ຈັງຫວັດລານຊ້າງ

ຈາກ ວິກິພີເດຍ
ຈັງຫວັດລານຊ້າງ

จังหวัดลานช้าง
ກາຢ່າງເປັນທາງການຂອງຈັງຫວັດລານຊ້າງ
ກາ
ຈັງຫວັດລານຊ້າງ (ສີຂຽວອ່ອນດ້ານບົນ)
ຈັງຫວັດລານຊ້າງ (ສີຂຽວອ່ອນດ້ານບົນ)
ປະເທດໄທ
ສ້າງຕັ້ງ9 ພຶດສະພາ ຄ.ສ. 1941
ຄືນດິນແດນ17 ພະຈິກ ຄ.ສ. 1946
ການປົກຄອງ
 • ປະເພດລາຊະການສ່ວນພູມິພາກ
ເຂດເວລາUTC+07:00 (ICT)
ປັດຈຸບັນເປັນສ່ວນໜຶ່ງຂອງ : ທຸງຊາດຂອງປະເທດລາວ ລາວ

ຈັງຫວັດລານຊ້າງ (ໄທ: จังหวัดลานช้าง) ແມ່ນ 1 ໃນ 4 ຈັງຫວັດຂອງທີ່ປະເທດໄທໄດ້ດິນແດນຄືນຈາກວີຊີຝຣັ່ງໃນຊ່ວງ ຄ.ສ. 1941 ໂດຍຍົກທ້ອງທີ່ດິນແດນລາວຝັ່ງຂວາແມ່ນ້ຳຂອງຕົງຂ້າມກັບເມືອງຫຼວງພະບາງ ຂຶ້ນເປັນຈັງຫວັດ ເດີມພື້ນທີ່ນີ້ຂຶ້ນຢູ່ກັບມົນທົນພາຍັບໃນສະໄໝລາຊະການທີ 5 ແລະຕົກຢູ່ພາຍໃຕ້ການປົກຄອງຂອງຝຣັ່ງເມື່ອ ຄ.ສ. 1904 ພ້ອມກັນກັບເມືອງຈຳປາສັກ ພາຍຫຼັງສົງຄາມໂລກຄັ້ງທີສອງ ໄທຕ້ອງສົ່ງດິນແດນນີ້ຄືນໃຫ້ແກ່ຝຣັ່ງ ຊື່ງແມ່ນຜູ້ປົກຄອງປະເທດລາວໃນຕອນນັ້ນ ປັດຈຸບັນຄືພື້ນທີ່ ແຂວງໄຊຍະບູລີ ແລະເມືອງຈອມເພັດ ແຂວງຫຼວງພະບາງ

ກົມສິນລະປາກອນຂອງປະເທດໄທໄດ້ກຳໜົດໃຫ້ຈັງຫວັດລານຊ້າງໃຊ້ກາປະຈຳຈັງຫວັດແມ່ນຮູບຊ້າງຍືນຫຼາຍໂຕຍືນຢູ່ກາງລານກວ້າງ ໂດຍຄິດຮູບກາຈາກຄວາມໝາຍຂອງຊື່ຈັງຫວັດທີ່ແປວ່າ "ດິນແດນທີ່ມີຊ້າງມາກຫຼາຍ"

ການແບ່ງເຂດການປົກຄອງ[ດັດແກ້]

ຈັງຫວັດລານຊ້າງໄດ້ແບ່ງການປົກຄອງອອກເປັນ 6 ອຳເພີ ຕາມປະກາດເຮື່ອງຕັ້ງອຳເພີ ລົງວັນທີ 23 ກໍລະກົດ ພ.ສ. 2484 ດັງນີ້

  1. ອຳເພີສະມາບຸລີ ຕາມເຂດອຳເພີສະມາບຸລີເດີມ (ປັດຈຸບັນຄື ເມືອງໄຊຍະບູລີ)
  2. ອຳເພີອະດຸນເດດຈະຫຼັດ ຕາມເຂດອຳເພີປາກປາຍເດີມ ຕັ້ງຕາມນາມຂອງ ຫຼວງອະດຸນເດດຈະຣັດ (ບັດ ພຶ່ງພະຄຸນ) ອະທິບໍດີກົມຕຳຫຼວດແລະຜູ້ບັງຄັບການຕຳຫຼວດພາກສະໜາມໃນສົງຄາມຝຣັ່ງ–ໄທ (ປັດຈຸບັນຄື ເມືອງປາກລາຍ)
  3. ອຳເພີແກ່ນທ້າວ ຕາມເຂດອຳເພີແກ່ນທ້າວເດີມ (ປັດຈຸບັນຄື ເມືອງແກ່ນທ້າວ)
  4. ອຳເພືຊຽງຮ່ອນ ຕາມເຂດອຳເພີຊຽງຮ່ອນເດີມ (ປັດຈຸບັນຄື ເມືອງຊຽງຮ່ອນ)
  5. ອຳເພີຫານສົງຄາມ ຕາມເຂດອຳເພີຫົງສາເດີມ ຕັ້ງຕາມນາມຂອງ ຫຼວງຫານສົງຄາມ (ຟ້ອນ ສຸວັນໄສລະ) ຜູ້ບັນຊາການກອງພົນພາຍັບໃນສົງຄາມຝຣັ່ງ–ໄທ (ປັດຈຸບັນຄື ເມືອງຫົງສາ)
  6. ອຳເພີຊຽງແມນ ແຍກຈາກອຳເພີສະມາບຸລີ ເມື່ອວັນທີ 28 ກັນຍາ ຄ.ສ. 1943 (ປັດຈຸບັນຄື ເມືອງຈອມເພັດ)

ເຂດການປົກຄອງທີ່ໄດ້ຈັດໄວ້ນີ້ໄດ້ໃຊ້ເຮື່ອຍມາຈົນເຖີງ ຄ.ສ. 1946 ໂດຍບໍ່ມີການປັບປຸງເພີ່ມເຕີມແຕ່ຢ່າງໃດ ໃນລະຫວ່າງທີ່ຈັງຫວັດນີ້ຢູ່ພາຍໃຕ້ການປົກຄອງຂອງປະເທດໄທ ໄດ້ມີການຈັດການເລືອກຕັ້ງຂຶ້ນ ເມື່ອວັນທີ 6 ມັງກອນ ຄ.ສ. 1946 ໂດຍທ່ານ ສັງຄົມ ຣິມທອງ ໄດ້ເປັນສະມາຊິກສະພາຜູ້ແທນລາຊະດອນຂອງຈັງຫວັດລານຊ້າງ ກ່ອນຈະຄືນດິນແດນໃຫ້ຝຣັ່ງ