Jump to content

ລັດຖະສະພາໄທ

ຈາກ ວິກິພີເດຍ
ລັດຖະສະພາແຫ່ງລາຊະອານາຈັກໄທ

รัฐสภาแห่งราชอาณาจักรไทย
ປະເພດ
ປະເພດ
ອົງປະກອບວຸທິສະພາ
ສະພາຜູ້ແທນລາຊະດອນ
ປະຫວັດ
ກໍ່ຕັ້ງ28 ມິຖຸນາ ຄ.ສ. 1932
ຜູ້ບໍລິຫານ
ວັນມູຫະມັດນອ ມະທາ, ປະຊາຊາດ
ຕັ້ງແຕ່ 5 ກໍລະກົດ ຄ.ສ. 2023
ມົງຄົນ ສຸຣະສັດຈະ, ອິດສະຫຼະ
ຕັ້ງແຕ່ 26 ກໍລະກົດ ຄ.ສ. 2024
ວ່າງ
ຕັ້ງແຕ່ 14 ສິງຫາ ຄ.ສ. 2024
ວ່າງ
ຕັ້ງແຕ່ 7 ສິງຫາ ຄ.ສ. 2024
ໂຄງສ້າງ
ສະມາຊິກ
ກຸ່ມການເມືອງໃນ
ວຸທິສະພາ
     ອິດສະຫຼະ (200)
ກຸ່ມການເມືອງໃນ
ສະພາຜູ້ແທນລາຊະດອນ
ຝ່າຍລັດຖະບານ (315)
ຝ່າຍຄ້ານ (178)
ຝ່າຍອິດສະຫຼະ (1)
ອື່ນໆ (6)
  •      ວ່າງ (6)
ການເລືອກຕັ້ງ
ເລືອກຕັ້ງກັນເອງ
ແບບຄູ່ຂະໜານ
ແບ່ງເຂດເລືອກຕັ້ງ (400)
ບັນຊີລາຍຊື່ (100)
ການເລືອກຕັ້ງສະມາຊິກວຸທິສະພາຄັ້ງລ່າສຸດ
26 ມິຖຸນາ ຄ.ສ. 2024
ການເລືອກຕັ້ງສະມາຊິກສະພາຜູ້ແທນລາຊະດອນຄັ້ງລ່າສຸດ
14 ພຶດສະພາ ຄ.ສ 2023
ການເລືອກຕັ້ງສະມາຊິກວຸທິສະພາຄັ້ງໜ້າ
ຄ.ສ. 2029
ການເລືອກຕັ້ງສະມາຊິກສະພາຜູ້ແທນລາຊະດອນຄັ້ງໜ້າ
ຄ.ສ. 2027
ທີ່ປະຊຸມ
ສັບປາຍະສະພາສະຖານ
ເວັບໄຊ
parliament.go.th

ລັດຖະສະພາແຫ່ງລາຊະອານາຈັກໄທ (ໄທ: รัฐสภาแห่งราชอาณาจักรไทย) ແມ່ນສະພານິຕິບັນຍັດລະດັບຊາດຂອງປະເທດໄທ ເປັນຜູ້ໃຊ້ອຳນາດນິຕິບັນຍັດອັນເປັນສ່ວນໜຶ່ງຂອງອຳນາດອະທິປະໄຕຂອງປວງຊົນຊາວໄທຕາມບົດບັນຍັດແຫ່ງລັດຖະທຳມະນູນ ເຊິ່ງລັດຖະທຳມະນູນແຫ່ງລາຊະອານາຈັກໄທ ພຸດທະສັກກະລາດ 2560 (ຄ.ສ. 2017) ທີ່ແກ້ໄຂເພີ່ມເຕີມເມື່ອ ຄ.ສ. 2021 ກຳໜົດໃຫ້ລັດຖະສະພາປະກອບດ້ວຍວຸທິສະພາແລະສະພາຜູ້ແທນລາຊະດອນ ເຊິ່ງເປັນການປົກຄອງລະບົບສະພາສອງ ໂດຍຈະປະຊຸມຮ່ວມກັນຫຼືແຍກກັນຕາມທີ່ລັດຖະທຳມະນູນກຳໜົດ ໂດຍປະທານສະພາຜູ້ແທນລາຊະດອນເຮັດໜ້າທີ່ປະທານລັດຖະສະພາ ແລະປະທານວຸທິສະພາເຮັດໜ້າທີ່ຮອງປະທານລັດຖະສະພາ

ສຳຫຼັບບ່ອນທີ່ປະຊຸມນັ້ນ ທີ່ທຳອິດຢູ່ທີ່ພະທີ່ນັ່ງອະນັນຕະສະມາຄົມກ່ອນຍ້າຍມາຍັງອາຄານລັດຖະສະພາໄທ ແລະປັດຈຸບັນຢູ່ທີ່ສັບປາຍະສະພາສະຖານ

ໃນບາງຊ່ວງເວລາ (ໂດຍສະເພາະຫຼັງການລັດຖະປະຫານ) ອາດມີການຍົກເລີກລັດຖະສະພາ ແລ້ວໃຫ້ສະພານິຕິບັນຍັດແຫ່ງຊາດເປັນຜູ້ໃຊ້ອຳນາດນິຕິບັນຍັດແທນ