Jump to content

ມິສຢູນີເວີຣ໌ສ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ Miss Universe)
ມິສຢູນີເວີຣ໌ສ
ຄຳຂວັນBeautifully Confident
ກໍ່ຕັ້ງ28 ມິຖຸນາ 1952; 74 ປີກ່ອນ (1952-06-28)
ປະເພດການປະກວດນາງງາມລະດັບນານາຊາດ
ສຳນັກງານໃຫຍ່
ພາສາທາງການ
ອັງກິດ
ຈັກກຣະພົງ ຈັກກຣາຈຸທາທິບ
ພອລລາ ຊູກຣາດ
ເອມີ ເອເມີຣ໌ຣີຊ
ອົງກອນປົກຄອງ
ເຈເຄເອັນ ໂກລບອລ ກຣຸ໊ບ
ສັງກັດເຈເຄເອັນ ເມຕາເວີຣສ
ງົບປະມານ
US$100 ລ້ານ (ລາຍໄດ້ຕໍ່ປີ)
ເວັບໄຊMissUniverse.com

ມິສຢູນີເວີຣ໌ສ ຫຼື ນາງງາມຈັກກະວານ (ອັງກິດ: Miss Universe) ເປັນການປະກວດຄວາມງາມປະຈຳປີ ເລີ່ມຈັດຂຶ້ນເມື່ອປີ 1952 ປາຊີຟິກມິລສ໌ ບໍລິສັດເສື້ອຜ້າຈາກລັດແຄລິຟໍເນຍຂອງສະຫະລັດອາເມຣິກາ ແລະ ຫຼັງຈາກນັ້ນໄດ້ບໍລິຫານງານໂດຍເຄເຊີຣ໌-ຣອດທ໌ ແລະ ຕາມດ້ວຍກັລຟ໌ ແອນ ວອສເທີນ ອິນດຣິດທຣີສ໌ ຈົນຮອດປີ 1996 ໂດນັລ ທຣັມ ເຊິ່ງຕໍ່ມາເປັນປະທານາທິບໍດີສະຫະລັດອາເມລິກາ ໄດ້ຊື້ກິດຈະການ ແລະ ບໍລິຫານງານໂດຍອົງການມິສຢູນິເວີຣສ (Miss Universe Organization) ໃນເດືອນກັນຍາປີ 2015 ໂດນັລ ທຣັມ ໄດ້ຂາຍກິດຈະການອົງການມິສຢູນິເວີຣສໃຫ້ເອນເດຟເວີ ຜ່ານໄອເອັມຈີ ຈົນມາຮອດໃນວັນທີ 25 ຕຸລາ 2022 ເຈເຄເອັນ ໂກລບອລ ກຣຸ໊ບ ຂອງຈັກກຣະພົງ ຈັກກຣາຈຸທາທິບ ໄດ້ເຈົ້າຊື້ກິດຈະການອົງການມິສຢູນິເວີຣສຜ່ານເຈເຄເອັນ ເມຕາເວີຣສ ເຊິ່ງເປັນບໍລິສັດໃນເຄືອທີ່ຈັດຕັ້ງຕາມກົດໝາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເຈເຄເອັນກາຍເປັນຜູ້ຈັດການປະກວດມິສຢູນິເວີຣສລາຍປັດຈຸບັນ[1]

ຮູບແບບການແຂ່ງຂັນ

[ດັດແກ້]

ໃນຍຸກທີ່ໄອເອັມຈີຖືລິຂະສິດ ການແຂ່ງຂັນຈະຄັດເລືອກສາວງາມຈາກປະເທດທີ່ສົ່ງເຈົ້າມາປະກວດ ໂດຍຜ່ານຮອບ Prelimnary ເຊິ່ງຄະແນນຈາກສ່ວນນີ້ຈະສົ່ງຜົນຕໍ່ດານເຂົ້າຮອບໃນມື້ປະກວດຈິງ ໂດຍຈະແຍກເປັນຄະແນນທີ່ມາຈາກ ການເດີນຊຸດລອຍນໍ້າ , ການເດີນຊຸດຣາຕີ ແລະ ການສຳພາດຕໍ່ໜ້າຄະນະກຳມະການ ໂດຍເມື່ອຈົບຈາກຮອບນີ້ ໃນມື້ປະກວດຈິງ ຈະມີການປະກວດຜູ້ທີ່ໄດ້ຄະແນນສະສົມຈາກຮອບ Prelimnary ທີ່ສູງສຸດ 20 ອັນດັບເພື່ອເຂົ້າຮອບ 20 ຄົນສຸດທ້າຍ (Semifinalist) ຈາກນັ້ນຜູ້ເຂົ້າປະກວດທັງ 20 ຄົນຈະຕ້ອງສະປິກ 15 ວິນາທີ ເພື່ອຄັດເຂົ້າຮອບ 10 ຄົນຕໍ່ໄປ ໂດຍຮອບ 10 ຄົນສຸດທ້າຍ ຈະໃຊ້ການເດີນຊຸດລອຍນ້ຳ ແລະ ຊຸດຣາຕີຕັດສິນຜູ້ເຂົ້າຮອບ 5 ຄົນສຸດທ້າຍ ແລະ ຜູ້ເຂົ້າຮອບ 5 ຄໄນສຸດທ້າຍ ຈະຕ້ອງຕອບຄຳຖາມຈາກຄະນະກຳມະການ ລຽງຕາມລຳດັບປະກາດຊື່ໃນຮອບກ່ອນໜ້າ ໂດຍຄຳຖາມທີ່ແຕກຕ່າງກັນ ເພື່ອຄັດເຂົ້າຮອບ 3 ຄົນສຸດທ້າຍ ແລະ ທັງສາມຄົນຈະຕ້ອງຕອບຄຳຖາມດຽວກັນ ໂດຍຜູ້ທີ່ຖ້າຕອບຄຳຖາມ ຈະຕ້ອງໃສ່ຫູຟັງເພື່ອບໍ່ໃຫ້ໄດ້ຍິນສຽງຜູ້ເຂົ້າປະກວດຄົນອື່ນ ໂດຍຄະແນນໃນຮອບຕ່າງໆ ທີ່ຜ່ານມາເປັນຄະແນນຕັດສິນ ກ່ອນກຳມະການແຕ່ລະຄົນຈະພິຈາລະນາໂດຍຄວາມເໝາະສົມໃນຕຳແໜ່ງຕ່າງໆ ອີກຄັ້ງຈາກໄຟນອລ ໃນຊ່ວງສຸດທ້າຍນາງງາມຜູ້ຄອງມົງກຸດຈາກປີກ່ອນໜ້າຈະເດີນອຳລາຕຳແໜ່ງ ຕາມດ້ວຍດານປະກາດຮອງອັນດັບສອງ ແລະ ຜູ້ຄອງຕຳແໜ່ງມິສຢູນີເວີຣ໌ສ ຕາມລຳດັບ (ກ່ອນປີ 2011 ພິທິກອນຈະປະກາດຊື່ຮອງອັນດັບໜຶ່ງ ຕາມດ້ວຍຜູ້ຄອງມົງກຸດມິສຢູນິເວີຣສ)

ມົງກຸດຂອງມິສຢູນີເວີຣ໌ສ

[ດັດແກ້]

ມົງກຸດຂອງມິສຢູນີເວີຣ໌ສມີການປ່ຽນແປງທັງໝົດ 12 ຄັ້ງ ໃນຕະຫຼອດປະຫວັດສາດຫຼາຍກວ່າ 70 ປີຂອງການປະກວດ.[2]

  • ມົງກຸດພິທີອະພິເສກສົມລົດໂຣມານອບ (The Romanov Imperial Nuptial Crown) (1952) ແມ່ນມົງກຸດທຳອິດ ທີ່ເຄີຍເປັນຊັບສິນຂອງຈັກກະພັດຣັດເຊຍມາກ່ອນ. ມົງກຸດນີ້ປະກອບດ້ວຍເພັດທີ່ບໍ່ມີຕຳໜິ 1,529 ເມັດ ນ້ຳໜັກລວມ 300 ກະຣັດ ແລະ ໄດ້ຮັບການປະກັນໄພໃນມູນຄ່າ 500,000 ໂດລາສະຫະລັດ. ມົງກຸດນີ້ຖືກນຳໃຊ້ເຂົ້າໃນການມອບມົງກຸດໃຫ້ແກ່ ອາຣ໌ມີ ຄູເຊລາ (Armi Kuusela) ໃນການປະກວດມິສຢູນີເວີຣ໌ສ 1952.[2][3]
  • ມົງກຸດຄຣິສຕຽນ ມາດແຕວ (The Christiane Martel Crown) (1953) ຫຼື ເປັນທີ່ຮູ້ຈັກກັນດີໃນຊື່ ມົງກຸດທອງສຳລິດ (The Metallic Bronze Crown) ເນື່ອງຈາກການອອກແບບທີ່ໃຊ້ໂລຫະທອງສຳລິດຫຼໍ່ແຂງ, ໄດ້ຖືກນຳມາປ່ຽນແທນມົງກຸດທຳອິດ. ໂດຍມີ ຄຣິສຕຽນ ມາດແຕວ ມິສຢູນີເວີຣ໌ສ 1953 ເປັນຜູ້ຄອບຄອງພຽງຄົນດຽວເທົ່ານັ້ນ.[2]
  • ມົງກຸດດາວແຫ່ງຈັກກະວານ (The Star of the Universe Crown) (1954–1960) ໄດ້ຮັບຊື່ຕາມຮູບຊົງດາວທີ່ຢູ່ດ້ານເທິງສຸດຂອງມົງກຸດ. ປະກອບດ້ວຍໄຂ່ມຸກດຳລ້ຽງແບບຕາເວັນອອກປະມານ 1,000 ເມັດ ຝັງຢູ່ໃນຄຳແທ້ ແລະ ພລາທິນຳ (ຄຳຂາວ) ມີນ້ຳໜັກ 1.25 ປອນ ແລະ ໄດ້ຮັບການປະກັນໄພໃນມູນຄ່າ 500,000 ໂດລາສະຫະລັດ.[2]
  • ມົງກຸດເພັດທຽມ (The Rhinestone Crown) (1961–1962) ເປັນມົງກຸດທີ່ເຮັດຂຶ້ນມາຈາກເພັດທຽມ (Rhinestones). ເລີ່ມນຳໃຊ້ຄັ້ງທຳອິດໃນປີ 1961 ເພື່ອສະເຫຼີມສະຫຼອງຄົບຮອບ 10 ປີ ຂອງອົງການມິສຢູນີເວີຣ໌ສ. ໂດຍມີ ມາຣ໌ເລນ ຊມິດ (Marlene Schmidt) ແລະ ນໍຣ໌ມາ ໂນລານ (Norma Nolan) ເປັນຜູ້ທີ່ໄດ້ສວມໃສ່ມົງກຸດນີ້.[2]
  • ມົງກຸດໂຄເວນທຣີ (The Coventry Crown) (1963–2001) ຖືກອອກແບບໂດຍຊ່າງອັນຍະມະນີຊື່ດັງ ຊາຣາ ໂຄເວນທຣີ (Sarah Coventry). ນາງໄດ້ດັດແປງມົງກຸດເພັດທຽມແບບເດີມໃຫ້ມີຈຸດເດັ່ນເປັນຮູບຮ່າງຜູ້ຍິງຖືຄະທາຢູ່ກາງມົງກຸດ ແລະ ຖືກຂະໜານນາມວ່າ ມົງກຸດເລດີ້ (The Lady Crown). ຕໍ່ມາໃນປີ 1973 ໄດ້ມີການປັບປ່ຽນໂຄງສ້າງເພື່ອຄວາມສະດວກສະບາຍຂອງຜູ້ສວມໃສ່ ແລະ ເປັນທີ່ຮູ້ຈັກກັນໃນຊື່ ມົງກຸດໂຄມໄຟລະຢ້າ (The Chandelier Crown). ເນື່ອງຈາກຕົ້ນທຶນການຜະລິດເພັດທຽມມີລາຄາບໍ່ສູງຫຼາຍ ຈຶ່ງເຮັດໃຫ້ສາມາດສ້າງມົງກຸດຈຳລອງທີ່ຄືກັນທຸກປະການ ເພື່ອມອບໃຫ້ແກ່ນາງງາມທີ່ກຳລັງຈະໝົດວາລະຕຳແໜ່ງ. ໃນຊ່ວງປາຍທົດສະວັດ 1980 ມົງກຸດນີ້ໄດ້ຖືກຜະລິດໂດຍບໍລິສັດ International Gem and Jewelry Show, Inc.[4] ໂດຍມີ ເດນີສ ກວີໂຍເນສ (Denise Quiñones) ມິສຢູນີເວີຣສ 2001 ເປັນຜູ້ສວມໃສ່ຄົນສຸດທ້າຍ.[2]
  • ມົງກຸດມິກິໂມໂຕະ (The Mikimoto Phoenix Crown) (2002–2007, ແລະ 2017–2018) ຖືກນຳມາໃຊ້ໃນໂອກາດສະເຫຼີມສະຫຼອງຄົບຮອບ 51 ປີ ຂອງອົງການມິສຢູນີເວີຣ໌ສ. ອອກແບບໂດຍ ໂທໂມຮິໂຣ ຢາມາຈິ (Tomohiro Yamaji) ໃຫ້ແກ່ບໍລິສັດ ມິກິໂມໂຕະ (Mikimoto Company) ເຊິ່ງເປັນຜູ້ສະໜັບສະໜູນດ້ານເຄື່ອງປະດັບຢ່າງເປັນທາງການຂອງອົງການມິສຢູນີເວີຣ໌ສ. ຕົວມົງກຸດເປັນຮູບນົກຟີນິກຊ໌ກຳລັງສີກປີກບິນ ເຊິ່ງສື່ເຖິງສະຖານະ, ອຳນາດ ແລະ ຄວາມງົດງາມ ຕາມຂໍ້ຕົກລົງໃນສັນຍາສະໜັບສະໜູນ. ມົງກຸດນີ້ປະກອບດ້ວຍເພັດທໍາມະຊາດທີ່ບໍ່ມີສີເກືອບ 500 ເມັດ ນ້ຳໜັກເກືອບ 30 carat (6.0 ກຣາມ) ແລະ ໄຂ່ມຸກທະເລໃຕ້ (South Sea) ລວມທັງໄຂ່ມຸກອະໂກຢາ (Akoya) ອີກ 120 ເມັດ ທີ່ມີຂະໜາດຕັ້ງແຕ່ 3 ຫາ 18 ມິນລິແມັດ, ມີມູນຄ່າປະເມີນຢູ່ທີ່ 250,000 ໂດລາສະຫະລັດ.[2] ມົງກຸດນີ້ຖືກອອກແບບຂຶ້ນຢູ່ທີ່ເກາະໄຂ່ມຸກມິກິໂມໂຕະ ປະເທດຍີ່ປຸ່ນ ແລະ ໄດ້ຖືກເປີດໂຕເປັນຄັ້ງທຳອິດໃນປີ 2002 ໂດຍ ໂດນັລ ທຣຳ (Donald Trump) ຜູ້ເປັນເຈົ້າຂອງລິຂະສິດໃນເວລານັ້ນ.[5] ໂດຍມີ ແຄທຣີໂອນາ ເກຣຍ (Catriona Gray) ເປັນຜູ້ຄອບຄອງຄົນສຸດທ້າຍໃນປີ 2019 ກ່ອນທີ່ຈະຖືກຢຸດນຳໃຊ້ໄປ.
  • ມົງກຸດ ຊີເອໂອ (The CAO Crown) (2008) ຖືກນຳໃຊ້ເພື່ອມອບໃຫ້ແກ່ ດາຍານາ ເມນໂດຊາ (Dayana Mendoza) ໃນປີ 2008. ເປັນມົງກຸດທີ່ອອກແບບໂດຍ ໂຣຊາລີນາ ລິດສເຕີ (Rosalina Lydster) ແລະ ແດງ ກິມ ລຽນ (Dang Kim Lien) ຈາກ CAO Fine Jewelry ປະເທດຫວຽດນາມ. ມົງກຸດນີ້ມີມູນຄ່າ 120,000 ໂດລາສະຫະລັດ ເຮັດມາຈາກຄຳຂາວ ແລະ ຄຳເຫຼືອງ 18K ປະສົມກັນ ປະດັບດ້ວຍອັນຍະມະນີຫຼາຍກວ່າ 1,000 ເມັດ ເຊິ່ງລວມມີ ເພັດຂາວ 555 ເມັດ (30 ກະຣັດ), ເພັດສີຄອນຍັກ 375 ເມັດ (14 ກະຣັດ), ຄຣິດຕັນຄວອດສ໌ສີຄວັນ 10 ເມັດ (20 ກະຣັດ) ແລະ ມໍຣ໌ກາໄນຕ໌ 19 ເມັດ (60 ກະຣັດ). ແສງສີເຫຼືອງຂອງຄຳເປັນຕົວແທນໃຫ້ແກ່ຄວາມຮຸ່ງເຮືອງ ແລະ ເສດຖະກິດທີ່ຂະຫຍາຍຕົວຂອງຫວຽດນາມ ໂດຍມີນົກກະຮຽນຫວຽດນາມເປັນສັນຍາລັກ. ເຖິງຢ່າງໃດກໍຕາມ, ເມນໂດຊາ ໄດ້ປະຕິເສດທີ່ຈະໃຊ້ມົງກຸດນີ້ໃນວັນອຳລາຕຳແໜ່ງ ແລະ ຢືນຢັນທີ່ຈະໃຊ້ມົງກຸດມິກິໂມໂຕະໃນການມອບໃຫ້ແກ່ ສະເຕຟານີຢາ ເຟີຣ໌ນານເດສ (Stefanía Fernández) ຜູ້ສືບທອດຕຳແໜ່ງຂອງນາງ.
  • ມົງກຸດເພັດເນັກຊັສ ແຫ່ງສັນຕິພາບ (The Diamond Nexus Peace Crown) (2009–2013) ແມ່ນມົງກຸດທີ່ຊະນະການໂຫວດ ເຊິ່ງຜະລິດໂດຍ Diamond Nexus Labs. ໃນປີ 2009 ແຟນນາງງາມທົ່ວໂລກໄດ້ຮັບໂອກາດໃຫ້ລົງຄະແນນສຽງທາງອອນລາຍ ເພື່ອເລືອກລະຫວ່າງ ມົງກຸດແຫ່ງຄວາມສາມັກຄີ (Unity), ມົງກຸດແຫ່ງຄວາມຫວັງ (Hope) ແລະ ມົງກຸດແຫ່ງສັນຕິພາບ (Peace) ເພື່ອມາເປັນມົງກຸດຖັດໄປຂອງມິສຢູນີເວີຣ໌ສ.[6] ມົງກຸດນີ້ປະດັບດ້ວຍອັນຍະມະນີ 1,371 ເມັດ ມີນ້ຳໜັກລວມ 416.09 carat (83.218 ກຣາມ) ປະກອບດ້ວຍຄຳຂາວ 14K, 18K ແລະ ພລາທິນຳ ລວມ 544.31 ກຣາມ. ໃນປີ 2010 ໂຄ້ງດ້ານເທິງຂອງມົງກຸດໄດ້ຖືກຖອດອອກເພື່ອໃຫ້ຜູ້ສວມໃສ່ຮູ້ສຶກເບົາສະບາຍຂຶ້ນ. ມົງກຸດນີ້ຍັງມີການປະດັບທັບທິມສັງເຄາະ ເພື່ອເປັນຕົວແທນໃນການຮົນຮົງຄົງຄວາມຮູ້ ແລະ ການສຶກສາເລື່ອງ HIV/AIDS ຂອງອົງການມິສຢູນີເວີຣ໌ສ. ບໍລິສັດ Diamond Nexus Labs ຖືເປັນຊ່າງອັນຍະມະນີທີ່ເປັນມິດກັບສິ່ງແວດລ້ອມລາຍທຳອິດຂອງອົງການມິສຢູນີເວີຣ໌ສ ແລະ ໄດ້ຮັບການຄັດເລືອກໃຫ້ເປັນສ່ວນໜຶ່ງຂອງໂຄງການ "Green is Universal" ຂອງ NBC Universal.[7][8]
  • ມົງກຸດ ດີໄອຊີ (The DIC Crown) (2014–2016) ຖືກນຳໃຊ້ເຂົ້າໃນການມອບຕຳແໜ່ງໃຫ້ແກ່ ເພົາລີນາ ເວກາ (Paulina Vega), ເປຍ ວີຣ໌ທຊ໌ບັກ (Pia Wurtzbach) ແລະ ອີຣິສ ມິຕເຕີເນຣ໌ (Iris Mittenaere). ມົງກຸດນີ້ຜະລິດໂດຍບໍລິສັດ Diamonds International Corporation (DIC) ຈາກສາທາລະນະລັດເຊັກ ມີມູນຄ່າປະເມີນຢູ່ທີ່ປະມານ 300,000 ໂດລາສະຫະລັດ.[9][10] ຂະບວນການຜະລິດທັງໝົດໃຊ້ເວລາປະມານ 4 ເດືອນ ແລະ ຕ້ອງໃຊ້ຊ່າງຝີມືເຖິງ 10 ຄົນ. ຮູບຊົງຂອງມົງກຸດໄດ້ຮັບແຮງບັນດານໃຈມາຈາກເສັ້ນຂອບຟ້າຂອງຕຶກສູງໃນແມນຮັດຕັນ (Manhattan Skyline) ປະກອບດ້ວຍເພັດ 311 ເມັດ, ໂທແພຊ໌ສີຟ້າ (Blue Topaz) 5 ເມັດ, ໄພລິນສີຟ້າ (Blue Sapphire) 198 ເມັດ, ຄຣິດຕັນທີ່ຜ່ານການເຜົາດ້ວຍຄວາມຮ້ອນ 33 ເມັດ ແລະ ຄຳຂາວ 18K ນ້ຳໜັກ 220 ກຣາມ. ນ້ຳໜັກລວມຂອງມົງກຸດແມ່ນ 411 ກຣາມ. ມົງກຸດນີ້ໄດ້ຖືກຢຸດນຳໃຊ້ໃນປີ 2017 ເນື່ອງຈາກບັນຫາການລະເມີດລິຂະສິດ ແລະ ການຜິດນັດຊຳລະເງິນລະຫວ່າງບໍລິສັດ DIC ແລະ ອົງການມິສຢູນີເວີຣ໌ສ.[11]
  • ມົງກຸດ ໂມອາວາດ ພະລັງແຫ່ງຄວາມສາມັກຄີ (The Mouawad Power of Unity Crown) (2019–2021) ຖືກສ້າງຂຶ້ນໂດຍແບຣນເຄື່ອງປະດັບ ໂມອາວາດ (Mouawad) ເຊິ່ງໄດ້ກາຍມາເປັນຊ່າງອັນຍະມະນີລາຍໃໝ່ຂອງອົງການມິສຢູນີເວີຣ໌ສ. ດ້ວຍມູນຄ່າປະເມີນເກືອບ 6 ລ້ານໂດລາສະຫະລັດ ເຮັດໃຫ້ມົງກຸດຈາກໂມອາວາດກາຍເປັນຊຸດມົງກຸດນາງງາມທີ່ມີລາຄາແພງທີ່ສຸດໃນໂລກເທົ່າທີ່ມີການບັນທຶກໄວ້. ໃນຊ່ວງປີ 2019 ຫາ 2021 ມີຜູ້ໄດ້ຮັບມົງກຸດນີ້ຄື ໂຊຊີບີນີ ຕຸນຊີ (Zozibini Tunzi), ແອນເດຣຍ ເມຊາ (Andrea Meza) ແລະ ຮາຣ໌ນາສ ຊັນດູ (Harnaaz Sandhu).[12] ຈຸດເດັ່ນຂອງມົງກຸດແມ່ນເພັດສີເຫຼືອງການາຣີ (Canary Diamond) ຢູ່ກາງມົງກຸດທີ່ມີນ້ຳໜັກ 62.83 ກະຣັດ. ໂດຍ ປາສກາລ ໂມອາວາດ (Pascal Mouawad) ໄດ້ກ່າວວ່າ ມົງກຸດນີ້ເປັນສັນຍາລັກຂອງຄວາມທະເຍີທະຍານ, ຄວາມຫຼາກຫຼາຍ, ຊຸມຊົນ ແລະ ຄວາມງາມ.[13]
  • ມົງກຸດ ໂມອາວາດ ພະລັງແຫ່ງຄວາມດີ (The Mouawad Force for Good Crown) (2022–2023) ແມ່ນມົງກຸດທີສອງຈາກໂມອາວາດ ທີ່ນຳໃຊ້ມອບໃຫ້ແກ່ ຣ໌ບອນນີ ເກັບຣຽລ (R'Bonney Gabriel) ແລະ ເຊນນີສ ປາລາຊິໂອສ (Sheynnis Palacios). ມົງກຸດນີ້ປະດັບດ້ວຍໄພລິນສີຟ້ານ້ຳໜັກລວມ 110 ກະຣັດ, ເພັດຂາວ 48 ກະຣັດ ແລະ ມີໄພລິນສີຟ້າຫຼວງ (Royal Blue Sapphire) ເມັດໃຫຍ່ນ້ຳໜັກ 45.14 ກະຣັດ ຢູ່ຈຸດກາງຂອງມົງກຸດ.[14]
  • ມົງກຸດ ເຈວວ໌ແລຣ໌ "ແສງແຫ່ງອະນັນ" (The Jewelmer Lumière de l’Infini Crown) (2024–ປັດຈຸບັນ) ໄດ້ເປີດໂຕເມື່ອວັນທີ 13 ພະຈິກ 2024 ອອກແບບໂດຍບໍລິສັດເຄື່ອງປະດັບສຸດຫຼູ ຝີມືຄົນຟີລິບປິນ Jewelmer ເຊິ່ງມີຊື່ສຽງໂດ່ງດັງໃນການຊ່ຽວຊານດ້ານ ໄຂ່ມຸກທະເລໃຕ້ສີທອງຂອງຟີລິບປິນ. ມົງກຸດນີ້ຖືກຮີດສ້າງຂຶ້ນດ້ວຍມືໂດຍຊ່າງອັນຍະມະນີລະດັບປລາມາຈານ ຜ່ານການນຳໃຊ້ເຕັກນິກການອອກແບບເຄື່ອງປະດັບແບບດັ້ງເດີມຂອງຟີລິບປິນ ແລະ ຝຣັ່ງ ໂດຍສະເພາະແມ່ນເຕັກນິກ ປຼາສ ວັອງໂດມ (Place Vendôme). ໄຂ່ມຸກສີທອງແຕ່ລະເມັດແມ່ນຜ່ານການເກັບກ່ຽວ ແລະ ກຽມການເຖິງ 377 ຂັ້ນຕອນ. ຖານໂລຫະຄຳ ແລະ ພລາທິນຳມີລວດລາຍຄ້າຍຄືກັບຄື້ນທະເລ ແລະ ການເຕັ້ນລະບຳຂອງຈັກກະວານ ປະດັບປະດາດ້ວຍເພັດຫຼາຍຮ້ອຍເມັດ ແລະ ໄຂ່ມຸກທະເລໃຕ້ສີທອງ 23 ເມັດ. ໄຂ່ມຸກສີທອງເມັດໃຫຍ່ທີ່ສຸດຢູ່ເທິງຍອດກາງຂອງມົງກຸດເປັນຕົວແທນຂອງດວງອາທິດ ທີ່ສ່ອງແສງເປັນລັດສະໝີສີທອງປະດັບເພັດ. ຄຳວ່າ Lumière de l’Infini ໃນພາສາຝຣັ່ງ ແປວ່າ "ແສງສະຫວ່າງແຫ່ງອະນັນ" (Light of Infinity) ຫຼື "ຄວາມຮຸ່ງເຮືອງທີ່ບໍ່ມີວັນສິ້ນສຸດ". ມົງກຸດນີ້ຈະຖືກນຳໃຊ້ສຳລັບການປະກວດມິສຢູນີເວີຣ໌ສ ຄັ້ງທີ 73 ແລະ ຄັ້ງທີ 74.[15][16][17][18][19]

ແກເລີຣີມົງກຸດມິສຢູນີເວີຣ໌ສ

[ດັດແກ້]

ຜູ້ທີ່ໄດ້ຮັບຕຳແໜ່ງມິສຢູນີເວີຣ໌ສ

[ດັດແກ້]
ຄັ້ງທີ ປີ ຜູ້ຊະນະ ຮອງຊະນະເລີດ ສະຖານທີ່ ວັນທີ ຜູ້ເຂົ້າແຂ່ງຂັນ
ຮອງອັນດັບ 1 ຮອງອັນດັບ 2 ຮອງອັນດັບ 3 ຮອງອັນດັບ 4
1 1952Armi Kuusela[upper-roman 1][20]
(ສະຫຼະຕຳແໜ່ງ)
 ແຟງລັງ
Elsa Edsman
 ລັດຮາວາຍ
Ntaizy "Daisy" Mavraki
 ເກຣັກ
Judy Dan
 ຮ່ອງກົງ
Renate Hoy
 ເຢຍລະມັນຕາເວັນຕົກ
ແຄລິຟໍເນຍ, ສະຫະລັດອາເມລິກາ ມິຖຸນາ 28 30
2 1953Christiane Martel
 ຝຣັ່ງ
Myrna Rae Hansen
 ສະຫະລັດອາເມລິກາ
Kinuko Ito
 ຍີ່ປຸ່ນ
Ana Bertha Lepe
 ເມັກຊິກ
Maxine Morgan
 ປະເທດອົດສະຕະຣາລີ
ກໍລະກົດ 17 26
3 1954Miriam Stevenson
 ສະຫະລັດອາເມລິກາ
Martha Rocha
 ປະເທດບຣາຊິລ
Virginia Lee Wai-Chun
 ຮ່ອງກົງ
Regina Ernst
 ເຢຍລະມັນຕາເວັນຕົກ
Ragnhild Olausson
 ຊູແອດ
ກໍລະກົດ 24 33
4 1955Hillevi Rombin
 ຊູແອດ
Maribel Arrieta Gálvez
 ແອນຊານວາດໍ
Maureen Hingert
 ອານາຈັກຊີລອນ
Margit Nünke
 ເຢຍລະມັນຕາເວັນຕົກ
Keiko Takahashi
 ຍີ່ປຸ່ນ
ກໍລະກົດ 22 33
5 1956Carol Morris
 ສະຫະລັດອາເມລິກາ
Marina Orschel
 ເຢຍລະມັນຕາເວັນຕົກ
Ingrid Goude
 ຊູແອດ
Kathleen Waller
 ອັງກິດ
Rosanna Galli
 ອິຕາລີ
ກໍລະກົດ 20 30
6 1957Gladys Zender
 ປະເທດເປຣູ
Terezinha Morango
 ປະເທດບຣາຊິລ
Sonia Hamilton
 ອັງກິດ
Maria Fernandez
 ປະເທດຄິວບາ
Gerti Daub
 ເຢຍລະມັນຕາເວັນຕົກ
ກໍລະກົດ 19 32
7 1958Luz Marina Zuluaga
 ປະເທດໂຄລັມເບຍ
Adalgisa Colombo
 ປະເທດບຣາຊິລ
Geri Hoo
 ລັດຮາວາຍ
Eurlyne Howell
 ສະຫະລັດອາເມລິກາ
Alicja Bobrowska
 ໂປໂລຍ
ກໍລະກົດ 26 36
8 1959Akiko Kojima
 ຍີ່ປຸ່ນ
Jorunn Kristjansen
 ປະເທດນອກແວ
Terry Huntingdon
 ສະຫະລັດອາເມລິກາ
Pamela Anne Searle
 ອັງກິດ
Vera Regina Ribeiro
 ປະເທດບຣາຊິລ
ກໍລະກົດ 24 34
9 1960Linda Bement
 ສະຫະລັດອາເມລິກາ
Daniela Bianchi
 ອິຕາລີ
Elizabeth Hodacs
 ໂອຕຣິດ
Nicolette Caras
 ປະເທດແອຟຣິກາໃຕ້
Teresa del Río
 ປະເທດແອສະປາຍ
ຟຼໍລີດ້າ ສະຫະລັດອາເມລິກາ ກໍລະກົດ 9 43
10 1961Marlene Schmidt
 ເຢຍລະມັນຕາເວັນຕົກ
Rosemarie Frankland
 ປະເທດການ
Adriana Gardiazábal
 ອາກຊັງຕິນ
Arlette Dobson
 ອັງກິດ
Sharon Brown
 ສະຫະລັດອາເມລິກາ
ກໍລະກົດ 15 48
11 1962Norma Nolan
 ອາກຊັງຕິນ
Anna Geirsdóttir
 ອິດສະລັງ
Anja Aulikki Järvinen
 ແຟງລັງ
Helen Liu Shiu-Man
 ຈີນ
Maria Olívia Rebouças
 ປະເທດບຣາຊິລ
ກໍລະກົດ 14 52
12 1963Iêda Maria Vargas
 ປະເທດບຣາຊິລ
Aino Korva
 ດານມາກ
Marlene McKeown
 ອຽກລັງ
Lalaine Bennett
 ຟີລິບປິນ
Kim Myoung-ja
 ເກົາຫຼີໃຕ້
ກໍລະກົດ 20 50
13 1964Corinna Tsopei
 ເກຣັກ
Brenda Blackler
 ອັງກິດ
Ronit Renat Rechtman
 ອິດສະຣາແອນ
Siv Märta Åberg
 ຊູແອດ
Lana Yu Yi
 ຈີນ
ສິງຫາ 1 60
14 1965Apasra Hongsakula
 ໄທ
Virpi Liisa Miettinen
 ແຟງລັງ
Sue Downey
 ສະຫະລັດອາເມລິກາ
Ingrid Norman
 ຊູແອດ
Anja Schuit
 ໂຮນລັງ
ກໍລະກົດ 24 56
15 1966Margareta Arvidsson
 ຊູແອດ
Satu Charlotta Östring
 ແຟງລັງ
Cheranand Savetanand
 ໄທ
Yasmin Daji
 ອິນເດຍ
Aviva Israeli
 ອິດສະຣາແອນ
ກໍລະກົດ 16 58
16 1967Sylvia Hitchcock
 ສະຫະລັດອາເມລິກາ
Mariela Pérez
 ປະເທດເວເນຊຸເອລາ
Jennifer Lynn Lewis
 ອັງກິດ
Ritva Lehto
 ແຟງລັງ
Batya Kabiri
 ອິດສະຣາແອນ
ກໍລະກົດ 15 56
17 1968Martha Vasconcellos
 ປະເທດບຣາຊິລ
Anne Braafheid
 ຄູຣາຊາວ
Leena Brusin
 ແຟງລັງ
Peggy Kopp
 ປະເທດເວເນຊຸເອລາ
Dorothy Anstett
 ສະຫະລັດອາເມລິກາ
ກໍລະກົດ 13 65
18 1969Gloria Diaz
 ຟີລິບປິນ
Harriet Eriksson
 ແຟງລັງ
Joanne Barret
 ປະເທດອົດສະຕະຣາລີ
Chava Levy
 ອິດສະຣາແອນ
Kikuyo Osuka
 ຍີ່ປຸ່ນ
ກໍລະກົດ 19 61
19 1970Marisol Malaret
 ປະເທດປວຍໂຕຣີໂກ
Deborah Shelton
 ສະຫະລັດອາເມລິກາ
Joan Zealand
 ປະເທດອົດສະຕະຣາລີ
Jun Shimada
 ຍີ່ປຸ່ນ
Beatriz Gross
 ອາກຊັງຕິນ
ກໍລະກົດ 11 64
20 1971Georgina Rizk
 ປະເທດລີບັງ
Toni Rayward
 ປະເທດອົດສະຕະຣາລີ
Pirjo Laitila
 ແຟງລັງ
Beba Franco
 ປະເທດປວຍໂຕຣີໂກ
Eliane Guimaraes
 ປະເທດບຣາຊິລ
ກໍລະກົດ 24 60
21 1972Kerry Anne Wells
 ປະເທດອົດສະຕະຣາລີ
Rejane Costa
 ປະເທດບຣາຊິລ
María Antonieta Cámpoli
 ປະເທດເວເນຊຸເອລາ
Ilana Goren
 ອິດສະຣາແອນ
Jennifer "Jenny" McAdam
 ອັງກິດ
ໂດຣາໂດ, ປົວໂຕຣີໂກ ກໍລະກົດ 29 61
22 1973Margie Moran
 ຟີລິບປິນ
Amanda Jones
 ສະຫະລັດອາເມລິກາ
Aina Walle
 ປະເທດນອກແວ
María Madrigal
 ປະເທດແອສະປາຍ
Limor Schreibman
 ອິດສະຣາແອນ
ເອເທນ, ກຣີກ ກໍລະກົດ 21 61
23 1974Amparo Muñoz
(ລາອອກຈາກຕຳແໜ່ງ)
 ປະເທດແອສະປາຍ
Helen Morgan
 ປະເທດການ
Ritta Johanna Raunio
 ແຟງລັງ
Ella Cecilia Escandón Palacios
 ປະເທດໂຄລັມເບຍ
Maureen Vieira
 ປະເທດອາລູບາ
ມະນິລາ, ຟີລິບປິນ ກໍລະກົດ 21 65
24 1975Anne Pohtamo
 ແຟງລັງ
Gerthie David
 ປະເທດເຮຕິ
Summer Bartholomew
 ສະຫະລັດອາເມລິກາ
Catharina Sjödahl
 ຊູແອດ
Rose Marie Brosas
 ຟີລິບປິນ
ເອວຊັລດໍ, ເອວເຊົາດໍຣ໌ ກໍລະກົດ 19 71
25 1976Rina Messinger
 ອິດສະຣາແອນ
Judith Castillo
 ປະເທດເວເນຊຸເອລາ
Sian Adey-Jones
 ປະເທດການ
Carol Grant
 ປະເທດເອກົດ
Julie Ismay
 ປະເທດອົດສະຕະຣາລີ
ຮ່ອງກົງ ກໍລະກົດ 11 72
26 1977Janelle Commissiong
 ປະເທດຕຣິນິແດດ ແຮກໂຕເບໂກ
Eva Düringer
 ໂອຕຣິດ
Sandra Bell
 ປະເທດເອກົດ
Aura María Mojica Salcedo
 ປະເທດໂຄລັມເບຍ
Marie-Luise Gassen
 ເຢຍລະມັນຕາເວັນຕົກ
ຊານໂຕໂດມິງໂກ, ໂດມິນີກັນ ກໍລະກົດ 16 80
27 1978Margaret Gardiner
 ປະເທດແອຟຣິກາໃຕ້
Judi Andersen
 ສະຫະລັດອາເມລິກາ
Guillermina Ruiz
 ປະເທດແອສະປາຍ
Mary Shirley Sáenz
 ປະເທດໂຄລັມເບຍ
Cecilia Catharina Rhode
 ຊູແອດ
ອາກາປຸນໂກ, ເມັກຊິກ ກໍລະກົດ 24 75
28 1979Maritza Sayalero
 ປະເທດເວເນຊຸເອລາ
Gina Swainson
 ເບີມິວດາ
Carolyn Seaward
 ອັງກິດ
Martha Jussara da Costa
 ປະເທດບຣາຊິລ
Annette Marie Ekström
 ຊູແອດ
ເພີຣ໌ດ, ອົດສະຕະຣາລີ ກໍລະກົດ 20 75
29 1980Shawn Weatherly
 ສະຫະລັດອາເມລິກາ
Linda Gallagher
 ປະເທດເອກົດ
Diana Nottle
 ປະເທດນູແວນ​ເຊລັງ
Rosario Silayan
 ຟີລິບປິນ
Eva Birgitta Anderson
 ຊູແອດ
ໂຊວ, ເກົາຫຼີ ກໍລະກົດ 8 69
30 1981Irene Sáez
 ປະເທດເວເນຊຸເອລາ
Dominique Dufour
 ການາດາ
Eva-Lena Lundgren
 ຊູແອດ
Adriana Oliveira
 ປະເທດບຣາຊິລ
Dominique Eeckhoudt
 ແບນຊິກ
ນິວຢອກ, ສະຫະລັດອາເມລິກາ ກໍລະກົດ 20 76
31 1982Karen Baldwin
 ການາດາ
Patty Chong Kerkos
 ປະເທດກວມ
Cinzia Fiordeponti
 ອິຕາລີ
Tina Roussou
 ເກຣັກ
Terri Utley
 ສະຫະລັດອາເມລິກາ
ລິມາ, ເປຣູ ກໍລະກົດ 26 77
32 1983Lorraine Downes
 ປະເທດນູແວນ​ເຊລັງ
Julie Hayek
 ສະຫະລັດອາເມລິກາ
Roberta Brown
 ອຽກລັງ
Lolita Morena
  ສະວິດ
Karen Moore
 ອັງກິດ
ມີສຊູລີ ສະຫະລັດອາເມລິກາ ກໍລະກົດ 11 80
33 1984Yvonne Ryding
 ຊູແອດ
Letitia Snyman
 ປະເທດແອຟຣິກາໃຕ້
Carmen María Montiel
 ປະເທດເວເນຊຸເອລາ
Desiree Verdadero
 ຟີລິບປິນ
Susana Caldas Lemaitre
 ປະເທດໂຄລັມເບຍ
ຟຼໍລີດ້າ ສະຫະລັດອາເມລິກາ ກໍລະກົດ 9 81
34 1985Deborah Carthy-Deu
 ປະເທດປວຍໂຕຣີໂກ
Teresa Sánchez López
 ປະເທດແອສະປາຍ
Benita Mureke Tete
 ສາທາລະນະລັດຊາອີ
Silvia Martínez
 ປະເທດເວເນຊຸເອລາ
Andrea López
 ປະເທດອຸຣຸກວັຍ
ກໍລະກົດ 15 79
35 1986Bárbara Palacios
 ປະເທດເວເນຊຸເອລາ
Christy Fichtner
 ສະຫະລັດອາເມລິກາ
María Mónica Urbina
 ປະເທດໂຄລັມເບຍ
Brygida Bziukiewicz
 ໂປໂລຍ
Tuula Polvi
 ແຟງລັງ
ປານາມາຊິທຕີ້, ປານາມາ ກໍລະກົດ 21 77
36 1987Cecilia Bolocco
 ປະເທດຊິລີ
Roberta Capua
 ອິຕາລີ
Michelle Royer
 ສະຫະລັດອາເມລິກາ
Inés María Calero
 ປະເທດເວເນຊຸເອລາ
Laurie Simpson
 ປະເທດປວຍໂຕຣີໂກ
ສິງກະໂປ ພຶດສະພາ 27 68
37 1988Porntip Nakhirunkanok
 ໄທ
Jang Yoon-jeong
 ເກົາຫຼີໃຕ້
Amanda Olivares
 ເມັກຊິກ
Mizuho Sakaguchi
 ຍີ່ປຸ່ນ
Pauline Yeung
 ຮ່ອງກົງ
ໄທເປ, ໄຕ້ຫວັນ ພຶດສະພາ 24 66
38 1989Angela Visser
 ໂຮນລັງ
Louise Camuto
 ຊູແອດ
Gretchen Polhemus
 ສະຫະລັດອາເມລິກາ
Joanna Gapińska
 ໂປໂລຍ
Adriana Abascal
 ເມັກຊິກ
ກັງກຸນ, ເມັກຊິໂກ ພຶດສະພາ 23 76
39 1990Mona Grudt
 ປະເທດນອກແວ
Carole Gist
 ສະຫະລັດອາເມລິກາ
Lizeth Mahecha
 ປະເທດໂຄລັມເບຍ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ແຄລິຟໍເນຍ, ສະຫະລັດອາເມລິກາ ເມສາ 15 71
40 1991Lupita Jones
 ເມັກຊິກ
Pauline Huizinga
 ໂຮນລັງ
Julia Lemigova
 ສະຫະພາບໂຊວຽດ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ເນວາດາ, ສະຫະລັດອາເມລິກາ ພຶດສະພາ 17 73
41 1992Michelle McLean
 ປະເທດນາມິເບຍ
Paola Turbay
 ປະເທດໂຄລັມເບຍ
Madhu Sapre
 ອິນເດຍ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ບາງກອກ, ໄທ ພຶດສະພາ 8 78
42 1993Dayanara Torres
 ປະເທດປວຍໂຕຣີໂກ
Paula Andrea Betancur
 ປະເທດໂຄລັມເບຍ
Milka Chulina
 ປະເທດເວເນຊຸເອລາ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ເມັກຊີໂກຊິທຕີ້, ເມັກຊິໂກ ພຶດສະພາ 21 79
43 1994Sushmita Sen
 ອິນເດຍ
Carolina Gómez
 ປະເທດໂຄລັມເບຍ
Minorka Mercado
 ປະເທດເວເນຊຸເອລາ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ມະນິລາ, ຟີລິບປິນ ພຶດສະພາ 21 77
44 1995Chelsi Smith
 ສະຫະລັດອາເມລິກາ
Manpreet Brar
 ອິນເດຍ
Lana Buchberger
 ການາດາ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ວິນຮຸກ, ນາມິເບຍ ພຶດສະພາ 12 82
45 1996Alicia Machado
 ປະເທດເວເນຊຸເອລາ
Taryn Mansell
 ປະເທດອາລູບາ
Lola Odusoga
 ແຟງລັງ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ເນວາດາ, ສະຫະລັດອາເມລິກາ ພຶດສະພາ 17 79
46 1997Brook Lee
 ສະຫະລັດອາເມລິກາ
Marena Bencomo
 ປະເທດເວເນຊຸເອລາ
Margot Bourgeois
 ປະເທດຕຣິນິແດດ ແຮກໂຕເບໂກ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ຟຼໍລີດ້າ, ສະຫະລັດອາເມລິກາ ພຶດສະພາ 16 74
47 1998Wendy Fitzwilliam
 ປະເທດຕຣິນິແດດ ແຮກໂຕເບໂກ
Veruska Ramírez
 ປະເທດເວເນຊຸເອລາ
Joyce Giraud
 ປະເທດປວຍໂຕຣີໂກ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ຮາວາຍ, ສະຫະລັດອາເມລິກາ ພຶດສະພາ 12 81
48 1999Mpule Kwelagobe
 ປະເທດບອຕສະວານາ
Miriam Quiambao
 ຟີລິບປິນ
Diana Nogueira
 ປະເທດແອສະປາຍ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ຊາກົວລາມາສ, ຕຣີນິແດດ ແລະ ໂຕເບໂກ ພຶດສະພາ 26 84
49 2000Lara Dutta
 ອິນເດຍ
Claudia Moreno
 ປະເທດເວເນຊຸເອລາ
Helen Lindes
 ປະເທດແອສະປາຍ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ນິໂຄເຊຍ, ໄຊປຣັສ ພຶດສະພາ 12 79
50 2001Denise Quiñones
 ປະເທດປວຍໂຕຣີໂກ
Evelina Papantoniou
 ເກຣັກ
Kandace Krueger
 ສະຫະລັດອາເມລິກາ
Eva Ekvall
 ປະເທດເວເນຊຸເອລາ
Celina Jaitley
 ອິນເດຍ
ບາຍາມອນ, ປົວໂຕຣີໂກ ພຶດສະພາ 11 77
51 2002Oxana Fedorova
(ຖືກຍຸດຕິການດຳລົງຕຳແໜ່ງ)
 ປະເທດລັດເຊຍ
Justine Pasek[upper-roman 2]
(ເຂົ້າດຳລົງຕຳແໜ່ງແທນ)
 ປະເທດປານາມາ
Zhuo Ling
 ປະເທດຈີນ
Vanessa Carreira
 ປະເທດແອຟຣິກາໃຕ້
Cynthia Lander
 ປະເທດເວເນຊຸເອລາ
ຊານຮວນ, ປົວໂຕຣີໂກ ພຶດສະພາ 29 75
52 2003Amelia Vega
 ສາທາລະນະລັດໂດມິນີກັນ
Mariángel Ruiz
 ປະເທດເວເນຊຸເອລາ
Cindy Nell
 ປະເທດແອຟຣິກາໃຕ້
Sanja Papić
 ປະເທດເຊີເບຍແລະມອນເຕເນໂກຣ
Miyako Miyazaki
 ຍີ່ປຸ່ນ
ປານາມາຊິທຕີ້, ປານາມາ ມິຖຸນາ 3 71
53 2004Jennifer Hawkins
 ປະເທດອົດສະຕະຣາລີ
Shandi Finnessey
 ສະຫະລັດອາເມລິກາ
Alba Reyes
 ປະເທດປວຍໂຕຣີໂກ
Yanina González
 ປະເທດປາຣາກວັຍ
Danielle Jones
 ປະເທດຕຣິນິແດດ ແຮກໂຕເບໂກ
ກິໂຕ, ເອກົວດໍ ມິຖຸນາ 1 80
54 2005Natalie Glebova
 ການາດາ
Cynthia Olavarría
 ປະເທດປວຍໂຕຣີໂກ
Renata Soñé
 ສາທາລະນະລັດໂດມິນີກັນ
Laura Elizondo
 ເມັກຊິກ
Mónica Spear
 ປະເທດເວເນຊຸເອລາ
ບາງກອກ, ໄທ ພຶດສະພາ 31 81
55 2006Zuleyka Rivera
 ປະເທດປວຍໂຕຣີໂກ
Kurara Chibana
 ຍີ່ປຸ່ນ
Lauriane Gilliéron
  ສະວິດ
Lourdes Arévalos
 ປະເທດປາຣາກວັຍ
Tara Conner
 ສະຫະລັດອາເມລິກາ
ແຄລິຟໍເນຍ, ສະຫະລັດອາເມລິກາ ກໍລະກົດ 23 86
56 2007Riyo Mori
 ຍີ່ປຸ່ນ
Natália Guimarães
 ປະເທດບຣາຊິລ
Ly Jonaitis
 ປະເທດເວເນຊຸເອລາ
Honey Lee
 ເກົາຫຼີໃຕ້
Rachel Smith
 ສະຫະລັດອາເມລິກາ
ເມັກຊິໂກຊິທຕີ້, ເມັກຊິໂກ ພຶດສະພາ 28 77
57 2008Dayana Mendoza
 ປະເທດເວເນຊຸເອລາ
Taliana Vargas
 ປະເທດໂຄລັມເບຍ
Marianne Cruz
 ສາທາລະນະລັດໂດມິນີກັນ
Vera Krasova
 ປະເທດລັດເຊຍ
Elisa Nájera
 ເມັກຊິກ
ຍາຈາງ, ຫວຽດນາມ ກໍລະກົດ 14 80
58 2009Stefanía Fernández
 ປະເທດເວເນຊຸເອລາ
Ada Aimée de la Cruz
 ສາທາລະນະລັດໂດມິນີກັນ
Marigona Dragusha
 ໂຄໂຊໂວ
Rachael Finch
 ປະເທດອົດສະຕະຣາລີ
Mayra Matos
 ປະເທດປວຍໂຕຣີໂກ
ແນສຊໍ, ບາຮາໝາສ ສິງຫາ 23 83
59 2010Ximena Navarrete
 ເມັກຊິກ
Yendi Phillipps
 ປະເທດເຈເມກາ
Jesinta Campbell
 ປະເທດອົດສະຕະຣາລີ
Anna Poslavska
 ປະເທດອູກະແລນ
Venus Raj
 ຟີລິບປິນ
ເນວາດາ, ສະຫະລັດອາເມລິກາ ສິງຫາ 23 83
60 2011Leila Lopes
 ອັງໂກລາ
Olesya Stefanko
 ປະເທດອູກະແລນ
Priscila Machado
 ປະເທດບຣາຊິລ
Shamcey Supsup
 ຟີລິບປິນ
Luo Zilin
 ປະເທດຈີນ
ເຊົາປາລູ, ບຣາຊິວ ກັນຍາ 12 89
61 2012Olivia Culpo
 ສະຫະລັດອາເມລິກາ
Janine Tugonon
 ຟີລິບປິນ
Irene Esser
 ປະເທດເວເນຊຸເອລາ
Renae Ayris
 ປະເທດອົດສະຕະຣາລີ
Gabriela Markus
 ປະເທດບຣາຊິລ
ເນວາດາ, ສະຫະລັດອາເມລິກາ ທັນວາ 19 89
62 2013Gabriela Isler[21]
 ປະເທດເວເນຊຸເອລາ
Patricia Rodríguez
 ປະເທດແອສະປາຍ
Constanza Báez
 ເອກວາດໍ
Ariella Arida
 ຟີລິບປິນ
Jakelyne Oliveira
 ປະເທດບຣາຊິລ
ມອສໂກ, ລັດເຊຍ ພະຈິກ 9 86
63 2014Paulina Vega[22]
 ປະເທດໂຄລັມເບຍ
Nia Sanchez
 ສະຫະລັດ
Diana Harkusha
 ປະເທດອູກະແລນ
Yasmin Verheijen
 ໂຮນລັງ
Kaci Fennell
 ປະເທດເຈເມກາ
ຟຼໍລີດ້າ, ສະຫະລັດອາເມລິກາ ມັງກອນ 25, 2015 88
64 2015Pia Wurtzbach[23]
 ຟີລິບປິນ
Ariadna Gutiérrez[upper-roman 3]
 ປະເທດໂຄລັມເບຍ
Olivia Jordan
 ສະຫະລັດອາເມລິກາ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ເນວາດາ, ສະຫະລັດອາເມລິກາ ທັນວາ 20 80
65 2016Iris Mittenaere[24]
 ຝຣັ່ງ
Raquel Pélissier
 ປະເທດເຮຕິ
Andrea Tovar
 ປະເທດໂຄລັມເບຍ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ມະນິລາ, ຟີລິບປິນ ມັງກອນ 30, 2017 86
66 2017Demi-Leigh Nel-Peters
 ປະເທດແອຟຣິກາໃຕ້
Laura González
 ປະເທດໂຄລັມເບຍ
Davina Bennett
 ປະເທດເຈເມກາ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ເນວາດາ, ສະຫະລັດອາເມລິກາ ພະຈິກ 26 92
67 2018Catriona Gray
 ຟີລິບປິນ
Tamaryn Green
 ປະເທດແອຟຣິກາໃຕ້
Sthefany Gutiérrez
 ປະເທດເວເນຊຸເອລາ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ບາງກອກ, ໄທ ທັນວາ 17 94
68 2019Zozibini Tunzi[25]
 ປະເທດແອຟຣິກາໃຕ້
Madison Anderson
 ປະເທດປວຍໂຕຣີໂກ
Sofía Aragón
 ເມັກຊິກ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ຈໍເຈຍ, ສະຫະລັດອາເມລິກາ ທັນວາ 8 90
69 2020Andrea Meza
 ເມັກຊິກ
Julia Gama
 ປະເທດບຣາຊິລ
Janick Maceta
 ປະເທດເປຣູ
Adline Castelino
 ອິນເດຍ
Kimberly Jiménez
 ສາທາລະນະລັດໂດມິນີກັນ
ຟຼໍລີດ້າ, ສະຫະລັດອາເມລິກາ ພຶດສະພາ 16, 2021 74
70 2021Harnaaz Sandhu
 ອິນເດຍ
Nadia Ferreira
 ປະເທດປາຣາກວັຍ
Lalela Mswane
 ອາຟຣິກາໃຕ້
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ໄອລັຕ, ອິດສະລາເອວ ທັນວາ 13 80
71 2022R'Bonney Gabriel
 ສະຫະລັດອາເມລິກາ
Amanda Dudamel
 ປະເທດເວເນຊຸເອລາ
Andreína Martínez
 ສາທາລະນະລັດໂດມິນີກັນ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ນິວອໍລີນ, ສະຫະລັດອາເມລິກາ ມັງກອນ 14, 2023 83
72 2023Sheynnis Palacios
 ນິກາຣາກວາ
Anntonia Porsild
 ໄທ
Moraya Wilson
 ປະເທດອົດສະຕະຣາລີ
ບໍ່ມີຜູ້ໄດ້ຮັບຕຳແໜ່ງບໍ່ມີຜູ້ໄດ້ຮັບຕຳແໜ່ງ ຊານວາດໍ, ເອລຊັລວາດໍ ພະຈິກ 18 84
73 2024Victoria Kjær Theilvig
 ດານມາກ
Chidimma Adetshina
 ປະເທດໄນຈີເຣຍ
María Fernanda Beltrán
 ເມັກຊິກ
ສຸຊາຕາ ຊ່ວງສີ[upper-roman 4]
(ສິ້ນສຸດການດຳລົງຕຳແໜ່ງ)
 ໄທ
Ileana Márquez
 ປະເທດເວເນຊຸເອລາ
ເມັກຊີໂກຊິທຕີ້, ເມັກຊິໂກ ພະຈິກ 16 125
74 2025Fátima Bosch
 ເມັກຊິກ
Praveenar Singh
 ໄທ
Stephany Abasali
 ປະເທດເວເນຊຸເອລາ
Ahtisa Manalo
 ຟີລິບປິນ
Olivia Yacé
 ປະເທດໂກຕດິວົວຣ໌
ບາງກອກ, ໄທ ພະຈິກ 21 118
ໝາຍເຫດ
  1. ອາຣ໌ມີ ຄູເຊລາ ໄດ້ສະລະຕຳແໜ່ງ ມິສຢູນີເວີຣສ 1952 ກ່ອນກຳນົດເວລາສິ້ນສຸດການດຳລົງຕຳແໜ່ງພຽງບໍ່ດົນ ເພື່ອແຕ່ງງານກັບ ເວີຈິລິໂອ ຮິລາຣິໂອ ນັກທຸລະກິດຊາວຟີລິບປິນ ໃນວັນທີ 4 ພຶດສະພາ 1953. ເຖິງແມ່ນວ່າຈະເປັນແນວນັ້ນ ການລາອອກຈາກຕຳແໜ່ງກໍບໍ່ໄດ້ຖືກເຮັດໃຫ້ເປັນທາງການໂດຍອົງການມິສຢູນີເວີຣສ.
  2. ໃນຕອນທຳອິດ ຈັສຕິນ ປາເຊກ ໄດ້ຮັບຕຳແໜ່ງຮອງອັນດັບ 1 ຖັດຈາກຜູ້ຊະນະເດີມຄື ອົກຊານາ ເຟໂດໂຣວາ ຈາກປະເທດຣັດເຊຍ. ຫຼັງຈາກໄດ້ຮັບມົງກຸດເປັນເວລາ 119 ວັນ ເຟໂດໂຣວາ ກໍຖືກປົດອອກຈາກຕຳແໜ່ງ. ໃນຖານະຮອງອັນດັບ 1 ຈັສຕິນ ປາເຊກ ຈຶ່ງໄດ້ຂຶ້ນດຳລົງຕຳແໜ່ງ ມິສຢູນີເວີຣສ 2002 ແທນ. ທາງອົງການມິສຢູນີເວີຣສຖືວ່າ ຈັສຕິນ ປາເຊກ ເປັນຜູ້ດຳລົງຕຳແໜ່ງມົງກຸດ ມິສຢູນີເວີຣສ 2002 ພຽງຜູ້ດຽວ.
  3. ໃນລະຫວ່າງການຖ່າຍທອດສົດ ໃນຕອນທຳອິດ ກູຕີແອຣ໌ເຣຊ ໄດ້ຖືກປະກາດຊື່ໃຫ້ເປັນຜູ້ຊະນະ ເນື່ອງຈາກຄວາມຜິດພາດໃນການປະກາດຂອງ ສະຕີຟ ຮາຣ໌ວີ (Steve Harvey). ຫຼັງຈາກທີ່ ຮາຣ໌ວີ ໄດ້ກ່າວຂໍໂທດຕໍ່ຜູ້ຊົມແລ້ວ ກູຕີແອຣ໌ເຣຊ ກໍໄດ້ຖືກປະກາດໃຫ້ເປັນຮອງອັນດັບ 1 ແລະ ເພຍ ວີຣ໌ດບັກ (Pia Wurtzbach) ເປັນຜູ້ຊະນະ.
  4. ອົງການມິສຢູນີເວີຣສ ໄດ້ປົດຕຳແໜ່ງຮອງອັນດັບ 3 ມິສຢູນີເວີຣສ 2024 ເນື່ອງຈາກບໍ່ສາມາດດຳລົງຕຳແໜ່ງໄດ້ຄົບວາລະໜຶ່ງປີ.[26][27]

ແກເລີຣີຜູ້ຊະນະ

[ດັດແກ້]

ຜູ້ໄດ້ຮັບຕຳແໜ່ງລະດັບທະວີບ

[ດັດແກ້]

ລາຍຊື່ນີ້ລວມມີຊື່ ແລະ ປະເທດ ຫຼື ດິນແດນຂອງຜູ້ໄດ້ຮັບຕຳແໜ່ງລະດັບທະວີບໃນການປະກວດ ມິສຢູນີເວີຣ໌ສ.

ຕັ້ງແຕ່ ປີ 2024 ມິສຢູນີເວີຣ໌ສ ໄດ້ມີການມອບຕຳແໜ່ງລະດັບທະວີບ. ໂດຍຜູ້ໄດ້ຮັບຕຳແໜ່ງລະດັບທະວີບແມ່ນຄັດເລືອກຈາກຜູ້ທີ່ມີຍອດມີສ່ວນຮ່ວມໃນໂຊເຊຍມີເດຍຫຼາຍທີ່ສຸດໃນລະຫວ່າງການປະກວດ ໂດຍບໍ່ກ່ຽວກັບຜົນການເຂົ້າຮອບໃນການປະກວດ.[28] ເວເນຊູເອລາ, ໄທ, ແລະ ເມັກຊິໂກ ໄດ້ຮັບການຍົກເວັ້ນ ເນື່ອງຈາກບັນຫາຜົນປະໂຫຍດຂັດກັນ (conflict of interest) ເພາະມິສຢູນີເວີຣ໌ສໃນປັດຈຸບັນມີເຈົ້າຂອງຮ່ວມຈາກທັງສາມປະເທດນີ້.

ປີ ມິສຢູນີເວີຣ໌ສ ອາຟຣິກາ ແລະ ໂອເຊອາເນຍ ມິສຢູນີເວີຣ໌ສ ອາເມຣິກາ ມິສຢູນີເວີຣ໌ສ ເອເຊຍ ມິສຢູນີເວີຣ໌ສ ຢູໂຣບ ແລະ ຕາເວັນອອກກາງ
2024 ຊິດິມມາ ອະເດດຊິນາ
 ປະເທດໄນຈີເຣຍ
ຕາຕີອານາ ຄັລເມລ
 ປະເທດເປຣູ
ເຊລຊີ ມາເນໂລ
 ຟີລິບປິນ
ມາຕິລດາ ເວີຕາວູໂອຣີ
 ແຟງລັງ
2025 ໂອລີເວຍ ຢາເຊ[upper-roman 1]
(ລາອອກ)
 ປະເທດໂກຕດິວົວຣ໌
ສະເຕຟານີ ອາບາຊາລີ
 ປະເທດເວເນຊຸເອລາ
ຈ້າວ ໜາ
 ປະເທດຈີນ
ຈູເລຍ ຄລູເອັດ
 ປະເທດມານ

ໝາຍເຫດ

  1. ຫຼັງຈາກໄດ້ຮັບຕຳແໜ່ງ ມິສຢູນີເວີສ ອາຟຣິກາ ແລະ ໂອເຊອາເນຍ ໄດ້ 3 ວັນ, ອົງກອນ ມິສໂຄດດິວົວ ໄດ້ໂພສທາງໂຊເຊຍມີເດຍເຖິງການລາອອກຈາກຕຳແໜ່ງຂອງ ໂອລີເວຍ ຢາເຊ ມິສໂຄດດິວົວ ເນື່ອງຈາກເຫດຜົນສ່ວນຕົວ.[29]

ຕົວແທນປະເທດລາວ

[ດັດແກ້]
ປີ ຜູ້ດຳລົງຕຳແໜ່ງ / ຕົວແທນ ແຂວງ ຜົນງານລະດັບຊາດ ການປະກວດລະດັບນານາຊາດ
ຕຳແໜ່ງໃນການປະກວດ ລາງວັນພິເສດ
2025 ລັດຕະນາ ຫມັ້ນວິໄລ ແຂວງສາລະວັນ ມິສຢູນີເວີຣ໌ສລາວ 2025 ບໍ່ຜ່ານເຂົ້າຮອບ
2024 ພິຣັນຍາ ທິບພົມວົງ ແຂວງຫົວພັນ ມິສຢູນີເວີຣ໌ສລາວ 2024 ບໍ່ຜ່ານເຂົ້າຮອບ
2023 ໄພມະນີ ລາດສະບັນເທົາ ແຂວງຜົ້ງສາລີ ມິສຢູນີເວີຣ໌ສລາວ 2023 ບໍ່ຜ່ານເຂົ້າຮອບ
2022 ປ່າເຢັ້ງຊາ ລໍ່ ແຂວງຊຽງຂວາງ ມິສຢູນີເວີຣ໌ສລາວ 2022 ເຂົ້າຮອບ 16 ຄົນສຸດທ້າຍ
1 ລາງວັນພິເສດ
    • ຂວັນໃຈມະຫາຊົນ
2021 ຕົ້ນຄຳ ພົນຈັນເຮືອງ ນະຄອນຫຼວງວຽງຈັນ ມິສຢູນີເວີຣ໌ສລາວ 2021 ບໍ່ຜ່ານເຂົ້າຮອບ
2020 ຄຣິສຕີນ້າ ລາຊະສິມມາ ນະຄອນຫຼວງວຽງຈັນ ມິສລາວ 2012 ບໍ່ຜ່ານເຂົ້າຮອບ
2019 ວິຈິດຕາ ພອນວິໄລ ແຂວງບໍລິຄໍາໄຊ ມິສຢູນີເວີຣ໌ສລາວ 2019 ບໍ່ຜ່ານເຂົ້າຮອບ
2018 ອອນອານົງ ຫອມສົມບັດ ນະຄອນຫຼວງວຽງຈັນ ຮອງອັນດັບ 1 - ມິສຢູນີເວີຣ໌ສລາວ 2017 ບໍ່ຜ່ານເຂົ້າຮອບ
1 ລາງວັນພິເສດ
    • ຊຸດປະຈຳຊາດດີເດັ່ນ
2017 ສຸພາພອນ ສົມວິຈິດ ນະຄອນຫລວງວຽງຈັນ ມິສຢູນີເວີຣ໌ສລາວ 2017 ບໍ່ຜ່ານເຂົ້າຮອບ

ເພີ່ມເຕີມ

[ດັດແກ້]

ອ້າງອີງ

[ດັດແກ້]
  1. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil). (ໄທ)
  2. 1 2 3 4 5 6 7 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  3. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  4. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  5. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  6. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  7. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  8. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  9. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  10. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  11. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  12. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  13. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  14. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  15. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  16. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  17. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  18. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  19. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  20. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  21. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  22. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  23. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  24. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  25. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  26. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  27. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  28. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  29. Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).

ແຫຼ່ງຂໍ້ມູນອື່ນ

[ດັດແກ້]

ແມ່ແບບ:ມິສຢູນີເວີຣສແມ່ແບບ:ຜູ້ທີ່ໄດ້ຮັບຕຳແໜ່ງມິສຢູນີເວີຣສ