ຍອດນັກສືບຈິ໋ວໂຄນັນ

ຈາກ ວິກິພີເດຍ

ຍອດນັກສືບຈິ໋ວໂຄນັນ (ຍີ່ປຸ່ນ:名探偵コナン|Meitantei Conan) ແມ່ນກາຕູນຍີ່ປຸ່ນເລື່ອງຍາວແນວສືບສວນສອບສວນເລື່ອງແລະພາບໂດຍອາໂອຍາມ່າ ໂກໂຊ ເຊິ່ງຕີພິມບົນນິດຕະຍະສານຮາຍສັບດາໂຊເນັງຊັນເດ ຕັ້ງແຕ່ ຄ.ສ. 1994 ໂດຍຖືກຕີພິມໃນຫຼາຍພາສາດ້ວຍກັນ ນອກຈາກພາສາຍີ່ປຸ່ນແລ້ວຍັງມີພາສາອັງກິດ, ພາສາຈີນ, ພາສາອິນໂດເນເຊຍ, ພາສາຟິນແລນ, ພາສາຝະລັ່ງ, ພາສາໂຮນລັງ, ພາສາເຢຍລະມັນ, ພາສາອິຕາລີ, ພາສາມາເລເຊຍ, ພາສາເກົາຫຼີ, ພາສາແອສະປາຍ, ພາສາກາຕາລັງ, ພາສາສະວີເດນ, ພາສານໍເວ, ພາສາດານມາກ, ພາສາຫວຽດນາມ, ພາສາຟິລິບປິນແລະພາສາໄທ

ນອກຈາກຍອດນັກສືບຈິ໋ວໂຄນັນຈະຖືກຕີພິມເປັນປື້ມກາຕູນແລ້ວຍັງໄດ້ມີການນຳມາດັດແປງເຮັດເປັນກາຕູນຊີລີ້ໂທລະທັດໂດຍແອນິເມຊັ່ນສະຕູດິໂອໂອໂຕກຽວມູຟວີ່ຊິນຊະ (ໂດຍປະຈຸບັນຮູ້ຈັກກັນໃນຊື່ຂອງທີເອັມເອສ ເອັນເຕີເທນເມນຕ໌ ຈຳກັດ) ໂດຍມີຜູ້ກຳກັບຢ່າງໂຄດະມະ ເຄນຈິ ແລະຍາມາໂມະໂຕະ ຍາຊຸຍຈິໂຣ່ເຊິ່ງນຳອອກອາກາດຜ່ານສະຖານີໂທລະພາບນິບປອນ, ສະຖານີໂທລະພາບໂຍມິອຸຣິ ແລະສະຖານີໂທລະພາບແອນິແມກຊ໌ຕັ້ງແຕ່ວັນທີ 8 ມັງກອນ ຄ.ສ. 1996 ດ້ວຍກະແສຕອບຮັບທີ່ດີຂອງຍອດນັກສືບຈິ໋ວໂຄນັນຈຶງໄດ້ມີການຈັດເຮັດກາຕູນຮູບເງົາເຊິ່ງອອກສາຍຊ່ວງສັບດາຫຍຸດຍາວຕັ້ງແຕ່ວັນທີ 29 ເມສາ ເຖິງວັນທີ 5 ພຶດສະພາຂອງຍີ່ປຸ່ນ (ຫຼືໂກລເດ້ນວີກ) ຂອງທຸກໆ ປີ ອີກທັງຍັງມີການຈັດເຮັດຊີລີ້ຄົນສະແດງອີກດ້ວຍ

ໂຕລະຄອນ[ດັດແກ້]

ເບິ່ງໂຕລະຄອນທັງໝົດທີ່ ລາຍຊື່ໂຕລະຄອນໃນຍອດນັກສືບຈິ໋ວໂຄນັນ

ເນື້ອເລື່ອງຫຍໍ້[ດັດແກ້]

ຄຸໂດ້ ຊິນອິຈິ ນັກສືບນັກຮຽນມັດຖະຍົມປາຍວັຍ 17 ປີຖືກຂະໜານນາມວ່າ "ຍອດນັກສືບແຫ່ງປີເຮເຊ" ໄດ້ແອບເບິ່ງການເຈລະຈາລັບຂອງຊາຍຊຸດດຳ ໂດຍບໍ່ລະວັງວ່າຊາຍຊຸດດຳອີກຄົນໄດ້ແອບລອບທຳຮ້າຍດ້ານຫຼັງ ແລ້ວຖືກຈັບກອກຍາພິດທີ່ລະບຸວ່າຖືກຜະລິດພາຍໃນອົງກອນຂອງພວກເຂົາ ແຕ່ຍາພິດນັ້ນກັບເຮັດໃຫ້ຊິນອິຈິຕົວນ້ອຍລົງຈົນກາຍເປັນເດັກອາຍຸ 7 ຂວບ ແລະປ່ຽນຊື່ໃໝ່ເປັນ ເອໂດງາວະ ໂຄນັນ ດ້ວຍຄວາມຊ່ອຍເຫຼືອຂອງດຮ.ອາກາສະ ຮິໂຣຊິ ແລະເພື່ອສືບຫາເບາະແສຮ່ອງຮອຍຂອງຊາຍຊຸດດຳແລະເພື່ອນຳຍາແກ້ພິດກັບມາ ຈຶງໄດ້ໄປຢູ່ກັບໂມຣິ ຣັນໝູ່ຕັ້ງແຕ່ສະໄໝເດັກທີ່ສຳນັກງານນັກສືບໂມຣິ ເຊິ່ງພໍ່ຂອງຣັນ ໂມຣິ ໂຄໂກໂຮ່ແມ່ນນັກສືບເອກະຊົນ ແຕ່ໂຄໂກໂຮ່ແມ່ນນັກສືບທີ່ເພິ່ງພາບໍ່ໄດ້ເລີຍ ໂຄນັນເຊິ່ງແມ່ນຮ່າງເດັກຂອງຊິນອິຈິຈຶງໄດ້ໃຊ້ອຸປະກອນທີ່ປະດິດໂດຍດຮ.ອາກາສະ ຮິໂຣຊິຊ່ອຍຄີ່ຄາຍຄະດີຕ່າງໆ ແທນໂຄໂກໂຮ່ເພື່ອໃຫ້ໂຄໂກໂຮ່ມີຊື່ສຽງຂຶ້ນມາ ແລະລໍຜູ້ຈ້າງວານທີ່ຈະໄດ້ເບາະແສຂອງຊາຍຊຸດດຳ ຊິນອິຈິເພາະຢູ່ໃນຮ່າງຂອງເດັກຈຶງຕ້ອງກັບໄປຮຽນຊັ້ນປະຖົມສຶກສາປີທີ 1 ທີ່ໂຮງຮຽນປະຖົມເທຕັນໃໝ່ອີກຄັ້ງ ແລະໄດ້ກໍ່ຕັ້ງຂະບວນການນັກສືບເຍົາວະຊົນກັບໝູ່ຮ່ວມຊັ້ນຢ່າງໂຍຊິດະ ອາຍູມິ, ຊຶບຸລາຍະ ມິຊຶຮິໂກະ, ແລະໂຄຈິມະ ເກັນຕະ

ການສືບຫາຊາຍຊຸດດຳແລະຍາແກ້ພິດຂອງໂຄນັນກໍໄດ້ດຳເນິນເລື່ອຍມາ ໄດ້ເກີດຄະດີຕ່າງໆແລະຄົ້ນພົບບຸກຄົນສຳຄັນຕ່າງໆ ທີ່ກ່ຽວຂ້ອງກັບພວກຊາຍຊຸດດຳຫຼາຍຂຶ້ນຢ່າງມິຍາໂນະ ອາເຄມິ ໜຶ່ງໃນສະມາຊິກປາຍແຖວໃນອົງກອນຊຸດດຳ ມິຍາໂນະ ຊິໂຮະຫຼືໄຮບາລະ ໄອ ມີໂຄ້ດເນມວ່າເຊີລີ້ອະດີດສະມາຊິກອົງກອນຊຸດດຳ ແລະນັກວິທະຍາສາດຜູ້ປະດິດຄິດຄົ້ນຍາAPTX4869ທີ່ເຮັດໃຫ້ເອໂດງາວະ ໂຄນັນໂຕນ້ອຍລົງອີກດ້ວຍ

ສື່[ດັດແກ້]

ສະບັບປື້ມກາຕູນ[ດັດແກ້]

ຂໍ້ມູນເພີ່ມເຕີມທີ່ ລາຍຊື່ຕອນໃນຍອດນັກສືບຈິ໋ວໂຄນັນ (ມັງງະ)

ໃນປິ ຄ.ສ. 1994 ຕະຫຼາດປື້ມກາຕູນຍີ່ປຸ່ນໄດ້ມີການປາກົດກາຕູນແນວສືບສວນຫຼາຍຂຶ້ນ ຫຼັງຈາກການຕີພິມກາຕູນເລື່ອງຄິນດະອິຈິຍອດນັກສືບ ອາຈານອາໂອຍາມ່າ ໂກໂຊເລິ່ມທີ່ຈະວາດໂຕກາຕູນເລື່ອງຍອດນັກສືບຈິ໋ວໂຄນັນໃນຊ່ວງນີ້ ຜົນງານບົດທຳອິດຂອງເຂົາໄດ້ປາກົດໃນນິດຕະຍະສານກາຕູນຮາຍສັບດາໂຊງະກຸກັງໂຊເນັງຊັນເດ ໃນວັນທີ 2 ກຸມພາປີດຽວກັນ ອາຈານອາໂອຍາມ່າ ໂກໂຊໄດ້ນຳເຄົ້າໂຄງເລື່ອງຫຼາຍຈາກເລື່ອງອາແຊນ ລູແປງ,ເຊີລັອກ ໂຮມ, ແລະໜັງຊາມູໄຣຂອງອາກິຣະ ຄຸໂຣຊາວ່າ ອາຈານອາໂອຍາມ່າ ໂກໂຊເຄີຍບອກໄວ້ວ່າອາຈານຈະໃຊ້ເວລາສະເລ່ຍໃນການຄິດຄະດີໃໝ່ໆ ໃນກາຕູນຮາວ 4 ຊົ່ວໂມງ ຄັນຄະດີໃດຍິ່ງຊັບຊ້ອນຫຼາຍກໍຈະໃຊ້ເວລາຫຼາຍກວ່າ 12 ຊົ່ວໂມງ ຄະດີທຸກຄະດີຈະປະກອບດ້ວຍຫຼາຍໆ ບົດ ແລະຈະຖືກຄີ່ຄາຍໃນຕອນຈົບທຸກຄັ້ງໂດຍໂຕລະຄອນຈະອະທິບາຍໃນຮູບແບບງ່າຍໆ ອາຈານອາໂອຍາມ່າ ໂກໂຊຍັງຄົງໃຊ້ພາສາງ່າຍໆ ໃຫ້ຜູ້ອ່ານໄດ້ຕິດຕາມຜົນງານຂອງເລື່ອງໄປເລື່ອຍໆ

ຍອດນັກສືບຈິ໋ວໂຄນັນໄດ້ກາຍເປັນປື້ມກາຕູນເລື່ອງຍາວທີ່ມີຫຼາຍກວ່າ 900 ບົດ ໂດຍທຸກໆ ບົດໄດ້ຖືກຮວບຮວມໂດຍໂຊງະກຸກັງໂດຍຫຼີ້ມທຳອິດໄດ້ອອກວາງຈຳໜ່າຍເມື່ອວັນ 18 ມິຖຸນາ ຄ.ສ. 1994 ແລະຜູ້ຊ່ວຍຂອງອາຈານອາໂອຍາມ່າ ໂກໂຊ ກໍໄດ້ຂຽນແລະຈັດພິມໂຄນັນແບບ Side Story ຈຳນວນ 39 ຫຼີ້ມແລ້ວດ້ວຍກັນ

ຕົວລະຄອນ[ດັດແກ້]