ພາສາລາວ: Difference between revisions

ຈາກ ວິກິພີເດຍ
Content deleted Content added
r2.7.3) (ໂຣບົດ ພວມເພີ່ມ: zh-yue:老撾話
r2.7.2) (Robot: Modifying kv:Лаос кыв to kv:Лао кыв
ແຖວ 315: ແຖວ 315:
[[kk:Лаос тілі]]
[[kk:Лаос тілі]]
[[ko:라오어]]
[[ko:라오어]]
[[kv:Лаос кыв]]
[[kv:Лао кыв]]
[[lt:Lao (kalba)]]
[[lt:Lao (kalba)]]
[[lv:Laosiešu valoda]]
[[lv:Laosiešu valoda]]

ລຸ້ນແກ້ໄຂເກົ່າເມື່ອ 22:17, 12 ມັງກອນ 2013

ພາສາລາວ
ອອກສຽງພາສາລາວ
ປະເທດທີ່ມີການເວົ້າລາວ, ໄທ, ຫວຽດນາມ, ກຳປູເຈຍ, ອາເມຣິກາ, ຝຣັ່ງ, ການາດາ, ອົດສະຕຣາລີ, ຍີ່ປຸ່ນ
ຈຳນວນຜູ້ເວົ້າ6 ລ້ານ (ປະມານ ຫລາຍກວ່າ 20 ລ້ານ ຖ້າລວມຜູ້ເວົ້າພາກອິສານຂອງປະເທດໄທ)  (ບໍ່ພົບວັນທີ)
ຕະກຸນພາສາ
ລະບົບການຂຽນອັກສອນລາວ
ສະຖານະພາບທາງການ
ພາສາທາງການປະເທດລາວ
ລະຫັດພາສາ
ISO 639-1lo
ISO 639-2lao
ISO 639-3lao

ພາສາລາວ  ແມ່ນພາສາລັດຖະການຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ແລະເປັນພາສາແມ່ຂອງຄົນເຊື້ອຊາດລາວ ທັງຢູ່ພາຍໃນ ແລະຕ່າງປະເທດ. ພາສາລາວມີວັນນະຍຸດ ມີການປາກເວົ້າໃນພາກຕາເວັນອອກສຽງເໜືອຂອງປະເທດໄທ ແລະພາກຕາເວັນອອກສຽງເໜືອຂອງປະເທດກຳປູເຈຍ (ແຕ່ພາສາອີສານເປັນການປະສົມປະສານຂອງພາສາລາວເດີມກັບພາສາໄທ) ລະບົບການຂຽນຈະໃຊ້ ຕົວອັກສອນລາວຊື່ງເປັນລະບົບອັກສອນສະຫລະປະກອບ (ລະບົບການຂຽນທີ່ປະກອບດ້ວຍສັນຍາລັກແທນພະຍັນຊະນະ ແລະຕິດຕາມດ້ວຍສະຫລະທີ່ຈະຢູ່ທາງໜ້າ ທາງຫຼຼັງ ທາງເທິງ ທາງລຸ່ມ ຂອງພະຍັນຊະນະ) ແລະມີຄວາມຄ້າຍຄຶງກັບພາສາໄທ ພາສາລາວແມ່ນພາສາໃນກຸ່ມພາສາໄຕ ອັນເປັນກຸ່ມຍ່ອຍຂອງຕະກູນພາສາໄທ-ກະໄດ[1] 

ຄວາມເປັນມາຂອງພາສາລາວ

ພາສາລາວສືບທອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງປະເທດຈີນຊື່ງເປັນຈຸດດັ່ງເດີມຂອງຫລາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫລາຍຊົນເຜົ່າ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວຂອງອານາຈັກຈີນ, ການບຸກລຸກຂອງຊາວມົງໂກນ ແລະການປູກຝັງທຳນາຫາກີນ, ຄົນໄຕໄດ້ຍົກຍ້າຍລົງມາພາກໃຕ້ສູ່ພາກອີນເດັຍ ຕາມຮີມຝັ່ງແມ່ນ້ຳຂອງ. ການອົບພະຍົກຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູຣົມຣາຊາທິຣາສ.

ສໍານຽງທ້ອງຖິ່ນ

ສໍານຽງວຽງຈັນເປັນສໍານຽງທີ່ຊາວລາວຕ່າງເຂົ້າໃຈ ແລະຖືວ່າເປັນສໍານຽງທາງການທີ່ຄົນທົ່ວໄປມັກໃຊ້ໃນການເວົ້າລົມປະຈຳວັນ.

ສໍານຽງ ແຂວງ (ຢູ່ລາວ) ເຂດ (ຢູ່ກຳປູເຈຍ)
ພາກເໜືອ ຫລວງພະບາງ, ໄຊຍະບູລີ, ບໍລິຄຳໄຊ ສຽມຣຽບ
ພາກຕາເວັນອອກສຽງເໜືອ ຊຽງຂວາງ, ຫົວພັນ ສະຕຶງເເຕຣງ
ພາກກາງ ສະວັນນະເຂດ, ຄຳມ່ວນ ກຳປົງຈະນັງ
ພາກໃຕ້ ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື ກຳປົດ
ວຽງຈັນ ວຽງຈັນ ?

ລະບົບສຽງ

ພະຍັນຊະນະ

ສຽງສັດທະອັກສອນພະຍັນຊະນະໃນພາສາລາວ (ສຽງແປ) ມີຢູ່ນຳກັນ 21 ສຽງ

  ຮິມປາກ
ທັງສອງ
ຮິມປາກລຸ່ມ
-ແຂ້ວເທິງ
ປຸ່ມເຫງືອກ ປຸ່ມເຫງືອກ
-ເພດານແຂັງ
ເພດານແຂັງ ເພດານອ່ອນ ຜະໜັງຄໍ
ສຽງກັກ /p/
/pʰ/
ຜ,ພ
/b/
  /t/
/tʰ/
ຖ,ທ
/d/
    /k/
/kʰ/
ຂ,ຄ
  /ʔ/
*
ສຽງນາສິກ   /m/
    /n/
  /ɲ/
  /ŋ/
 
ສຽງສຽດແຊກ   /f/
ຝ,ຟ
/s/
ຊ,ສ
        /h/
ຫ,ຮ
ສຽງປະສົມສຽດແຊກ       /t͡ɕ/
       
ສຽງລົວລີ້ນ       /r/
       
ສຽງເປີດ         /j/
  /w/
 
ສຽງຂ້າງລີ້ນ       /l/
       
* ສຽງ /ʔ/ ມີປາກົດຢູ່ໃນຄຳທີ່ມີສະລະສຽງສັ້ນແລະບໍ່ມີພະຍັນຊະນະສະກົດ

ວັນນະຍຸດ

ພາສາລາວມີວັນນະຍຸດ 6 ສຽງ ສະແດງໃນຕາລາງດັ່ງຕໍ່ໄປນີ້.[2] ໃນຄໍລັມເສັ້ນສະແດງຮູບຮ່າງສຽງວັນນະຍຸດ 1 ໝາຍເຖິງລະດັບສຽງຕ່ຳ, 3 ໝາຍເຖິງລະດັບສຽງກາງ, ແລະ 5 ໝາຍເຖິງລະດັບສຽງສູງ.

ຊື່ ສັນຍະລັກໃຊ້ນຳ /e/ ເສັ້ນສະແດງຮູບຮ່າງສຽງວັນນະຍຸດ ໂຕຢ່າງ
ຈາກຕ່ຳໄປສູງ ě 24 ຫຼື 214 ຂາ
ສູງ é 4 ຄາ
ຈາກສູງໄປຕ່ຳ ê 53 ຄ້າ
ກາງ ē 3 ຄ່າ
ຕ່ຳ è 1 ກາ
ຈາກກາງໄປຕ່ຳ 31 ຂ້າ

ຄຳສັບ

ວັນເວລາ

ວັນ Days
ຈັນ Monday
ອັງຄານ Tuesday
ພຸດ Wednesday
ພະຫັດ Thursday
ສຸກ Friday
ເສົາ Saturday
ອາທິດ Sunday
ລາວ English
ວິນາທີ Second
ນາທີ Minute
ໂມງ/ຊົ່ວໂມງ Hour
ວັນ/ມື້ Day
ອາທິດ Week
ເດືອນ Month
ປີ Year
ທົດຕະວັດ Decade
ສັດຕະວັດ Century
ສະຫະສະວັດ Millennium
ເດືອນ (ປະຈຸບັນ) ກ່ອນປີ 1975 Month
ມັງກອນ ມົກຣາຄົມ January
ກູມພາ ກູມພາພັນ February
ມີນາ ມີນາຄົມ March
ເມສາ ເມສາຍົນ April
ພຶດສະພາ ພຶດສະພາຄົມ May
ມິຖຸນາ ມິຖຸນາຍົນ June
ກໍລະກົດ ກໍຣະກະດາຄົມ July
ສິງຫາ ສິງຫາຄົມ August
ກັນຍາ ກັນຍາຍົນ September
ຕຸລາ ຕຸລາຄົມ October
ພະຈິກ ພຶສຈິກາຍົນ November
ທັນວາ ທັນວາຄົມ December

ອ້າງອີງ

ແມ່ແບບ:ລາຍການອ້າງອິງ

ແຫຼ່ງຂໍ້ມູນອື່ນ

  1. "Ethnologue Report for Language Code: Lao." Ethnologue, Languages of the World. Web. 19 Nov. 2010. [1].
  2. Blaine Erickson, 2001. "On the Origins of Labialized Consonants in Lao". Analysis based on T. Hoshino and R. Marcus (1981). Lao for Beginners: An Introduction to the Spoken and Written Language of Laos. Rutland/Tokyo: Tuttle. Accessed 2009-12-19.