ເສລີພາບໃນການເວົ້າ
ເສລີພາບໃນການເວົ້າ (ອັງກິດ: freedom of speech) ຫຼື ເສລີພາບໃນການສະແດງອອກ (ອັງກິດ: freedom of expression) ແມ່ນສິດທິການເມືອງໃນການສື່ສານຄວາມຄຶດຂອງບຸກຄົນຜ່ານການເວົ້າ. ຄຳວ່າ ເສລີພາບໃນການສະແດງອອກ ບາງເທື່ອໃຊ້ເປັນຄຳໄວພົດ ແຕ່ຍັງລວມໄປເຖິງພຶຕິການໃດໆ ໃນການສະແຫວງຫາ ໄດ້ຮັບແລະນຳຂໍ້ສົນເທດຫຼືຄວາມຄຶດໂດຍບໍ່ຄຳນຶງຮອດສື່ທີ່ໃຊ້. ໃນທາງປະຕິບັດ ສິດທິໃນເສລີພາບການເວົ້າບໍ່ໄດ້ມີສົມບູນໃນທຸກປະເທດ ແລະສິດທິນີ້ໂດຍທົ່ວໄປມັກຖືກຈຳກັດ ເຊັ່ນດຽວກັບການໝິ່ນປະມາດ ການດູໝິ່ນຊຶ່ງໜ້າ ຄວາມລາມົກ ແລະການຍຸຍົງໃຫ້ກໍ່ອາຊະຍາກຳ.
ສິດທິໃນເສລີພາບການເວົ້າໄດ້ຮັບການຍອມຮັບເປັນສິດທິມະນຸດຊະຍະຊົນພາຍໃຕ້ຂໍ້ 19 ແຫ່ງປະຕິນຍາສາກົນວ່າດ້ວຍສິດທິມະນຸດຊະຍະຊົນ, ແລະໄດ້ຮັບການຍອມຮັບໃນກົດໝາຍສິດທິມະນຸດຊະຍະຊົນລະຫວ່າງປະເທດໃນກະຕິກາລະຫວ່າງປະເທດວ່າດ້ວຍສິດທິພົນລະເມືອງແລະສິດທິທາງການເມືອງ ໂດຍຂໍ້ 19 ແຫ່ງກະຕິກາ ບັນຍັດວ່າ "ທຸກຄົນຕ້ອງມີສິດທິອອກຄຳເຫັນໂດຍບໍ່ຖືກແຊກແຊງ." ແລະ "ທຸກຄົນຕ້ອງມີສິດທິໃນເສລີພາບການເວົ້າ, ສິດທິນີ້ຈະລວມເຖິງເສລີພາບໃນການສະແຫວງຫາ, ໄດ້ຮັບ, ແລະສົ່ງຕໍ່ຂໍ້ສົນເທດແລະຄວາມຄິດໃນທຸກໆຮູບແບບ ໂດຍບໍ່ຄຳນຶງເຖິງຂອບເຂດ, ບໍ່ວ່າຈະເປັນການເວົ້າ, ການຂຽນ ຫຼື ການພິມ ໃນຮູບຂອງສິລະປະ, ຫຼືຜ່ານສື່ອື່ນໃດທີ່ເປັນທາງເລືອກຂອງເຂົາ." ຖ້າຂໍ້ 19 ຍັງບັນຍັດຕໍ່ໄປວ່າການໃຊ້ສິດເຫຼົ່ານີ້ມີ "ໜ້າທີ່ແລະຄວາມຮັບຜິດຊອບພິເສດ", ແລະອາດ "ຕ້ອງຖືກຈຳກັດເລັກນ້ອຍ" ຖ້າຈຳເປັນ "ເພື່ອຄວາມເຄົາລົບເຖິງສິດທິຫຼືຊື່ສຽງຂອງຄົນອື່ນ" ຫຼື "ເພື່ອຄຸ້ມຄອງຄວາມໝັ້ນຄົງຂອງຊາດຫຼືຄວາມສະຫງົບຮຽບຮ້ອຍ, ຫຼືການສາທາລະນະສຸກ, ຫຼື ສີລະທຳ".[1][2]
ອ້າງອີງ
[ດັດແກ້]- ↑ Article 19 of the International Covenant on Civil and Political Rights Archived 2008-07-05 at the Wayback Machine, Office of the United Nations High Commissioner for Human Rights.
- ↑ Using Courts to Enforce the Free Speech Provisions of the International Covenant on Civil and Political Rights - Australia & Oceania - Australia & New Zealand from All Business...