ປະເທດອີຣານ

ຈາກ ວິກິພີເດຍ
Jump to navigation Jump to search

ອີຣານ (ແປກ: ایران) ຫຼື ອີຣ່ານ ຫຼືຊື່ທາງການວ່າ ສາທາລະນະລັດອິສະລາມອິຣານ (ແປກ: جمهوری اسلامی ايران) ແມ່ນປະເທດໃນຕາເວັນອອກກາງ ຕັ້ງຢູ່ໃນອາຊີຕາເວັນຕົກສຽງໃຕ້ ເຊິ່ງຊ່ວງກ່ອນປີ ຄ.ສ. 1935 ຊາວຕາເວັນຕົກເອີ້ນວ່າ ແປກ (ຝະລັ່ງ: Perse) ຫຼື ເປີເຊຍ (ອັງກິດ: Persia). ມີເຂດແດນຕິດກັບປະເທດອາກເມນີ ສາທາລະນະລັດນາກໍໂນ-ກາລາບັກໂດຍພຶຕິໄນ ແລະອາແຊກບາຍຊັງທາງທິດຕາເວັນຕົກສຽງເໜືອ ຕິດກັບຄາຊັກສະຖານແລະລັດເຊຍໂດຍມີທະເລກາສະປີແອນ (Mer Caspienne) ຕິດເຕີກເມນິສະຖານທາງທິດຕາເວັນອອກສຽງເໜືອ ຕິດອັບການິສະຖານແລະປາກີສະຖານທາງທິດຕາເວັນອອກ ຕິດອ່າວແປກແລະອ່າວໂອມານທາງທິດໃຕ້ ແລະຕິດຕວກກີແລະອີຣັກທາງທິດຕາເວັນຕົກ ມີພື້ນທີ່ດິນແດນ 1,648,195 ຕາລາງກິໂລແມັດ. ແມ່ນປະເທດໃຫຍ່ທີ່ສຸດອັນດັບທີສອງໃນຕາເວັນອອກກາງແລະອັນດັບທີ 18 ໃນໂລກ. ມີປະຊາກອນ 78.4 ລ້ານຄົນ ຫຼາຍສຸດເປັນອັນດັບທີ 17 ຂອງໂລກ. ແມ່ນປະເທດດຽວທີ່ມີຊາຍຝັ່ງທະເລກາສະປີແອນແລະມະຫາສະໝຸດອິນເດຍ. ມີຄວາມສຳຄັນທາງພູມລັດຖະສາດອັນຍາວນານ ຍ້ອນທີ່ຕັ້ງຢູ່ໃນກາງເອີລາຊີແລະອາຊີຕາເວັນຕົກ ແລະຢູ່ໃກ້ຊ່ອງແຄບຮຸນມຸດ.

ອີຣ່ານມີອາລະຍະທຳເກົ່າແກ່ທີ່ສຸດແຫ່ງໜຶ່ງຂອງໂລກ ເລີ່ມດ້ວຍການຕັ້ງລາຊະອານາຈັກກ່ອນເອລຳ (Élam) ເຊິ່ງເປັນອາລະຍະທຳບູຮານໃນ 3200–2800 ປີກ່ອນຄະລິດຕະການ ຊາວແມດ (Mède) ໄດ້ຮວມພື້ນທີ່ເປັນຈັກກະວັດທຳອິດໃນ 625 ປີກ່ອນຄະລິດຕະການ ພາຍຫຼັງຊາວແມດກາຍເປັນຊາດວັດທະນະທຳແລະການເມືອງທີ່ຄອບງຳໃນພາກພື້ນ. ອີຣ່ານມີອຳນາດເຖິງຂີດສຸດລະຫວ່າງຈັກກະວັດອາເຊເມນິດ (Empire achéménide) ເຊິ່ງພະເຈົ້າຊີຣູດມະຫາລາດ (Cyrus le Grand) ຊົງກໍ່ຕັ້ງໃນ 550 ປີກ່ອນຄະລິດຕະການ ເຊິ່ງເມື່ອແຜ່ອານາເຂດໄພສານທີ່ສຸດ ແມ່ນລ້ວນກິນສ່ວນສຳຄັນຂອງໂລກບູຮານ ຕັ້ງແຕ່ບາງສ່ວນຂອງແຫຼມບານກັງ (Balkans) ເຊັ່ນ ທະຣາດ (Thrace), ມາເຊໂດຍ (Macédoine), ແລະບູນກາຣີ (Bulgarie) ແລະເອີລົບຕາເວັນອອກທາງທິດຕາເວັນຕົກ. ຮອດລຸ່ມແມ່ນ້ຳສິນທຸທາງທິດຕາເວັນອອກ ເຮັດໃຫ້ເປັນຈັກກະວັດໃຫຍ່ສຸດໃນໂລກໃນສະໄໝນັ້ນ. ຈັກກະວັດຫຼົ້ມສະຫຼາຍໃນ 330 ປີກ່ອນຄະລິດຕະການ ຫຼັງການພິຊິດຂອງອາແລັກຊັງມະຫາລາດ (Alexandre le Grand) ຈັກກະວັດປາກ (Empire parthe) ກຳເໜີດຂຶ້ນຈາກເຖົ້າຖ່ານແລ້ວຕໍ່ດ້ວຍຈັກກະວັດຊາຊານິດ (Empire sassanide) ໃນ ຄ.ສ. 224 ເຊິ່ງອີຣ່ານກາຍເປັນຊາດນຳໃນໂລກອີກຄັ້ງ ຮ່ວມກັບຈັກກະວັດໂຣແມັງ-ບີຊັງແຕັງ (romain-byzantin) ເປັນເວລາກວ່າສີ່ສະຕະວັດ.

ອ້າງອີງ[ແກ້ໄຂ]