ເສດຖາ ທະວີສິນ

ຈາກ ວິກິພີເດຍ
ພະນະທ່ານ
ເສດຖາ ທະວີສິນ
ທ່ານເສດຖາ ໃນ ຄ.ສ. 2023
ຊື່ຈິງเศรษฐา ทวีสิน
ເກີດ (1962-02-15) 15 ກຸມພາ ຄ.ສ. 1962 (62 ປີ)
ບາງກອກ ປະເທດໄທ
ທີ່ຢູ່ປັດຈຸບັນບາງກອກ
ສັນຊາດທຸງຊາດຂອງໄທ ໄທ
ຊື່ອື່ນນິດ
ຊາດພັນໄທເຊື້ອສາຍຈີນ
ການສຶກສາມະຫາວິທະຍາໄລແມສຊາຊູເຊສຕ໌
ມະຫາວິທະຍາໄລບັນດິດສຶກສາແຄລຣ໌ມອນຕ໌
ຈົບຈາກໂຮງຮຽນສາທິດມະຫາວິທະຍາໄລສີນະຄະຣິນວິໂຣດ ປະສານມິດ
ອາຊີບນັກທຸລະກິດ
ນັກການເມືອງ
ເປັນທີ່ຮູ້ຈັກຈາກອະດີດປະທານອຳນວຍການແສນສິຣິ
ນາຍົກລັດຖະມົນຕີໄທ
ພັກການເມືອງ
ພັກເພື່ອໄທ (2022–ປັດຈຸບັນ)
ສາດສະໜາພຸດ
ນິກາຍເຖຣະວາດ
ຄູ່ສົມລົດພັກພິໄລ ປະຫຼັດຣັກສາ (ສົມລົດ 1987)
ບຸດນະພັດ ທະວີສິນ
ວະຣັດ ທະວີສິນ
ຊະນັນຍາ ທະວີສິນ
ບິດາມາຣດາອຳນວຍ ທະວີສິນ
ຊົດຊ້ອຍ ທະວີສິນ
ລາຍເຊັນ

ເສດຖາ ທະວີສິນ (ເກີດ 15 ກຸມພາ ຄ.ສ. 1962) ຊື່ຫຼິ້ນວ ນິດ ເປັນ ນັກທຸລະກິດ ແລະ ນັກການເມືອງຊາວໄທ ເປັນ ນາຍົກລັດຖະມົນຕີຄົນທີ 30 ຂອງໄທ, ອະດີດຫົວໜ້າບໍລິຫານ ແລະ ປະທານບໍລິສັດແສນສິຣິ [1] ພາຍຫຼັງການປະຊຸມຮ່ວມກັນຂອງລັດຖະສະພາ ໃນວັນທີ 22 ສິງຫາ 2023, ເສດຖາ, ເປັນຜູ້​ທີ່​ສົມຄວນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ (ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ) ຂອງ ​ພັກ​ເພື່ອໄທ ​ໄດ້​ຮັບ​ການ​ອະນຸມັດ​ໃຫ້​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີ ຖັດຈາກ​ພົນ​ເອກ ປຣະຍຸດ ຈັນ​ໂອຊາ.

ເສດຖາ ໄດ້ຮັບການສຶກສາໃນປະເທດ ສະຫະລັດອາເມລິກາ, ລາວຮ່ວມກໍ່ຕັ້ງບໍລິສັດ ແສນສິຣິ ໃນປີ 1988, ເຊິ່ງຕໍ່ມາກາຍເປັນທຸລະກິດພັດທະນາອະສັງຫາລິມະຊັບທີ່ໃຫຍ່ທີ່ສຸດຂອງປະເທດໄທ. ແລະເຮັດໃຫ້ເສດຖາ ເປັນນັກທຸລະກິດອະສັງຫາລິມະຊັບທີ່ຊົງອິດທິພົນ ລາວເປັນໝູ່​ສະໜິດ​ຂອງ ​ທ່ານ​ທັກສິນ ຊິນນະ​ວັດ ​ແລະ​ອະດີດ​ນາຍົກລັດຖະມົນຕີ​ໄທ ຍິ່ງ​ລັກ ຊິນນະ​ວັດ. ແລະເປັນໜຶ່ງໃນຜູ້ສະໝັກ 3 ທ່ານຈາກພັກເພື່ອໄທ, ຮ່ວມກັບ ແພທອງທານ ຊິນນະວັດ, ລູກສາວຫລ້າຂອງ ທ່ານທັກສິນ, ແລະ ໄຊກະເສມ ນິຕິສິລິ, ອະດີດໄອຍະການສູງສຸດ ໃນ ການເລືອກຕັ້ງທົ່ວໄປ 2023

ໄວເດັກ ແລະການສຶກສາ[ດັດແກ້]

ເສດຖາ ທະວີສິນ ເກີດໃນວັນທີ 15 ກຸມພາ 1962 ທີ່ກຸງເທບມະຫານະຄອນ. ໂດຍ​ການ​ເຕີບ​ໂຕ​ມາໃນ​ຄອບ​ຄົວ​ທີ່​ຮັ່ງ​ມີ ລາວ​ເປັນ​ລູກ​ຊາຍ​ພຽງ​ຄົນດຽວຂອງ ຮ້ອຍເອກອຳນວຍ ທະວີສິນ [2] ແລະຊົດຊ້ອຍ ທະວີສິນ (ນາມສະກຸນເກົ່າ ຈູຕະກຼລ​) [2] ເສດຖາກ່ຽວ​ຂ້ອງ​ກັບ​ຕະກູນນັກທຸລະກິດຈີນ-ໄທ 5 ຕະກູນ: ຢິບ​ອິນ​ຊອຍ, ​ຈັກ​ກະ​ພາກ, ຈູ​ຕະ​ກຸລ, ລ່ຳຊຳ ແລະ ບຸນນະ​ສິ​ຣິ [2] [3] [4] ລາວຮຽນ​ຈົບ​ປະ​ລິນ​ຍາ​ຕີ. ສາຂາເສດຖະສາດ ມະຫາວິທະຍາໄລ ແມຊຊາຊູເຊຕສ໌ [5] ແລະປະລິນຍາໂທ ສາຂາດ້ານການເງິນ ບັນດິດວິທະຍາໄລແຄລຣ໌ມອນຕ໌ (Claremont Graduate University) ໃນ ສະຫະລັດ ໃນຊີວິດຄອບຄົວ ແຕ່ງດອງກັບແພດຍິງ ພັກພິໄລ (ນາມສະກຸນເກົ່າ: ປລັດຣັກສາ) ມີລູກນຳກັນ 3 ຄົນ.

ການເຮັດວຽກ[ດັດແກ້]

ຫຼັງຈາກຮຽນຈົບໃນປີ 1986, ລາວໄດ້ກັບຄືນມາເຮັດວຽກໃນປະເທດໄທ ເພື່ອເຮັດວຽກເປັນຜູ້ຊ່ວຍຜູ້ຈັດການຜະລິດຕະພັນຂອງພຣອກເຕີຣ໌ ແອນດ໌ ແກມເບິລ (Procter & Gamble) ເປັນເວລາ 4 ປີ ຕໍ່ມາລາວໄດ້ຮ່ວມກໍ່ຕັ້ງແສນສິຣິ ໃນປີ 1988, ເຊິ່ງໄດ້ກາຍເປັນຫນຶ່ງໃນບໍລິສັດພັດທະນາອະສັງຫາລິມະສັບທີ່ໃຫຍ່ທີ່ສຸດໃນ ປະເທດໄທ ພາລະໜ້າທີ່ຂອງລາວ ສ່ວນໃຫຍ່ປະກອບດ້ວຍການວາງແຜນເຊີງຍຸດທະສາດ, ການບໍລິຫານ ແລະການຂັບເຄື່ອນທຸລະກິດທີ່ກຳລັງເຕີບໂຕຕາມແຜນຂອງຄະນະກຳມະການບໍລິຫານຂອງບໍລິສັດ.


ໃນປີ 2020 ລາວຊື້ທີ່ດິນທີ່ແພງທີ່ສຸດ ລາຄາ 3,9 ລ້ານບາດຕໍ່ຕາລາງວາ ເທິງຖະໜົນສາຣະສິນ ຕິດກັບສວນລຸມພິນີ ເຊິ່ງແຕ່ກ່ອນເປັນບ່ອນຕັ້ງອາຄານສຳນັກງານຂອງ ບມຈ. ທີ ໄລຟ໌ ປະກັນຊີວິດ ດ້ວຍການບໍລິຫານຈັດການຂອງເສດຖາ ແສນສິຣິ ຍັງຄົງສາມາດເຕີບໂຕໄດ້ ເຖິງຈະຢູ່ໃນຊ່ວງການລະບາດທົ່ວໄປຂອງໂຄວິດ ພາຍໃຕ້ກົດໝາຍເລືອກຕັ້ງໄທ ເສດຖາບໍ່ສາມາດຄອບຄອງຫຸ້ນໃນບໍລິສັດໃດໆໄດ້ ດ້ວຍເຫດນີ້, ຈຶ່ງໂອນຫຸ້ນທັງໝົດໃນແສນສິຣິ ຄິດເປັນສັດສ່ວນ 4.4% ຂອງທຶນຈົດທະບຽນບໍລິສັດ ໃນວັນທີ່ 8 ມີນາ 2020.

ການວິພາກວິຈານ[ດັດແກ້]

ໃນວັນທີ 17 ສິງຫາ 2023 , ທ່ານ ຊູວິດ ກະມົນວິສິດ ໄດ້ຍື່ນຄໍາຮ້ອງຟ້ອງຕໍ່ທ່ານເສດຖາ ກັບ ພົນຕຳຫຼວດເອກ ສຸຣະເຊດ ຫັກພາລ ເພື່ອສືບສວນການຊື້ທີ່ດິນຂອງລາວໃນປີ 2020, ເຊິ່ງຊູວິດອ້າງວ່າເສດຖາ ແລະແສນສິຣິ ມີພຶດຕິກຳຫຼີກເວັ້ນພາສີ ເສດຖາຕອບໂຕ້ໂດຍການຍື່ນຮ້ອງຟ້ອງຊູວິດ ໃນຂໍ້ຫາໝິ່ນປະໝາດ ແລະຮຽກຮ້ອງຄ່າເສຍຫາຍ 500 ລ້ານບາດ ຈາກການຈັດຖະແຫຼງຂ່າວຂອງລາວ ໃນວັນທີ່ 3 ສິງຫາ

ວຽກ​ງານ​ການ​ເມືອງ[ດັດແກ້]

​ໃນ​ໄລຍະ ​ວິ​ກິດ​ການ​ການ​ເມືອງ​ຂອງ​ໄທ​ປີ 2013-2014, ທ່ານ​ໄດ້​ຄັດຄ້ານ​ການ​ເຄື່ອນ​ໄຫວຂອງກຸ່ມ ກປປສ ພາຍຫຼັງ ​ການ​ກໍ່​ລັດຖະປະຫານ​ໃນ​ປີ 2014 ຢູ່​ໄທ . ​ລາວຖືກຄະນະຮັກສາຄວາມສະຫງົບແຫ່ງຊາດ ເອີ້ນໄປ​ລາຍ​ງານ​ຕົວທີ່ຫໍ​ປະຊຸມ​ກອງທັບ​ບົກ ພາຍຫຼັງເມື່ອ​ເກີດ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການປະທ້ວງທີ່ນຳພາໂດຍກຸ່ມເຍົາວະຊົນ ລາວ​ໄດ້​ວິຈານການບໍລິຫານ​ສະຖານະ​ການດັ່ງກ່າວຂອງລັດຖະບານໃນຂະນະນັ້ນ [6]

​ໃນການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ປີ 2023, ລາວ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ໜຶ່ງ​ໃນ​ສາມ​ຄົນ ເປັນຜູ້​ທີ່​ສົມຄວນ​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ (ຜູ້​ສະໝັກ) ຂອງ ​ພັກເພື່ອ​ໄທ ​ໃນ​ວັນ​ທີ 5 ​ເມສາ 2023 [7] ລາວ​ມັກ​ຕາມຫຼັງ​ຜູ້​ສະໝັກ​ອີກ​ຄົນ​ໜຶ່ງ​ຂອງ ​ແພທອງທານ ຊິນ​ນະ​ວັດ, ​ໃນ​ຜົນການ​ສຳ​ຫຼວດບຸກຄົນ​ທີ່​ສະໜັບສະໜູນ​ການ​ເປັນນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ​ໄດ້​ເລີ່​ມລົງ​ໂຄສະນາ​ຫາ​ສຽງ​ຈາກ ເຂດ​ຄອງ​ເຕີຍ ​ໃນກຸງເທບມະຫານະຄອນ. ແລະ​ໄດ້​ກ່າວ​ຄໍາ​ປາ​ໄສ​ຄັ້ງ​ທໍາ​ອິດ​ຂອງ​ຕົນ​ຢູ່ ແຂວງພິຈິດ ​ໃນ​ກາງ​ເດືອນ​ເມສາ​, ລາວ​ກ່າວ​ຢູ່ ​ແຂວງ​ເລີຍ ​ວ່າ, ພັກ​ເພື່ອໄທບ ຈະບໍ່ຮ່ວມຈັດຕັ້ງລັດຖະບານ​ກັບ ພັກ​ພະລັງປະຊາຣັດ ແລະ ພັກ​ລວມທ​ສ້າງຊາດ ຍ້ອນມີສ່ວນຮ່ວມໃນການກໍ່ລັດຖະປະຫານ 2014

ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 14 ພຶດ​ສະ​ພາ​ແລ້ວ, ພັກເພື່ອ​ໄທ​ໄດ້​ຮັບ​ອັນ​ດັບ​ທີ 2 ຮອງ​ຈາກ ​ພັກ​ກ້າວໄກ ​ແລະ​ໄດ້​ເຂົ້າ​ຮ່ວມ​ອີກ 6 ພັກ​ເພື່ອ​ສ້າງ​ຕັ້ງ​ລັດ​ຖະ​ບານ​ [8] . ແນວໃດກໍຕາມ, ພິທາ ລິ້ມຈະເລີນຣັດ ບໍ່​ໄດ້ຄະ​ແນນ​ສຽງ​ໃຫ້ດຳລົງຕຳແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໃນ​ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 13 ກໍ​ລະ​ກົດ . ຕໍ່ມາມະຕິຂອງລັດຖະສະພາໃນວັນທີ່ 19 ກໍລະກົດ ຫ້າມການສະເໜີຊື່ພິທາຊ້ຳ ໃນສະໄໝປະຊຸມດຽວກັນ ພັກ​ກ້າວໄກຈຶ່ງ​ໄດ້​ມອບ​ສິດ​ໃຫ້​ພັກ​ເພື່ອໄທ ​ພັກພູມໃຈໄທ ​ເຂົ້າ​ຮ່ວມ​ລັດຖະບານ​ໃນ​ວັນ​ທີ 7 ສິງຫາ​, ເວລາຕໍ່​ມາ ພັກ​ພະລັງປະຊາຣັດ ​ແລະ ​ພັກ​ລວມໄທສ້າງ​ຊາດ ໄດ້ເຂົ້າ​ຮ່ວມ​ລັດ​ຖະ​ບານ​ຂອງ​ພັກເພື່ອໄທ​ເຊັ່ນ​ດຽວ​ກັນ ເຖິງວ່າມັນ​ຈະ​ຂັດ​ກັບ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໄດ້​ໃຫ້​ໄວ້​ກ່ອນ​ການ​ເລືອກ​ຕັ້ງ ແຕ່ເສດຖາກ່າວວ່າມີຄວາມຈໍາເປັນ [9]

ຕໍ່ມາ, ສານລັດຖະທໍາມະນູນ ປະຕິ​ເສດ​ຕໍ່​ຄຳ​ຮ້ອງ​ສະ​ເໜີ​ຂອງຜູ້ກວດການແຜ່ນດິນ ໃຫ້ສືບສວນ​ການຂັດແຍ້ງຄໍ່ລັດຖະທຳ​ມະນູນ​ຂອງ​ມະຕິ​ຣັດຖະສະພາ​ ທີ່​ຫ້າມ​ບໍ່​ໃຫ້ສະເໜີຊື່ພິທາອີກຄັ້ງ ​ເຮັດ​ໃຫ້​ພັກເພື່ອ​ໄທ​ ມີ​ມະຕິ​ສະ​ເໜີຊື່​ເສດຖາ ໃຫ້ທີ່ປະຊຸມ​ຮ່ວມ​ລັດຖະສະພາພິຈາລະນາ ເພື່ອ​ພິຈາລະນາ​ຮັບຮອງ​ເອົາ​ຕໍາ​ແໜ່​ງນາຍົກລັດຖະມົນຕີທີ່​ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 22 ສິງຫາ​ [10] [11], ເຊິ່ງເສດຖາຈະ​ສະ​ແດງ​ວິ​ໄສ​ທັດ. ອະທິບາຍເປົ້າໝາຍຂອງລາວໃນຖານະເປັນນາຍົກລັດຖະມົນຕີ ແລະຕອບຄຳຖາມຂອງລັດຖະສະພາ [12] ດ້ວຍການສະໜັບສະໜູນຂອງ ທັກສິນ ຊິນນະວັດ ຢູ່ເບື້ອງຫຼັງ. ໃນວັນທີ 22 ສິງຫາ 2023, ລາວ ໄດ້ຮັບການອະນຸມັດຈາກລັດຖະສະພາ. ໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຄົນທີ 30 ຂອງໄທ ຫຼັງພັກເພື່ອໄທສະເໜີຊື່ ໂດຍຈາກທັງ​ສະພາ​ຜູ້​ແທນ​ລາຊະ​ດອນ ​ແລະ​ວຸດທິສະພາ​ ເສດຖາ​ໄດ້​ຮັບສຽງສະໜັບສະໜູນ 482 ສຽງ​ຈາກຈຳນວນ​ສະມາຊິກ​ທັງ​ໝົດ 728 ທ່ານ ​ທີ່ ​ພຣະບາດສົມເດັດພຣະວະຊິຣະເກລົ້າເຈົ້າຢູ່ຫົວ. ໄດ້ມີພຣະຣາຊະໂອງການແຕ່ງຕັ້ງເປັນນາຍົກລັດຖະມົນຕີຄົນທີ 30 ແທນທີ່ພົນເອກ ປຣະຍຸດ ຈັນໂອຊາ , ໂດຍມີພິທີສະໜອງພຣະບໍຣົມຣາຊະໂອງການ ໃນຕອນຄໍ່າຂອງມື້ຕໍ່ມາ ທີ່ສໍານັກງານພັກເພື່ອໄທ [13]

ເບິ່ງເພີ່ມເຕີມ[ດັດແກ້]

ອ້າງອີງ[ດັດແກ້]

ແຫຼ່ງຂໍ້ມູນອື່ນ[ດັດແກ້]

ກ່ອນໜ້າ ເສດຖາ ທະວີສິນ ຖັດໄປ
ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຄົນທີ 30
(ຄ.ສ. 2023 – ປັດຈຸບັນ)
ຢູ່ໃນຕຳແໜ່ງ
ອາຄົມ ເຕີມພິດທະຍາໄພສິດ ລັດຖະມົນຕີວ່າການກະຊວງພານິດ ຄົນທີ 55
(ຄ.ສ. 2023 – ປັດຈຸບັນ)
ຢູ່ໃນຕຳແໜ່ງ
ສ້າງຕັ້ງບໍລິສັດ ກຳມະການຜູ້ຈັດການໃຫຍ່ແສນສິຣິ ຄົນທີ 1
(ຄ.ສ. 1984 – 2023)
ອະພິຊາດ ຈູຕະກູນ
(ຮັກສາການ)