ໝ່ອມລາຊະວົງຄຶກຣິດ ປາໂມດ

ຈາກ ວິກິພີເດຍ
ພະນະທ່ານ
ສາດສະດາຈານ ພົນຕີ ໝ່ອມລາຊະວົງ

ຄຶດຣິດ ປາໂມດ
ປ.ຈ., ມ.ປ.ຊ., ມ.ວ.ມ., ຊ.ສ., ສ.ຊ.
ຊື່ຈິງคึกฤทธิ์ ปราโมช
ເກີດ24 ເມສາ ຄ.ສ. 1911(1911-04-24)
ອຳເພີອິນບຸລີ ຈັງຫວັດສິງບຸລີ ມົນທົນກຸງເກົ່າ ປະເທດສະຫຍາມ
ເສຍຊີວິດ9 ຕຸລາ ຄ.ສ. 1995 (84 ປີ)
ໂຮງໝໍສະມິຕິເວດ ແຂວງຄອງຕັນເໜືອ ເຂດວັດທະນາ ບາງກອກ ປະເທດໄທ
ສັນຊາດທຸງຊາດຂອງໄທ ໄທ
ຊາດພັນໄທສະຫຍາມ
ການສຶກສາມະຫາວິທະຍາໄລອ໊ອກຟອຣ໌ດ
ຈົບຈາກໂຮງຮຽນວັດທະນາວິທະຍາໄລ
ເທຣນ ຄອລເລຈ
ອາຊີບນັກການເມືອງ
ນັກຂຽນ
ນັກວິຊາການ
ທະຫານ
ນັກສະແດງ
ຄູ
ເປັນທີ່ຮູ້ຈັກຈາກນາຍົກລັດຖະມົນຕີໄທ
ພັກການເມືອງ
ພັກກ້າວໜ້າ (ຄ.ສ. 1945–1946)
ພັກປະຊາທິປັດ (ຄ.ສ. 1946–1948)
ພັກກິດສັງຄົມ (ຄ.ສ. 1975–1991)
ສາດສະໜາພຸດ
ນິກາຍເຖຣະວາດ
ຄູ່ສົມລົດໝ່ອມລາຊະວົງພັກພິ້ງ ທອງໃຫຍ່ (ຢ່າ)
ບຸດໝ່ອມຫຼວງຣອງຣິດ ປາໂມດ
ໝ່ອມຫຼວງວິສຸມິຕາ ປາໂມດ
ບິດາມາຣດາພະວໍລະວົງເທີ ພະອົງເຈົ້າຄຳຣົບ
ໝ່ອມແດງ ປາໂມດ ນະ ອະຍຸດທະຍາ
ຍາດໝ່ອມລາຊະວົງເສນີ ປາໂມດ (ອ້າຍ)
ລາຍເຊັນ

ໝ່ອມລາຊະວົງຄຶກຣິດ ປາໂມດ (ໄທ: หม่อมราชวงศ์คึกฤทธิ์ ปราโมช; 24 ເມສາ ຄ.ສ. 1911 – 9 ຕຸລາ ຄ.ສ. 1995) ແມ່ນນັກປາດ ນັກຂຽນ ນັກການເມືອງ ແລະສິນລະປິນແຫ່ງຊາດ ສາຂາວັນນະສິນ ຄ.ສ. 1985 ທ່ານແມ່ນນ້ອງຊາຍແທ້ໆ ຂອງໝ່ອມລາຊະວົງເສນີ ປາໂມດ ແລະເປັນນາຍົກລັດຖະມົນຕີໄທ ຄົນທີ 13 (ດຳລົງຕຳແໜ່ງ ຄ.ສ. 1975–1976)

ປາຍ ຄ.ສ. 2008 ກະຊວງວັດທະນະທຳສະເໜອຊື່ຊອງໝ່ອມລາຊະວົງຄຶກຣິດເປັນບຸກຄົນສຳຄັນຂອງໂລກຕໍ່ອຸຍເນສໂກ ໂດຍມີທັ້ງສຽງສະໜັບສະໜຸນແລະຄັດຄ້ານ ຕໍ່ມາໃນວັນທີ 23 ຕຸລາ ຄ.ສ. 2009 ອຸຍເນສໂກໄດ້ປະກາດຍົກຍ່ອງເຊີດຊູກຽດໝ່ອມລາຊະວົງຄຶກຣິດເປັນບຸກຄົນສຳຄັນຂອງໂລກໃນ 4 ສາຂາ ໄດ້ແກ່ ການສຶກສາ ວັດທະນະທຳ ສົງຄົມສາດ ແລະສື່ສານມວນຊົນ ໃນວາລະຄົບຮອບ 100 ປີ ຊາຕະການ ຄ.ສ. 2011 ໂດຍໄດ້ຮັບການປະກາດພ້ອມກັນກັບທ່ານ ເອື້ອ ສຸນທອນສະໜານ ຊຶ່ງໄດ້ຮັບໃນວາລະຄົບຮອບ 100 ປີ ຊາຕະການ ຄ.ສ. 2010