Jump to content

ເລໂອນາໂດ ດາ ວິນຊີ

ຈາກ ວິກິພີເດຍ
ພາບບຸກຄົນແຕ້ມໂດຍຟຣານເຊສໂກ ເມລຊີ ໃນຊ່ວງປີ ຄ.ສ. 1515 ເຖິງ ຄ.ສ. 1518 ເຊິ່ງແມ່ນຮູບດຽວໃນຫຼາຍຮູບທີ່ເຊື່ອວ່າເປັນຮູບດາ ວິນຊີ[1][2]

ເລໂອນາໂດ ດີ ແຊ ປີເອໂຣ ດາ ວິນຊີ (ອິຕາລີ: Leonardo di ser Piero da Vinci; 15 ເມສາ ຄ.ສ. 1452 - 2 ພຶດສະພາ ຄ.ສ. 1519) ເປັນຜູ້ຮອບຮູ້ຊາວອີຕາລີໃນຍຸກຟື້ນຟູສິນລະປະວິດທະຍາ ແມ່ນເປັນທັງນັກແຕ້ມຮູບ, ນັກສິລະປິນ, ວິສະວະກອນ, ນັກວິທະຍາສາດ, ນັກທິດສະດີ, ຊ່າງແກະສະຫຼັກ ແລະສະຖາປະນິກ[3] ໃນຂະນະທີ່ຊື່ສຽງຂອງເຂົາໂດຍທົ່ວໄປຢູ່ໃນຄວາມສໍາເລັດໃນຖານະນັກແຕ້ມ ດາ ວິນຊີເປັນທີ່ຮູ້ຈັກຈາກປື້ມບັນທຶກຂອງເຂົາ ເຊິ່ງເຂົາໄດ້​ແຕ້ມ​ຮູບ​ແລະ​ບັນ​ທຶກ​ກ່ຽວ​ກັບ​ຫົວ​ຂໍ້​ທີ່​ແຕກ​ຕ່າງ​ກັນ​ຫຼາຍ​ຢ່າງທັງກາຍວິພາກ, ດາລາສາດ, ພືດສາດ, ການເຮັດແຜນທີ່, ການແຕ້ມຮູບ ແລະຊາກບູຮານ ຄາມອັດສະລິຍະຂອງດາ ວິນຊີຊີ້ໃຫ້ເຫັນອຸດົມການຂອງມະນຸດນິຍົມໃນຍຸກຟື້ນຟູສິນລະປະວິດທະຍາ[4]

ອ້າງອິງ

[ດັດແກ້]
  1. "A portrait of Leonardo c.1515–18". Royal Collection Trust. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 23 November 2020. ຄົ້ນຫາເມື່ອ 26 September 2020.
  2. Zöllner 2019, p. 20.
  3. Kemp 2003.
  4. Heydenreich 2020.

ເອກະສານ

[ດັດແກ້]

ແຫຼ່ງຂໍ້ມູນອື່ນ

[ດັດແກ້]