ອະນິເມະ
ອະນີເມະ (ເຄົ້າ: ອນິເມະ)[lower-alpha 1], ອານີເມ ຫຼື ແອນິເມະ (ຍີ່ປຸ່ນ: アニメ, ໂຣມາຈິ: Anime, ສະກົດສຽງ:/a.ɲi.me/) ແມ່ນແອນິເມຊັ້ນທີ່ແຕ້ມດ້ວຍມື ແລະ ຄອມພິວເຕີທີ່ມີຕົ້ນກຳເນີດມາຈາກປະເທດຍີ່ປຸ່ນ.[1] ນອກປະເທດຍີ່ປຸ່ນ ແລະ ໃນປະເທດ-ພາສາລາວ, ອະນິເມະແມ່ນໝາຍເຖິງສະເພາະແຕ່ແອນິເມຊັ້ນທີ່ຜະລິດໃນຍີ່ປຸ່ນ. ແຕ່ໃນປະເທດຍີ່ປຸ່ນ ແລະ ພາສາຍີ່ປຸ່ນ, ອະນິເມະ(ຫຍໍ້ມາຈາກ ແອນິເມຊັ້ນ ໃມພາສາອັງກິດ)ແມ່ນໝາຍເຖິງງານພາບເຄື່ອນໄຫວທັງໝົດໂດຍບໍ່ສົນວ່າຈະມີຮູບແບບແນວໃດ. ແອນິເມຊັ້ນທີ່ມີຮູບແບບລາຍເສັ້ນແບບອະນິເມະຫຼາຍອັນກໍມີຜະລິດຂຶ້ນນອກຍີ່ປຸ່ນເຊັ່ນກັນ. ບາງຄັ້ງວີດີໂອເກມກໍມີຮູບແບບ ແລະ ລາຍເສັ້ນແບບດຽວກັນກໍຖືໄດ້ວ່າເປັນອະນິເມະ.
ແອນິເມຊັ້ນເຊິງໂຄສະນາຂອງຍີ່ປຸ່ນທີ່ເກົ່າແກ່ທີ່ສຸດສ້າງຂຶ້ນໃນປີ1917. ຮູບແບບງານສິນທີ່ມີລັກສະນະສະເພາະທາງອັນເປັນເອກະລັກເກີດຂຶ້ນໃນຊຸມປີ1960 ດ້ວຍມີຜົນງານຂອງນັກຂຽນກາຕູນເທຊຶກະ ໂອຊາມຸເປັນມາດຖານແຮກ ແລະ ໄດ້ປັບປຸງຂະຫຍາຍອອກເລື້ອຍໆໃນທົດສະວັດຕໍ່ໆມາ, ເຊິ່ງສ້າງຖານຜູ້ເບິ່ງໃນປະເທດຢ່າງຫຼວງຫຼາຍ. ອະນິເມະສ່ວນຫຼາຍແມ່ນສາຍອອກອາກາດເທິງໂທລະທັດຄ້າຍຄືກັບລະຄອນໂທລະທັດ, ເຜີຍແຜ່ໂດຍກົງເທິງສື່ພາຍໃນບ້ານ ແລະ ຊ່ອງທາງອິນເຕີເນັດ. ນອກຈາກຈະມີເປັນຜົນງານຕົ້ນສະບັບແລ້ວ, ອະນິເມະມັກຈະເປັນການດັດແປງມາຈາກໜັງສືກາຕູນຍີ່ປຸ່ນ(ມັງງະ), ໄລທ໌ໂນເວລ, ຫຼື ວີດີໂອເກມ. ອະນິເມະຖືກແບ່ງອອກເປັນຫຼາຍປະເພດໂດຍມຸ່ງໄປທີ່ກຸ່ມຜູ້ເບິ່ງທັງໃນວົງກວ້າງ ແລະ ສະເພາະກຸ່ມ.[2]
ອະນິເມະແມ່ນສື່ທີ່ມີຮູບແບບຫຼາກຫຼາຍພ້ອມດ້ວຍວິທີໃນການຜະລິດທີ່ໂດດເດັ່ນທີ່ໄດ້ມີການປັບປ່ຽນມາເນື່ອງໆຕາມຍຸກສະໄໝຂອງເຕັກໂນໂລຊີທີ່ເກີດຂຶ້ນມາໃໝ່. ມັນເປັນການປະສົມປະສານລະຫວ່າງສີລະປະພາບພິມ, ການສ້າງລັກສະນະຕົວລະຄອນ, ການຖ່າຍທອດໃນແບບພາບພະຍົນ, ແລະ ຮູບແບບເຕັກນິກອື່ນໆຂອງການຈິນຕະນາການ ແລະ ແນວຄິດຕ່າງໆ.[3] ເມື່ອນຳມັນມາປຽບທຽບກັບແອນິເມຊັ້ນຕາເວັນຕົກ, ການຜະລິດອະນິເມະສ່ວນຫຼາຍຈະບໍ່ເນັ້ນຫຼັກໄປກັບການເຄື່ອນໄຫວຂອງພາບຫຼາຍ, ແຕ່ຈະໄປຊຸມໃສ່ການຈັດເລື່ອງ ແລະ "ເອຟເຟັກກ້ອງ"ເຊັ່ນ: ການເຄື່ອນ/ການແພນກ້ອງ, ການຊູມ ແລະ ມຸມກ້ອງ.[3] ຮູບແບບຂອງງານສິນນັ້ນມີຫຼາກຫຼາຍແນວ, ສັດສ່ວນ ແລະ ລັກສະນະຂອງຕົວລະຄອນສາມາດປ່ຽນແປງໄປໄດ້ຫຼາຍແບບຫຼາຍແນວ, ໂດຍລັກສະນະທົ່ວໄປອັນເປັນເອກະລັກຂອງອະນິເມະກໍຄືເຊັ່ນ:ດວງຕາທີ່ໃຫຍ່ໂຕ ແລະ ສື່ອາລົມໄດ້ດີຊັດເຈນ.[4]
ອຸດສາຫະກຳອະນິເມະປະກອບໄປດ້ວຍບໍລິສັດຜະລິດຈຳນວນຫຼາຍເຖິງ430ກວ່າບໍລິສັດ, ບໍລິສັດ ຫຼື ສະຕູດີໂອທີ່ໂດ່ງດັງຫຼັກໆມີເຊັ່ນ: ສະຕູດີໂອ ຈິບລິ, ກຽວໂຕ ແອນິເມຊັ້ນ, ຊັນຊາຍສ໌, ໂບນສ໌, ຢູໂຟເທເບິລ, ແມັປປ້າ, ວິທ ສະຕູດີໂອ, ໂຄມິກຊ໌ ເວຟ ຟລີມສ, ໂປດັກຊັນ ໄອ.ຈີ ແລະ ໂທເອ ແອນິເມຊັ້ນເປັນຕົ້ນ. ນັບແຕ່ທົດສະວະທີ80, ສື່ແບບນີ້ໄດ້ຮັບຄວາມປະສົບຜົນສຳເລັດຢ່າງກວ້າງຂວາງໃນລະດັບນານາຊາດ, ຍ້ອນການມາຂອງການພາກສຽງອະນິເມະໃນພາສາທ້ອງຖິ່ນ, ການເພີ່ມຄຳບັນຍາຍ, ແລະ ຕັ້ງແຕ່ຊຸມປີ2010, ເນື່ອງຈາກບໍລິສັດ ສະຕຣີມມິງທີ່ເພີ່ມຂຶ້ນ ແລະ ການເປີດຮັບເອົາວັດທະນະທຳອະນິເມະໃນກຸ່ມຄົນຢ່າງກວ້າງຂວາງຂຶ້ນທັງໃນຍີ່ປຸ່ນ ແລະ ທົ່ວໂລກ.[5] ໃນປີ2016, ແອນິເມຊັ້ນຍີ່ປຸ່ນ ຫຼື ອະນິເມະຄິດເປັນ60%ຂອງລາຍການທີ່ເປັນແອນິເມຊັ້ນໂທລະພາບທັງໝົດໃນໂລກ.[6]
ອັກສອນສາດ
[ດັດແກ້]ໃນຖານະທີ່ເປັນແອນິເມຊັ້ນຮູບແບບໜຶ່ງ, ອະນິເມະແມ່ນຮູບແບບສີລະປະທີ່ປະກອບດ້ວຍຫຼາຍປະເພດທີ່ສາມາດພົບໄດ້ໃນສື່ຕ່າງໆ; ເຊິ່ງມັກຈະຖືກເຂົ້າໃຈຜິດວ່າຕົວມັນເອງເປັນປະເພດຂອງແອນິເມຊັ້ນ.[7] ໃນພາສາຍີ່ປຸ່ນ, ຄຳວ່າ ອະນິເມະ ແມ່ນໃຊ້ເພື່ອກ່າວເຖິງແອນິເມຊັ້ນພາບເຄື່ອນໄຫວທັງໝົດ, ໂດຍບໍ່ສົນວ່າຈະມາຈາກແຕ່ໃສ.[8] ວັດຈະນານຸກົມພາສາອັງກິດໂດຍທົ່ວໄປຈະໃຫ້ຄຳຈຳກັດຄວາມຂອງອະນິເມະ(/ˈænɪmeɪ/)[9]ວ່າເປັນ"ຮູບແບບແອນິເມຊັ້ນໜຶ່ງຂອງຍີ່ປຸ່ນ"[10] ຫຼືເປັນ "ຮູບແບບແອນິເມຊັ້ນທີ່ມີຕົ້ນກຳເນີດມາຈາກຍີ່ປຸ່ນ".[11] ຄຳຈຳກັດຄວາມອື່ນໆແມ່ນມັກຈະເນັ້ນໄປເຖິງຕົ້ນກຳເນີດຂອງມັນ, ເຮັດໃຫ້ການຜະລິດແອນິເມຊັ້ນພາຍໃນຍີ່ປຸ່ນຈະຖືກຖືວ່າເປັນ"ອະນິເມະ".[12]
ອະນິເມະໃນທາງດ້ານອັກສອນສາດຍັງຄົງເປັນທີ່ຖົກຖຽງກັນຢູ່. ຄຳພາສາອັງກິດ"animation"ໃນພາສາຍີ່ປຸ່ນຂຽນດ້ວຍຕົວຄາຕາຄານະວ່າ アニメーション(animēshon, ອະນິເມຊົງ) ແລະ ໃນຮູບແບບຫຍໍ້ເປັນアニメ(anime, ອະນິເມະ).[12] ບາງບ່ອນກໍອ້າງວ່າຄຳນີ້ມາຈາກແອນິເມຊັ້ນໃນພາສາຝຣັ່ງ"dessin animé"("ກາຕູນ", ແປຊື່ໆແມ່ນ"ພາບເຄື່ອນໄຫວ"),[13] ແຕ່ຫຼາຍຄົນກໍຄັດຄ້ານ ແລະ ເຊື່ອວ່າຂໍ້ອ້າງນີ້ມີທີ່ມາຈາກຄວາມນິຍົມທີ່ເພີ່ມຂຶ້ນຢ່າງກ້າວກະໂດດໃນຝຣັ່ງຊ່ວງປາຍທົດສະວັດທີ1970 ແລະ ຊຸມປີ1980.[12]
ໃນພາສາລາວ, ອະນິເມະ ແມ່ນຄຳນາມທົ່ວໄປ(ຕົວຢ່າງ: "ເຈົ້າເບິ່ງອະນິເມະບໍ່?", "ຂ້ອຍເບິ່ງອະນິເມະ." ຫຼື "ເຈົ້າເບິ່ງອະນິເມະຈັກເລື່ອງແລ້ວ?"). ເຊັ່ນດຽວກັນກັບຄຳຍີ່ປຸ່ນບາງຄຳເຊັ່ນ: ມັງງະ ແລະ ໂປເກມອນ, ຄົນມັກຈະອອກສຽງເອກ-ໂທ ຫຼື ເປັນສຽງສັ້ນເຖິງແມ່ນວ່າມັນຂຽນເປັນສຽງຍາວກໍຕາມ.
ປະຫວັດສາດຂອງອະນິເມະ
[ດັດແກ້]ບົດຄວາມຫຼັກ: ປະຫວັດສາດຂອງອະນິເມະ
ຜູ້ຕັ້ງຕົ້ນ
[ດັດແກ້]ມ້ວນພາບເອມາກິໂມໂນະ ແລະ ການຫຼິ້ນຕຸກກະຕາເງົາ(ຄາເກະເອະ)ຖືເປັນຕົ້ນກຳເນີດຂອງແອນິເມຊັ້ນຍີ່ປຸ່ນ.[14] ເອມາກິໂມໂນະເປັນສິ່ງທຳມະດາໃນສະຕະວັດທີXI. ນັກເລົ່າເລື່ອງພະເນຈອນ ຫຼື ເດີນທາງນັ້ນຈະເລົ່າກ່ຽວກັບຕຳນານ ແລະ ເລື່ອງເລົ່າຕ່າງໆທີ່ຜູ້ເລົ່າໄດ້ຟັງມາ, ໃນຂະນະທີ່ເອມາກິໂມໂນະແມ່ນມ້ວນພາບມືທີ່ມ້ວນອອກຈາກຂວາຫາຊ້າຍຕໍ່ລຳດັບພາບເຄື່ອນໄຫວແບບພາໂນຣາມາ(ພາບຍາວ).[14] ຄາເກະເອະໄດ້ຮັບຄວາມນິຍົມໃນຊ່ວງຍຸກເອໂດະ ແລະ ມີຕົ້ນກຳເນີດມາຈາກຕຸກກະຕາເງົາຂອງຈີນ.[14] ເຄື່ອງສາຍພາບວິເສດຈາກໂຮນລັງກໍໄດ້ຮັບຄວາມນິຍົມຄືກັນໃນສະຕະວັດທີXVIII.[14] ການເລົ່າເລື່ອງຜ່ານສາກພາບທີ່ເອີ້ນວ່າ ຄາມິຊິໄບ ໄດ້ຮັບຄວາມນິຍົມເພີ່ມຂຶ້ນໃນສະຕະວັດທີXII ແລະ ຍັງຄົງໄດ້ຮັບຄວາມນິຍົມຢູ່ບ່ອນສາຍພາບຂ້າງທາງຈົນເຖິງທົດສະວັດທີ1930.[14] ການເຊິດຫຸ່ນເຊິດບຸນຣາຄຸ ແລະ ພາບອຸກິໂຢະຖືເປັນບັນພະບຸລຸດຂອງລັກສະນະເດັ່ນຂອງແອນິເມຊັ້ນຍີ່ປຸ່ນ.[14] ແລະ ທ້າຍທີ່ສຸດ, ມັງງະແມ່ນແຮງບັນດານໃຈທີ່ແຮງທີ່ສຸດໃຫ້ກັບອະນິເມະ. ນັກຂຽນກາຕູນ, ອາຈານຄິຕະຊາວ້າ ຣາຄຸເຕັນ ແລະ ອາຈານໂອຄາໂມໂຕະ ອິບເປະທີ່ໄດ້ໃຊ້ອົງປະກອບຈາກໜັງໃນຜົນງານຂອງຕົນ.[14]
ຜູ້ບຸກເບີກ
[ດັດແກ້]ແອນິເມຊັ້ນໃນຍີ່ປຸ່ນເລີ່ມຕົ້ນໃນຊ່ວງຕົ້ນສະຕະວັດທີXX, ເມື່ອເຫຼົ່ານັກເຮັດໜັງເລີ່ມທົດລອງໃຊ້ເຕັກນິກທີ່ຄິດຂຶ້ນໃນຝຣັ່ງ, ເຢຍລະມັນ, ສະຫະລັດອາເມຣິກາ ແລະ ລັດເຊຍ.[15] ແອນິເມຊັ້ນທີ່ຖືກຖືວ່າເປັນແອນິເມຊັ້ນຍີ່ປຸ່ນຍຸກແຮກແມ່ນຄະຊຶໂດ ຊະຊິນ(ປະມານປີ1907),[16] ຜົນງານສ່ວນຕົວໂດຍຜູ້ສ້າງນິລະນາມ.[17] ໃນປີ1917, ຜົນງານລະດັບມືອາຊີບ ແລະ ເປີດໃຫ້ສາທາລະນະຊົນເບິ່ງອັນທຳອິດໄດ້ປະກົດຂຶ້ນ; ນັກເຮັດແອນິເມຊັ້ນເຊັ່ນ: ຊິໂມຄາວະ ໂດເຕັນ, ຄິຕະຢາມະ ເຊອິທາໂຣ່, ແລະ ໂຄວຈິ ຈຸນອິຈິ (ຖືວ່າເປັນ"ບິດາແຫ່ງອະນິເມະ") ໄດ້ຜະລິດໜັງອອກມາຫຼາຍເລື່ອງ, ເກົ່າແກ່ທີ່ສຸດທີ່ຍັງຮັກສາໄວ້ຢູ່ແມ່ນນາມາຄຸຣະ ກາຕານະ.[18] ຜົນງານໃນຊ່ວງຍຸກແຮກໆນີ້ສ່ວນຫຼາຍແມ່ນສູນຫາຍໄປຈາກການພັງທະລາຍຂອງຫ້ອງສາງຂອງຊິໂມຄາວະໃນເຫດແຜ່ນດິນໄຫວຄັ້ງໃຫຍ່ທີ່ຄັນໂຕໃນປີ1923.[19]
ໃນກາງທົດສະວັດທີ1930, ແອນິເມຊັ້ນໄດ້ຮັບຄວາມຍອມຮັບເປັນຢ່າງດີໃນຖານະອີກທາງເລືອກໜຶ່ງນອກເໜືອຈາກອຸດສາຫະກຳໜັງຄົນສະແດງ. ແຕ່ກໍປະສົບບັນຫາຍ້ອນມີຄູ່ແຂ່ງຈາກຕ່າງປະເທດເຊັ່ນ:ດິສນີ, ແລະ ນັກເຮັດແອນິເມຊັ້ນຫຼາຍຄົນ, ລວມມີໂອຟູຈິ ໂນບຸໂອະ ແລະ ມູຣາຕະ ຢາຊູຊິ, ດຳເນີນງານດ້ວຍແອນິເມຊັ້ນຕັດສາກພາບທີ່ໃຊ້ທຶນຕໍ່າກວ່າແອນິເມຊັ້ນແບບເຟຣມລະພາບ ຫຼື ເຊວ.[20] ຜູ້ສ້າງຄົນອື່ນໆລວມມີມາຊາໂອກະ ເຄນໂຊ ແລະ ເຊໂອ ມິສຶໂຢະ, ໄດ້ມີຄວາມກ້າວໜ້າຢ່າງຫຼາຍໃນດ້ານເຕັກນິກ, ໂດຍໄດ້ຮັບການອຸປະຖຳຈາກລັດຖະບານ, ເຊິ່ງຈ້າງນັກເຮັດແອນິເມຊັ້ນໃນການຜະລິດເລື່ອງສັ້ນ ເພື່ອການສຶກສາ ແລະ ໂຄສະນາຊວນເຊື່ອ.[21] ໃນປີ1940, ລັດຖະບານໄດ້ຍຸບອົງກອນສີລະປິນຫຼາຍແຫຼ່ງ ເພື່ອກໍ່ຕັ້ງຊິນ ນິບປອນ ມັງງະກະ ຄຽວໄຄ.[22] ອະນິເມະເລື່ອງທຳອິດແມ່ນຈິກະຣະ ໂຕ ອົນນະ ໂນ ໂຢ ໂນ ນາກະ (1933), ເຊິ່ງແມ່ນໜັງຮູບເງົາສັ້ນທີ່ຜະລິດໂດຍມາຊາໂອກະ.[23][24] ໜັງອະນິເມະເລື່ອງຍາວເລື່ອງທຳອິດແມ່ນໂມໂມທາໂຣ້: ອູມິ ໂນ ຊິນເປ (1945), ເຊິ່ງຜະລິດໂດຍເຊໂອະໂດຍໄດ້ຮັບການສະໜັບສະໜຸນຈາກກອງທັບເຮືອຈັກກະວັດຍີ່ປຸ່ນ.[25] ໃນຊຸມປີ1950, ມີໂຄສະນາແອນິເມຊັ້ນສັ້ນຖືກສ້າງຂຶ້ນສຳລັບໂທລະທັດເພີ່ມຫຼາຍຂຶ້ນ.[26]
ຍຸດປັດຈຸບັນ
[ດັດແກ້]ໃນຊຸມປີ1960, ນັກແຕ້ມກາຕູນມັງງະ ແລະ ນັກເຮັດແອນິເມຊັ້ນເທຊຶກະ ໂອຊາມຸໄດ້ດັດແປງ ແລະ ປັບໃຊ້ເຕັກນິກການເຮັດແອນິເມຊັ້ນຂອງດິສນີໃຫ້ງ່າຍຂຶ້ນ ເພື່ອຫຼຸດຕົ້ນທຶນ ແລະ ຈຳກັດຈຳນວນເຟຣມໃນການຜະລິດແອນິເມຊັ້ນຂອງລາວ.[27] ໃນຕອນແຮກແມ່ນຕັ້ງໃຈໃຫ້ເປັນມາດຕະການຊົ່ວຄາວ ເພື່ອໃຫ້ລາວສາມາດຜະລິດສື່ໄດ້ທັນຕາມກຳນົດເວລາທີ່ມີຈຳກັດກັບທີມງານທີ່ບໍ່ມີປະສົບການ, ການເຝິກເຮັດແອນິເມຊັ້ນທີ່ມີຂໍ້ຈຳກັດຫຼາຍດ້ານຂອງລາວໄດ້ກາຍມາເປັນການກຳນົດຮູບແບບຂອງສື່.[28] ສາມເລື່ອງລາວ(ມິດຊຶ ໂນະ ຮານາຊິ)(1960)ເປັນໜັງອະນິເມະເລື່ອງທຳອິດທີ່ອອກອາກາດທາງໂທລະທັດ;[29] ຊຸດອະນິເມະໂທລະທັດເລື່ອງທຳອິດແມ່ນປະຫວັດສາດທັນທີ(Instant History)(1961-64).[30] ຄວາມສຳເລັດອັນທຳອິດໃນຍຸກແຮກ ແລະ ມີອິດທິພົນສູງແມ່ນແອສໂຕຣບອຍ(1963-66), ຊຸດອະນິເມະໂທລະທັດທີ່ກຳກັບໂດຍເທຊຶກະ ໂດຍເຮັດມາຈາກມັງງະຂອງລາວໃນຊື່ດຽວກັນ. ນັກເຮັດແອນິເມຊັ້ນຫຼາຍຄົນທີ່ມູຊິ ໂປຣດັກຊັນຂອງເທຊຶກະໄດ້ແຍກຕົວອອກມາກໍ່ຕັ້ງສະຕູດິໂອເຮັດອະນິເມະເອງທີ່ຈະກາຍມາເປັນບໍລິສັດໃຫຍ່ໆໃນເວລາຕໍ່ມາ(ລວມມີແມດເຮົາສ໌, ຊັນຊາຍສ໌ ແລະ ເປຍໂຣຕ໌).
ໃນຊຸມປີ1970, ມັງງະໄດ້ຮັບຄວາມນິຍົມເພີ່ມຫຼາຍຂຶ້ນ, ເຊິ່ງຫຼາຍເລື່ອງຈະໄດ້ຮັບການດັດແປງມາເປັນອະນິເມະໃນເວລາຕໍ່ມາ. ຜົນງານຂອງເທຊຶກະ ແລະ ເຫຼົ່າຜູ້ບຸກເບິກທ່ານອື່ນໆໃນແນວທາງນີ້ໄດ້ກາຍເປັນແຮງບັນດານໃຈໃຫ້ກັບລັກສະນະ, ແບບຕົວລະຄອນ ແລະ ແນວປະເພດທີ່ຍັງຄົງເປັນອົງປະກອບພື້ນຖານຂອງອະນິເມະໃນປັດຈຸບັນ. ຕົວຢ່າງເຊັ່ນ: ແນວຫຸ່ນຍົນຍັກ ຫຼື ເມຄະ(mecha), ສ້າງຂຶ້ນຜ່ານການຜະລິດຂອງເທຊຶກະ, ພັດທະນາເປັນປະເພດຫຸ່ນຍົນຂັ້ນສູງ(super robot)ຜ່ານການຜະລິດຂອງນາກາອິ ໂກ ແລະ ຄົນອື່ນໆ, ແລະ ໄດ້ຮັບການປະຕິວັດແນວທາງໃນຊ່ວງປາຍທົດສະວັດໂດຍໂທມິໂນະ ໂຢຊິຢູກິ, ເຊິ່ງພັດທະນາເປັນປະເພດຫຸ່ນຍົນແທ້(real robot).[31] ຊຸດອະນິເມະຫຸ່ນຍົນເຊັ່ນ: ກັນດັ້ມ ແລະ ຊູເປີ ໄດເມນຊັນ ຟໍເທຣສ ມາຄຣອສໄດ້ກາຍເປັນອະນິເມະຄລາສສິກທັນທີໃນທົດສະວັດ1980, ແລະ ມັນກໍຍັງຄົງເປັນໜຶ່ງໃນປະເພດທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນທົດສະວັດຕໍ່ໆມາ.[32] ພາວະຟອງສະບູລາຄາສິນຊັບແຕກໃນທົດສະວັດ1980ໄດ້ກະຕຸ້ນໃຫ້ເກີດຍຸກໃໝ່ຂອງໜັງອະນິເມະ ເຊັ່ນ: ມະຫາສົງຄາມຮ່ອມພູແຫ່ງສາຍລົມ(1984), ໂອຣິສຶ ອຸຈູກຸນ: ໂອເນອາມິສຸ ໂນະ ສຶບາສະ(1987), ແລະ ອາກິຣະ(1988).[33]
ນີອອນ ເຈເນຊິສ ເອວານເກລຽນ (1995), ຊຸດອະນິເມະໂທລະທັດທີ່ຜະລິດໂດຍໄກແນັກຊ໌ ແລະ ກຳກັບໂດຍອັນໂນະ ຮິເດອາກິ, ໄດ້ເລີ່ມຕົ້ນຍຸກໃໝ່ອີກຍຸກໜຶ່ງດ້ວຍອະນິເມະແນວການທົດລອງ ເຊັ່ນ: ໂກສຕ໌ ອິນ ເດິ ເຊວລ໌ (1995), ຄາວບອຍ ບີບອບ (1998). ໃນຊຸມປີ1990, ອະນິເມະເລີ່ມໄດ້ຮັບຄວາມສົນໃຈຈາກຊາວຕາເວັນຕົກ; ຄວາມສຳເລັດໃນລະດັບນານາຊາດທີ່ສຳຄັນຄັ້ງທຳອິດລວມມີເຊເລີ ມູນ ແລະ ດຣາກອນບອລ Z, ເຊິ່ງທັງສອງໄດ້ຮັບການພາກສຽງເປັນຫຼາຍພາສາທົ່ວໂລກ. ໃນປີ2003, ມິຕິວິນຍານມະຫັນສະຈັນ(Spirited away), ໜັງຈາກສະຕູດີໂອຈິບລິທີ່ກຳກັບໂດຍມິຢາຊາກິ ຮາຢາໂອະ, ໄດ້ຮັບລາງວັນຊະນະເລີດສາຂາພາບພະຍົນແອນິເມຊັ້ນດີເດັ່ນໃນພິທີມອບລາງວັນອອສກ້າຄັ້ງທີ75. ຕໍ່ມາໄດ້ກາຍເປັນໜັງອະນິເມະທີ່ຮັບລາຍໄດ້ສູງທີ່ສຸດໂດຍລາຍໄດ້ຫຼາຍກວ່າ355ລ້ານໂດລາສະຫະລັດ. ນັບແຕ່ປີ2000ມາ, ຜົນງານອະນິເມະຈຳນວນແມ່ນການດັດແປງມາຈາກໄລທ໌ໂນເວວ ແລະ ວີຊວລໂນເວວ; ຕົວຢ່າງທີ່ປະສົບຄວາມສຳເລັດ ເຊັ່ນ: ສຶຊຶມິຢະ ຮາຣຸຮິ ແລະ ເຟດ/ສະເຕຍ໌ ໄນທ໌ (ທັງສອງອອກມາໃນປີ2006). ດາບພິຄາດອະສູນ ເດິ ມູວີ: ເສິກລົດໄຟສູ່ນິລັນ ກາຍເປັນໜັງຍີ່ປຸ່ນທີ່ເຮັດລາຍໄດ້ສູງສຸດ ແລະ ເປັນໜຶ່ງໃນໜັງທີ່ເຮັດລາຍໄດ້ສູງສຸດຂອງໂລກປະຈຳປີ2020,[34][35] ນອກຈາກນີ້ຍັງກາຍເປັນໜັງທີ່ເຮັດລາຍໄດ້ໄວທີ່ສຸດໃນໂຮງຮູບເງົາຍີ່ປຸ່ນນຳ, ໂດຍເຮັດເງິນໄດ້ໜຶ່ງພັນລ້ານເຢນ($95.3ລ້ານ; £72ລ້ານ).[35] ເຊິ່ງໄດ້ທຳລາຍສະຖິຕິເກົ່າຂອງມິຕິວິນຍານມະຫັນສະຈັນໂດຍໃຊ້ເວລາ25ມື້.[35][36][37][38][39]
ໃນປີ2021, ອະນິເມະທີ່ດັດແປງມາຈາກມັງງະເລື່ອງມະຫາເວດຜະນຶກມານ, ດາບພິຄາດອະສູນ ແລະ ໂຕກຽວ ຣີເວນເຈີສ໌ ຕິດອັນດັບໜຶ່ງໃນສິບລາຍການໂທລະທັດທີ່ມີຄົນເວົ້າເຖິງຫຼາຍທີ່ສຸດທົ່ວໂລກເທິງທະວິດເຕີ.[40][41] ໃນປີ2022, ຜ່າພິພົບໄທທັນ ໄດ້ຊະນະລາງວັນ"ຊຸດເລື່ອງໂທລະທັດທີ່ນິຍົມຫຼາຍທີ່ສຸດໃນໂລກປີ2021"ໃນງານລາງວັນລາຍການໂທລະທັດທີ່ນິຍົມທົ່ວໂລກ. ເລື່ອງນີ້ເປັນເລື່ອງທີ່ໄດ້ຮັບລາງວັນດັ່ງກ່າວເລື່ອງທຳອິດທີ່ບໍ່ແມ່ນພາສາອັງກິດ, ເຊິ່ງກ່ອນໜ້ານີ້ແມ່ນເດິ ວອກກິງ ເດດ ແລະ ເກມ ອອຟ ໂທນສ.[42] ໃນປີ2024, ມະຫາເວດຜະນຶກມານໄດ້ທຳລາຍສະຖິຕິໂລກກິນເນັດສ໌"ຊຸດແອນິເມຊັ້ນໂທລະທັດທີ່ນິຍົມຫຼາຍທີ່ສຸດ"ໂດຍລະດັບຄວາມນິຍົມທົ່ວໂລກຫຼາຍເຖິງ71.2ເທົ່າຂອງຄວາມນິຍົມຂອງລາຍການເທິງໂທລະທັດໂດຍສະເລ່ຍ, ແຊງໜ້າຜ່າພິພົບໄທທັນ.[43][44]
ຄຸນລັກສະນະ
[ດັດແກ້]ອະນິເມະແຕກຕ່າງຈາກແອນິເມຊັ້ນຮູບແບບອື່ນໆທາງດ້ານລາຍເສັ້ນ, ການຜະລິດ ແລະ ຂະບວນການສ້າງຂອງມັນ. ຜົນງານອະນິເມະຈະມີຮູບແບບງານສິນທີ່ຫຼາກຫຼາຍ ແລະ ກວ້າງ, ເຊິ່ງແຕກຕ່າງກັນໄປຂຶ້ນກັບຜູ້ສ້າງ, ສິລະປິນ ແລະ ສະຕູດີໂອທີ່ເຮັດ.[45] ເຖິງແມ່ນວ່າບໍ່ມີຮູບແບບໃດທີ່ເປັນຕົວກຳນົດອະນິເມະໂດຍລວມ, ແຕ່ກໍຍັງມີຄຸນລັກສະນະທີ່ຄ້າຍຄືກັນບາງຂໍ້ບາງປະການໃນດ້ານຂອງເຕັກນິກການເຮັດການທຳແອນິເມຊັ້ນ ແລະ ການອອກແບບຕົວລະຄອນ.
ອະນິເມະມີເອກະລັກພື້ນຖານຈາກການໃຊ້ແອນິເມຊັ້ນແບບຈຳກັດ, ການສະແດງອາລົມທີ່ລາບລື່ນ, ໄລຍະເວລາສາຍ, ການຄຸມຕີມ, ການນຳສະເໜີບຸກຄົນໃນປະຫວັດສາດ, ການເລົ່າເລື່ອງທີ່ຊັບຊ້ອນ, ແລະ ເໜືອສິ່ງອື່ນໃດແມ່ນລາຍເສັ້ນທີ່ພິເສດຕ່າງໝູ່ ໂດຍແບບຂອງຕົວລະຄອນມີລັກສະນະເດັ່ນຄື: ມີດວງຕາທີ່ເປັນວົງລີ ແລະ ກວ້າງໃຫຍ່, ມີເສັ້ນແຕ້ມທີ່ຄົມຊັດເຈນ, ສີສັນສົດໃສ ແລະ ການເຄື່ອນໄຫວຂອງປາກທີ່ຫຼຸດໜ້ອຍລົງ.[46][47]
ເຕັກນິກ
[ດັດແກ້]ອະນິເມະສະໄໜໃໝ່ດຳເນີນໄປຕາມຂະບວນການຜະລິດແອນິເມຊັ້ນທົ່ວໄປເຊັ່ນ: ການລຽງລຳດັບສາກ, ການພາກສຽງ, ການອອກແບບຕົວລະຄອນ ແລະ ການເຮັດຮູບພາບເຊວ. ນັບຕັ້ງແຕ່ປີ1990ມາ, ນັກເຮັດແອນິເມຊັ້ນໄດ້ນຳໃຊ້ຄອມພິວເຕີເຂົ້າໃນການຜະລິດ ເພື່ອເພີ່ມປະສິດທິພາບຂອງຂະບວນການຜະລິດ. ຜົນງານອະນິເມະໃນຍຸກແຮກແມ່ນການທົດລອງ, ບໍ່ວ່າຈະດ້ວຍການແຕ້ມຮູບເທິງກະດານດຳ, ແອນິເມຊັ້ນສະຕັອບໄມຊັນໂດຍໃຊ້ເຈ້ຍ, ແລະ ແອນິເມຊັ້ນເງົາ.[48][49] ແອນິເມຊັ້ນແບບເຊວໄດ້ຮັບຄວາມນິຍົມຫຼາຍຈົນທ້າຍທີ່ສຸດມັນກໍກາຍເປັນມາດຖານຂອງສື່. ໃນສະຕະວັດທີXXI, ການນຳໃຊ້ເຕັກນິກແອນິເມຊັ້ນແບບອື່ນໆສ່ວນໃຫຍ່ແມ່ນຈຳກັດຢູ່ກັບແຕ່ໜັງສັ້ນອິດສະຫຼະ,[50] ລວມເຖິງງານແອນິເມຊັ້ນຫຸ່ນສະຕັອບໂມຊັນທີ່ເຮັດໂດຍໂມຊິນາງະ ທາດາຮິໂຕະ, ຄາວາໂມໂຕະ ຄິຮາຊິໂຣ, ແລະ ມູຣາຕະ ໂທໂມຢາສຸ.[51][52] ຄອມພິວເຕີໄດ້ຖືກນຳໃຊ້ເຂົ້າໃນຂະບວນການຜະລິດແອນິເມຊັ້ນໃນທົດສະວັດທີ1990 ເຊັ່ນ: ໂກສຕ໌ ອິນ ເດິ ເຊວລ໌ ແລະ ເຈົ້າຍິງຈິດວິນຍານແຫ່ງພົງໄພ່ ເຊິ່ງໄດ້ປະສົມປະສານການເຮັດແອນິເມຊັ້ນແບບເຊວດັ້ງເດີມກັບການໃຊ້ຮູບພາບທີ່ແຕ້ມຂຶ້ນໂດຍຄອມພິວເຕີ.[53] ຟູຈິ ຟລິມ, ບໍລິສັດຜະລິດແຜ່ນເຊວລາຍໃຫຍ່, ໄດ້ປະກາດວ່າຈະຢຸດຕິການຜະລິດແຜ່ນເຊວ ເຮັດໃຫ້ເກີດຄວາມແຕກຕື່ນໃນອຸດສາຫະກຳໃນການຈັດຫານຳເຂົ້າເຊວ ແລະ ເປັນການເລັ່ງໃຫ້ປ່ຽນຂະບວນການຜະລິດໃຫ້ໄປໃຊ້ເຄື່ອງມືດີຈີຕ່ອນ.[53]
ກ່ອນຍຸກດີຈີຕ່ອນ, ອະນິເມະຖືກສ້າງຂຶ້ນໂດຍວິທີແບບດັ້ງເດີມແບບເຄື່ອນຈາກທ່າໜຶ່ງຫາທ່າໜຶ່ງ.[48] ສ່ວນອະນິເມະກະແສຫຼັກໃນປັດຈຸບັນສ່ວນຫຼາຍແມ່ນໃຊ້ເຟຣມພາບຫຼັກ ຫຼື ຄີເຟຣມທີ່ໃຊ້ສະແດງຜົນພາບອອກມາທີ່ໜ້ອຍກວ່າ ແລະ ເນັ້ນໃສ່ເຟຣມຫວ່າງກາງຫຼາຍກວ່າ.
ສະຕູດີໂອແອນິເມຊັ້ນຍີ່ປຸ່ນເປັນຜູ້ບຸກເບີກເຕັກນິກແອນິເມຊັ້ນແບບຈຳກັດຫຼາຍອັນ, ແລະ ເຮັດໃຫ້ອະນິເມະມີຫຼາກຫຼາຍຮູບແບບແຕກຕ່າງອອກໄປ. ຕ່າງຈາກແອນິເມຊັ້ນຂອງດິສນີທີ່ເນັ້ນໃສ່ກັບການເຄື່ອນໄຫວ, ອະນິເມະນັ້ນຊຸມໃສ່ກັບຄຸນນະພາບຂອງງານພາບ ແລະ ໃຊ້ເຕັກນິກທາງລັດຕ່າງໆຊ່ວຍຊົດເຊີຍກັບເວລາໃນການເຮັດພາບເຄື່ອນໄຫວເຫຼົ່ານັ້ນ. ເຕັກນິກເຫຼົ່ານີ້ມັກຈະໃຊ້ບໍ່ພຽງແຕ່ເພື່ອໃຫ້ທັນເວລາເສັ້ນຕາຍເທົ່ານັ້ນ ແຕ່ຍັງໃຊ້ເປັນເຄື່ອງມືທາງດ້ານສິລະປະນຳດ້ວຍ.[54] ການຈັດສາກອະນິເມະຈະໃຫ້ຄວາມສຳຄັນກັບການເບິ່ງໃຫ້ເຫັນເປັນພາບສາມມິຕິ ແລະ ພື້ນຫຼັງປະກອບສາກທີ່ເປັນສ່ວນສຳຄັນໃນການສ້າງບັນຍາກາດຂອງຕົວຜົນງານ.[15] ພື້ນຫຼັງບໍ່ຈຳເປັນຕ້ອງສ້າງຂຶ້ນເອງກໍໄດ້, ບາງຄັ້ງກໍອີງຈາກສະຖານທີ່ ຫຼື ເຫດການຈິງເຊັ່ນ: ປາສາດເວດມົນຂອງຮາວລ໌ ແລະ ສຶຊຶມິຢະ ຮາຣຸຮິ.[55][56] ອັອບປລິເກີກ່າວວ່າ ອະນິເມະເປັນໜຶ່ງໃນສື່ທີ່ຫາໄດ້ຍາກ ເຊິ່ງເປັນສື່ທີ່ໄດ້ລວບລວມນັກພາກທີ່ມີຊື່ສຽງຫຼາຍໆຄົນທີ່ອອກມາ"ໜ້າປະທັບໃຈຢ່າງຍິ່ງ".[57]
ເອຟເຟກແບບພາບພະຍົນຂອງອະນິເມະເຮັດໃຫ້ມັນເອງແຕກຕ່າງອອກໄປຈາກການຮູບແບບການນຳສະເໜີແບບລະຄອນເວທີຂອງແອນິເມຊັ້ນອາເມຣິກັນ. ອະນິເມະຖືກຖ່າຍແບບໜັງຄືກັບວ່າໃຊ້ກ້ອງຖ່າຍ, ບໍ່ວ່າຈະການແພນການເຄື່ອນກ້ອງ, ການຊູມ, ໄລຍະຫ່າງ ແລະ ມຸມກ້ອງໄປຈົນເຖິງການສັ່ນແບບໄດນາມິກທີ່ຊັບຊ້ອນຫຼາຍ ເຊິ່ງເປັນສິ່ງທີ່ຍາກໃນການຖ່າຍໜັງແທ້.[58][59][60] ຂອງທາງອະນິເມະ, ແອນິເມຊັ້ນຈະສ້າງຂຶ້ນກ່ອນການພາກສຽງ ກົງກັນຂ້າມກັບແອນິເມຊັ້ນຂອງອາເມຣິກາທີ່ດຳເນີນພາກສຽງກ່ອນພາບ.[61]
ການອອກແບບຕົວລະຄອນ
[ດັດແກ້]ສັດສ່ວນຮ່າງກາຍຂອງຕົວລະຄອນທີ່ເປັນມະນຸດໃນອະນິເມະມັກຈະອີງສັດສ່ວນຂອງຮ່າງກາຍມະນຸດໃນຄວາມເປັນຈິງຢ່າງຖືກຕ້ອງ. ນັກແຕ້ມຖືເອົາຄວາມສູງຂອງຫົວເປັນໜ່ວຍຖານຂອງສັດສ່ວນ. ຄວາມສູງຂອງຫົວອາດແຕກຕ່າງກັນໄປ, ແຕ່ຕົວລະຄອນໃນອະນິເມະສ່ວນໃຫຍ່ຈະມີຄວາມສູງປະມານ7-8ຫົວ.[62] ສີລະປິນອະນິເມະບາງເທື່ອຈົງໃຈປັບປ່ຽນສັດສ່ວນຂອງຮ່າງກາຍເພື່ອສ້າງສ້າງຕົວລະຄອນທີ່ມີຮູບຮ່າງຜິດປົກກະຕິເປັນພິເສດ ເຊິ່ງມີຮ່າງກາຍທີ່ນ້ອຍບໍ່ສົນສ່ວນເມື່ອທຽບກັບຫົວ; ຕົວລະຄອນທີ່ມີຮູບຮ່າງຜິກປົກກະຕິຫຼາຍຕົວມີຄວາມສູງສອງຫາສີ່ຫົວ. ອະນິເມະບາງເລື່ອງເຊັ່ນ ເຄຣຢອນຊິນຈັງ ແມ່ນບໍ່ສົນໃຈສັດສ່ວນເຫຼົ່ານີ້ໂດຍສິ້ນເຊີງ, ໃນລັກສະນະຄືກັບກາຕູນລໍ້ລຽນແບບຕາເວັນຕົກ.
ແບບການອອກແບບຕົວລະຄອນອະນິເມະໂດຍທົ່ວໄປແມ່ນມັກຈະມີຕາທີ່ໃຫຍ່ເກີນຈິງ. ແອນິເມຊັ້ນຂອງຕົວລະຄອນທີ່ມີຕາໃຫຍ່ໃນອະນິເມະສາມາດຍ້ອນກັບໄປໄດ້ເຖິງສະໄໜຂອງເທຊຶກະ ໂອຊາມຸ ເຊິ່ງໄດ້ຮັບອິດທິພົນຢ່າງຫຼາຍຈາກຕົວລະຄອນແອນິເມຊັ້ນໃນຍຸກຕົ້ນໆເຊັ່ນ: ເບດຕີ້ ບຸບ, ເຊິ່ງຖືກອອກແບບດ້ວຍດວງຕາທີ່ໃຫຍ່ໂຕບໍ່ສົມສ່ວນ.[63] ເທຊຶກະເປັນບຸກຄົນສຳຄັນໃນປະຫວັດສາດຂອງອະນິເມະ ແລະ ມັງງະ, ເຊິ່ງແມ່ນຜູ້ກຳນົດຮູບແບບລາຍເສັ້ນອັນເປັນເອກະລັກ ແລະ ການອອກແບບຕົວລະຄອນທີ່ເຮັດໃຫ້ສາມາດຖ່າຍທອດອາລົມຄວາມຮູ້ສຶກຂອງມະນຸດໄດ້ຜ່ານຕາພຽງຢ່າງດຽວ.[64] ສີລະປິນຜູ້ແຕ້ມຈະເພີ່ມເລັນເງົາສີທີ່ຫຼາກຫຼາຍໃນຫ້ກັບຕາ ແລະ ໂດຍສະເພາະແກ້ວຕາ ເພື່ອໃຫ້ມີຄວາມເລິກຫຼາຍຂຶ້ນ. ໂດຍທົ່ວໄປຈະເປັນການປະສົມກັນຂອງແຖບສີອ່ອນ, ໂທນສີ ແລະ ແຖບສີເຂັ້ມ.[65][66] ນັກມະນຸດວິທະຍາວັດທະນະທຳຣາເຊລ ທອນໄດ້ແຍ້ງວ່າ ນັກເຮັດແອນິເມຊັ້ນ ແລະ ຜູ້ເບິ່ງຊາວຍີ່ປຸ່ນບໍ່ໄດ້ເຂົ້າໃຈເຖິງດວງຕາທີ່ມີຮູບແບບໆນີ້ໂດຍເແທ້ຈິງບໍ່ຫຼາຍກໍໜ້ອຍ.[67] ຈັ່ງໃດກໍຕາມ, ບໍ່ແມ່ນວ່າຕົວອະນິເມະທຸກຕົວຈະມີຕາທີ່ມົນໂຕ. ຕົວຢ່າງເຊັ່ນ: ຜົນງານຂອງມິຢາຊາກິ ຮາຢາໂອະທີ່ເປັນທີ່ຮູ້ກັນວ່າຕົວລະຄອນທີ່ລາວເຮັດມີດວງຕາທີ່ຖືກຕ້ອງສັດສ່ວວນຕາມຄວາມຈິງ ເຊັ່ນດຽວກັນກັບສີຜົມທີ່ສົມຈິງຂອງຕົວລະຄອນ.
ຊົງຜົມໃນອະນິເມະມັກຈະເບິ່ງມີຊີວິດຊີວາ ແລະ ສີສັນ ຫຼື ສະຕາຍທີ່ບໍ່ຊໍ້າໃຜ. ການເຄື່ອນໄຫວຂອງເສັ້ນຜົມໃນອະນິເມະນັ້ນເກີນຈິງ ແລະ ໃຊ້"ກຳມະຂອງຜົມ" ເພື່ອເັ້ນການກະທຳ ແລະ ອາລົມຂອງຕົວລະຄອນເພື່ອເພີ່ມເອຟເຟກຂອງພາບ.[68] ການແຕ້ມແຕ່ງສີຜົມທີ່ມີຄວາມສູດສາດຕາ ແລະ ໂທນສີທີ່ມີສີສັນເພື່ອໃຊ້ເປັນພາບປົກໜັງສືຂອງມັງງະສຳລັບເດັກນ້ອຍໃຫ້ມີຄວາມໜ້າສົນໃຈ.[68] ເຖິງແມ່ນວ່າຈະຜະລິດເພື່ອຕະຫຼາດພາຍໃນປະເທດ, ອະນິເມະກໍມີຕົວລະຄອນທີ່ຖືກນຳສະເໜີໂດຍບໍ່ໄດ້ກຳນົດເຊື້ອຊາດ ຫຼື ສັນຊາດໄວ້ສະເໝີໄປ, ແລະ ມັກຈະເປັນການຕັດສິນໃຈໂດຍເຈຕະນາເຊັ່ນ: ຊຸດແອນິເມຊັ້ນໂປເກມອນ.[69]
ນັກແຕ້ມອະນິເມະ ແລະ ມັງງະມັກຈະແຕ້ມໂດຍໃຊ້ຫຼັກການທົ່ວໄປຂອງພາບການສະແດງອອກທາງສີໜ້າອັນເປັນເອກະລັກ ເພື່ອສະແດງເຖິງອາລົມ ແລະ ຄວາມຄິດທີ່ສະເພາະເຈາະຈົງ.[70] ເຕັກນິກພວກນີ້ມັກຈະມີຮູບແບບທີ່ແຕກຕ່າງຈາກເຕັກນິກຂອງແອນິເມຊັ້ນຕາເວັນຕົກ, ແລະ ຍັງລວມເຖິງການໃຊ້ພາບໃນການສະແດງເຖິງຄວາມຮູ້ສຶກ ແລະ ອາລົມບາງຢ່າງ.[71] ຕົວຢ່າງເຊັ່ນ: ຕົວລະຄອນຊາຍອາດຈະເລືອດດັງອອກເມື່ອຖືກເລົ້າອາລົມ.[71] ການໃຊ້ສັນຍະລັກທີ່ເບິ່ງເຫັນໄດ້ຢ່າງຫຼວງຫຼາຍ, ເຊັ່ນ: ເຫື່ອໄຫຼເພື່ອສະແດງຄວາມກັງວົນ, ການໜ້າແດງເພື່ອສະແດງຄວາມເຂີນອາຍ, ຫຼື ຕາທີ່ເປ່ງປະກາຍເພື່ອສະແດງສາຍຕາທີ່ມີຄວາມສົນໃຈຢ່າງແຮງ.[72] ການສະແດງອີກແບບໜຶ່ງທີ່ເປັນແບບກາຕູນແກັກນັ້ນແມ່ນການໃຊ້້ຕົວຈິບິ(ການອອກແບບຕົວລະຄອນທີ່ຜິດສັດສ່ວນແຕ່ຮຽບງ່າຍ) ເພື່ອຄັ້ນອາລົມໃຫ້ອອກມາຢ່າງຊັດເຈນຢ່າງຕະຫຼົກເຊັ່ນ: ຄວາມສັບສົນ ຫຼື ຄວາມອາຍ.[71]
ເພງ
[ດັດແກ້]ສາກເປີດ ແລະ ສາກປິດຂອງຊຸດອະນິເມະໂທລະພາບສ່ວນຫຼາຍຈະມາພ້ອມກັບເພງເຈປັອບ ຫຼື ເຈຣັອກ, ເຊິ່ງມັກຈະເປັນວົງດົນຕີດັງທີ່ມາຂຽນເນື້ອເພງທີ່ຂ້ອງກ່ຽວກັບຕົວເລື່ອງ ແຕ່ກໍມີເປົ້າໝາຍໄປທີ່ກຸ່ມຕະຫຼາດທົ່ວໄປເຊັ່ນກັນ, ດັ່ງນັ້ນ ຈຶ່ງມັກມີການກ່າວເຖິງຢ່າງຜິວເພີນ ຫຼື ບໍ່ກ່າວເຖິງເລີຍ, ຂຶ້ນນຳສາກຫຼັງ ຫຼື ການຈັດເລື່ອງຂອງເລື່ອງນັ້ນໆ. ນອກຈາກນີ້ມັກຈະມີການໃສ່ເພງປະກອບ("ເພງແຊກ")ໃນຕອນໃດໜຶ່ງ ເພື່ອເນັ້ນສາກທີ່ສຳຄັນໂດຍສະເພາະ.[73]
ຟິວເຈີ ຟັງຄ໌ ແມ່ນແນວດົນຕີຂະໜາດນ້ອຍທີ່ພັດທະນາມາຈາກແນວໄວເປີຣ໌ເວຟໃນຊ່ວງຕົ້ນປີ2010 ໂດຍໄດ້ຮັບແຮງບັນດານໃຈຈາກຝຣັ່ງເຮົາສ໌ດິດສະໂກເອີຣົບ, ເຊິ່ງມີການໃຊ້ສະຕາຍພາບ ແລະ ສຽງສັ້ນໃນອະນິເມະຢ່າງຫຼາຍຄວບກັນກັບເພງຊິດຕີ້ປັອບຂອງຍີ່ປຸ່ນ ເພື່ອສ້າງຄວາມເປັນສູນທະລີຍະພາບໃຫ້ແກ່ຕົວເພງ.[74]
ນັບຕັ້ງແຕ່ປີ2020, ເພງອະນິເມະໄດ້ຮັບຄວາມນີຍົມເພີ່ມຂຶ້ນຢ່າງວ່ອງໄວທາງໂລກອອນລາຍ ອັນເນື່ອງມາຈາກຄວາມພ້ອມຂອງການບໍລິການທີ່ກວ້າງຂວາງຫຼາຍຂອງບໍລິການສະຕຣີມເພງ ຫຼື ຟັງເພງເຊັ່ນ: ສະປອດຕິຟາຍ ແລະ ໄດ້ຮັບການໂປຣໂມດໂດຍເຫຼົ່າແຟນໆ ແລະ ສີລະປິນເທິງສື່ໂຊຊຽວ.[75] ໃນປີ2023, ເພງເປີດ ໄອດອລ ໂດຍໂຢອາໂຊບິຂອງອະນິເມະເລື່ອງເກີດໃໝ່ເປັນລູກໂອຊິຕິດອັນດັບຊາຣ໌ຕເພງເທິງບິລບອດ ໂກລບອລ 200ໃນສະຫະລັດອາເມຣິກາໂດຍມີຍອດຟັງຜ່ານບໍລິການສະຕຣີມ45.7ລ້ານເທື່ອ ແລະ ຂາຍໄດ້24ພັນຊຸດນອກສະຫະລັດ. "ໄອດອລ" ກາຍເປັນເພງຍີ່ປຸ່ນ ແລະ ເພງອະນິເມະເພງທຳອິດທີ່ຕິດອັບດັບຊາຣ໌ຕບິລບອດ ໂກລບອລ ແລະ ຍັງຕິດທັອບອັນດັບໜຶ່ງຈາກຮ້ອຍທົ່ວໂລກໃນຊາຣ໌ຕຂອງແອັບເປີນມິວຊິດ.[76][77]
ແນວປະເພດ
[ດັດແກ້]ອະນິເມະມັກຖືກຈຳແນກແນວປະເພດຕາມເປົ້າໝາຍກຸ່ມຜູ້ເບິ່ງ ເຊິ່ງລວມມີ: ເດັກນ້ອຍ(子供, ໂຄໂດໂມະ), ເດັນຜູ້ຍິງ(少女,ໂຊໂຈ), ເດັກຜູ້ຊາຍ(少年, ໂຊເນັງ), ໜຸ່ມ(青年, ເຊເນັງ), ສາວ(女性, ໂຈເຊ) ແລະ ກຸ່ມອື່ນໆອີກທີ່້ມີຄວາມຫຼາກຫຼາຍໂດຍເປົ້າໝາຍແມ່ນຜູ້ໃຫຍ່. ອະນິເມະແນວໂຊໂຈ ແລະ ໂຊເນັງ ບາງເທື່ອກໍຈະມີອົງປະກອບທີ່ໄດ້ຮັບຄວາມນິຍົມໃນໝູ່ເດັກທັງສອງເພດ ເພື່ອພະຍາຍາມດຶງດູດຄວາມສົນໃຈແບບຂ້າມແນວ. ອະນິເມະຜູ້ໃຫຍ່ອາດຈະມີຈັງຫວະການເດີນເລື່ອງທີ່ຊ້າ ແລະ ໂຄງເລື່ອງທີ່ຊັບຊ້ອນຫຼາຍ ເຊິ່ງຜູ້ເບິ່ງໄວນ້ອຍມັກຈະຮູ້ສຶກວ່າບໍ່ໜ້າສົນໃຈ, ເຊັ່ນດຽວກັນກັບຕີມ ແລະ ສະຖານະການທີ່ຜູ້ໃຫຍ່ສາມາດເຂົ້າເຖິງໄດ້ຫຼາຍກວ່າພາຍໃນເລື່ອງ.[78] ອະນິເມະຜູ້ໃຫຍ່ບາງສ່ວນແມ່ນມີອົງປະກອບລາມົກອະນາຈານຈະມີປ້າຍກຳກັບໄວ້ວ່າ "R18" ໃນປະເທດຍີ່ປຸ່ນ ແລະ ເປັນທີ່ຮູ້ຈັກກັນໃນລະດັບສາກົນໃນຊື່ ເຮັນໄຕ (変態, ຄວາມຜິດປົກກະຕິ ຫຼື ມັກຖືກແປວ່າ ໂລກຈິດໃນພາສາຍີ່ປຸ່ນ). ໃນອີກແບບ, ອະນິເມະມັກຈະມີອົງປະກອບຂອງເອດຈິ, ເລື່ອງທາງເພດ ຫຼື ອົງປະກອບກ່ຽວກັບເລື່ອງແນວນັ້ນໂດຍບໍ່ມີການສະແດງພາບການມີເພດສຳພັນໂດຍກົງ, ມັກປະກົດໃນອະນິເມະປະເພດຕະຫຼົກ ແລະ ຮາເຣັມ; ຍ້ອນການໄດ້ຮັບຄວາມນິຍົມຫຼາຍໃນຜູ້ເບິ່ງໄວຮຸ່ນ ແລະ ຜູ້ໃຫຍ່, ການໃສ່ອົງປະກອບດັ່ງກ່າວຖືເປັນຮູບແບບໜຶ່ງຂອງການບໍລິການເອົາໃຈຜູ້ເບິ່ງເຊິ່ງເອີ້ນວ່າ "ແຟນ ເຊີວິສ(fan service)".[79][80] ບາງແນວກໍເປັນເລື່ອງກ່ຽວກັບຄວາມຮັກຮ່ວມເພດຄື: ຢາໂອອິ ຫຼື ຢາໂອຍ(やおい, Yaoi, ຊາຍຮັກຮ່ວມເພດ) ແລະ ຢູຣິ(百合, Yuri, ຍິງຮັກຮ່ວມເພດ). ແມ່ນເຖິງວ່າມັກຈະຖືກໃຊ້ໃນບໍລິບົດລາມົກອະນາຈານ, ຄຳວ່າ ຢາໂອອິ ແລະ ຢູຣິ ກໍສາມາດໃຊ້ໄດ້ຢ່າງກວ້າງໆໃນບໍລິບົດທີ່ໃຊ້ ເພື່ອອະທິບາຍ ຫຼື ເນັ້ນເຖິງຄວາມສຳພັນແບບດັ່ງກ່າວນຳດ້ວຍ.[81]
ການແບ່ງປະເພດອະນິເມະແຕກຕ່າງຈາກຈາກແອນິເມຊັ້ນປະເພດອື່ນໆ ແລະ ບໍ່ສາມາດຈັດຈຳແນກໄດ້ງ່າຍໆ.[82] ກິລສ໌ ປົວຕຣາສໄດ້ປຽບທຽບເລື່ອງນີ້ກັບການຈັດປະເພດຂອງກັນດັ້ມ 0080 ແລະ ການສະແດງພາວະຂອງສົງຄາມຂອງມັນນັ້ນເປັນ"ປະເພດຫຸ່ນຍົນຍັກ" ແລະ ການຈັດປະເພດທີ່ມັກງ່າຍຂອງນິຍາຍສົງຄາມ ແລະ ສັນຕິພາບ ເປັນ"ນິຍາຍສົງຄາມ".[82] ແນວວິທະຍາສາດເປັນໜຶ່ງໃນປະເພດອະນິເມະທີ່ສຳຄັນ ແລະ ຍັງເປັນຜົນງານໃນປະຫວັດສາດທີ່ສຳຄັນເຊັ່ນ: ແອສໂຕຣບອຍຂອງເທຊຶກະ ແລະ ເທສຶຈິນ 28-ໂກຂອງໂຢໂກຢາມະ. ເຊິ່ງຍັງມີປະເພດຍ່ອຍທີ່ສຳຄັນຄືເມຄະ, ໂດຍມີແຟນຊາຍກັນດັ້ມເປັນສັນຍະລັກທີ່ໂດດເດັ່ນ.[83] ປະເພດແນວແຟນຕາຊີ ຫຼື ຕ່າງໂລກກໍມີຄວາມຫຼາກຫຼາຍໆເຊິ່ງປະກອບມີທັງທີ່ອີງຈາກວັດທະນະທຳ ແລະ ນິທານຂອງທັງຝັ່ງອາຊີ ແລະ ຕາເວັນຕົກ; ຕົວຢ່າງເຊັ່ນ: ເລື່ອງລາວກ່ຽວກັບເທບນິຍາຍຍີ່ປຸ່ນໃນອິນຸຢາຊະ ແລະ ເລື່ອງລາວຂອງເທບທິດາສະກັງດີນາວີທີ່ຍ້າຍໄປຍີ່ປຸ່ນ ເພື່ອຮັກສາຄອມພິວເຕີທີ່ຊື່ວ່າ ອິກກ໌ດຣາຊິລໃນໂອ້ເທບທິດາ.[84] ການຂ້າມແນວກໍມີຢ່າງແຜ່ຫຼາຍເຊັ່ນ: ການປະສົມປະສານລະຫວ່າງແນວແຟນຕາຊີ ແລະ ຕະຫຼົກໃນດຣາກອນ ຮາລ໌ຟ, ແລະ ການຫຼິ້ນມຸກຕະຫຼົກໃນຮູບເງົາອະນິເມະອາດຊະຍະກຳ ປາສາດສົມບັດຄາກລິໂອສໂຕຣ.[85] ປະເພດຍ່ອຍອື່ນໆທີ່ມັກປະກົດໃນອະນິເມະກໍລວມມີ: ສາວນ້ອຍເວດມົນ, ຮາເຣັມ, ກິລາ, ສີລະປະການຕໍ່ສູ້, ການດັດແປງມາຈາກວັນນະຄະດີ, ຍຸດກາງ ແລະ ສົງຄາມ.[86]
ໝາຍເຫດ
[ດັດແກ້]ອ້າງອິງ
[ດັດແກ້]- ↑ Ashcraft, Brian (2021-05-18). "What "Anime" Means". Kotaku (in ອັງກິດ). Retrieved 2022-03-02.
- ↑ Ministry of Economy, Trade and Industry (2020). "Manga and Anime". Google Arts and Culture.
- ↑ 3.0 3.1 Craig 2000, pp. 139–140.
- ↑ Ashcraft, Brian. "A Serious Look at Big Anime Eyes", Kotaku, 21 September 2016
- ↑ Brzeski, Patrick (16 May 2022). "How Japanese Anime Became the World's Most Bankable Genre". The Hollywood Reporter. Archived from the original on Dec 6, 2022.
- ↑ Napier, Susan J. (2016). Anime from Akira to Howl's Moving Castle: Experiencing Contemporary Japanese Animation. St. Martin's Press. p. 10. ISBN 9781250117724.
- ↑ Poitras 2000, p. 7.
- ↑ "Tezuka: The Marvel of Manga - Education Kit" (PDF). Art Gallery New South Wales. 2007. Archived from the original (PDF) on 30 August 2007. Retrieved 28 October 2007.
- ↑ "Anime - Meaning". Cambridge English Dictionary. Retrieved 4 July 2019.
- ↑ "Anime". Lexico (in ອັງກິດ). Oxford University Press. Archived from the original on March 3, 2020. Retrieved 7 September 2020.
- ↑ "Anime" (in ອັງກິດ). Merriam-Webster. Retrieved 7 September 2020.
- ↑ 12.0 12.1 12.2 "Lexicon - Anime". Anime News Network. Archived from the original on August 30, 2020. Retrieved 12 September 2020.
- ↑ Kroon, Richard W. (2010). A/V A to Z: An Encyclopedic Dictionary of Media, Entertainment and Other Audiovisual Terms. McFarland. p. 48. ISBN 978-0-7864-5740-3.
- ↑ 14.0 14.1 14.2 14.3 14.4 14.5 14.6 Novielli, Maria Roberta (2018). Floating worlds: a short history of Japanese animation. Boca Raton. ISBN 978-1-351-33482-2. OCLC 1020690005.
- ↑ 15.0 15.1 Schodt 1997.
- ↑ Litten, Frederick S. (29 June 2014). "Japanese color animation from ca. 1907 to 1945" (PDF). p. 14. Archived from the original (PDF) on 18 September 2020. Retrieved 23 September 2020.
- ↑ Clements & McCarthy 2006, p. 169.
- ↑ Litten, Frederick S. "Some remarks on the first Japanese animation films in 1917" (PDF). Archived (PDF) from the original on ສິງຫາ 10, 2014. Retrieved ກໍລະກົດ 11, 2013.
- ↑ Clements & McCarthy 2006, p. 170.
- ↑ Sharp, Jasper (23 September 2004). "Pioneers of Japanese Animation (Part 1)". Midnight Eye. Archived from the original on 17 January 2010. Retrieved 11 December 2009.
- ↑ Yamaguchi, Katsunori; Watanabe, Yasushi (1977). Nihon animēshon eigashi. Yūbunsha. pp. 26–37.
- ↑ Kinsella 2000, p. 22.
- ↑ Baricordi 2000, p. 12.
- ↑ Japan: An Illustrated Encyclopedia. Tokyo, Japan: Kodansha. 1993. ISBN 978-4-06-206489-7.
- ↑ Official booklet, The Roots of Japanese Anime (DVD). Zakka Films. 2009.
- ↑ Douglass, Jason Cody (2019). Beyond Anime? Rethinking Japanese Animation Through Early Animated Television Commercials. Palgrave MacMillan. p. 213. ISBN 9783030279394.
- ↑ Brenner 2007, p. 6.
- ↑ Zagzoug, Marwa (April 2001). "The History of Anime & Manga". Northern Virginia Community College. Archived from the original on 19 May 2013. Retrieved 22 November 2012.
- ↑ Patten 2004, p. 271.
- ↑ Patten 2004, p. 219.
- ↑ Patten 2004, p. 264.
- ↑ Patten 2004, pp. 306–307.
- ↑ Le Blanc & Odell 2017, p. 56.
- ↑ "How a demon-slaying film is drawing Japan back to the cinemas". BBC. 31 October 2020. Archived from the original on 3 November 2020.
- ↑ 35.0 35.1 35.2 "How a demon-slaying film is drawing Japan back to the cinemas". BBC. October 31, 2020. Archived from the original on November 3, 2020.
- ↑ "The world is watching more anime and streaming services are buying". The Wall Street Journal. November 14, 2020.
- ↑ "Streaming and covid-19 have entrenched anime's global popularity", June 5, 2021
- ↑ "Streaming giants battle for anime supremacy". The Straits Times. 11 May 2023.
- ↑ "Streaming giants battle to be top platform for Japanese anime". South China Morning Post. 12 May 2023.
- ↑ "2021 #OnlyOnTwitter". Twitter. 9 December 2021.
- ↑ "Jujutsu Kaisen Tops Squid Game, Wandavision in Social Media's 2021 Discussions", 9 December 2021
- ↑ "Anime and Asian series dominate 4th Annual Global TV Demand Awards, highlighting industry and consumer trends towards international content". WFMZ-TV. January 25, 2022. Retrieved January 27, 2022.
- ↑ "Most in-demand animated TV show". Guinness World Records. Archived from the original on April 5, 2024. Retrieved April 5, 2024.
- ↑ Mateo, Alex (April 5, 2024). "Guinness World Records Names Jujutsu Kaisen 'Most In-Demand Animated TV Show'". Anime News Network. Archived from the original on April 5, 2024. Retrieved April 5, 2024.
- ↑ Brenner 2007, p. 231.
- ↑ Horno Lopez, Antonio (2012). "Controversia sobre el origen del anime. Una nueva perspectiva sobre el primer dibujo animado japonés". Con a de animación. Spain: Technical University of Valencia (2): 106–107. doi:10.4995/caa.2012.1055. hdl:10251/14879. ISSN 2173-3511.
- ↑ Horno Lopez, Antonio (2014). Animación japonesa: análisis de series de anime actuales [Japanese Animation: Analysis of Current Anime Series"] (Doctoral thesis). University of Granada. p. 4. hdl:10481/34010. ISBN 9788490830222.
- ↑ 48.0 48.1 Jouvanceau, Pierre (2004). The Silhouette Film. Translated by Clare Kitson. Genoa: Le Mani. p. 103. ISBN 88-8012-299-1. Archived from the original on March 20, 2008. Retrieved August 8, 2009.
- ↑ "Tribute to Noburō Ōfuji" (PDF). To the Source of Anime: Japanese Animation. Cinémathèque québécoise. 2008. Archived from the original (PDF) on August 19, 2008. Retrieved July 21, 2008.
- ↑ Sharp, Jasper (2003). "Beyond Anime: A Brief Guide to Experimental Japanese Animation". Midnight Eye. Archived from the original on July 25, 2008. Retrieved July 21, 2008.
- ↑ Sharp, Jasper (2004). "Interview with Kihachirō Kawamoto". Midnight Eye. Archived from the original on September 19, 2008. Retrieved July 21, 2008.
- ↑ Munroe Hotes, Catherine (2008). "Tomoyasu Murata and Company". Midnight Eye. Archived from the original on May 27, 2008. Retrieved July 21, 2008.
- ↑ 53.0 53.1 Poitras 2000, p. 29.
- ↑ "Chicks on Anime - Sep 16th 2008", Anime News Network, September 16, 2008
- ↑ Cavallaro 2006, pp. 157–171.
- ↑ "Reference pictures to actual places". Archived from the original on ມັງກອນ 26, 2007. Retrieved ມັງກອນ 25, 2007.
- ↑ Oppliger, John (October 1, 2012). "Ask John: What Determines a Show's Animation Quality?". AnimeNation. Archived from the original on October 15, 2012. Retrieved October 28, 2012.
- ↑ Poitras 2000, p. 58.
- ↑ "Anime production process - feature film". PRODUCTION I.G. 2000. Archived from the original on August 15, 2007. Retrieved August 27, 2007.
- ↑ "Cinematography: Looping and Animetion Techniques". Understanding Anime. 1999. Archived from the original on January 22, 2007. Retrieved August 29, 2007.
- ↑ Poitras 2000, p. 59.
- ↑ "Body Proportion". Akemi's Anime World. Archived from the original on August 5, 2007. Retrieved August 16, 2007.
- ↑ Brenner 2007, pp. 6–7.
- ↑ Poitras 2000, p. 60.
- ↑ "Basic Anime Eye Tutorial". Centi, Biorust.com. Archived from the original on August 24, 2007. Retrieved August 22, 2007.
- ↑ Carlus (June 6, 2007). "How to color anime eye". YouTube. Archived from the original on December 11, 2011. Retrieved August 22, 2007.
- ↑ Thorn, Rachel. "Do Manga Characters Look 'White'?". Archived from the original on July 17, 2011. Retrieved December 11, 2005.
- ↑ 68.0 68.1 Poitras 2000, pp. 61–62.
- ↑ Tobin 2004, p. 88.
- ↑ "Manga Tutorials: Emotional Expressions". Rio. Archived from the original on July 29, 2008. Retrieved August 22, 2008.
- ↑ 71.0 71.1 71.2 University of Michigan Animae Project. "Emotional Iconography in Animae". Archived from the original on April 2, 2009. Retrieved August 8, 2009.
- ↑ Brenner 2007, p. 52.
- ↑ "Original Soundtrack (OST)". Anime News Network. ANN. Archived from the original on October 17, 2014. Retrieved October 15, 2014.
- ↑ "The Endless Life Cycle of Japanese City Pop". Pitchfork (in ອັງກິດ (ອາເມລິກັນ)). 2021-02-24. Archived from the original on February 24, 2021. Retrieved 2021-11-09.
- ↑ "What are Anisongs? How Music for Anime Became a Growing Global Sensation". Chartmetric. 28 June 2023. Archived from the original on August 31, 2023. Retrieved August 31, 2023.
- ↑ Trust, Gary (June 5, 2023). "YOASOBI's 'Idol' Surges to No. 1 on Billboard Global Excl. U.S. Chart". Billboard. Archived from the original on June 12, 2023. Retrieved June 6, 2023.
- ↑ "YOASOBI's 'Idol' tops global charts, creating a new streaming milestone for Japanese music". Hindustan Times. 21 June 2023. Archived from the original on June 30, 2023. Retrieved August 19, 2023.
- ↑ Poitras 2000, pp. 44–48.
- ↑ Ask John: Why Do Americans Hate Harem Anime? Archived ເມສາ 9, 2008 at the Wayback Machine. animenation.net. May 20. 2005. Note: fan service and ecchi are often considered the same in wording.
- ↑ Brenner 2007, p. 89.
- ↑ Poitras 2000, p. 50.
- ↑ 82.0 82.1 Poitras 2000, p. 34.
- ↑ Poitras 2000, p. 35.
- ↑ Poitras 2000, pp. 37–40.
- ↑ Poitras 2000, pp. 41–43.
- ↑ Poitras 2000, pp. 45–49.