ລາຊາທິປະໄຕ
ສ່ວນນຶ່ງຂອງຊຸດການເມືອງ |
ລະບອບການປົກຄອງ ພື້ນຖານ |
---|
ໂຄງສ້າງອຳນາດ |
ໂຄງສ້າງອຳນາດ |
ອື່ນ ໆ
|
</noinclude>
ລາຊາທິປະໄຕ (ຄຳເຄົ້າ: ຣາຊາທິປະຕັຍ,[1]ອັງກິດ: monarchy, ຝຣັ່ງ: monarchie) () ແມ່ນຮູບແບບການປົກຄອງບ່ອນຕຳແໜ່ງປະມຸກແຫ່ງລັດ ໂດຍປົກກະຕິແມ່ນຖືຢູ່ຈົນຮອດສິ້ນພະຊົນຫຼືສະຫຼະລາຊະສົມບັດ. ສ່ວນຫຼາຍມັກໄດ້ອຳນາດມາໂດຍການສືບລາຊະສົມບັດ ແລະໂດຍປົກກະຕິມັກໃຫ້ແກ່ພະບໍລົມມະວົງສານຸວົງແຫ່ງລາຊະວົງ ເຊິ່ງປົກຄອງຢູ່ກ່ອນຢ່າງເປັນທາງການ.
ພະມະຫາກະສັດມັກມີຖານັນດະລະສັກເປັນພະລາຊາຫຼືພະລາຊິນີ ຢ່າງໃດກໍດີ ຈັກກະພັດ/ຈັກກະພັດດິນີ, ກະລັງດຸກ/ກະລັງດຸຍເຊ, ເຈົ້າຊາຍ/ເຈົ້າຍິງ ແລະຄຳອື່ນ ຖືກໃຊ້ເພື່ອລະບຸຕຳແໜ່ງພະມະຫາກະສັດນຳ ແມ່ນຄຳວ່າ "monarch" ມາຈາກຄຳວ່າ "ຜູ້ປົກຄອງຜູ້ດຽວ" ແຕ່ໂດຍປະເພນີ ປະມຸກແຫ່ງລັດເຊິ່ງມີຕຳແໜ່ງປະທານປະເທດຫຼືຜູ້ນຳ (premier) ບໍ່ຖືກພິຈາລະນາວ່າເປັນພະມະຫາກະສັດຢ່າງເປັນທາງການ.
ປະເພດຂອງລາຊາທິປະໄຕ
[ດັດແກ້]ລາຊາທິປະໄຕ ຄື ການທີ່ມີປະມຸກເປັນກະສັດ ແບ່ງອອກຕາມຂອບເຂດ ພະລາຊະອຳນາດແມ່ນ
- ສົມບູລະນະຍາສິດທິລາດ (Absolute monarchy) ກະສັດເປັນປະມຸກສູງສຸດຂອງລັດການບໍລິຫານ
- ປໍຣະມິດຕາຍາສິດທິລາດ (Limited monarchy) ກະສັດເປັນປະມຸກທີ່ມີອຳນາດຈຳກັດ ເຊັ່ນ ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ (Constitutional monarchy) ເຊິ່ງພະລາຊະອຳນາດຈະຈຳກັດຢູ່ພາຍໃຕ້ລັດຖະທຳມະນູນ
ການຫຼົ້ມສະຫຼາຍຂອງລາຊາທິປະໄຕ
[ດັດແກ້]ລາຊາທິປະໄຕອາດເຖິງຈຸດຈົບໄດ້ຫຼາຍວິທີດ້ວຍກັນ ເຊັ່ນ ອາດຈະມີການປະຕິວັດໂຄ່ນລົ້ມລາຊະວົງເກີດຂຶ້ນ ຫຼືຢ່າງໃນອິຕາລີຫຼືກີດ ປະຊາຊົນລົງປະຊາມະຕິຕັ້ງສາທາລະນະລັດເຮັດໃຫ້ລາຊາທິປະໄຕເຖິງຈຸດສິ້ນສຸດ ໃນບາງກໍລະນີ ເຊັ່ນ ໃນອັງກິດແລະແອສປາຍ ລາຊາທິປະໄຕຖືກໂຄ່ນລົ້ມລົງຫຼືໄດ້ຮັບການຟື້ນຟູຂຶ້ນໃໝ່ໃນພາຍຫຼັງ ຫຼັງຈາກທີ່ຈັກກະພັດນະໂປລຽນທີ່ 1 ຊາວຝຣັ່ງໄດ້ຟື້ນຟູລາຊະວົງບູບົງຂຶ້ນມາໃໝ່ຫຼັງຈາກຖືກສາທາລະນະລັດຂອງນະໂປລຽນຍົກເລີກໄປ
ເບິ່ງຕື່ມ
[ດັດແກ້]- ລະບອບສົມບູລະນາຍາສິດທິລາດ
- ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ
- ເທວະສິດຂອງພະມະຫາກະສັດ
- ລາຊາທິປະໄຕທີ່ຖືກລົ້ມລ້າງ
- ລັດຮ່ວມປະມຸກ
- ↑ ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.