ບານໂລກ 2022

ຈາກ ວິກິພີເດຍ
ບານໂລກ 2022
كأس العالم لكرة القدم 2022
Kaʾs al-ʿālam li-kurrat al-qadam 2022
Qatar 2022
ລາຍລະອຽດການແຂ່ງຂັນ
ປະເທດເຈົ້າພາບທຸງຊາດຂອງປະເທດກາຕາ ກາຕາ
ວັນທີ20 ພະຈິກ – 18 ທັນວາ 2022
ທີມ32 (ຈາກ 5 ສະມາພັນ)
ສະຖານທີ່(ໃນ 5 ເມືອງເຈົ້າພາບ)
ອັນດັບເມື່ອສິ້ນສຸດການແຂ່ງຂັນ
ຊະນະເລີດທຸງຊາດອາກຊັງຕິນ ອາກຊັງຕິນ (ສະໄໝທີ 3)
ຮອງຊະນະເລີດທຸງຊາດຝຣັ່ງ ຝຣັ່ງ
ອັນດັບທີ 3ທຸງຊາດກຣົວຊີ ກຣົວຊີ
ອັນດັບທີ 4ທຸງຊາດປະເທດໂມຣັອກໂຄ ປະເທດໂມຣັອກໂຄ
ສະຖິຕິການແຂ່ງຂັນ
ຈຳນວນນັດທີ່ແຂ່ງຂັນ64
ຈຳນວນປະຕູ172 (2.69 ປະຕູຕໍ່ນັດ)
ຜູ້ຊົມ3,404,252 (53,191 ຄົນຕໍ່ນັດ)
ຜູ້ເຮັດປະຕູສູງສຸດຝຣັ່ງ ກີລີຢານ ອືມບາເບ
(8 ປະຕູ)
ຜູ້ຫຼິ້ນດີເດັ່ນອາກຊັງຕິນ ລິໂອເນບ ເມສຊິ
ຜູ້ຮັກສາປະຕູທີ່ດີເດັ່ນອາກຊັງຕິນ ເອມິເລຍໂມ ມາຕິເນຊ
ຜູ້ຫຼິ້ນດາວຮຸ້ງດີເດັ່ນອາກຊັງຕິນ ເອນໂຊ ເຟີນັນເດສ
ລາງວັນແຟຣ໌ເພລຍ໌ທຸງຊາດອັງກິດ ອັງກິດ
2018
2026

ບານໂລກ 2022 (ອາຣັບ: 2022 كأس العالم لكرة القدم, Kaʾs al-ʿālam li-kurat al-qadam 2022) ເປັນກຳນົດການແຂ່ງຂັນບານເຕະໂລກ ຄັ້ງທີ່ 22 ເຊິ່ງ​ເປັນ​ການ​ແຂ່ງ​ຂັນ​ບານ​ເຕະ​ຊາຍທີມ​ຊາດ​ຂອງ​ທຸກ​ຊາດສະ​ມາ​ຊິກ​ຟີຟາ ທີ່ຈະຈັດຂຶ້ນໃນທຸກໆສີ່ປີ ​ໂດຍເທື່ອ​ນີ້​ໄດ້​ຈັດ​ຂຶ້ນ​ຢູ່​ປະ​ເທດ​ກາ​ຕາ ຕັ້ງແຕ່ວັນທີ 20 ພະຈິກ ຫາ 18 ທັນວາ 2022 ນີ້​ຈະ​ເປັນ​ການ​ແຂ່ງ​ຂັນ​ບານ​ເຕະ​ໂລກ​ຄັ້ງ​ທໍາ​ອິດ​ທີ່​ຈັດໃນໂລກອາຣັບ[1] ແລະ​ເປັນ​ຄັ້ງ​ທີ​ສອງ​ໄດ້​ຈັດ​ຂຶ້ນ​ໃນທະວີບອາຊີຕໍ່ຈາກບານໂລກ 2002 ທີ່ເກົາຫຼີໃຕ້ ແລະ ຍີ່ປຸ່ນ[lower-alpha 1] ນອກຈາກນີ້ ຍັງເປັນຄັ້ງສຸດທ້າຍທີ່ທີມເຂົ້າຮ່ວມການແຂ່ງຂັນ 32 ທີມ ເພາະ​ຈະ​ມີ​ການ​ເພີ່ມ​ຂຶ້ນເປັນ 48 ທີມໃສບານໂລກ 2026 ທີມຊາດຝຣັ່ງ ເປັນອະດີດແຊ້ມຈາກການແຂ່ງຂັນຄັ້ງທີ່ຜ່ານມາ[2] ເນື່ອງ​ຈາກ​ສະພາບອາ​ກາດ​ຮ້ອນ​ທີ່​ສຸດ​ໃນ​ລະ​ດູ​ຮ້ອນ​ຂອງ​ປະເທດກາ​ຕາ​ ບານໂລກ ຄັ້ງນີ້ຈະຈັດຂຶ້ນແຕ່ທ້າຍເດືອນພະຈິກຫາກາງເດືອນທັນວາ ເຮັດໃຫ້ມັນເປັນຄັ້ງທໍາອິດທີ່ມັນຈະບໍ່ຈັດຂຶ້ນໃນກາງປີ ໄລຍະເວລາຂອງການແຂ່ງຂັນຈະຖືກຫຼຸດລົງ 29 ວັນ[3]

ການຄັດເລືອກເຈົ້າພາບ[ດັດແກ້]

ການສະເໜີໂຕເປັນເຈົ້າພາບບານໂລກ 2022
(ສຽງຂ້າງຫຼາຍ ຄື 12 ສຽງ)
ປະເທດ ຄະແນນສຽງ
ຮອບ 1 ຮອບ 2 ຮອບ 3 ຮອບ 4
ປະເທດກາຕາ ກາຕາ 11 10 11 14
ທຸງຊາດຂອງສະຫະລັດອາເມລິກາ ສະຫະລັດອາເມລິກາ 3 5 6 8
ທຸງຊາດຂອງເກົາຫຼີໃຕ້ ເກົາຫຼີໃຕ້ 4 5 5 ຕົກຮອບ
ທຸງຊາດຂອງຍີ່ປຸ່ນ ຍີ່ປຸ່ນ 3 2 ຕົກຮອບ
ທຸງຊາດຂອງປະເທດອົດສະຕະຣາລີ ອົດສະຕຣາລີ 1 ຕົກຮອບ

ທີມ[ດັດແກ້]

ທີມທີ່ຜ່ານການຄັດເລືອກ[ດັດແກ້]

ໝາຍເຫດ: ຕົວເລກໃນວົງເລັບຕຳແໜ່ງສຸດທ້າຍໃນອັນດັບໂລກຟີຟາກ່ອນການແຂ່ງຂັນ[4]

ການຈັບສະຫຼາກ[ດັດແກ້]

ເບິ່ງບົດຄວາມຫຼັກທີ່: ທີມວາງບານໂລກ 2022

ການຈັບສະຫຼາກຮອບສຸດທ້າຍໄດ້ຈັດຂຶ້ນທີ່ສູນວາງສະແດງ ແລະ ການປະຊຸມໂດຮາ ໃນເມືອງໂດຮາ ປະເທດກາຕາ[5] ເມື່ອວັນທີ 1 ເມສາ 2022[6] ເວລາ 19:00 ໂມງ (ເວລາມາດຕະຖານອາຣາເບຍ) ກ່ອນທີ່ຈະການແຂ່ງຂັນຮອບຄັດເລືອກຈະສຳເລັດສິ້ນ ຜູ້ຊະນະສອງທີມຈາກເພຼຍ໌ອັອຟລະຫວ່າງສະມາພັນ ແລະ ຜູ້ຊະນະຈາກສາຍເອຂອງເພຼນ໌ອັອຟໂຊນເອີຣົບຈຶ່ງຍັງບໍ່ເປັນທີ່ຊາບກັນຂະນະຈັບສະຫຼາກ[7]

ໂຖ 1 ໂຖ 2 ໂຖ 3 ໂຖ 4

ທຸງຊາດຂອງປະເທດກາຕາ ກາຕາ (51) (ເຈົ້າພາບ)
ທຸງຊາດຂອງປະເທດບຣາຊິລ ບຣາຊິລ (1)
ທຸງຊາດຂອງແບນຊິກ ແບນຊິກ (2)
ທຸງຊາດຂອງຝຣັ່ງ ຝຣັ່ງ (3)
ທຸງຊາດຂອງອາກຊັງຕິນ ອາເຈນຕິນາ (4)
ທຸງຊາດຂອງອັງກິດ ອັງກິດ (5)
ທຸງຊາດຂອງປະເທດແອສະປາຍ ແອສະປາຍ (7)
ທຸງຊາດຂອງປອກຕຸຍການ ປອກຕຸຍການ (8)

ທຸງຊາດຂອງເມັກຊິກ ເມັກຊິໂກ (9)
ທຸງຊາດຂອງໂຮນລັງ ເນເທີແລນ (10)
ທຸງຊາດຂອງດານມາກ ດານມາກ (11)
ທຸງຊາດຂອງເຢຍລະມັນ ເຢຍລະມັນ (12)
ທຸງຊາດຂອງປະເທດອຸຣຸກວັຍ ອຸຣຸກວັຍ (13)
ທຸງຊາດຂອງປະເທດສະວິດ ສະວິດເຊີແລນ (14)
ທຸງຊາດຂອງສະຫະລັດອາເມລິກາ ສະຫະລັດອາເມລິກາ (15)
ທຸງຊາດຂອງກຣົວຊີ ກຣົວຊີ (16)

ທຸງຊາດຂອງເຊເນການ ເຊເນກັລ (20)
ທຸງຊາດຂອງປະເທດອີຣານ ອີຣານ (21)
ທຸງຊາດຂອງຍີ່ປຸ່ນ ຍີ່ປຸ່ນ (23)
ທຸງຊາດຂອງປະເທດໂມຣັອກໂຄ ໂມຣັອກໂຄ (24)
ທຸງຊາດຂອງປະເທດແຊັກບີ ເຊີເບຍ (25)
ທຸງຊາດຂອງໂປໂລຍ ໂປໂລຍ (26)
ທຸງຊາດຂອງເກົາຫຼີໃຕ້ ເກົາຫຼີໃຕ້ (29)
ທຸງຊາດຂອງປະເທດຕູນິເຊຍ ຕູນິເຊຍ (35)

ທຸງຊາດຂອງປະເທດແຄເມີຣູນ ແຄເມີຣູນ (37)
ທຸງຊາດຂອງການາດາ ແຄນນາດາ (38)
ທຸງຊາດຂອງເອກວາດໍ ເອກວາດໍ (46)
ທຸງຊາດຂອງປະເທດອາຣັບບີ ຊາອູດິດ ອາຣັບບີ ຊາອູດິດ (49)
ທຸງຊາດຂອງປະເທດການາ ການາ (60)
ທຸງຊາດຂອງປະເທດການ ເວລສ໌ (18)
ທຸງຊາດຂອງປະເທດຄອສຕາລີກາ ຄອສຕາລີກາ(31)
ທຸງຊາດຂອງປະເທດອົດສະຕະຣາລີ ອົດສະຕຣາລີ(42)

ຜູ້ຫຼິ້ນ[ດັດແກ້]

ເບິ່ງບົດຄວາມຫຼັກທີ່: ຜູ້ຫຼິ້ນໃນບານໂລກ 2022

ຜູ້ຕັດສິນ[ດັດແກ້]

ເມື່ອວັນທີ 19 ພຶດສະພາ 2022 ຟີຟາໄດ້ປະກາດລາຍຊື່ຜູ້ຕັດສິນ 36 ຄົນ ຜູ້ຊ່ວຍຜູ້ຕັດສິນ 69 ຄົນ ແລະ ຜູ້ຊ່ວຍຜູ້ຕັດສິນວິດີໂອ 24 ຄົນ ສຳລັບການແຂ່ງຂັນ[8][9] ເປັນຄັ້ງທຳອິດທິ່ຜູ້ຕັດສິນຍິງຈະເປັນຜູ້ຕັດສິນເກມໃນການແຂ່ງຂັນລາຍການໃຫຍ່ຊາຍ

Stéphanie Frappart ຈາກຝຣັ່ງ, Salima Mukansanga ຈາກຣວັນດາ ແລະ Yoshimi Yamashita ຈາກຍີ່ປຸ່ນ ກາຍເປັນຜູ້ຕັດສິນຍິງຄົນທຳອິດທີ່ໄດ້ຮັບການແຕ່ງຕັ້ງໃຫ້ເຂົ້າຮ່ວມການແຂ່ງຂັນບານໂລກຊາຍ [10] Frappart ດູແລການແຂ່ງຂັນບານໂລກຍິງປີ 2019 ຮອບຊິງຊະນະເລີດ[11]

ສະໜາມການແຂ່ງຂັນ[ດັດແກ້]

ອ້າງອີງ[ດັດແກ້]

  1. "Amir: 2022 World Cup Qatar a tournament for all Arabs", Gulf Times, 15 July 2018
  2. Taylor, Daniel (15 July 2018). "France seal second World Cup triumph with 4–2 win over brave Croatia". The Guardian. Retrieved 7 September 2018.
  3. "FIFA Executive Committee confirms November/December event period for Qatar 2022". FIFA. 19 March 2015. Archived from the original on 2018-09-10. Retrieved 2021-07-13.
  4. ""FIFA/Coca-Cola World Ranking"", Fédération Internationale de Football Association, 6 October 2022
  5. "FIFA Council endorses global summit to discuss the future of football", FIFA, 20 October 2021
  6. "2022 European football calendar: Match and draw dates for all UEFA competitions", UEFA, 1 January 2022
  7. "Procedures for the Final Draw for the FIFA World Cup Qatar 2022 released", FIFA, 22 March 2022
  8. "36 referees, 69 assistant referees and 24 video match officials appointed for FIFA World Cup Qatar 2022". FIFA. 2022-05-19. Retrieved 2022-05-19.
  9. "FIFA World Cup Qatar 2022 – List of appointed FIFA Match Officials" (PDF). FIFA. 2022-05-19. Retrieved 2022-05-19.
  10. "Qatar World Cup: Women referees to feature for first time in men's competition gameone娛樂城". 2022-05-20. Retrieved 2022-05-20.
  11. "Frappart: Final role a huge source of pride". FIFA.com.[dead link]


Cite error: <ref> tags exist for a group named "lower-alpha", but no corresponding <references group="lower-alpha"/> tag was found