Jump to content

ໄລທ໌ໂນເວວ

ຈາກ ວິກິພີເດຍ

ໄລທ໌ໂນເວວ (ライトノベル) ຫຼື ຫຍໍ້ວ່າ LN ໝາຍເຖິງນິຍາຍປະເພດໜຶ່ງຈາກຍີ່ປຸ່ນ, ເປັນນິຍາຍສໍາລັບໄວລຸ້ນ, ໂດຍສະເພາະນັກຮຽນມັດທະຍົມປາຍ. ໄລທ໌ໂນເວວໜຶ່ງເຫຼັ້ມມີຄວາມຍາວປະມານ 50,000ກວ່າຄໍາ , ເຊິ່ງຖືວ່າໃກ້ຄຽງກັບເກນຂັ້ນຕໍ່າຂອງນະວະນິຍາຍຕະເວັນຕົກ ໄລທ໌ໂນເວວນິຍົມພິມດ້ວຍຮູມເຫຼັ້ມຂະໜາດA5.

ຮູບແບບການຂຽນ

[ດັດແກ້]

ໃນປະເທດຍີ່ປຸ່ນ, ໄລທ໌ໂນເວວແບບ"ດັ້ງເດີມ" ນັ້ນໄດ້ມີການນຳໃຊ້ຟູຣິງະນະ(ຕົວໜັງສືນ້ອຍໆທີ່ຊ່ວຍສະກົດຕົວຄັນຈິ)ເຂົ້າມາໃຊ້ຢ່າງຫຼາຍດ້ວຍສອງເຫດຜົນ, ໜຶ່ງແມ່ນສຳລັບນັກອ່ານໄວເຍົາທີ່ຍັງບໍ່ຊຳນານໃນຕົວອັກສອນຄັນຈິໃຫ້ສາມາດເຂົ້າໃຈໃນເນື້ອຫາໄດ້, ສອງແມ່ນໃນຫຼາຍໆເລື່ອງຂອງໄລທ໌ໂນເວວ ຜູ້ຂຽນມັກຈະສ້າງຄຳອ່ານຟູຣິງະນະຂຶ້ນມາໃໝ່, ເຊິ່ງບໍ່ສາມາດພົບເຫັນໄດ້ໃນການໃຊ້ພາສາຍີ່ປຸ່ນທົ່ວໆໄປ.

ໃນການຂຽນໄລທ໌ໂນເວວນັ້ນຈະໃຊ້ພຽງແຕ່ປະໂຫຍກສັ້ນໆ ໃນໜຶ່ງຫຍໍ້ໜ້າມີພຽງແຕ່ໜຶ່ງ ຫຼື ສອງປະໂຫຍກເທົ່ານັ້ນ, ເຊິ່ງເຮັດໃຫ້ການອ່ານເປັນໄປໄດ້ຢ່າງວ່ອງໄວຍິ່ງຂຶ້ນ. ໂດຍຈະມີລັກສະນະໂດຍລວມດັ່ງນີ້​:

  1. ໂຄງເລື່ອງ: ມີການວາງໂຄງເລື່ອງທີ່ມີສ່ວນຄ້າຍຄືກັບເກມ ຫຼື ກາຕູນຫຼາຍ ແລະ ມັກມີກິ່ນອາຍຂອງແຟນຕາຊີປະປົນຢູ່ສະເໝີ.
  2. ພາສາເຂົ້າໃຈງ່າຍ, ດຳເນີນເລື່ອງໄວ, ມີຕົວໜັງສືໜ້ອຍ, ກະຊັບສັບໄວ, ບໍ່ເນັ້ນບັນຍາຍ ຫຼື ປະໂຫຍກຍືດຍາວໃຫ້ເປັນຕາໜ້າລຳຄານ.
  3. ພາຍໃນຮູບເຫຼັ້ມມີພາບປະກອບແບບກາຕູນ-ແອນິເມະເປັນໄລຍະໆ.

ຄວາມສໍາພັນກັບແອນິເມຊັ້ນ/ແອນິເມະ

[ດັດແກ້]

ດ້ວຍຄວາມສາມາດຂອງໜັງສືປະເພດໄລທ໌ໂນເວວທີ່ໂດ່ງດັງ, ໃນກຸ່ມນັ້ນມີບາງເລື່ອງທີ່ສາມາດສ້າງກະແສຈົນກາຍເປັນແອນິເມະ ຫຼື ມັງງະໄດ້.

ໃນປະເທດຍີ່ປຸ່ນ, ໄລທ໌ໂນເວວເປັນທີ່ນິຍົມຫຼາຍ ແລະ ສຳນັກພິມຕ່າງໆກໍໄດ້ມີການຈັດການປະກວດໄລທ໌ໂນເວວ, ເພື່ອຄົ້ນຫາໄລທ໌ໂນເວວທີ່ເປັນທີ່ໜ້າສົນໃຈ, ເຊິ່ງຖ້າຫາກເລື່ອງໃດໄດ້ຮັບລາງວັນຊະນະເລິດ, ກໍຈະມີລາງວັນສຳລັບຜູ້ຈັດເຮັດໄລທ໌ໂນເວວເລື່ອງນັ້ນໆ ແລະ ຜົນງານຂອງພວກເຂົາຍັງໄດ້ຮັບການຕີພິມຈັດຈຳໜ່າຍພາຍຫຼັງການປະກວດເຊັ່ນ: ລາງວັນເດັງເກຄິໄລທ໌ໂນເວວໄພລ໌ຊ, ເຊິ່ງເປັນລາງວັນໃຫຍ່ທີ່ສຸດເຊິ່ງໃນແຕ່ລະປີຈະມີຜູ້ຮ່ວມສົ່ງຜົນງານກັນເຂົ້າມາຫຼາຍກວ່າ2000ເລື່ອງຂຶ້ນ ແລະ ເປັນແຫຼ່ງສ້າງ ໄລທ໌ໂນເວວໃຫ້ແກ່ວົງການທີ່ມີຊື່ສຽງ.