດໂດຍສານ · ເດີ່ນຍົນ · ສະຖານີລົດໄຟ · ທ່າເຮືອ |
ການໄປສະນີ | ຕູ້ໄປສະນີ · ລົດໄປສະນີ |