Jump to content

ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ

ຈາກ ວິກິພີເດຍ
ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ

ພະບໍລົມນາມາພິໄທ ທອງດ້ວງ
ພະປໍລະມາພິໄທ ພະບາດສົມເດົດບໍຣົມຣາຊາທິຣາດຣາມາທິບໍດີ ສີສິນທະຣະບໍໜົມມະຫາຈັກກະພັດດິຣາຊາທິຣາດທິບໍດິນ ຣັດຕະນະມະກຸດປະເທດຄະຕາມະຫາພຸດທາງກູນ ບໍຣົມບໍພິດພະພຸດທະເຈົ້າຢູ່ຫົວ
ພະລາຊະອິສະລິຍະຍົດ ພະເຈົ້າກຸງສີອະຍຸດທະຍາ
ລາຊະວົງ ຈັກກີ
ຄອງລາດ 6 ເມສາ ຄ.ສ. 1782 - 7 ກັນຍາ ຄ.ສ. 1809
ບໍລົມລາຊາພິເສກ 21 ມິຖຸນາ ຄ.ສ. 1782
ໄລຍະຄອງລາດ 27 ປີ
ລາຊະການກ່ອນໜ້າ ສົມເດັດພະເຈົ້າກຸງທົນບຸຣີ
ລາຊະການຕໍ່ໄປ ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ
ພະບໍລົມມະອັດຖິ ຫໍພະທາດມົນທຽນ ໃນພະບໍລົມມະຫາລາຊະວັງ
ຂໍ້ມູນສ່ວນພະອົງ
ພະລາຊະສົມພົບ 21 ມີນາ ຄ.ສ. 1737
ບ່ອນທີ່ພະລາຊະສົມພົບ ນະ ກຸງສີອະຍຸດທະຍາ ອານາຈັກອະຍຸດທະຍາ
ສະຫວັນຄົດ 7 ກັນຍາ ຄ.ສ. 1809 (72 ພັນສາ)
ບ່ອນທີ່ສິ້ນພະຊົນ ນະ ພະລາຊະວັງຫຼວງ ກຸງເທບພະມະຫານະຄອນ ອານາຈັກຣັດຕະນະໂກສິນ
ພະລາດຊະບິດາ ສົມເດັດພະປະຖົມບໍລົມມະຫາຊະນົກ
ພະລາດຊະມານດາ ພະອັກຄະຊາຍາ
ພະອັກຄະລະມະເຫສີ ນາກ ນະ ບາງຊ້າງ
ພະສະໜົມ 43 ທ່ານ
ພະລາດຊະບຸດ 42 ພະອົງ

ພະບາດສົມເດັດພະປໍລະໂມລຸລາຊາມະຫາຈັກກີບໍຣົມນາດ ພະພຸດທະຍອດຟ້າຈຸລາໂລກ (ໄທ: พระบาทสมเด็จพระปรโมรุราชามหาจักรีบรมนาถ พระพุทธยอดฟ้าจุฬาโลก, ພຣະບາທສມເດັຈພຣະປຣໂມຣຸຣາຊາມຫາຈັກຣີບຣມນາດ ພຣະພຸທທຍອດຟ້າຈຸລາໂລກ; 20 ມີນາ ຄ.ສ. 1737 — 7 ກັນຍາ ຄ.ສ. 1809) ແມ່ນພະມະຫາກະສັດໄທລາຊະການທີ 1 ໃນລາຊະວົງຈັກກີ ແລະແມ່ນລາຊະການທີ 45 ຕາມປະຫວັດສາດໄທ ສະເດັດພະລາຊະສົມພົບໃນສະໄໝອານາຈັກອະຍຸດທະຍາ ໄດ້ປາບດາພິເສກເປັນປະຖົມກະສັດແຫ່ງອານາຈັກຣັດຕະນະໂກສິນ ເມື່ອວັນທີ 6 ເມສາ ຄ.ສ. 1782 ຂະໜະມີພະຊົນພັນສາໄດ້ 45 ພັນສາ ແລະຊົງຍ້າຍລາຊະທານີຈາກກຸງທົນບຸລີມາຢູ່ກຸງເທບມະຫານະຄອນ ແລະໂປດເກົ້າຯ ໃຫ້ສ້າງພະບໍລົມມະຫາລາຊະວັງເປັນບ່ອນທີ່ປະທັບ ນອກຈາກນີ້ ຊົງໄດ້ຮັບຍົກຍ່ອງເປັນ 1 ໃນ 8 ມະຫາລາດຜູ້ຍີ່ງໃຫຍ່ໃນປະເທດໄທ.

ພະລາຊະປະຫວັດ

[ດັດແກ້]

ພະລາຊະສົມພົບ

[ດັດແກ້]

ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກ ມີພະບໍລົມນາມາພິໄທວ່າ ທອງດ້ວງ ສະເດັດພະລາຊະສົມພົບເມື່ອວັນທີ 20 ມີນາ ຄ.ສ. 1737 ໃນລາຊະສະໄໝສົມເດັດພະເຈົ້າຢູ່ຫົວບໍຣົມໂກດແຫ່ງອານາຈັກອະຍຸດທະຍາ ພະອົງແມ່ນບຸດຄົນທີ 4 ຂອງພະອັກສອນສຸນທອນສາດ (ທອງດີ) ກັບນາງອັກສອນສຸນທອນສາດ (ຫຍົກ) (ເຊີ່ງຕໍ່ມາພະລາຊະບິດາແລະພະລາຊະມານດາໄດ້ຮັບສະຖາປະນາເປັນ ສົມເດັດພະປະຖົມບໍລົມມະຫາຊະນົກແລະພະອັກຄະລະຊາຍາ) ມີອ້າຍນ້ອງຮ່ວມມານດາ ຄື

  1. ສາ (ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກົມພະເທບສຸດາວະດີ)
  2. ຊາຍ ບໍ່ຮູ້ນາມເດີມ (ສົມເດັດພະເຈົ້າຂຸນຣາມນະຣົງ)
  3. ແກ້ວ (ສົມເດັດພະເຈ້າພີ່ນາງເທີ ເຈົ້າຟ້າກົມພະສີສຸດາຣັກ)
  4. ທອງດ້ວງ
  5. ບຸນມາ (ສົມເດັດພະບໍວອນລາດເຈົ້າມະຫາສຸຣະສິງຫະນາດ)

ເມື່ອຊົງຈະເລີນໄວຂຶ້ນໄດ້ຖະຫວາຍຕົວເປັນມະຫາດເລັກໃນສົມເດັດເຈົ້າຟ້າກົມຂຸນພອນພິນິດ (ຕໍ່ມາ ຄື ສົມເດັດພະເຈົ້າອຸທຸມພອນ) ເມື່ອພະຊົນພັນສາຄົບ 21 ພັນສາ ໄດ້ສະເດັດອອກຜະໜວດເປັນພິກສຸຢູ່ວັດມະຫາທະລາຍ 1 ພັນສາ ແລ້ວລາຜະໜວດເຂົ້າຮັບລາຊະການເປັນມະຫາດເລັກຫຼວງໃນສົມເດັດພະເຈົ້າອຸທຸມພອນຕາມເດີມ ເມື່ອພະຊົນພັນສາໄດ້ 25 ພັນສາ ພະອົງສະເດັດອອກໄປຮັບລາຊະການຢູ່ເມືອງລາຊະບຸລີໃນຕຳແໜ່ງ ຫຼວງຍົກກະບັດ ໃນລາຊະການສົມເດັດພະທີ່ນັ່ງສຸຣິຍາດອະມະຣິນ[1] ແລະໄດ້ສົມລົດກັບຄຸນນາກ (ຕໍ່ມາ ຄື ສົມເດັດພະອະມະຣິນທາບໍລົມລາຊິນີ) ທິກາໃນຕະກູນເສດຖີມອນຢູ່ບ້ານອຳພະວາ ເມືອງສະໝຸດສົງຄາມ

ລາຊະການໃນສະໄໝທົນບຸລີ

[ດັດແກ້]

ພາຍຫຼັງການເສຍກຸງສີອະຍຸດທະຍາຄັ້ງທີສອງແກ່ລາຊະວົງຄອງບອງແລ້ວ ພະຍາວະຊິຣະປາການ (ສິນ) ໄດ້ປາບດາພິເສກຂຶ້ນເປັນເຈົ້າມະຫາຊີວິດແລະຍ້າຍລາຊະທານີມາຫາກຸງທົນບຸລີ ໃນຂະໜະນັ້ນຄຸນທອງດ້ວງມີອາຍຸ 32 ປີ ໄດ້ເຂົ້າຖະຫວາຍຕົວຮັບລາຊະການຕາມຄຳຊັກຊວນຂອງພະມະຫາມົນຕີ (ບຸນມາ) ຜູ້ເປັນນ້ອງຊາຍ ໂດຍໄດ້ຮັບພະກະລຸນາໂປດເກົ້າຯ ແຕ່ງຕັ້ງເປັນ ພະຣາຊະຣິນ ເຈົ້າກົມພະຕຳຫຼວດນອກຂວາ ແລະຍ້າຍມາອາໄສຢູ່ທີ່ບໍລິເວນວັດບາງຫວ້າໃຫຍ່ໃນປີ ຄ.ສ. 1768 ສົມເດັດພະເຈົ້າກຸງທົນບຸລີສະເດັດຂຶ້ນໄປຕີເມືອງພິມາຍເຊີ່ງມີກົມໝື່ນເທບພິພິດເປັນເຈົ້າຊຸມນຸມພິມານຢູ່ ພະຣາຊະຣິນແລະພະມະຫາມົນຕີໄດ້ຮັບພະບໍລົມລາຊະໂອງການໃຫ້ຍົກທັບຮ່ວມສຶກຄັ້ງນີ້ດ້ວຍ ຫຼັງຈາກການສຶກໃນຄັ້ງນີ້ ພະຣາຊະຣິນໄດ້ຮັບເລື່ອນບັນດາສັກເປັນ ພະຍາອະໄພຣົນນະຣິດ ຈາງວາງພະຕຳຫຼວດຝ່າຍຂວາເພື່ອເປັນການປູນບຳເໜັດທີ່ມີຄວາມຊອບໃນການສົງຄາມຄັ້ງນີ້

ຫຼັງຈາກສົມເດັດພະເຈົ້າກຸງທົນບຸລີຍົກທັບຂຶ້ນໄປປາບເຈົ້າພະຝາງສຳເຫຼັດແລ້ວ ມີພະລາຊະດຳຫຼິວ່າເຈົ້າພະຍາຈັກກີ (ໝຸດ) ນັ້ນບໍ່ໄດ້ຊຳນານໃນສົງຄາມ ດັງນັ້ນ ຈຶງໂປດຯ ຕັ້ງພະຍາອະໄພຣົນນະຣິດຂຶ້ນເປັນ ພະຍາຍົມມະຣາດ ເສນາບໍດີກົມພະນະຄອນບານ ໂດຍໃຫ້ວ່າລາຊະການທີ່ສະໝຸຫະນາຍົກດ້ວຍ ເມື່ອເຈົ້າພະຍາຈັກກີເຖີງແກ່ອະສັນຍະກຳແລ້ວ ພະຍາຍົມມະຣາດຈຶງໄດ້ຮັບການໂປດເກົ້າຯ ໃຫ້ເລື່ອນບັນດາສັກເປັນ ເຈົ້າພະຍາຈັກກີ ທີ່ສະໝຸຫະນາຍົກ ພ້ອມທັ້ງໂປດຯ ໃຫ້ເປັນແມ່ທັບເພື່ອໄປຕີກຸງກຳປູເຈຍ ໂດຍສາມາດຕີເມືອງບັດຕຳບອງ ເມືອງໂພທິສັດ ເມືອງບໍລິບູນ ແລະເມືອງບັນທາຍມາດໄດ້ ເມື່ອສິ້ນສົງຄາມສົມເດັດພະເຈົ້າກຸງທົນບຸລີໂປດຯ ໃຫ້ນັກອົງໂນນໄປຄອງເມືອງບັນທາຍມາດໃຫ້ເປັນໃຫຍ່ໃນກຸງກຳປູເຈຍ ແລະມີພະລາຊະດຳຫຼັດໃຫ້ເຈົ້າພະຍາຈັກກີແລະພະຍາໂກສາທິບໍດີຢູ່ຊ່ວຍລາຊະການຢູ່ເມືອງບັນທາຍມາດຈົນກວ່າເຫດການຈະສະຫງົບລາບຄາບກ່ອນ

ເຈົ້າພະຍາຈັກກີເປັນແມ່ທັບທຳລາຊະການກັບພະມ້າ ຂະເໝນ ແລະລາວ ຈົນມີຄວາມຊອບໃນລາຊະການມາກຫຼາຍ ດັງນັ້ນ ຈຶງໄດ້ຮັບການເລື່ອນບັນດາສັກເປັນ ສົມເດັດເຈົ້າພະຍາມະຫາກະສັດສຶກ ແລະໄດ້ຮັບພະລາຊະທານສະຫຼ່ຽງງາກັ້ນກົດແລະມີເຄື່ອງທອງຕ່າງໆ ເປັນເຄື່ອງຍົດສະເໝອເຈົ້າຕ່າງກົມ[2][3]

ເດືອນມີນາ ຄ.ສ. 1782 ສົມເດັດພະເຈົ້າກຸງທົນບຸລີໄດ້ໂປດເກົ້າຯ ໃຫ້ພະຍາສັນແຕ່ງທັບໄປປາບກະບົດ ແຕ່ພະຍາສັນກັບໄປເຂົ້າກັບກະບົດແລະນຳທັບເຂົ້າຍຶດກຸງໃນວັນທີ 4 ມີນາ ຄ.ສ. 1782 ພະຍາສັນໄດ້ກາບບັງຄົມທູນໃຫ້ສົມເດັດພະເຈົ້າກຸງທົນບຸລີສະຫຼະລາຊະສົມບັດແລະອອກຜະໜວດ ເຊີ່ງພະອົງຍອມທຳຕາມໃນວັນທີ 10 ມີນາ ພະຍາສັນຄອງເມືອງໄດ້ຮາວສອງສັບດາກົເຖີກປາບໂດຍທັບຂອງພະຍາສຸຣິຍະອະໄພ (ທອງອິນ) ພະຍາສຸຣິຍະອະໄພຈັບພິກສຸຕາກສຶກແລະຂັງໄວ້ ຫຼັງສົມເດັດເຈົ້າພະຍາມະຫາກະສັດສຶກໄດ້ຍົກທັບກັບຈາກກຳປູເຈຍມາເຖີງກຸງທົນບຸລີແລະໄດ້ສຳເຫຼັດໂທດກະບົດແລ້ວ ກົດຳຫຼິວ່າ ເຫດແຫ່ງກະບົດ ຄື ເຈົ້າຊີວິດອົງກ່ອນ ສົມເດັດເຈົ້າພະຍາຯ ໄດ້ພິພາກສາໂທດອະດີດພະເຈົ້າຕາກ ດັງຄວາມ :

ໂຕເປັນເຈົ້າຊີວິດໃຊ້ຂ່ອຍໄປກະທຳການສົງຄາມໄດ້ຄວາມລຳບາກກິນເຫື່ອຕ່າງນ້ຳ ຂ່ອຍກົອຸດສາຫະເຮົດສຶກບໍ່ໄດ້ອາໄລແກ່ຊີວິດ ຄິດແຕ່ຈະທຳນຸບຳລຸງແຜ່ນດິນໃຫ້ສິ້ນສ້ຽນໜາມ ຈະໃຫ້ສະມະນະພາມຈານແລະໄພ່ຟ້າປະຊາກອນຢູ່ເຍັນເປັນສຸກສິ້ນດ້ວຍກັນ ກົເຫດສະໄໜຢູ່ພາຍຫຼັງໂຕຈຶງເອົາບຸດພັນລະຍາຂ່ອຍມາຈອງຈຳໂທດ ແລ້ວໂບຍຕີພຣະພິກສຸສົງ ແລະລົງໂທດແກ່ຂ້າລາຊະການແລະອານາປະຊາລາຊະດອນ ເລົ່ງເອົາຊັບສິນໂດຍພະລະການດ້ວຍຫາຄວາມຜິດບໍ່ ເຮັດໃຫ້ແຜ່ນດິນເດືອດຮ້ອນທຸກເສົ້ນຢ້າ ທັ້ງພຣະພຸດທະສາດສະໜາກົຈະເສື່ອມຊຸດເສົ້າໝອງດຸດເມືອງມິດສາທິຖິສະນີ້[4]

— ສົມເດັດເຈົ້າພະຍາມະຫາກະສັດສຶກ ຕໍ່ວ່າທ້າວສິນ

ຕໍ່ມາທ້າວສິນເຖີກນຳຕົວໄປປະຫານຊີວິດດ້ວຍການຕັດສີສະ[5]

ປາບດາພິເສກ

[ດັດແກ້]
ປະຖົມບໍລົມລາຊານຸສອນ

ໃນວັນທີ 6 ເມສາ ຄ.ສ. 1782 ຫຼັງສຳເຫຼັດໂທດພະເຈົ້າກຸງທົນບຸລີແລ້ວ ສົມເດັດເຈົ້າພະຍາມະຫາກະສັດສຶກໄດ້ປາບດາພິເສກເປັນປະຖົມກະສັດແຫ່ງລາຊະວົງຈັກກີ ຂະໜະມີພະຊົນພັນສາ 46 ພັນສາ ພະອົງໂປດເກົ້າຯ ໃຫ້ຍ້າຍລາຊະທານີຈາກກຸງທົນບຸລີເດີມທີ່ຢູ່ຝັ່ງຕະເວັນຕົກຂອງແມ່ນ້ຳເຈົ້າພະຍາມາຍັງຝັ່ງຕະເວັນອອກຂອງແມ່ນ້ຳ ພະອົງຍັງໂປດເກົ້າຯ ໃຫ້ສ້າງພະລາຊະວັງຫຼວງແລະໂປດເກົ້າຯ ໃຫ້ອັນເຊີນພະແກ້ວມໍລະກົດມະປະດິດສະຖານຍັງວັດພຣະສີຣັດຕະນະສາດສະດາຣາມ ຫຼັງຈາກນັ້ນ ຊົງພະກະລຸນາໂປດເກົ້າຯ ໃຫ້ຈັດງານສະຫຼອງສົມໂພດພະນະຄອນເປັນເວລາ 3 ວັນ ເມື່ອເສັດການສະຫຼອງພະນະຄອນແລ້ວ ພະອົງພະລາຊະທານນາມພະນະຄອນແຫ່ງໃໝ່ໃຫ້ຕ້ອງກັບນາມຂອງພຣະພຸດທະມະຫາມະນີຣັດຕະນະປະຕິມາກອນວ່າ "ກຸງເທບມະຫານະຄອນ ບໍວອນຣັດຕະນະໂກສິນ ມະຫິນທາຍຸດທະຍາ ມະຫາດິຫຼົກພົບ ນົບພະຣັດຕະນະຣາຊະທານີບຸຣີຣົມ ອຸດົມຣາຊະນິເວດມະຫາສະຖານ ອະມອນພິມານອະວະຕານສະຖິດ ສັກກະທັດຕິຍະວິສະນຸກຳປະສິດ" ຫຼືເວົ້າຢ່າງຍໍ້ວ່າ "ກຸງເທບມະຫານະຄອນ"

ສະຫວັນຄົດ

[ດັດແກ້]
ຈິດຕະກຳຝາຜະໜັງໃນວັນອຳພະວັນເຈຕິຍາຣາມ ສະແດງພະລາຊະພິທີຖະຫວາຍພະເພີງພະບໍລົມສົບຂອງພະອົງ

ຫຼັງຈາກການສະຫຼອງວັດພຣະແກ້ວແລ້ວ ກົປະຊວນຊົງພະໂສພະຢູ່ 3 ປີ[6] ພະອາການຊຸດລົງໄປເລື່ອຍໆ ຈົນກະທັ່ງສະເດັດສະຫວັນຄົດເມື່ອວັນທີ 7 ກັນຍາ ຄ.ສ. 1809 ນະ ພະທີ່ນັ່ງໄພສານທັກສິນ ສິລິພະຊົນພັນສາ 73 ພັນສາ ດຳລົງສິລິລາຊະສົມບັດ 27 ປີ

ພະບໍລົມສົບຖືກອັນເຊີນລົງພະລອງເງີນປະກອບດ້ວຍພະບໍລົມໂກດທອງໃຫຍ່ແລ້ວອັນເຊີນໄປປະດິດສະຖານໄວ້ ນະ ພະທີ່ນັ່ງດຸສິດມະຫາປາສາດ ພາຍໃຕ້ພະນົບພະປະດົນມະຫາສະເຫວດຕະສັດ ຕັ້ງເຄື່ອງສູງແລະເຄື່ອງລາຊູປະໂພກສະເຫຼີມພະກຽດຕິຍົດຕາມບູຮານລາຊະປະເພນີ ພະສົງສວດພະອະພິທຳ ໂຄມກອງຊະນະຕາມເວລາ ດັງເຊົ່ນງານພະບໍລົມສົບເຈົ້າຊີວິດສະໄໝກຸງສີອະຍຸດທະຍາທຸກປະການ ຈົນກະທັ່ງ ຄ.ສ. 1811 ພະເມລຸມາດເຊີ່ງສ້າງຕາມແບບພະເມລຸມາດສຳຫຼັບເຈົ້າຊີວິດອະຍຸດທະຍາໄດ້ສ້າງແລ້ວເສັດ ຈຶງອັນເຊີນພະບໍລົມໂກດຈາກພະທີ່ນັ່ງດຸສິດມະຫາປາສາດ ຂຶ້ນປະດິດສະຖານ ນະ ພະເມລຸມາດ ແລັວຈັດໃຫ້ມີການສົມໂພດພະບໍລົມສົບເປັນເວລາ 7 ມື້ 7 ຄືນ ຈຶງຖະຫວາຍພະເພີງພະບໍລົມສົບ ຫຼັງຈາກນັ້ນມີການສົມໂພດພະບໍລົມອັດຖິແລະບຳເພັນພະລາຊະກຸສົນ ເມື່ອແລ້ວເສັດຈຶງອັນເຊີນພະບໍລົມອັດຖິປະດິດສະຖານ ນະ ຫໍພະທາດມົນທຽນ ໃນພະບໍລົມມະຫາລາຊະວັງ ສ່ວນພະບໍລົມລາຊະສະລີລາງຄານເຊີນໄປລອຍບໍລິເວນໜ້າວັດປະທຸມຄົງຄາຣາຊະວໍຣະມະຫາວິຫານ

ພະລາຊະສັນຕະຕິວົງ

[ດັດແກ້]

ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດຊົງມີພະພັນລະຍາ 44 ທ່ານ ພະລາຊະບຸດ 42 ພະອົງ ດັງນີ້

ພະບໍລົມລາຊະອິສະຣິຍົດແລະພະກຽດຕິຍົດ

[ດັດແກ້]
ພະລາຊະລັນຈະກອນ

ພະບໍລົມລາຊະອິສະຣິຍົດ

[ດັດແກ້]
  • ທອງດ້ວງ ทองด้วง (20 ມີນາ ຄ.ສ. 1736 - ຄ.ສ. 1768)
  • ພະຣາຊະຣິນ พระราชริน (ຄ.ສ. 1768)
  • ພະຍາອະໄພຣົນນະຣິດ พระยาอภัยรณฤทธิ์ (ຄ.ສ. 1768 - 1770)
  • ພະຍາຍົມມະຣາດ พระยายมราช (ຄ.ສ. 1770 - 1774)
  • ເຈົ້າພະຍາຈັກກີ เจ้าพระยาจักรี (ຄ.ສ. 1774 - ?)
  • ສົມເດັດເຈົ້າພະຍາມະຫາກະສັດສຶກ ພິຣຶກມະຫິມາ ທຸກນັກຄອນຣະອາເດດ ນະເຣດຣາຊະສຸຣິຍະວົງ ອົງອັກຄະບາດມຸລິກາກອນ ບໍວອນຣັດຕະນະບໍຣິນາຍົກ สมเด็จเจ้าพระยามหากษัตริย์ศึก พิฤกมหิมา ทุกนัครระอาเดช นเรศรราชสุริยวงษ์ องค์อรรคบาทมุลิกากร บวรรัตนบรินายก (? - 6 ເມສາ ຄ.ສ. 1782)
  • ພະບາທສົມເດັດພະບໍຣົມຣາຊາທິຣາດຣາມາທິບໍດີ ສີສິນທະຣະມະຫາຈັກກະພັດດິຣາຊາທິບໍດິນ ທໍຣະນິນທາທິຣາດ ຣັດຕະນາກາດພາສະກໍຣະວົງ ອົງປໍຣະມາທິເບດ ຕີພູວະເນດວໍຣະນາດນາຍົກ ດິຫຼົກຣັດຕະນະຊາດອາຊາວະໄສ ສະມຸໄທດະໂຣມົນ ສະກົນຈັກກະວາລາທິເບນ ສຸຣິເຍນທາທິບໍດິນ ຫະຣິຫະຣິນທະຣະທາດາທິບໍດີ ສີສຸວິບຸນລະຍະຄຸນອະຂະນິດ ຣິດທິຣາເມສວນມະຫັນ ບໍຣົມທັນມິກະຣາຊາທິຣາດເດໂຊໄຊ ພົມເທພາດິເທບນະຣຶບໍດິນ ພູມິນທະຣະປໍຣະມາທິເບນ ໂລກະເຊດຖະວິສຸດ ຣັດຕະນະມະກຸດປະເທດຄະຕາມະຫາພຸດທາງກູນ ບໍຣົມບໍພິດ ພະພຸດທະເຈົ້າຢູ່ຫົວ พระบาทสมเด็จพระบรมราชาธิราชรามาธิบดี ศรีสินทรบรมมหาจักรพรรดิราชาธิบดินทร์ ธรณินทราธิราช รัตนากาศภาสกรวงศ์ องค์ปรมาธิเบศร ตรีภูวเนตรวรนารถนายก ดิลกรัตนราชชาติอาชาวศรัย สมุทัยดโรมนต์ สกลจักรวาฬาธิเบนทร์ สุริเยนทราธิบดินทร์ หริหรินทรธาดาธิบดี ศรีสุวิบุลยคุณอขนิษฐ์ ฤทธิราเมศวรมหันต์ บรมธรรมิกราชาธิราชเดโชไชย พรหมเทพาดิเทพนฤบดินทร์ ภูมินทรปรมาธิเบศร์ โลกเชฏฐวิสุทธิ์ รัตนมกุฎประเทศคตามหาพุทธางกูร บรมบพิตร พระพุทธเจ้าอยู่หัว (6 ເມສາ ຄ.ສ. 1782 - 7 ກັນຍາ ຄ.ສ. 1809)

ພາຍຫຼັງສະຫວັນຄົດ

  • ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກ พระบาทสมเด็จพระพุทธยอดฟ้าจุฬาโลก (? - ?)
  • ພະບາດສົມເດັດພະປໍຣະໂມຣຸຣາຊາມະຫາຈັກກີບໍຣົມນາດ ນະເຣດວະຣາດວິວັດວົງ ປະຖົມພົງສາທິຣາດຣາມາທິບໍດິນ ສະຫຍາມພິຊິຕິນທະຣະວະໂຣດົມ ບໍຣົມມະນາດບໍພິດ ພະພຸດທະຍອດຟ້າຈຸລາໂລກ พระบาทสมเด็จพระปรโมรุราชามหาจักรีบรมนารถ นเรศวราชวิวัฒนวงศ์ ปฐมพงศาธิราชรามาธิบดินทร์ สยามพิชิตินทรวโรดม บรมนารถบพิตร พระพุทธยอดฟ้าจุฬาโลก (? - 11 ພະຈິກ ຄ.ສ. 1916)
  • ພະບາດສົມເດັດພະຣາມາທິບໍດິນສີສິນທະຣະມະຫາຈັກກີບໍຣົມນາດ ພະພຸດທະຍອດຟ້າຈຸລາໂລກ พระบาทสมเด็จพระรามาธิบดีศรีสินทรมหาจักรีบรมนาถ พระพุทธยอดฟ้าจุฬาโลก (11 ພະຈິກ ຄ.ສ. 1916 - ?)
  • ພະບາດສົມເດັດພະປໍຣະໂມຣຸຣາຊາມະຫາຈັກກີບໍຣົມນາດ ນະເຣດວະຣາດວິວັດວົງ ປະຖົມພົງສາທິຣາດຣາມາທິບໍດິນ ສະຫຍາມພິຊິຕິນທະຣະວະໂຣດົມ ບໍຣົມມະນາດບໍພິດ ພະພຸດທະຍອດຟ້າຈຸລາໂລກ พระบาทสมเด็จพระปรโมรุราชามหาจักรีบรมนารถ นเรศวราชวิวัฒนวงศ์ ปฐมพงศาธิราชรามาธิบดินทร์ สยามพิชิตินทรวโรดม บรมนารถบพิตร พระพุทธยอดฟ้าจุฬาโลก (? - ປັດຈຸບັນ)

ພົງສາວະລີ

[ດັດແກ້]
ພົງສາວະລີຂອງພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ
ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ
ເຈົ້າພະຍາຈັກກີ ພະຍາຣາຊະນິກູນ ເຈົ້າພະຍາວໍຣະວົງສາທິຣາດ ເຈົ້າພະຍາໂກສາທິບໍດີ
ຫຍົກ

ອ້າງອີງ

[ດັດແກ້]
  1. เทศนาพระราชประวัติและพงศาวดารกรุงเทพฯ, หน้า 5-7
  2. ปฐมวงศ์ (พระบรมราชมหาจักรีกษัตริย์สยาม), หน้า 41-42
  3. พระราชพงษาวดาร ฉบับพระราชหัตถเลขา, หน้า 131-132
  4. พระราชพงศาวดารฉบับพระราชหัตถเลขา เล่ม ๒, น. ๔๕๑.
  5. พระราชพงศาวดาร ฉบับพระราชหัตถเลขา, กรุงเทพฯ : สำนักวรรณกรรมและประวัติศาสตร์ กรมศิลปากร, 2548, หน้า 230
  6. ແມ່ແບບ:อ้างหนังสือ