ການຮ່ວມເພດ

ຈາກ ວິກິພີເດຍ

ການຮ່ວມເພດ ການມີເພດສຳພັນ ຫຼື ການເສບສົມ ໝາຍເຖິງ ການມີຄວາມສຳພັນທາງເພດລະຫວ່າງບຸກຄົນສອງຄົນ ມີຄວາມໝາຍຄວບຄຸມທັງລະຫວ່າງບຸກຄົນຕ່າງເພດ (ໃຊ້ໃນພາສາອັງກິດແບບເຈາະຈົງກວ່າການຮ່ວມເພດແຍຍນີ້ວ່າ coitus) ແລະບຸກຄົນເພດດຽວກັນເພື່ອສະໜອງຄວາມຕ້ອງການທາງເພດຂອງທັງສອງຝ່າຍ ສ່ວນພຶດຕິກຳຂອງສັດຈະເອີ້ນວ່າ ກາຍປະສົມພັນ ການປະສົມພັນເປັນກິດຈະກຳປົກກະຕິຂອງສັດທີ່ສືບພັນໂດຍອາໄສເພດເປັນກິດຈະກຳທີ່ເລີ່ມຕົ້ນການປະຕິສົນທິເພື່ອໃຫ້ກຳເນີດຊີວິດໃໝ່

ການຮ່ວມເພດລະຫວ່າງຊາຍກັບຍິງເກີດຂື້ນເມື່ອອະໄວຍະວະສືບພັນຊາຍເຂົ້າໄປໃນອະໄວຍະວະສືບພັນຍິງ ການສຽດສີລະຫວ່າງອະໄວຍະວະທັງສອງນຳໄປສູ່ຈຸດສຸດຍອດ ຝ່າຍຊາຍຈະຫຼັ່ງອະສຸຈິອອກມານອກຮ່າງກາຍ ຫາກອະສຸຈິເຂົ້າໄປໃນຊ່ອງຄອດຂອງຝ່າຍຍິງໃນພາວະທີ່ເໝາະສົມອາດເກີດການປະຕິສົນທິເຮັດໃຫ້ເກີດການຖືພາ

ຂໍ້ມູນທາງສະຖິຕິ[ດັດແກ້]

ຈາກການສຶກສາຂອງສຳນັກຂ່າວເອບີຊີ ໂດຍເຮັດແບບສຳຫຼວດພົບວ່າຜູ້ຊາຍຄິດເຖິງເລື່ອງການຮ່ວມເພດທຸກມື້ 70% ສ່ວນຜູ້ຍິງ 34% ຈຳນວນສະເລ່ຍຄູ່ນອນຕະຫຼອດຊີວິດຂອງຜູ້ຊາຍແມ່ຍ 20 ຄົນ ສ່ວນຜູ້ຍິງແມ່ນ 6 ຄົນ ຮ່ວມທັງສອງເພດແມ່ນ 13 ຄົນ ການເຂົ້າໄປເບິ່ງເວບໄຊ໌ລາມົກອະນາຈານຂອງຜູ້ຊາຍແມ່ນ 34% ຜູ້ຍິງແມ່ນ 10% ອາຍຸສະເລ່ຍຂອງການມີເພດສຳພັນຄັ້ງທຳອິດຂອງທັງສອງຝ່າຍແມ ການເຮັດໃຫ້ມີລູກ

ການຮ່ວມມເພດຫຼືການມີເພດສໍາພັນນັ້ນເປັນເລື່ອງປົກກະຕິຂອງມະນຸດເພາະວ່າມະນຸດນັ້ນຕ້ອງສືບພັນໂດຍອາໄສເພດ ເປັນກິດຈະກໍາທີ່ເລີ່ມຕົ້ນການປະຕິສົນທິເພື່ອໃຫ້ກໍາເນີດຊີວິດໃໝ່

ຮູບເພດສຳພັນ[ດັດແກ້]

ສິລະປະທັນສະໄໝຂອງຄູ່ຜົວເມຍທີ່ກຳລັງຮ່ວມເພດທາງຊ່ອງຄອດ
Missionary sex position.jpg
Sexual intercourse 3.jpg
Wiki-cowgirl.png
Using condom while having sex.jpg