ພາສາຫວຽດນາມ
Appearance
ພາສາຫວຽດນາມ | |
---|---|
Tiếng Việt | |
ອອກສຽງ | [tiəŋ˧˦ viət̚˧˨ʔ] (ພາກເໜືອ) [tiəŋ˦˥ viək̚˨˩˨] (ພາກໃຕ້) |
ປະເທດທີ່ມີການເວົ້າ | ປະເທດຫວຽດນາມ ປະເທດຈີນ (ນະຄອນຕົງຊິງ, ເຂດກວາງຊີ) |
ຈຳນວນຜູ້ເວົ້າ | 76 ລ້ານຄົນ (2009) |
ຕະກຸນພາສາ | |
ຮູບແບບກ່ອນໜ້າ | ກຸ່ມພາສາຫວຽດ-ເໝືອງ
|
ລະບົບການຂຽນ | ອັກສອນລາຕິນ (ຈື໋ໂກກເຫງືອ) ອັກສອນເບວລ໌ຫວຽດນາມ ຈື໋ໂນມ (ອາດີດ) |
ສະຖານະພາບທາງການ | |
ພາສາທາງການ | ຫວຽດນາມ
ອາຊຽນ[1] |
ພາສາຊົນກຸ່ມນ້ອຍທີ່ຮັບຮອງໃນ | |
ລະຫັດພາສາ | |
ISO 639-1 | vi |
ISO 639-2 | vie |
ISO 639-3 | vie |
Linguasphere | 46-EBA |
[[File:|300px]] ເຂດແດນຂອງຜູ້ເວົ້າພາສາຫວຽດນາມ (ໂດຍບໍ່ນັບບັນດາຊົນເຜົ່າສ່ວນໜ້ອຍ) ພາຍໃນປະເທດຫວຽດນາມ[2] |
ພາສາຫວຽດນາມ (tiếng Việt, tiếng Việt Nam, Việt ngữ) ແມ່ນພາສາທີ່ມີວັນນະຍຸດແລະແມ່ນພາສາທາງການຂອງປະເທດຫວຽດນາມ. ແມ່ນພາສາແມ່ຂອງປະຊາກອນຫວຽດນາມເຖິງຮ້ອຍລະ 87 ລວມເຖິງຜູ້ອົບພະຍົບຈາກຫວຽດນາມປະມານ 2 ລ້ານຄົນ ແລະລວມເຖິງຊາວຫວຽດນາມ-ອາເມລິກັນເປັນຈຳນວນພໍສົມຄວນນຳ ເຖິງແມ່ນວ່າຈະມີການຢືມຄຳສັບຈາກພາສາຈີນແລະເດີມໃຊ້ອັກສອນຈີນຂຽນ ແຕ່ນັກພາສາສາດຍັງຄົງຈັດພາສາຫວຽດນາມໃຫ້ເປັນພາສາກຸ່ມອົດສະຕະໂລອາຊີເຊິ່ງໃນກຸ່ມນີ້ພາສາຫວຽດນາມມີຜູ້ເວົ້າຫຼາຍທີ່ສຸດ (10 ເທົ່າຂອງພາສາທີ່ມີຈຳນວນຄົນເວົ້າເປັນອັນດັບຮອງລົງມາ ແມ່ນ ພາສາຂະເໝນ). ໃນດ້ານລະບົບການຂຽນຂອງພາສາຫວຽດນາມ ແມ່ນແຕ່ເດີມໃຊ້ໂຕຂຽນຈີນ ເອີ້ນວ່າ "ຈືຍໍ່". ຕໍ່ມາຊາວຫວຽດນາມໄດ້ພັດທະນາໂຕຂຽນຈີນເພື່ອໃຊ້ຂຽນພາສາຫວຽດນາມ ເອີ້ນວ່າ "ຈືນົມ". ແຕ່ໃນປັດຈຸບັນຫວຽດນາມໃຊ້ອັກສອນໂລມັງທີ່ພັດທະນາຂຶ້ນໂດຍມິດຊັນນາລີຝະລັ່ງ ໂດຍເຄື່ອງໝາຍເສີມສັດທະອັກສອນໃຊ້ເປັນວັນນະຍຸດ.
ອ້າງອິງ
[ດັດແກ້]- ↑ "Languages of ASEAN". Retrieved 7 August 2017.
- ↑ ຈາກ Ethnologue (2009, 2013)