ປະເທດອຸຣຸກວັຍ

ຈາກ ວິກິພີເດຍ

ອຸຣຸກວັຍ (ແອັດສະປາຍ: Uruguay) ຫຼືຊື່ທາງການວ່າ ສາທາລະນະລັດບູລະພາອຸຣຸກວັຍ (ແອັດສະປາຍ: República Oriental del Uruguay) ແມ່ນປະເທດຕັ້ງຢູ່ທາງຕອນໃຕ້ຂອງທະວີບອາເມລິກາໃຕ້ ມີອານາເຂດຈົດປະເທດບະເລຊິນທາງທິດເໜືອ ຈົດແມ່ນ້ຳອູຣູກວາຍທາງທິດຕາເວັນຕົກ ຈົດປາກແມ່ນ້ຳຣີໂອເດລາປະລາຕາ (ມີຄວາມໝາຍຕາມໂຕອັກສອນວ່າ "ແມ່ນ້ຳແຫ່ງແຮ່ເງິນ" ທາງທິດຕາເວັນຕົກສຽງໃຕ້ ໂດຍມີອານາເຂດຂອງປະເທດອາກຊັງຕີນຢູ່ອີກຝັ່ງ ແລະຈົດມະຫາສະໝຸດອັດລັງຕິກໃຕ້ ທາງທິດຕາເວັນອອກສຽງໃຕ້. ປະຊາກອນປະມານເຄິ່ງນຶ່ງຂອງປະເທດອາໄສຢູ່ໃນນະຄອນຫຼວງແລະເມືອງທີ່ໃຫຍ່ທີ່ສຸດແມ່ນ ນະຄອນຫຼວງມັງເຕວິເດໂອ.

ອ້າງອີງ[ດັດແກ້]