ແມ່ແບບ:ບົດຄວາມດີເດັ່ນ

ຈາກ ວິກິພີເດຍ

ລາວ ຫຼື ຊື່ທາງການແມ່ນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຕົວຫຍໍ້: ສປປ ລາວ) ເປັນປະເທດໃນອາຊີຕາເວັນອອກສຽງໃຕ້ ຢູ່ ໃຈກາງຂອງແຫຼມອິນດູຈີນ ມີເນື້ອທີ່ທັງໝົດ 236,800 ຕາລາງກິໂລແມັດ ເປັນປະເທດດຽວໃນອາຊີຕາເວັນອອກສຽງໃຕ້ທີ່ບໍ່ມີຊາຍແດນອອກສູ່ທະເລ ເຊິ່ງພາກເໜືອມີຊາຍແດນຕິດກັບປະເທດຈີນ ທິດໃຕ້ຕິດກັບປະເທດກຳປູເຈຍ ທິດຕາເວັນອອກຕິດກັບປະເທດຫວຽດນາມ ທິດຕາເວັນຕົກຕິດກັບປະເທດໄທ ແລະ ທິດຕາເວັນຕົກສຽງເໜືອຕິດກັບປະເທດມຽນມາ (ອ່ານ​ຕື່ມ...)