ຕາດເລາະ

ຈາກ ວິກິພີເດຍ

ນ້ຳຕົກຕາດເລາະ  : ຕັ້ງຢູ່ຫ່າງຈາກຕົວເມືອງສາລະວັນ ມາທາງທິດຕະເວັນຕົກສຽງໃຕ້ ປະມານ 28 ກິໂລແມັດ ຕາດເລາະ ເປັນນ້ຳຕົກທີ່ເກີດຈາກສາຍນ້ຳເຊເຊດໄຫລລັດເລາະຜ່ານຫມູ່ບ້ານລົງສູ່ແອ່ງນ້ຳເບື້ອງລຸ່ມ ຊາວບ້ານຈຶ່ງຮຽກວ່າ ຕາດເລາະ ເປັນນ້ຳຕົກທີ່ໃຊ້ຜະລິດກະແສໄຟຟ້າໃນລາວ ແລະຈຳໜ່າຍກະແສໄຟຟ້າໄປປະເທດໄທ ຕົວນ້ຳຕົກສູງ 10 ແມັດ ຈຸດເດັ່ນຢູ່ທີ່ສາຍນ້ຳທີ່ໄຫລຜ່ານຊັ້ນຂອງຕົວນ້ຳຕົກຫລຸດຫລັ່ນລົງສູ່ແອ່ງນ້ຳໃຫຍ່ ສາມາດຫລິ້ນນ້ຳໄດ້ມີຈຸດນັ່ງຊົມວິວທິວທັດ ແລະ ສາມາດຍ່າງເຂົ້າໄປຊົມນ້ຳຕົກຈາດລັງ ຊຶ່ງຢູ່ດ້ານເທິງຂອງນ້ຳຕົກຕາດເລາະໄດ້ ບໍລິເວນນີ້ມີທີ່ພັກຫລາຍແຫ່ງໄວ້ໃຫ້ບໍລິການຈະເປີດໃນຮູບແບບຂອງເຮືອນພັກທີ່ຕົກແຕ່ງແບບລຽບງ່າຍ ເຊັ່ນ Sayse Tad Lo Guesthouse & Resort ເປັນຣີສອດ ທີ່ສວຍງາມຫລາຍ