ແຂວງສາລະວັນ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ສາລະວັນ)

ແຂວງສາລະວັນເປັນແຂວງໜຶ່ງ ທີ່ມີຫຼາຍຊົນເຜົ່າມີຫຼາກຫຼາຍ ທາງດ້ານຮີດຄອງປະເພນີ ແລະ ວັດທະ ນະທຳມີທຳນອງ ການເສບ , ການຮ້ອງ ແລະ ການຂັບລຳຫຼາຍຢ່າງເປັນຕົ້ນແມ່ນ: ລຳສາລະວັນ, ລຳຄົງເຊໂດນ,ລຳຜູ້ໄທ,ລຳຕາລີມອນ, ລຳກະເລີ້ຍ ແລະ ອື່ນໆ ໃນການຂັບລຳຕ່າງໆ ກໍມີຄວາມມ່ວນຊື່ນອອນຊອນແຕກຕ່າງກັນ ໄປຕາມຈຸດພິເສດຂອງແຕ່ລະເຜົ່າ ແຕ່ຂັບລຳທີ່ໂດດເດັ່ນກ່ອນໝູ່, ມີຄ່ານິຍົມສູງ ແລະ ແຜ່ກວ້າງໃນທົ່ວແຂວງ, ທົ່ວປະເທດ ແລະ ຕ່າງປະເທດກໍແມ່ນຂັບລຳ: ສາລະວັນ

ແຂວງສາລະວັນ ເປັນແຂວງທີ່ຢູ່ທາງພາກໃຕ້ຂອງປະເທດລາວ ເປັນແຂວງທີ່ມີເສດຖະກິດພວມຂະຫຍາຍຕົວ, ມີຫຼາຍຊົນຊາດຊົນເຜົ່າດຳລົງຊີວິດຢູ່ດ້ວຍກັນ. ເມືອງເອກຂອງແຂວງ ແມ່ນ ເມືອງ ສາລະວັນ.

ປະຫວັດແຂວງສາລະວັນ[ດັດແກ້]

ປະຫວັດຄວາມເປັນມາສາລະວັນ

ທີ່ຕັ້ງ[ດັດແກ້]

ມີຊາຍແດນຕິດກັບ 3 ແຂວງ ແລະ 2 ປະເທດຄື:

  • ທິດເໜືອ ຕິດກັບ ແຂວງ ສະຫວັນນະເຂດ
  • ທິດໃຕ້ຕິດກັບ ແຂວງຈຳປາສັກ ແລະ ແຂວງເຊກອງ
  • ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
  • ທິດຕາເວັນຕົກຕິດກັບ ປະເທດໄທ

ປະຊາກອນ[ດັດແກ້]

ສາ­ລະ​ວັນ ປະ­ກອບ​ມີຫລາຍ​ຊົນ­ເຜົ່າ​ດຳ­ລົງ​ຊີ­ວິດ​ຢູ່ລວມແລ້ວ​ທັງ​ຫມົດ 14 ຊົນ­ເຜົ່າ ​ທີ່​ມີພາ­ສາ​ປາກ​ເວົ້າ​ແຕກ​ຕ່າງ​ກັນ ລວມ​ເຖິງ​ຂະ​ນົບ​ທຳ­ນຽມ, ຮີດຄອງ​ປະ­ເພ­ນີ, ຄວາມ​ເຊື່ອ​ຖື​ ຂອງບັນ­ດາ­ເຜົ່າ​ທີ່​ບໍ່​ຄື​ກັນ ຫາ​ຍາກ​ທີ່ຈະ​ໄດ້​ສຳຜັດ​ກັບ​ຄວາມ​ຫລາກຫລາຍ​ຂອງ​ແຕ່​ລະ​ຊົນ­ເຜົ່າ ເຊິ່ງສາ­ມາດ​ຖ່າຍ​ທອດ​ປະ­ສົບ​ການທາງ​ດ້ານ​ວັດ­ທະ­ນະ­ທຳ ທີ່​ນ້ອຍຫນັກ​ນ້ອຍ​ຫນາ​ທີ່​ຈະ​ໄດ້​ພົບ​ເຫັນ. ປະກອບດ້ວຍລາວລຸ່ມ, ຂະໝຸ, ອາລັກ, ກະຕາງ, ກະຕູ, ແງະ,ຜູ້ໄທ, ຕະໂອ້ຍ, ປະໂກະ, ຕົງ, ຊ່ວຍ ຯລຯ. ເຊິ່ງ​ແຕ່​ລະ​ຊົນ­ເຜົ່າເຫລົ່າ­ນັ້ນ ລ້ວນ​ແຕ່​ຕັ້ງ​ບ້ານ​ເຮືອນຢູ່​ແບບ​ກະ​ແຈກ​ກະ­ຈາຍ ແລະ ຢຶດຖື​ອາ​ຊີຍ​ເຮັດ​ນາ​ເປັນ­ຕົ້ນ​ຕໍ, ພ້ອມກັນ​ນັ້ນ ດ້ານ​ການ​ເຊື່ອ​ຖືກ​ແຕກຕ່າງ​ກັນໂດຍສະ້າະຊົນເຜົ່າຕະໂອ້ຍມີວັດະຮທຳນັບຖືເທບເທວະດາຜູດຜີຍ່າງເຄັ່ງຄັດ

ບັນດາເມືອງ[ດັດແກ້]

ແຂວງສາລະວັນ ມີທັງໝົດ 8 ເມືອງຄື:

ສະຖານທີ່ທ່ອງທ່ຽວ[ດັດແກ້]