ຈັງຫວັດນະຄອນຈຳປາສັກ

ຈາກ ວິກິພີເດຍ
ຈັງຫວັດນະຄອນຈຳປາສັກ

จังหวัดนครจัมปาศักดิ์
ຈັງຫວັດນະຄອນຈຳປາສັກ (ສະແດງດ້ວຍສີຂຽວ)
ຈັງຫວັດນະຄອນຈຳປາສັກ (ສະແດງດ້ວຍສີຂຽວ)
ປະເທດໄທ
ສ້າງຕັ້ງ9 ພຶດສະພາ ຄ.ສ. 1941
ຄືນດິນແດນ17 ພະຈິກ ຄ.ສ. 1946
ການປົກຄອງ
 • ປະເພດລາຊະການສ່ວນພູມິພາກ
 • ເຈົ້າຜູ້ຄອງເຈົ້າຍຸຕິທຳມະທອນ (ຫຍຸ່ຍ)
ເຂດເວລາUTC+07:00 (ICT)
ປັດຈຸບັນເປັນສ່ວນໜຶ່ງຂອງ :
ທຸງຊາດຂອງປະເທດລາວ ລາວ
ທຸງຊາດຂອງປະເທດກຳປູເຈຍ ກຳປູເຈຍ

ຈັງຫວັດນະຄອນຈຳປາສັກ (ໄທ: จังหวัดนครจัมปาศักดิ์; ຂະແມ ខេត្តនគរចម្បាស័ក្ដិ) ແມ່ນ 1 ໃນ 4 ຈັງຫວັດທີ່ປະເທດໄທໄດ້ດິນແດນຄືນຈາກວີຊີຝຣັ່ງໃນຊ່ວງ ຄ.ສ. 1941 ໂດຍຍົກທ້ອງທີ່ການປົກຄອງເມືອງຈຳປາສັກ ຊຶ່ງເດີມຂຶ້ນຢູ່ກັບມົນທົນອຸບົນໃນສະໄໝລາຊະການທີ 5 ແລະຕົກຢູ່ພາຍໃຕ້ການປົກຄອງຂອງຝຣັ່ງເມື່ອ ຄ.ສ. 1901 ຂຶ້ນເປັນຈັງຫວັດ ພາຍຫຼັງສົງຄາມໂລກຄັ້ງທີສອງໄທຕ້ອງສົ່ງດິນແດນດັງກ່າວໃຫ້ຝຣັ່ງ ຊຶ່ງປົກຄອງປະເທດລາວໃນຕອນນັ້ນ ພາຍຫຼັງເມື່ອປະເທດລາວໄດ້ຮັບເອກະລາດຈາກຝຣັ່ງແລ້ວ ພື້ນທີ່ນີ້ຈືງໄດ້ຍົກຂື້ນເປັນ ແຂວງຈຳປາສັກ ໃນປັດຈຸບັນ

ອະໜຶ່ງ ພື້ນທີ່ຂອງຈັງຫວັດນີ້ຍັງກີນອານາບໍລິເວນພື້ນທີ່ສ່ວນໜຶ່ງຂອງແຂວງສະຕຶງແຕຣງ ແລະພື້ນທີ່ສ່ວນໃຫຍ່ຂອງແຂວງເປຣັຍວິເຮຍ ໃນປະເທດກຳປູເຈຍປັດຈຸບັນດ້ວຍ

ກົມສິນລະປາກອນຂອງປະເທດໄທໄດ້ກຳໜົດໃຫ້ຈັງຫວັດນະຄອນຈຳປາສັກໃຊ້ກາປະຈຳຈັງຫວັດເປັນຮູບຜາສາດຫີນວັດພູ ອັນເປັນບູຮານສະຖານສຳຄັນຂອງເມືອງຈຳປາສັກ ຢ່າງໄຮກົຕາມ ໃນໜັງສືກາປດຈຳຈັງຫວັດທີ່ພິມເມື່ອ ຄ.ສ. 1999 ບໍ່ໄດ້ພິມຮູບກາປະຈຳຈັງຫວັດນີ້ລົງໄປດ້ວຍ

ການແບ່ງເຂດການປົກຄອງ[ດັດແກ້]

ເມື່ອແຮກຕັ້ງຈັງຫວັດນັ້ນ ໄດ້ແບ່ງການປົກຄອງອອກເປັນ 6 ອຳເພີ ຕາມປະກາດເຮື່ອງຕັ້ງອຳເພີ ລົງວັນທີ 23 ກໍລະກົດ ພ.ສ. 2484 ດັງນີ້

  1. ອຳເພີເມືອງນະຄອນຈຳປາສັກ ຕາມເຂດອຳເພີນະຄອນຈຳປາສັກເດີມ
  2. ອຳເພີວັນໄວທະຍາກອນ ຕາມເຂດອຳເພີມູນປາກໂມກເດີມ (ຕັ້ງຕາມພະນາມຂອງ ພະເຈົ້າວໍລະວົງເທີ ພະອົງເຈົ້າວັນໄວທະຍາກອນ ທີ່ປືກສາສຳນັກນາຍົກລັດຖະມົນຕີແລະກະຊວງການຕ່າງປະເທດ ແລະຫົວໜ້າຄະນະຜູ້ແທນເຈລະຈາສັນຕິພາບຝ່າຍໄທໃນສົງຄາມຝຣັ່ງ–ໄທ)
  3. ອຳເພີທາລາບໍລິວັດ ຕາມເຂດອຳເພີທາລາບໍລິວັດເດີມ
  4. ອຳເພີມະໂນໄພ ຕາມເຂດອຳເພີມະໂນໄພເດີມ
  5. ກິ່ງອຳເພີໂພນທອງ ຕາມເຂດກິ່ງອຳເພີໂພນທອງເດີມ

ຫຼັງຈາກນັ້ນວັນທີ 8 ສິງຫາ ຄ.ສ. 1941 ສະພາຜູ້ແທນລາຊະດອນໄດ້ພິຈາລະນາຕັ້ງສານຈັງຫວັດ ໂດຍຄະນະຜູ້ສຳເຫຼັດລາຊະການແທນພະອົງ ປະກາດໃນລາຊະກິດຈານຸເບກສາ ເມື່ອວັນທີ 12 ສິງຫາ ຄ.ສ. 1941 ຕໍ່ມາທາງການປັບປຸງເຂດການປົກຄອງຈັງຫວັດນະຄອນຈຳປາສັກໃໝ່ ໂດຍໂອນທ້ອງທີ່ອຳເພີຈອມກະສານ ຈັງຫວັດພິບູນສົງຄາມ ມາຂຶ້ນກັບຈັງຫວັດນະຄອນຈຳປາສັກ ທຳໃຫ້ຈົງຫວັດນີ້ມີເຂດກາປົກຄອງເຖີງ ຄ.ສ. 1946 ທັ້ງສິ້ນ 6 ອຳເພີ

ອະໜຶ່ງ ທາງລາຊະການໄດ້ຄືນຖານະຖະຫວາຍເຈົ້າຍຸຕິທຳມະທອນ (ຫຍຸ່ຍ) ອະດີດເຈົ້າຜູ້ຄອງນະຄອນຈຳປາສັກກ່ອນທີ່ຈະຕົກເປັນເມືອງຂຶ້ນຂອງຝຣັ່ງ ໃຫ້ມີຖານະເປັນເຈົ້າຜູ້ຄອງອີກຄັ້ງໜຶ່ງ (ແທນການແຕ່ງຕັ້ງຜູ້ວ່າລາຊະການຈັງຫວັດ) ພະອົງຢູ່ໃນພະຍົດນີ້ຈົນພິລາໄລເມື່ອວັນທີ 2 ມີນາ ຄ.ສ. 1946