Jump to content

ມິສຍູນິເວີສ 2022

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ມິສຢູນິເວີຣສ 2022)
ມິສຍູນິເວີສ 2022
ວັນທີ14 ມັງກອນ 2023
ຜູ້ດຳເນີນລາຍການ
ການສະແດງພິເສດ
  • ບິກ ຟຣີເດຍ
  • ບິກ ແຊມສ໌ ຟັງກີ ເນຊັນ
  • ອາແມນດາ ຊໍ
  • ແທງ ແອນ ເດິແບນແກສ
  • ໂຢລັນດາ ອາດຳ
ສະຖານທີ່ຈັດການປະກວດນິວອໍລີນ ມໍຣຽລ ຄອນເວນຊັນ ເຊັນເຕີ, ນິວອໍລີນ ລັດຫຼຸຍເຊຍນາ ສະຫະລັດອາເມຣິກາ
ຊ່ອງຖ່າຍທອດສົດ
ຜູ້ເຂົ້າປະກວດ84[1]
ການຈັດອັນດັບ16
ເຂົ້າຮ່ວມຄັ້ງທຳອິດ
ຖອນຕົວ
ກັບມາເຂົ້າຮ່ວມ
ຜູ້ຊະນະ ສະຫະລັດອາເມຣິກາ
ອາຣ໌ ບອນນີ ເກບຣຽລ
ນາງງາມມິດຕະພາບ
← 2021
2023 →

ມິສຍູນິເວີສ 2022 ຫຼື ນາງງາມຈັກກະວານ 2022 (ອັງກິດ: Miss Universe 2022) ເປັນການຈັດປະກວດມິສຢູນິເວີຣສ ຄັ້ງທີ 71 ແລະ ເປັນການຈັດການປະກວດມິສຍູນິເວີສຄັ້ງທຳອິດຂອງບໍລິສັດ ເຈເຄເອັນ ໂກລບອລ ກຣຸ໊ບ ຈຳກັດ (ມະຫາຊົນ) ຈາກປະເທດໄທ ຫຼັງຈາກເຂົ້າຊື້ທຸລະກິດທັງໝົດຂອງອົງກອນມິສຢູນິເວີຣສ (MUO) ມາຈາກເອັນເດຟເວີຂອງສະຫະລັດອາເມຣິກາ[2][3] ກຳນົດຈັດຂຶ້ນໃນວັນທີ 14 ມັງກອນ 2023 ຕາມເວລາທ້ອງຖິ່ນໃນ ນິວອໍລີນ ມໍຣຽລ ຄອນເວນຊັນ ເຊັນເຕີ ໃນ ນະຄອນນິວອໍລີນ ລັດຫຼຸຍເຊຍນາ ສະຫະລັດອາເມຣິກາ ໂດຍ ຫາຣນາສ ສັນດຸ ມິສຢູນິເວີຣສ 2021 ຈາກປະເທດອິນເດຍ ໄດ້ສົ່ງມົງກຸດໃຫ້ແກ່ ອາຣ໌ ບອນນີ ເກບຣຽລ ຈາກສະຫະລັດອາເມຣິກາ ເປັນມິສຢູນິເວີຣສຄົນທີ 71 ຂອງໂລກ ແລະ ເປັນນາງງາມຄົນທີ 9 ຈາກສະຫະລັດອາເມຣິກາທີ່ໄດ້ຮັບຕຳແໜ່ງນີ້

ເຈົ້າພາບ

[ດັດແກ້]
ນິວອໍລີນ ເອີຣ໌ເນສ ເອັນ. ມໍຣຽລ ຄອນເວນຊັນ ເຊັນເຕີ ໃນ ນິວອໍລີນ ລັດຫຼຸຍເຊຍນາ ສະຫະລັດອາເມຣິກາ, ສະຖານທີ່ສຳລັບການປະກວດມິສຍູນິເວີສ 2022

ໃນເດືອນກັນຍາ ປີ 2022 ໜັງສືພິມ El Vocero ຂອງປວຍໂຕຣີໂກລາຍງານວ່າອົງກອນມິສຢູນິເວີຣສ (MUO; ໃນຂະນະນັ້ນເອນເດຟເວີຂອງສະຫະລັດອາເມຣິກາຍັງເປັນເຈົ້າຂອງ) ໄດ້ສົ່ງອີເມລສົ່ງຜູ້ອຳນວຍການລະດັບປະເທດ ໂດຍລະບຸວ່າ ມິສຍູນິເວີສ 2022 ຈະຈັດຂຶ້ນໃນຊ່ວງໄຕມາດທໍາອິດຂອງປີ 2023 ເນື່ອງຈາກມີການແຂ່ງຂັນບານໂລກ 2022 ໃນເດືອນພະຈິກ ແລະ ເດືອນທັນວາ ເພື່ອບໍ່ໃຫ້ເກີດການຕຳກັນຂອງກິດຈະກຳ ແລະ ຖ່າຍທອດສົດ[4][5] El Vocero ຍັງຄາດການນຳວ່າ ລອນແອນເຈິລີສ, ໄມແອມີ, ນິວອໍລີນ ສະຫະລັດອາເມຣິກາ ແລະ ເມືອງຍາຈາງ ແຂວງແຄງຮ່ວາ ປະເທດຫວຽດນາມ ເປັນໜຶ່ງໃນເມືອງທີ່ຈະເປັນເຈົ້າພາບຈັດການປະກວດ[6][7][8] ຕໍ່ມາບໍ່ດົນ ພອລລາ ຊູກຣາດ ປະທານ MUO ໃຫ້ສຳພາດກັບ ABS-CBN News and Current Affairs ວ່າການປະກວດຈະຈັດຂຶ້ນໃນເດືອນມັງກອນ 2023 ໂດຍຢືນຢັນວ່າສາເຫດຂອງການເລື່ອນຄືເພື່ອຫຼີກລ້ຽງບານໂລກ 2022 ຕໍ່ມາເມື່ອວັນທີ 19 ກັນຍາ MUO ປະກາດວ່າການປະກວດຈະຈັດຂຶ້ນໃນວັນທີ 14 ມັງກອນ 2023 ຕາມເວລາທ້ອງຖິ່ນໃນນິວອໍລີນ ມໍຣຽລ ຄອນເວນຊັນ ເຊັນເຕີ ໃນນິວອໍລີນ ລັດຫຼຸຍເຊຍນາ ສະຫະລັດອາເມຣິກາ[9]

ທັງນີ້ ຄັ້ງນີ້ຈະເປັນຄັ້ງທີ 4 ໃນປະຫວັດສາດຂອງການປະກວດທີ່ຈັດຫຼັງຈາກສິ້ນສຸດປິປະຕິທິນ ຕັ້ງແຕ່ມິສຍູນິເວີສ 2014, ມິສຍູນິເວີສ 2016 ແລະ ມິສຍູນິເວີສ 2020 ເຊິ່ງຈັດການປະກວດຂຶ້ນໃນປີຖັດຈາກນັ້ນ

ຜົນການປະກວດ

[ດັດແກ້]
ຜົນການປະກວດມິສຍູນິເວີສ 2022 ຮອບໄຟນອລ
ຜົນການປະກວດ ຜູ້ເຂົ້າປະກວດ
ມິສຍູນິເວີສ 2022
ຮອງອັນດັບ 1
ຮອງອັນດັບ 2
3 ຄົນສຸດທ້າຍ
5 ຄົນສຸດທ້າຍ
16 ຄົນສຸດທ້າຍ
  • § – ຜ່ານເຂົ້າຮອບ 16 ຄົນສຸດທ້າຍຈາກການໂຫວດອອນລາຍ

ລຳດັບການປະກວດຊື່

[ດັດແກ້]
16 ຄົນສຸດທ້າຍ
  1.  ປະເທດປວຍໂຕຣີໂກ – ແອຊລີ ຄາຣິໂຢ
  2.  ປະເທດຮາອີຕີ – ມິນິລິນ ເຟລິຊໍ
  3.  ປະເທດອົດສະຕະຣາລີ – ໂມນິໄຄວ ຣີລີ
  4.  ສາທາລະນະລັດໂດມິນິກັນ – ອັນເດຣນາ ມາຣ໌ຕິເນຊ
  5.  ປະເທດລາວ – ປ່າເຢັ້ງຊາ ລໍ່ §
  6.  ປະເທດແອຟຣິກາໃຕ້ – ເອັນດາວີ ໂນເຄຣີ
  7.  ປະເທດປອກຕຸຍການ – ເທລມາ ມາເດຣາ
  8.  ປະເທດການາດາ – ອາເມເລຍ ຕູ
  9.  ປະເທດເປຣູ – ອາເລສເຊຍ ໂຣເວໂຢ
  10.  ປະເທດຕຣິນິແດດແລະໂຕເບໂກ – ທີຢາ ເຈນ ຣາເມຢ໌
  11.  ປະເທດກູຣາເຊົາ – ກາເບຣຍລາ ດອສ ຊານໂດສ
  12.  ປະເທດອິນເດຍ – ດິວີຕາ ຣາຍ
  13.  ປະເທດເວເນຊູເອລາ – ອາແມນດາ ດູດາເມລ
  14.  ປະເທດແອສະປາຍ – ອາລີເຊຍ ໂຟເບລ
  15.  ສະຫະລັດອາເມລິກາ – ອາຣ໌ ບອນນີ ເກບຣຽວ
  16.  ປະເທດໂຄລັມເບຍ – ມາເຣຍ ເຟີນັນດາ ອາຣິສຕິຊາບັລ
5 ຄົນສຸດທ້າຍ
  1.  ປະເທດເວເນຊູເອລາ – ອາແມນດາ ດູດາເມລ
  2.  ສະຫະລັດອາເມລິກາ – ອາຣ໌ ບອນນີ ເກບຣຽວ
  3.  ປະເທດປວຍໂຕຣີໂກ – ແອຊລີ ຄາຣິໂຢ
  4.  ປະເທດກູຣາເຊົາ – ກາເບຣຍລາ ດອສ ຊານໂດສ
  5.  ສາທາລະນະລັດໂດມິນິກັນ – ອັນເດຣນາ ມາຣ໌ຕິເນຊ
3 ຄົນສຸດທ້າຍ
  1.  ສາທາລະນະລັດໂດມິນິກັນ – ອັນເດຣນາ ມາຣ໌ຕິເນຊ
  2.  ສະຫະລັດອາເມລິກາ – ອາຣ໌ ບອນນີ ເກບຣຽວ
  3.  ປະເທດເວເນຊູເອລາ – ອາແມນດາ ດູດາເມລ

ລາງວັນພິເສດ

[ດັດແກ້]
ລາງວັນ ຜູ້ເຂົ້າປະກວດ
Impact Wayv Award ຜູ້ສ້າງອິນແພັກໃຫ້ກັບສັງຄົມ

– ແອນນາ ເສືອງາມອ່ຽມ

ນາງງາມມິດຕະພາບ

ກຳມະການ

[ດັດແກ້]

ເມື່ອວັນທີ 10 ມັງກອນ ປີ 2023 ອົງກອນໄດ້ປະກາດຄະນະກຳມະການຄັດເລືອກ:[10]

  • ຈິເບນາ ນາບາເຣເຕ – ນັກສະແດງ ນາງແບບ ພິທີກອນ ລາຍການໂທລະພາບຊາວເມັກຊິໂກ ແລະ ມິສຍູນິເວີສ 2010
  • ບິກ ຟຣີເດຍ – ແຣັບເປີ ແລະ ນັກສະແດງຊາວອາເມລິກາ
  • ມາຣາ ມາຕິນ – ນາງແບບ ແລະ ຜູ້ຮ່ວມກໍ່ຕັ້ງ ໄວຣັລ ມີເດຍ ພີອາຣ໌
  • ເວນດີ ຟີດຊ໌ວິລລຽມ – ນັກສະແດງຍິງ ນາງແບບ ທະນາຍຄວາມຊາວຕຣີນີດັດ ແລະມິສຍູນິເວີສ 1998
  • ເອມິລີ ອອສຕິນ – ນັກສະແດງຍິງ ນັກຂ່າວກິລາ ນາງແບບຊາວອາເມລິກາ ແລະ ຜູ້ມີອິດທິພົນໂຊຊຽວມີເດຍ
  • ໂອລິເວຍ ຄິໂດ – ຊີອີໂອ ແລະ ຜູ້ກໍ່ຕັ້ງ ໂອສກິນ ເມດ ສະປາ
  • ເມຍກາ ເດລລາໂນສ – ພິທີກອນລາຍການໂທລະພາບ ແລະ ວິທະຍຸ ນັກຂ່າວ ນັກຂຽນ ແລະ ນັກສັງຄົມສົງເຄາະຊາບອາເມລິກາ
  • ສະເວຕາ ພາເທລ – ນັກຂຽນ ສະມາຊິກສະພາຟອບສ໌ ແລະ ຜູ້ກໍ່ຕັ້ງ ຮີລເວດາ
  • ໂອລິເວຍ ຈໍແດນ – ນັກສະແດງ ນາງແບບ ພິທີກອນລາຍການໂທລະພາບຊາວອາເມລິກາ ແລະ ມິສຢູເອສເອ 2015 (ກຳມະການສະເພາະຮອບພຣີລີມມິເນຣີ)
  • ແຄທລີນ ເວເທຣລລາ – ປະທານເຈົ້າໜ້າທີ່ຝ່າຍການຕະຫຼາດຂອງອິມແພັດທ໌ ເວຍ໌ ວີ(ກຳມະການສະເພາະຮອບພຣີລີມມິເນຣີ)

ຜູ້ເຂົ້າປະກວດ

[ດັດແກ້]

ໝາຍເຫດ

[ດັດແກ້]


ການເຂົ້າຮ່ວມປະກວດລະດັບນານາຊາດໃນເວທີອື່ນ

[ດັດແກ້]

ອ້າງອີງ

[ດັດແກ້]
  1. ↑ "Miss Universe 2022". Miss Universe (ພາສາອັງກິດ). ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ 15 ພະຈິກ 2023. ສືບຄົ້ນເມື່ອ 17 ພະຈິກ 2022.{{cite web}}: CS1 maint: date auto-translated (ລິ້ງ)
  2. ↑ "การได้มาซึ่งกิจการทั้งหมดขององค์กรนางงามจักรวาล (Miss Universe Organization) รวมถึงลิขสิทธิ์ที่เกี่ยวข้องกัน" (PDF). ตลาดหลักทรัพย์แห่งประเทศไทย. 2022-10-26. ຂ້ໍມູນເກົ່າຈາກຕົ້ນສະບັບ (PDF) ເມື່ອ 2022-10-27. ສືບຄົ້ນເມື່ອ 2022-10-26.
  3. ↑ "'แอน-จักรพงษ์' ถือครองกิจการ 'องค์กรนางงามจักรวาล' เป็นความภูมิใจของคนไทย". เดลินิวส์ (ພາສາໄທ).
  4. ↑ Jan Figueroa Roqué (ກັນຍາ 2, 2022). "Aplazado Miss Universe para 2023 y suena Puerto Rico como sede – Habrá dos ediciones de Miss Universe el próximo año" [Miss Universe postponed for 2023 and Puerto Rico sounds like the venue – There will be two editions of Miss Universe next year]. El Vocero de Puerto Rico (ພາສາສະແປນນິຊ).{{cite news}}: CS1 maint: date auto-translated (ລິ້ງ)
  5. ↑ "Miss Universe 2022 postponed to next year". The National. 4 ກັນຍາ 2022. ສືບຄົ້ນເມື່ອ 2022-09-06.{{cite web}}: CS1 maint: date auto-translated (ລິ້ງ)
  6. ↑ "Miss Universe 2022 moved to 2023" (ພາສາຕາກາລອກ). PEP.ph. 2022-09-02.
  7. ↑ "Miss Universe postpones the date of the contest for 2023" (ພາສາອັງກິດ). Rival Times. ກັນຍາ 1, 2022.{{cite web}}: CS1 maint: date auto-translated (ລິ້ງ)
  8. ↑ Tagala, Don (16 ກັນຍາ 2022). "Miss Universe Organization president talks pageant changes, 'for sale' report". ABS-CBN News. ສືບຄົ້ນເມື່ອ 16 ກັນຍາ 2022.{{cite web}}: CS1 maint: date auto-translated (ລິ້ງ)
  9. ↑ Bracamonte, Earl (2022-09-19). "Miss Universe 2022 reveals date, venue; confirms moms, wives can join". The Philippine Star (ພາສາອັງກິດ). ສືບຄົ້ນເມື່ອ 2022-09-19.
  10. ↑ "Meet our Selection Committee". Instagram. 11 ມັງກອນ 2023.{{cite web}}: CS1 maint: date auto-translated (ລິ້ງ)

ແຫຼ່ງຂໍ້ມູນອື່ນ

[ດັດແກ້]