ພັກພິໄລ ທະວີສິນ
ແພດຢິງ ພັກພິໄລ ທະວີສິນ | |
|---|---|
| พักตร์พิไล ทวีสิน | |
| ເກີດ | ພັກພິໄລ ປະຫຼັດຣັກສາ 29 ມັງກອນ ຄ.ສ. 1961 ປະເທດໄທ |
| ສັນຊາດ | |
| ຊື່ອື່ນ | ອ້ອມ |
| ການສຶກສາ | ຈຸລາລົງກອນມະຫາວິທະຍາໄລ |
| ສິດເກົ່າ | ໂຮງຮຽນສາທິດມະຫາວິທະຍາໄລສີນະຄະຣິນວິໂຣດ ປະທຸມວັນ |
| ອາຊີບ | ແພດ ນັກທຸລະກິດ |
| ມີຊື່ສຽງຈາກ | ຄູ່ສົມລົດນາຍົກລັດຖະມົນຕີໄທ |
| ຄູ່ສົມລົດ | ເສດຖາ ທະວີສິນ (ສົມລົດ 1989) |
| ບຸດ | 3 ຄົນ |
| ບຸບພະກາລີ | ຜ່ອນ ປະຫຼັດຣັກສາ ອຸດົມສີ ປະຫຼັດຣັກສາ |
ແພດຢິງ ພັກພິໄລ ທະວີສິນ (ໄທ: พักตร์พิไล ทวีสิน; ເກີດ 29 ມັງກອນ ຄ.ສ. 1961) ຊື່ຫຼິ້ນ ອ້ອມ ແມ່ນແພດດ້ານເວດຊະສາດ ນັກທຸລະກິດ ແລະພັນລະຍາຂອງທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ
ຊີວິດຊ່ວງຕົ້ນ
[ດັດແກ້]ທ່ານນາງ ພັກພິໄລ ທະວີສິນ (ສະກຸນເດີມ: ປະຫຼັດຣັກສາ) ເກີດເມື່ອວັນທີ 29 ມັງກອນ ຄ.ສ. 1961 ແມ່ນລູກສາວຂອງ ທ່ານ ພົນຕຳຫຼວດໂທ ຜ່ອນ ປະຫຼັດຣັກສາ ອະດີດຜູ້ບັນຊາການຕຳຫຼວດພູທອນພາກ 3 ແລະຕຳຫຼວດພູທອນພາກ 5[1][2] ກັບທ່ານນາງ ອຸດົມສີ ປະຫຼັດຣັກສາ (ສະກຸນເດີມ: ຣາມອິນທາ) ມີອ້າຍນ້ອງ 4 ຄົນ[3] ທ່ານນາງຍັງເປັນຫຼານຕາຂອງທ່ານ ພົນຕຳຫຼວດໂທ ພະຣາມອິນທາ (ດວງ ຈຸໄລຍານົນ) ອະດີດອະທິບໍດີກົມຕຳຫຼວດ ຄົນທີ 6 ແລະອະດີດປະຫຼັດກະຊວງມະຫາດໄທຄົນທີ 11 ແລະເປັນຍາດກັບຄຸນຢິງ ວິມົນ ສິຣິໄພບູນ ຜ່ານທາງສາຍສະກຸນຂອງມານດາ[4][5]
ທ່ານນາງ ພັກພິໄລ ສຳເຫຼັດການສຶກສາລະດັບມັດທະຍົມຈາກໂຮງຮຽນສາທິດມະຫາວິທະຍາໄລສີນະຄະຣິນວິໂຣດ ປະທຸມວັນ[3] ປະລິນຍາຕີແພດສາດບັນດິດ ຈາກຄະນະແພດສາດ ຈຸລາລົງກອນມະຫາວິທະຍາໄລ[6]
ການເຮັດວຽກ
[ດັດແກ້]ທ່ານນາງ ພັກພິໄລ ເຄຍເຮັດວຽກຢູ່ຣາດຊະເທວີຄລິນິກ[7] ປັດຈຸບັນເປັນແພດປະຈຳສູຍສົ່ງເສີມສຸຂະພາບໄວທັລໄລຟ໌ ໂຮງໝໍບຳຣຸງຣາດ[7] ແລະຍັງແມ່ນຜູ້ສ້າງຕັ້ງ ເອສ ເມດິຄັລ ສປາ[3] ນອກຈາກນີ້ທ່ານນາງຍັງເຄຍເປັນປະທານກຳມະການສະມາຄົມເວດຊະສຳອາງແລະສັນລະຍະສາດຜິວພັນແຫ່ງປະເທດໄທດ້ວຍ[8]
ຊີວິດສ່ວນໂຕ
[ດັດແກ້]ທ່ານນາງ ພັກພິໄລ ສົມລົດກັບທ່ານ ເສດຖາ ທະວີສິນ ເມື່ອປີ 1989[9] ມີບຸດດ້ວຍກັນ 3 ຄົນ ທຸກວັນຈະໃຊ້ເວລາສ່ວນໜຶ່ງໃນການອອກກຳລັງກາຍ[7]
ໃນປີ 2013 ໄດ້ໃຫ້ສຳພາດປະຕິເສດຂ່າວລືວ່າຈະຢ່າກັບທ່ານ ເສດຖາ[10]
ຜົນງານ
[ດັດແກ້]- ພັອກເກັດບຸ໊ກ "ສວຍທັ້ງຮູບ ຍິ່ງຈູບຍິ່ງຫອມ" - ເອ ເອ ເປເປອຣ໌ ແອນດ໌ ສເຕຊັ່ນເນອຣີ່[11]
ຮາງວັນ
[ດັດແກ້]- HELLO! Beauty Awards 2022 - Honorary Awards[12]
ອ້າງອີງ
[ດັດແກ້]- ↑ พักตร์พิไล ทวีสิน จัดงานแซยิด ฉลองอายุ 100 ปี คุณพ่อ 3 วันติด
- ↑ ประวัติความเป็นมา–ตำรวจภูธรภาค ๕
- 1 2 3 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ อนุสรณ์ นางอุดมศรี ปลัดรักษาແມ່ແບບ:ลิงก์เสีย
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- 1 2 3 พญ.พักตร์พิไล ทวีสิน ใจเป็นนาย กายเป็นบ่าว
- ↑ รู้จักครอบครัวเศรษฐา ทวีสิน “พญ.พักตร์พิไล” สตรีหมายเลข 1 และ 3 ทายาทแสนล้าน
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
| ກ່ອນໜ້າ | ພັກພິໄລ ທະວີສິນ | ຖັດໄປ | ||
|---|---|---|---|---|
| ນະຣາພອນ ຈັນໂອຊາ | ຄູ່ສົມລົດນາຍົກລັດຖະມົນຕີໄທ (ຄ.ສ. 2023 – ປັດຈຸບັນ) |
ຢູ່ໃນຕຳແໜ່ງ |