ວິກິພີເດຍ:ວິກິພີຕັງ

ຈາກ ວິກິພີເດຍ
ວິກິພີຕັງ
ບຸກຄະລາທິດຖານວິກິພີເດຍໃນຮູບແບບໂມເອ
ປາກົດຄັ້ງທຳອິດວັນທີ8, ມັງກອນປີ2006
ສ້າງໂດຍຄາຊຶກະ (Kasuga)
ຂໍ້ມູນຕົວລະຄອນໃນເລື່ອງ
ເຊື້ອຊາດມະນຸດ
ເພດຍິງ
ຄອບຄົວຄອມມອນສ໌ຕັງ(ນ້ອງສາວ), ໂຄວດຕັງ(ນ້ອງສາວ)

ວິກິພີຕັງ (ຍີ່ປຸ່ນ: ウィキペたん)ແມ່ນບຸກຄະລາທິດຖານຂອງວິກິພີເດຍໃນຮູບແບບໂມເອທີ່ສ້າງຂຶ້ນໃນເດືອນມັງກອນປີ2006ໂດຍຜູ້ດັດແກ້ວິກິພີເດຍຊາວຍີ່ປຸ່ນຄາຊຶກະ(Kasuga). ລາວແມ່ນມາສຄອດຢ່າງບໍ່ເປັນທາງການຂອງວິກິພີເດຍ ແລະ ໃຊ້ໃນໂຄງການວິກິຫຼາຍໂຄງການ. ຄຳວ່າ"-ຕັງ"ໃນ"ວິກິພີຕັງ"ເປັນຄຳຕໍ່ທ້າຍທີ່ໃຊ້ສະແດງເຖິງຄວາມຮັກແພງ, ເປັນຮູບແບບຄຳໃຊ້ເອີ້ນຊື່ຄົນ ເພື່ອສະແດງຄວາມເຄົາລົບນັບຖືຂອງຄົນຍີ່ປຸ່ນ.

ວິກິພີຕັງແມ່ນຕົວລະຄອນມາສຄອດຂອງໂຄງການວິກິ ອະນິເມະ ແລະ ມັງງະ, ແລະ ໂຄງການວິກິ ທີມແຜນງານມື້ພັກຄຣິດສະມານ; ລາວຍັງເຄີຍເປັນມາສຄອດສຳລັບການເຝິກສອນຜູ້ດູແລລະບົບ, ໜ່ວຍຕໍ່ຕ້ານການກໍ່ກວນ ແລະ ຜູ້ຖືກສະເໜີໃຫ້ເປັນມາສຄອດທາງການຂອງວິກິພີເດຍ. ນອກຈາກນີ້, ວິກິມີເດຍຮົງກົງຍັງໃຊ້ຮູບຂອງວິກິພີຕັງ ແລະ ຄອສເພລເປັນລາວໃນລະຫວ່າງການເຮັດງານ ແລະ ການໂປຣໂມດ. ວິກິພີຕັງໄດ້ຮັບການປະຕິບັດເປັນປຽບເໝືອນຕົວມາສຄອດຂອງວິກິພີເດຍ ຫຼື ຊຸມຊົມໃນການປະກາດລາຍງານຂ່າວສານເປັນຄັ້ງຄາວ.

ຮູບຮ່າງລັກສະນະ[ດັດແກ້]

ວິກິພີຕັງເປັນເດັກສາວຕົວເຕ້ຍຜິວຂາວ, ຜົມກັບຕາເປັນສີຟ້າອ່ອນ, ໂດຍມີຕົວຕໍ່ຮູບສອງອັນເປັນກິບຜົມ. ໂດຍທົ່ວໄປລາວຈະໃສ່ຊຸດເມດສີນໍ້າເງີນເຂັ້ມ, ໂດຍມີຊຸດກັນເປື້ອນເປັນສີຂາວ, ແລະ ຍັງໃສ່ໂສ້ງຮັດຮູບສີດຽວກັນກັບຊຸດເມດລາວ. ບາງເທື່ອລາວກໍໃສ່ເກີບຮັດສົ້ນສີນໍ້າຕານເຂັ້ມ. ຄືກັນກັບກິບຜົມ, ມີຕົວຕໍ່ຮູບທີ່ມີອັກສອນ"ワィ"ຕິດຢູ່ເທິງເອິກ, ເຊິ່ງສະກົດຜິດມາຈາກຄາຕາຄານະ"ウィ"ທີ່ເປັນຕົວຕໍ່ອັນໜຶ່ງຂອງໂລໂກ້ເກົ່າຂອງວິກິພີເດຍ.

ພູມຫຼັງ[ດັດແກ້]

ສາມເອື້ອຍນ້ອງວິກິມີເດຍ, ນັບຈາກຊ້າຍຫາຂວາ: ຄອມມອນສ໌ຕັງ, ວິກິພີຕັງ ແລະ ໂຄວດຕັງ

ແນວຄິດທຳອິດກ່ຽວກັບມາສຄອດ"ວິກິພີຕັງ"ຖືກໂພສເມື່ອວັນທີ5, ມັງກອນປີ2006ໂດຍທີ່ຢູ່ໄອພີໄຕ້ຫວັດທີ່ບໍ່ໄດ້ລົງທະບຽນ192.192.170.2, ໂດຍໄດ້ສະເໜີຕົວມາສຄອດ"ຄືກັນກັບໂອເອສຕັງ("just like OS-tan")"ໃນການເລືອກມາສຄອດຂອງວິກິພີເດຍ.[1] ໃນວັນທີ8 ມັງກອນ, ຜູ້ໃຊ້ວິກິພີເດຍພາສາຍີ່ປຸ່ນຄາຊຶກະ(Kasuga)ໄດ້ແຕ້ມຮູບຂອງວິກິພີຕັງຢ່າງໜ້ອຍສອງຮູບ ແລະ ໂພສລົງໃນເວັບບອດຟູຕາບະ ແຊນເນລ; ເຊິ່ງເປັນເຫດເຊື່ອງໂຍງມາຈາກການສົນທະນາກ່ຽວກັບມາສຄອດເມື່ອວັນທີ13 ມັງກອນທີ່ມີການສະເໜີແນວຄິດດັ່ງກ່າວ,[2] ແລະ ຮູບພາບສອງຮູບຖືກອັບໂຫຼດລົງຄອນມອນສ໌ ແລະ ໂພສລົງໃສ່ການສົນທະນາດັ່ງກ່າວໂດຍກົງເມື່ອວັນທີ18 ມັງກອນ.[3]

ຄາຊຶກະໄດ້ລະບຸວ່າໃນຕອນທີ່ອອກແບບວິກິພີຕັງລວມເຖິງນ້ອງສາວຂອງລາວ, ມີສອງສິ່ງທີ່ລາວຍຶດຖືຄື: ຄຳແນະນຳຂອງອາຈານຟູຈິໂກະ ເອຟ. ຟູຈິໂອະທີ່ວ່າ "ຕົວລະຄອນຈະມີການອອກແບບດີກໍຍ້ອນມີໂຄງພາບທີໂດດເດັ່ນ" ແລະ ຄຳແນະນຳຂອງທ່ານສະກັອດ ແມັກເຄລົາທີ່ວ່າ "ນັກຂຽນກາຕູນໃນຍຸກທອງນັ້ນມັກຈະໃຫ້ຕົວລະຄອນມີສີສັນທີ່ເປັນເຊິງສັນຍະລັກ".[4]

ຕົວຕໍ່ຮູບພາບປິດສະໜາທີ່ວິກິພີຕັງໃສ່ແມ່ນມາຈາກໂລໂກ້ລູກບານຕົວຕໍ່ເກົ່າຂອງວິກິພີເດຍ. ワィແມ່ນການສະກົດຄຳຜິດມາຈາກウィ("ວິ"), ເຊິ່ງແມ່ນພະຍາງແຮກຂອງ"ວິກິພີເດຍ"ໃນການແປເປັນພາສາຍີ່ປຸ່ນໃນຮູບຕົວຄາຕາຄານະ, ສ່ວນເທິງລູກບານຕົວຕໍ່ແມ່ນອັກສອນຈີນທີ່ບໍ່ໄດ້ໃຊ້ໃນພາສາຍີ່ປຸ່ນ. ໃນພາບແຕ້ມຫຼ້າສຸດໂດຍຄາຊຶກະໄດ້ແຕ້ມໃໝ່ໂດຍປ່ຽນຕົວອັກສອນຈີນດັ່ງກ່າວເປັນ(ອັກສອນແຮກໃນຊື່ວິກິພີເດຍພາສາຈີນ) ແລະ ແກ້ໄຂຄາຕາຄານະໃຫ້ຖືກຕ້ອງເປັນウィ.

ເມື່ອວັນທີ29, ມີນາປີ2007, ວິກິພີຕັງໄດ້ເຂົ້າລວມໃນກຸ່ມມະນຸດຮູບໂມເອສຳລັບໂຄງການເອື້ອຍນ້ອງຂອງວິກິພີເດຍ, ຄອມມອນສ໌ຕັງ ແລະ ໂຄວດຕັງ. ຄາຊຶກະໄດ້ລະບຸວ່າ"...ນ້ອງສາວວິກິຄົນໃໝ່ຈະໄດ້ມີການອອກແບບຂຶ້ນໃນອະນາຄົດ". ແຕ່ຈັ່ງໃດກໍຕາມ, ລາວຍັງລະບຸອີກວ່າ"ແຕ່ຕອນນີ້ຍັງບໍ່ທັນມີໜ້າທີ່ຕ້ອງການໃຊ້ພາບນ້ອງສາວຄົນອື່ນໆເທື່ອ. ຂ້ອຍອາດຈະແຕ້ມຮູບຂອງພວກເຂົາຫາກມີໜ້າທີ່ຕ້ອງການໃຊ້ຮູບພາບເຫຼົ່ານັ້ນ".

ເຖິງແມ່ນວ່າວິກິພີດີຈະໄດ້ຮັບການສະໜັບສະໜຸນຫຼາຍກວ່າໃນການເລືອກມາສຄອດ, ພາບໃໝ່ຂອງວິກິພີຕັງກໍຍັງຖືກແຕ້ມຂຶ້ນ ແລະ ຍັງຄົງໃຊ້ຕໍ່ມາ. ຈິມໂບ ເວລສ໌ກ່າວວ່າວິກິພີຕັງນັ້ນເປັນມາສຄອດຂອງຊຸມຊົນໃນປີ2007,[5] ແຕ່ຕົວລາວເອງນັ້ນກໍໄດ້ໜາຍໄວ້ຢ່າງຊັດເຈນວ່າລາວບໍ່ມັກຕົວລະຄອນນີ້ເປັນການສ່ວນຕົວ.[6]

ອ້າງອີງ[ດັດແກ້]

  1. 192.192.170.2 (January 5, 2006). "How about Wikipe-tan just like OS-tan". Meta. Retrieved March 7, 2011.
  2. 72.137.173.201 (January 13, 2006). "something like the one here?". Meta. Retrieved July 10, 2011.
  3. Shii (January 18, 2006). "Um... it seems those images are GFDL ... let's put them here, then". Meta. Retrieved July 10, 2011.
  4. Kasuga (October 23, 2007). "Adult Wikipe-tan by ~Kasuga39". deviantArt. Retrieved July 10, 2011.
  5. Wales, Jimbo (June 8, 2007). "Community mascot". Wikimedia Commons. Retrieved March 7, 2011.
  6. Wales, Jimbo (February 7, 2011). "I am not a fan". Wikipedia. Retrieved February 7, 2011.