ສຸພາພອນ ສົມວິຈິດ
ຮູບຮ່າງການສະແດງຜົນ
ສຸພາພອນ ສົມວິຈິດ (ຊື່ຫຼິ້ນ : ນຸ້ຍ) ເປັນນັກສະແດງ, ນາງແບບ ແລະ ນາງງາມລາວ ເຊິ່ງນຸ້ຍຊະນະການປະກວດ ມິສຢູນີເວີຣສລາວ 2017 ແລະ ເປັນ ມິສຢູນີເວີຣສລາວ ຄົນທຳອິດອີກດ້ວຍ. ໃນເດືອນພະຈິກປີ ຄ.ສ. 2017 ນຸ້ຍກໍໄດ້ເປັນຕົວແທນປະເທດລາວຄົນທຳອິດທີ່ໄດ້ເຂົ້າຮ່ວມປະກວດ ມິສຢູນີເວີຣສ.
| ສຸພາພອນ ສົມວິຈິດ | |
|---|---|
ນຸ້ຍ ໃນງານເປີດໂຕຮູບເງົາສຽງສຸດທ້າຍ | |
| ເກີດ | ສຸພາພອນ ສົມວິຈິດ 7 ຕຸລາ ຄ.ສ.1997 (22 ປີ) |
| ສັນຊາດ | ລາວ |
| ຊື່ອື່ນ | ນຸ້ຍ |
| ອາຊີບ | ນາງງາມ, ນັກສະແດງ, ນາງແບບ |
| ປີປະຕິບັດວຽກ | ຄ.ສ. 2016 - ປະຈຸບັນ |
| ສ່ວນສູງ | 1,75m |
| ລາງວັນ | ນາງສາວນະຄອນຫຼວງວຽງຈັນ 2016 (ຮອງອັນດັບ 1) ມິສຢູນີເວີຣສລາວ 2017 (ຊະນະເລີດ) (Miss Elegance) (Miss Best Personality) ມິສຢູນີເວີຣສ 2017 (ບໍ່ໄດ້ເຂົ້າຮອບ) |
ປະຫວັດ
[ດັດແກ້]ສຸພາພອນ ເກີດເມື່ອວັນທີ 7 ຕຸລາ ປີ ຄ.ສ. 1997 ທີ່ ເມືອງປາກເຊ, ແຂວງຈໍາປາສັກ. ປັດຈຸບັນ ກຳລັງສຶກສາ ຄະນະ ບໍລິຫານທຸລະກິດ ຢູ່ທີ່ ມະຫາວິທະຍາໄລແຫ່ງຊາດລາວ.
ການປະກວດ
[ດັດແກ້]ໃນປີ ຄ.ສ. 2016 ສຸພາພອນ ໄດ້ເຂົ້າຮ່ວມການປະກວດ ມິສວຽນທຽນ 2016 ຫຼື ນາງສາວນະຄອນຫລວງວຽງຈັນ ປະຈຳປີ 2016 ເຊິ່ງໄດ້ຕຳແໜ່ງ ຮອງຊະນະເລີດອັນດັບໜຶ່ງ. ຕໍ່ມາໃນປີ ຄ.ສ. 2017 ນຸ້ຍກໍເຂົ້າຮ່ວມການປະກວດ ມິສຢູນີເວີຣສລາວ 2017 ເຊິ່ງໄດ້ຮັບຕຳແໜ່ງຊະນະເລີດ ແລະ ໄດ້ເປັນຕົວແທນເຂົ້າຮ່ວມການປະກວດ ມິສຢູນີເວີຣສ 2017 ໃນເດືອນ ພະຈິກ ປີດຽວກັນ.
ຜົນງານ
[ດັດແກ້]ຮູບເງົາ
[ດັດແກ້]| ປິ | ຊື່ | ບົດບາດ |
|---|---|---|
| 2018 | ສຽງສຸດທ້າຍ | ຟ້າ |
| 2019 | ຮັກມະຍ່ອມມະແຍ່ມ | ແມວ |
ແຫຼ່ງຂໍ້ມູນອື່ນ
[ດັດແກ້]| ກ່ອນໜ້າ | ສຸພາພອນ ສົມວິຈິດ | ຖັດໄປ | ||
|---|---|---|---|---|
| ປະກວດຄັ້ງທໍາອິດ | ມິສຢູນີເວີຣສລາວ (2017) |
ອອນອານົງ ຫອມສົມບັດ (ໄດ້ຮັບການແຕ່ງຕັ້ງ) |