Jump to content

ກຽງສັກ ຊະມະນັນ

ຈາກ ວິກິພີເດຍ
ພະນະທ່ານ
ພົນເອກ ພົນເຮືອເອກ ພົນອາກາດເອກ
ກຽງສັກ ຊະມະນັນ
ປ.ຈ., ມ.ປ.ຊ., ມ.ວ.ມ., ຊ.ສ., ສ.ຊ.
เกรียงศักดิ์ ชมะนันทน์
ເກີດສົມຈິດ ຊະມະນັນ
17 ທັນວາ ຄ.ສ. 1917(1917-12-17)
ຈັງຫວັດສະໝຸດສາຄອນ ມົນທົນນະຄອນໄຊສີ ມົນທົນພາກຕະເວັນຕົກ ປະເທດສະຫຍາມ
ເສຍຊີວິດ23 ທັນວາ ຄ.ສ. 2003 (86 ປີ)
ໂຮງໝໍຈຸລາລົງກອນ ແຂວງປະທຸມວັນ ເຂດປະທຸມວັນ ບາງກອກ ປະເທດໄທ
ສາເຫດເສຍຊີວິດ
ເສົ້ນເລືອດໃນສະໝອງຕີບ
ສັນຊາດທຸງຊາດຂອງໄທ ໄທ
ການສຶກສາໂຮງຮຽນນາຍຮ້ອຍພະຈຸລະຈອມເກົ້າ
ໂຮງຮຽນເສນາທິການທະຫານບົກ
ໂຮງຮຽນເສນາທິການທະຫານບົກ ສະຫະລັດ
ວິທະຍາໄລການທັບບົກ
ວິທະຍາໄລປ້ອງກັນລາຊະອານາຈັກ
ສິດເກົ່າໂຮງຮຽນສະໝຸດສາຄອນວິທະຍາໄລ
ໂຮງຮຽນປະທຸມຄົງຄາ
ໂຮງຮຽນອຳນວຍສິນ
ອາຊີບທະຫານ
ນັກການເມືອງ
ມີຊື່ສຽງຈາກນາຍົກລັດຖະມົນຕີໄທ
ພັກການເມືອງພັກຊາດປະຊາທິປະໄຕ (1982–1989)
ຄູ່ສົມລົດວິຣັດ ຊະມະນັນ
ບຸດພົງພິພັດ ຊະມະນັນ
ຣັດຕະນະວັນ ຊະມະນັນ
ບຸບພະກາລີແຈ່ມ ຊະມະນັນ
ເຈືອ ຊະມະນັນ
ລາຍມືຊື່

ພົນເອກ ກຽງສັກ ຊະມະນັນ (ໄທ: เกรียงศักดิ์ ชมะนันทน์; 17 ທັນວາ ຄ.ສ. 1917 – 23 ທັນວາ ຄ.ສ. 2003) ແມ່ນນັກການເມືອງ ແລະນາຍທະຫານຊາວໄທ ນາຍົກລົດຖະມົນຕີໄທຄົນທີ 15 ຫຼັງຈາກທຳລັດຖະປະຫານສຳເຫຼັດໃນວັນພະຫັດທີ 20 ຕຸລາ ທ່ານໄດ້ຮັບການຂໍຮ້ອງໃຫ້ເປັນນາຍົກລັດຖະມົນຕີແລະໄດ້ຮັບການຍົກຍ່ອງວ່າ "ນຳພາປະເທດໄທໄປສູ່ປະຊາທິປະໄຕ" ໃນຊ່ວງເວລາທີ່ຄອມມູນິດກຳລົງອາລະວາດພາຍໃນປະເທດແລະປະເທດເພື່ອນບ້ານກລາຍເປັນຄອມມູນິດຫຼັງຈາກຄອມມູນິດຍຶດຄອງຫວຽດນາມ: ຫວຽດນາມໃຕ້ (ໂດຍ ຫວຽດກົງ) ລາວ (ໂດຍ ປະເທດລາວ) ແລະກຳປູເຈຍ (ໂດຍ ຂະແມແດງ) ທ່ານເຖິງແກ່ອະສັນຍະກຳເມື່ອວັນອັງຄານທີ 23 ທັນວາ ຄ.ສ. 2003 ສິຫຼິອາຍຸໄດ້ 86 ປີ

ຖືເປັນໜຶ່ງໃນລັດຖະບຸລຸດທີ່ມີຊື່ສຽງທີ່ສຸດໃນປະເທດໄທຍຸກໃໝ່ ນະໂຍບາຍການພັດທະນາທີ່ສຳຄັນຂອງທ່ານ ໄດ້ແກ່ ການກໍ່ຕັ້ງອີສເທີຣ໌ນ ຊີບອຣ໌ດ ໄປຈົນເຖິງການກໍ່ຕັ້ງ ການປິໂຕລຽມແຫ່ງປະເທດໄທ (ຫຼືປັດຈຸບັນຄື ບໍລິສັດ ປຕທ. ຈຳກັດ (ມະຫາຊົນ)) ອຳນວຍຄວາມສະດວກໃນການສ້າງທ່າເຮືອນ້ຳລຶກທີ່ແຫຼມຊະບັງແລະການເຈລະຈາຈັດທຳຂໍ້ຕົກລົງການຄ້າທະວິພາຄີລະຫວ່າງໄທກັບຍີ່ປຸ່ນຜ່ານທ່ານ ທາເກໂອະ ຟູກູດະ ນາຍົກລັດຖະມົນຕີໃນຂະໜະນັ້ນ