ຍິ່ງລັກ ຊິນນະວັດ
Jump to navigation
Jump to search
ທ່ານຍິ່ງລັກ ຊິນນະວັດ (21 ມິຖຸນາ 1967 -) ເປັນນາຍົກລັດຖະມົນຕີແຫ່ງປະເທດໄທ
ປະຫວັດຄວາມເປັນມາ[ແກ້ໄຂ]
ວັນເດືອນປີເກີດ: 21 ມິຖຸນາ 1967 ສະຖານທີ່ເກີດ: ທີ່ ຈັງຫວັດຊຽງໃໝ່ ສະຖານະພາບຄອບຄົວ: ແຕ່ງງານ
ການສຶກສາ[ແກ້ໄຂ]
- 1988 ປະລິນຍາຕີ ສາຂາລັດຖະສາດ ທີ່ມະຫາວິທະຍາໄລ ຊຽງໃຫມ່
- 1990 ປະລິນຍາໂທ ສາຂາບໍລິຫານ ທີ່ມະຫາວິທະຍາໄລ ເຄັນຕັກກີ ອາເມລິກາ
ການເຮັດວຽກ[ແກ້ໄຂ]
- 1993 ຜູ້ອຳນວຍການຝ່າຍຜະລິດ ບໍລິສັດ ຊິນນະວັດ ໄດເຣກຕໍຣີ ຈຳກັດ
- 1994 ຜູ້ຈັດການທົ່ວໄປ ບໍລິສັດ ເຣນໂບ ມີເດຍ ຈຳກັດ
- 1995 ຜູ້ຈັດການທົ່ວໄປ ບໍລິສັດ ຊິນນະວັດ ໄດເຣກຕໍຣີ ຈຳກັດ
- 1997 ຮອງປະທານ ບໍລິສັດ ຊິນນະວັດ ໄດເຣກຕໍຣີ ຈຳກັດ
- 1999 ກຳມະການ ຜູ້ອຳນວຍການ- ສາຍງານປະຕິບັດການສິນຄ້າ ແລະ ບໍລິການ ບໍລິສັດ ແອດວັນ ອິນໂຟ ເຊີວິດ ຈຳກັດ (ມະຫາຊົນ).
- 2001 ກຳມະການຜູ້ອຳນວຍການ ອາວຸໂສ- ສາຍງານການວາງແຜນທຸລະກິດ ໂທລະຄົມມະນາຄົມ ອິນໂຟ ເຊີວິດ ຈຳກັດ (ມະຫາຊົນ)
- 2002 ປະທານ ບໍລິສັດ ແອດວັນ ອິນໂຟ ເຊີວິດ ຈຳກັດ ( ມະຫາຊົນ).
- 2006 - 2011 ປະທານກຳມະການບໍລິຫານ ບໍລິສັດ ເອສຊີ ແອສເສດ ກໍໂປເຣຊັນ ຈຳກັດ (ມະຫາຊົນ).
ການເຮັດວຽກທາງການເມືອງ[ແກ້ໄຂ]
- 8 ສິງຫາ 2011 : ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ (ຄົນທີ 28).