ອຸຍແນສໂກ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ອຸຍເນສໂກ)

ອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ
ທຸງຂອງອຸຍແນສໂກ
ປະເພດໜ່ວຍງານພິເສດຂອງສະຫະປະຊາຊາດ
ຕົວຫຍໍ້ອຸຍແນສໂກ (UNESCO)
ຫົວໜ້າ Audrey Azoulay
ຜູ້ອຳນວຍການອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ
ຈັດຕັ້ງ16 ພະຈິກ 1945[1]
ສຳນັກງານປາຣີ, ປະເທດຝຣັ່ງ
ເວັບໄຊwww.unesco.org
ຕົ້ນສັງກັດຄະນະມົນຕີເສດຖະກິດ ແລະ ສັງຄົມແຫ່ງສະຫະປະຊາຊາດ

ອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (ອັງກິດ: United Nations Educational, Scientific and Cultural Organization) ຫຼື ອຸຍແນສໂກ (ອັງກິດ: UNESCO) ເປັນອົງການສະເພາະຂອງສະຫະປະຊາຊາດ ກໍ່ຕັ້ງໂດຍໄດ້ມີການລົງນາມ​ໃນ​ລັດຖະທຳ​ມະນູນຂອງອົງການ ເມື່ອວັນທີ 16 ພະຈິກ 1945 ແລະ ຕໍ່ມາເມື່ອວັນທີ 4 ພະຈິກ 1946 ຫຼັງສົງຄາມໂລກຄັ້ງທີສອງ ປະເທດສະມາຊິກກໍ່ຕັ້ງ 20 ປະເທດ ໄດ້ຮ່ວມມືກັນໃຫ້ສັດຕະຍາບັນລັດຖະທຳມະນູນອົງການ .

ນອກຈາກນີ້ ລັດຖະທຳມະນູນອຸຍແນສໂກຍັງຊີ້ໃຫ້ເຫັນໄວ້ນຳວ່າ ສັນຕິພາບທີ່ເກີດຈາກການຕົກລົງທາງດ້ານການເມືອງ ທາງດ້ານເສດຖະກິດລະຫວ່າງລັດຖະບານພຽງຢ່າງດຽວ ຈະບໍ່ໄດ້ຮັບການສະໜັບສະໜູນຢ່າງເຕັມທີ່ແທ້ຈິງ ແລະ ຍືນດົນນານ ຈາກຫຼາຍປະເທດຕ່າງໆ ໃນໂລກ ສັນຕິພາບຈະຕ້ອງວາງຮາກຖານຢູ່ໃນຄວາມຮ່ວມມືທາງສະຕິປັນຍາ ແລະ ຈິດສຳນຶກຂອງມະນຸດຊາດ ດັ່ງນັ້ນອົງການອຸຍແນສໂກຈຶ່ງສຸມໃສ່ການສົ່ງເສີມສັນຕິພາບ ດ້ວຍການສົ່ງເສີມຄວາມຮ່ວມມືຂອງນານາຊາດ ດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ເພື່ອໃຫ້ທົ່ວໂລກເຄົາລົບໃນຄວາມຍຸດຕິທຳ ກົດໝາຍ, ສິດທິ ແລະ ເສລີພາບ ທີ່​ມະນຸດ​ຄວນ​ມີ ໂດຍບໍ່ຖືເຊື້ອຊາດ, ເພດ, ພາສາ ຫຼື ສາສະໜາ ຕາມກົດບັດສະຫະປະຊາຊາດ ອຸຍແນສໂກມີສຳນັກງານໃຫຍ່ຢູ່ໃນເມືອງປາຣີ, ປະເທດຝຣັ່ງ

ປັດຈຸບັນ ອຸຍແນວໂກມີປະເທດສະມາຊິກທັງໝົດ 194 ປະເທດ ສະມາຊິກສົມທົບອີກ 12 ປະເທດ[2] ປະເທດລາວເຂົ້າເປັນລັດສະມາຊິກຂອງອົງການອຸຍແນສໂກໃນວັນທີ 9 ກໍລະກົດ 1951

ໂດຍປົກກະຕິ ອຸຍແນສໂກຈະໃຊ້ພາສາອັງກິດ ແລະ ພາສາຝຣັ່ງເປັນພາສາທາງການ ແຕ່ໃນລະຫວ່າງການປະຊຸມສະໄໝສາມັນຂອງອຸຍແນສໂກ ແລະ ການປະຊຸມຄະນະກຳມະການບໍລິຫານຂອງອຸຍແນສໂກ ຈະໃຊ້ພາສາທີ່ກ່ຽວຂ້ອງເຖິງ 6 ພາສາ ແມ່ນ: ອັງກິດ, ຝຣັ່ງ, ລັດເຊຍ, ອາຣັບ, ແອັດສະປາຍ ແລະ ຈີນ

ການດຳເນີນງານຂອງອຸຍແນສໂກນັ້ນຈະປາກົດໃນຮູບຂອງການປະຊຸມສະໄໝສາມັນ ເຊິ່ງມີທຸກໆ 2 ປີ ໂດຍຄະນະກຳມະການປະກອບດ້ວຍຜູ້ຊົງມີວຸດທິທາງດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຈຳນວນ 58 ຄົນ ທີ່ເລືອກມາຈາກຜູ້ແທນຂອງປະເທດສະມາຊິກ ກຳມະການຈະຢູ່ໃນໄລຍະ 4 ປີ ໂດຍຈັດໃຫ້ມີການເລືອກຕັ້ງກຳມະການໃໝ່ເຄິ່ງໜຶ່ງທຸກ 2 ປີ ຜູ້ອຳນວຍການໃຫຍ່ ເຊິ່ງເປັນເຈົ້າໜ້າທີ່ສູງສຸດຂອງອົງການ ຈະຢູ່ໃນໄລຍະ 6 ປີ

ອຸຍແນສໂກໄດ້ຈັດໃຫ້ມີສຳນັກງານສ່ວນພາກພື້ນ ແລະ ສຳນັກງານຍ່ອຍປະຈຳພື້ນທີ່ ເພື່ອໃຫ້ອຸຍແນສໂກປະສານກັບປະເທດຕ່າງໆ ໄດ້ຢ່າງໃກ້ຊິດ ແຕ່ລະປະເທດສະມາຊິກຈະຈັດໃຫ້ມີສຳນັກຜູ້ແທນຖາວອນປະຈຳອຸຍແນສໂກ ແລະ ສຳນັກເລຂາທິການຄະນະກຳມະການແຫ່ງຊາດວ່າດ້ວຍອຸຍແນສໂກຂອງປະເທດນັ້ນໆ ເພື່ອດຳເນີນງານໃນສ່ວນທີ່ກ່ຽວຂ້ອງກັບຂອບຄ່າຍງານຂອງອຸຍແນສໂກໂດຍສະເພາະ

ກິດຈະກຳ/ໂຄງການ[ດັດແກ້]

ອຸຍແນສໂກກຳນົດ ແລະ ດຳເນີນການກິດຈະກຳພາຍໃຕ້ 5 ຫົວຂໍ້ ຄື ການສຶກສາ ວິທະຍາສາດທຳມະຊາດ ສັງຄົມ ແລະ ມະນຸດສາດ ວັດທະນະທຳ ແລະ ການສື່ສານ ແລະ ຂໍ້ມູນ

  • ອຸຍແນສໂກສະໜັບສະໜູນການວິໄຈໃນການສຶກສາປຽບທຽບ (comparative education) ໂດຍຈັດຫາຜູ້ຊ່ຽວຊານ ແລະ ສົ່ງເສີມຄວາມຊ່ວຍເຫຼືອ ເພື່ອເສີມສ້າງຄວາມເປັນຜູ້ນຳດ້ານການສຶກສາລະດັບຊາດ ແລະ ທ່າແຮງຂອງປະເທດຕ່າງໆ ໃນການນຳສະເໜີການສຶກສາທີ່ມີຄຸນນະພາບສຳລັບທຸກຄົນ ໂດຍບໍ່ຈັດວ່າເປັນການອຸດົມສຶກສາ ເຊັ່ນ[3]
  • ສົ່ງເສີມ "ການໄຫຼຂອງຄວາມຄິດຢ່າງອິດສະຫຼະດ້ວຍພາບ ແລະ ຄຳເວົ້າ" ໂດຍວິທີ:
    • ສົ່ງເສີມເສລີພາບໃນການສະແດງອອກ ລວມທັງເສລີພາບສື່ ແລະ ກົດໝາຍເສລີດ້ານຂໍ້ມູນຂ່າວສານ ຜ່ານພະແນກເສລີພາບໃນການສະແດງອອກ ແລະ ການພັດທະນາສື່ (Division of Freedom of Expression and Media Development)[4] ລວມເຖິງໂຄງການລະຫວ່າງປະເທດເພື່ອການພັດທະນາການສື່ສານ (International Programme for the Development of Communication)[5]
    • ສົ່ງເສີມຄວາມປອດໄພຂອງສື່ ແລະ ຕໍ່ສູ້ກັບການບໍ່ຕ້ອງຮັບໂທດສຳລັບຜູ້ທີ່ໂຈມຕີພວກເຂົາ[6] ຜ່ານການປະສານງານຕາມ "ແຜນປະຕິບັດການສະຫະປະຊາຊາດວ່າດ້ວຍຄວາມປອດໄພຂອງນັກຂ່າວ ແລະ ປະເດັນການບໍ່ຕ້ອງຮັບໂທດ" (the UN Plan of Action on the Safety of Journalists and the Issue of Impunity)[7]
    • ສົ່ງເສີມການເຂົ້າເຖິງ ແລະ ການເກັບຮັກສາຂໍ້ມູນຢ່າງທົ່ວເຖິງ ແລະ ການແກ້ບັນຫາແບບເປີດເພື່ອການພັດທະນາທີ່ຢັ້ງຢືນ ຜ່ານພະແນກສະມາຄົມຄວາມຮູ້ (Knowledge Societies Division)[8] ລວມເຖິງໂຄງການຄວາມຊົງຈຳແຫ່ງໂລກ (Memory of the World Programme)[9] ແລະ ໂຄງການຂໍ້ມູນຂ່າວສານເພື່ອປວງຊົນ (Information for All Programme)[10]
    • ສົ່ງເສີມນິຍົມທາງການເມືອງ, ຄວາມເທົ່າທຽມທາງເພດ ແລະ ຄວາມຫຼາກຫຼາຍທາງວັດທະນະທຳໃນສື່
    • ສົ່ງເສີມຄວາມເປັນສາກົນຂອງອິນເຕີເນັດ ແລະ ຫຼັກການຂອງອິນເຕີເນັດ ວ່າອິນເຕີເນັດຄວນຕັ້ງຢູ່ໃນພື້ນຖານ (I) ສິດ​ທິ​ມະ​ນຸດ (ii) ເປີດກວ້າງ (iii) ເຂົ້າເຖິງໄດ້ທຸກຄົນ ແລະ (iv) ຫຼໍ່ລ້ຽງໂດຍການມີສ່ວນຮ່ວມຂອງຜູ້ມີສ່ວນໄດ້ສ່ວນເສຍຫຼາຍຝ່າຍ (ສະຫຼຸບເປັນຄຳຫຍໍ້ R.O.A.M.)[11]
    • ການສ້າງຄວາມຮູ້ຜ່ານສິ່ງພິມ ເຊັ່ນ World Trends in Freedom of Expression and Media Development,[12] the UNESCO Series on Internet Freedom,[13] and the Media Development Indicators,[14] ຕະຫຼອດຈົນການສຶກສາອີງຕາມຕົວຊີ້ວັດອື່ນໆ
  • ສະໜັບສະໜູນ ເຊັ່ນ:
    • ທົດສະວັດສາກົນເພື່ອວັດທະນະທຳສັນຕິພາບ ແລະ ຄວາມບໍ່ຮຸນແຮງເພື່ອເດັກຂອງໂລກ (International Decade for the Promotion of a Culture of Peace and Non-Violence for the Children of the World) ລະຫວ່າງປີ 2001–2010
    • ວັນເສລີພາບສື່ມວນຊົນໂລກ (World Press Freedom Day) ໃນວັນທີ 3 ພຶດສະພາ ຂອງທຸກໆປີ ເພື່ອສົ່ງເສີມເສລີພາບໃນການສະແດງອອກ ແລະ ເສລີພາບຂອງສື່ ໃນຖານະທີ່ເປັນສິດທິມະນຸດຂັ້ນພື້ນຖານ ແລະ ເປັນອົງປະກອບທີ່ສຳຄັນຂອງສັງຄົມທີ່ມີສຸຂະພາບດີ ເປັນປະຊາທິປະໄຕ ແລະ ເສລີ
    • ວັນການຮູ້ໜັງສືສາກົນ (International Literacy Day)
    • ປີສາກົນເພື່ອວັດທະນະທໍາສັນຕິພາບ (International Year for the Culture of Peace)

ນອກຈາກນີ້ ມີການສະເໜີໃຫ້ຈັດຕັ້ງໂຄງການໃໝ່ໂດຍລັດສະມາຊິກ ໄດ້ແກ່ ໂຄງການທີ່ສຸມໃສ່ມໍລະດົກທາງວັດທະນະທໍາທີ່ສາມາດເຄື່ອນຍ້າຍໄດ້ (movable cultural heritage) ເຊັ່ນ: ສິ່ງປະດິດ, ຮູບແຕ້ມ ແລະ biofact ຕົວຢ່າງວັດຖຸທາງວັດທະນະທຳ ເຊັ່ນ: ຮູບແຕ້ມໂມນາລິຊາ, ຮູບປັ້ນດາວີດ, ທອງສຳລິດເມນິນ ແລະ ມົງກຸດແຫ່ງແພັກເຈ ເປັນຕົ້ນ ແລະ ໂຄງ​ການ​ສຸມໃສ່ສິ່ງ​ຊີ​ວິດ​ ເຊັ່ນ ມັງກອນໂຄໂມໂດ, ແພນດ້າຍັກ, ນົກອິນຊີຫົວຂາວ, ອາຍ-ອາຍ ເປັນຕົ້ນ[17][18]

ຜູ້ອຳນວຍການ[ດັດແກ້]

ລາຍຊື່ຜູ້ອຳນວຍການອົງການອຸຍແນສໂກ ມີດັ່ງນີ້: [19]

ຊື່ ສັນຊາດ ດຳລົງຕຳແໜ່ງ
Julian Huxley Flag of the United Kingdom ສະຫະລາຊະອານາຈັກ 1946–48
Jaime Torres Bodet ທຸງຊາດຂອງເມັກຊິກ ເມັກຊິກ 1948–52
John Wilkinson Taylor ທຸງຊາດຂອງສະຫະລັດອາເມຣິກາ ສະຫະລັດອາເມຣິກາ ຮັກສາການ 1952–53
Luther Evans ທຸງຊາດຂອງສະຫະລັດອາເມຣິກາ ສະຫະລັດອາເມຣິກາ 1953–58
Vittorino Veronese ທຸງຊາດຂອງອິຕາລີ ອິຕາລີ 1958–61
René Maheu ທຸງຊາດຂອງຝຣັ່ງ ຝຣັ່ງ 1961–74; ຮັກສາການ 1961
Amadou-Mahtar M'Bow ທຸງຊາດຂອງເຊເນການ ເຊເນການ 1974–87
Federico Mayor Zaragoza ທຸງຊາດຂອງແອັດສະປາຍ ແອັດສະປາຍ 1987–99
Koïchiro Matsuura ທຸງຊາດຂອງຍີ່ປຸ່ນ ຍີ່ປຸ່ນ 1999–2009
Irina Bokova ທຸງຊາດຂອງບູນກາລີ ບູນກາລີ 2009–2017
Audrey Azoulay ທຸງຊາດຂອງຝຣັ່ງ ຝຣັ່ງ 2017–ປັດຈຸບັນ

ສຳນັກງານ[ດັດແກ້]

ອ້າງອີງ[ດັດແກ້]

  1. Cite error: Invalid <ref> tag; no text was provided for refs named history
  2. "List of UNESCO members and associates". UNESCO. Archived from the original on 11 March 2019. Retrieved 11 March 2019.
  3. "ສຳເນົາເກັບຖາວອນ" (PDF). Archived from the original on 2015-05-13. Retrieved 2021-10-09.{{cite web}}: CS1 maint: bot: original URL status unknown (link), Information Centre on Academic Mobility and Equivalence (CIMEA), Italy. and UNESCO "Alert: Misuse of UNESCO Name by Bogus Institutions"
  4. "Fostering Freedom of Expression". UNESCO. 30 January 2013. Archived from the original on 10 December 2019. Retrieved 19 December 2016.
  5. "International Programme for the Development of Communication (IPDC) | United Nations Educational, Scientific and Cultural Organization". www.unesco.org. Archived from the original on 18 June 2017. Retrieved 19 December 2016.
  6. "Safety of Journalists". UNESCO. 22 May 2013. Archived from the original on 20 January 2020. Retrieved 19 December 2016.
  7. "UN Plan of Action | United Nations Educational, Scientific and Cultural Organization". www.unesco.org. Archived from the original on 11 August 2017. Retrieved 19 December 2016.
  8. "Building Knowledge Societies". UNESCO. 18 June 2013. Archived from the original on 16 January 2020. Retrieved 19 December 2016.
  9. "Memory of the World | United Nations Educational, Scientific and Cultural Organization". www.unesco.org. Archived from the original on 10 July 2017. Retrieved 19 December 2016.
  10. "Information for All Programme (IFAP) | United Nations Educational, Scientific and Cultural Organization". www.unesco.org. Archived from the original on 10 September 2017. Retrieved 19 December 2016.
  11. "Internet Universality | United Nations Educational, Scientific and Cultural Organization". www.unesco.org. Archived from the original on 28 July 2017. Retrieved 19 December 2016.
  12. "World Trends in Freedom of Expression and Media Development | United Nations Educational, Scientific and Cultural Organization". www.unesco.org. Archived from the original on 26 August 2017. Retrieved 19 December 2016.
  13. "UNESCO Series on Internet Freedom | United Nations Educational, Scientific and Cultural Organization". www.unesco.org. Archived from the original on 21 August 2017. Retrieved 19 December 2016.
  14. "Media Development Indicators (MDIs) | United Nations Educational, Scientific and Cultural Organization". www.unesco.org. Archived from the original on 12 June 2017. Retrieved 19 December 2016.
  15. "Migration Institutions – Home". Migrationmuseums.org. Archived from the original on 5 March 2007. Retrieved 23 April 2010.
  16. "Official support for GoUNESCO from UNESCO New Delhi". GoUNESCO – Make Heritage Fun! (in ອັງກິດ (ອາເມລິກັນ)). 24 March 2014. Archived from the original on 15 August 2019. Retrieved 15 August 2019.
  17. "Tangible Cultural Heritage – United Nations Educational, Scientific and Cultural Organization". www.unesco.org. Archived from the original on 19 March 2018. Retrieved 18 March 2018.
  18. Centre, UNESCO World Heritage. "UNESCO World Heritage Centre – Document – Discovered artifacts under preservation, Archaeological Site, 18 Hoang Dieu street". whc.unesco.org. Archived from the original on 3 November 2019. Retrieved 26 December 2019.
  19. UNESCO official site: Directors-General Archived 18 ກໍລະກົດ 2018 at the Wayback Machine

ເບິ່ງຕື່ມ[ດັດແກ້]

ແຫຼ່ງຂໍ້ມູນອື່ນ[ດັດແກ້]

Commons:Category
Commons:Category
Commons ມີພາບກ່ຽວກັບ:
ອຸຍແນສໂກ
  • UNESCO ເວັບໄຊຢ່າງເປັນທາງການ