ຜູ້ໃຊ້:Tata.tata3

ຈາກ ວິກິພີເດຍ

ເຈມ ພີສ[ດັດແກ້]

ທ່ານ ເຈມ ພີສ ທີ່ເຮືອນພັກ ໃນເມືອງວິສບາເດິນ

ທ່ານ ເຄນເນັດ ເຈມ ພີສ (ຊື່ເປັນພາສາອັງກິດ: Kenneth James Peace) ເກີດເມື່ອວັນທີ 28 ກັນຍາ 1963 ທີ່ເມືອງເພສລີ. ທ່ານແມ່ນນັກແຕ່ງເພງ, ນັກເປຍໂນຄອນເສີດ ແລະ ທັດສະນະສິນຊາວສະກັອດແລນ.

ຊີວະປະຫວັດ[ດັດແກ້]

ທ່ານ ເຈມ ພີສ, ເກີດເມື່ອວັນທີ 28 ກັນຍາ 1963 ທີ່ເມືອງເພສລີ, ປະເທດສະກັອດແລນ.[1][2] ໃນໄວເດັກ, ທ່ານອາໄສຢູ່ເມືອງເຮເລນເບີກ ເຊິ່ງເປັນສະຖານທີ່ພັກຜ່ອນແຄມທະເລ ທີ່ຕັ້ງຢູ່ທາງທິດຕາເວັນຕົກຂອງສະກັອດແລນ. ຄອບຄົວຂອງທ່ານລວມມີສິນລະປິນຫຼາຍຄົນ ເຊັ່ນ ທ່ານ ຈອນ ແມັກກີ (John McGhie), ແລະ ເພິ່ນຍັງເປັນພີ່ນ້ອງກັບທ່ານ ເຟລິກ ເບີນສ໌ (Felix Burns), ໃນັກປະພັນດົນຕີທີ່ມີຊື່ສຽງໃນຊ່ວງຕົ້ນສະຕະວັດທີ 20.[1][3] ທ່ານ ເຈມ ເລີ່ມຮັບສອນເປຍໂນຕັ້ງແຕ່ອາຍຸ 8 ປີ ພ້ອມຂຶ້ນສະແດງຕໍ່ໜ້າມວນຊົນຄັ້ງທໍາອິດເມື່ອອາຍຸ 14 ປີ ເຊິ່ງບັນເລງເພງໂດຍ ສກ໊ອດ ຈອບລິນ (Scott Joplin). ເມື່ອອາຍຸໄດ້ 16 ປີ, ທ່ານເຂົ້າຮຽນທີ່ສະຖາບັນສອນດົນຕີ ແລະ ການລະຄອນ ແຫ່ງສະກັອດແລນ (Royal Scottish Academy of Music and Drama) ປັດຈຸບັນປ່ຽນຊື່ມາເປັນ ໂຮງຮຽນສອນດົນຕີຫຼວງ ແຫ່ງສະກັອດແລນ (Royal Conservatoire of Scotland) ໃນນາມນັກຮຽນເຕັມເວລາທີ່ມີອາຍຸນ້ອຍສຸດ.[1][2][3][4] ໃນປີ 1983, ທ່ານ ເຈມ ໄດ້ສໍາເລັດການສຶກສາຈາກມະຫາວິທະຍາໄລກລາສໂກວ໌ ໂດຍໄດ້ຮັບປະກາດສະນິຍະບັດປະລິນຍາຕີ ພາກວິຊາການສອນເປຍໂນ.[4][5] ໃນປີຕໍ່ມາ ທ່ານກໍໄດ້ຮັບໃບປະກາດສະນິຍະບັດດ້ານການສະແດງດົນຕີ ພາຍຫຼັງຫຼິ້ນເປຍໂນຄອນແຊຣ໌ໂຕ ໝາຍເລກ 1 ຂອງ ເມນເດວໂຊນ (Mendelssohn) ຮ່ວມກັບວົງດູລິຍາງ RSAMD.[1][5] ພາຍຫຼັງສໍາເລັດການສຶກສາຢ່າງເປັນທາງການ, ທ່ານໄດ້ອາໄສຢູ່ເມືອງເອດິນບະຣະ ໃນຊ່ວງປີ 1988-1991 ເຊິ່ງໃນເວລານັ້ນ.[1][2] ທ່ານ ເຈມ ພີສ ອາໄສຢູ່ເມືອງບັດ ເນົາໄຮມ໌, ປະເທດເຢຍລະມັນ ໃນຊ່ວງປີ 1991-2009.[6][7][8] ນັບແຕ່ປີ 1998, ທ່ານ ເຈມ ໄດ້ທໍາການສຶກສາກ່ຽວກັບການເຕັ້ນແທງໂກ ໂດຍຜະລິດແຜ່ນ CD Tango escoces (ການເຕັ້ນແທງໂກແບບສະກັອດແລນ) ຈາກການຮຽບຮຽງສຽງເປຍໂນ ທີ່ໄດ້ຮັບແຮງບັນດານໃຈຈາກທ່າເຕັ້ນແທງໂກຂອງຕົນເອງ,[3][8][9] ແລະ ໃນປີ 2002, ທ່ານໄດ້ຖືກແຕ່ງຕັ້ງເປັນສະມາຊິກກິດຕິມະສັກຂອງວິທະຍາໄລດົນຕີວິກຕໍເຣຍ.[3][8] ໃນປີດຽວກັນນັ້ນ, ທ່ານໄດ້ໄປທົວຄອນເສີດດ່ຽວໃນເຢຍລະມັນເໜືອ ໃນຊ່ວງເດືອນກັນຍາ/ຕຸລາ ພ້ອມເດີນທາງໄປຍັງຕາເວັນອອກໄກໃນເດືອນພະຈິກ, ເຊິ່ງເປັນການສະແດງ Tango XVII ໃນຮົງກົງ.[8][9][10][11][12]

Idylls Op.4b
Tango Milonga op. 26
Tango XVIII by James Peace (James Peace, piano)

ໃນປີຕໍ່ມາ, ການສະແດງຂອງທ່ານ ເຈມ ພີສ ໄດ້ປາກົດຕົວຢູ່ຫຼາຍເມືອງໃນເອີຣົບ ເຊິ່ງທ່ານໄດ້ສະແດງທ່າເຕັ້ນແທງໂກທີ່ຕົນອອກແບບເອງ ໂດຍສະແດງຢູ່ບັນດາເມືອງຫຼວງຕ່າງໆ ເປັນຕົ້ນແມ່ນ: ອັມສເຕີດັມ, ເອເທນ,[13] ເບີລິນ,[14] ບຣັສເຊລ, ເຮລຊິງກິ,[15] ລິສບອນ,[16] ລອນດອນ, ມາດຣິດ,[17] ອອສໂລ,[18] ເຣກຢາວິກ[19] ແລະ ວຽນນາ.[20]

ໃນປີ 2008, ທ່ານໄດ້ຖືກແຕ່ງຕັ້ງເປັນສະມາຊິກກິດຕິມະສັກຂອງວິທະຍາໄລດົນຕີລອນດອນ ເພື່ອເປັນກຽດແກ່ທ່າເຕັ້ນແທງໂກທີ່ທ່ານອອກແບບເອງ.[21][22]

ຫຼັງຈາກອາໄສຢູ່ໃນເມືອງເອດິນບະຣະໄດ້ບໍ່ດົນ, ທ່ານ ເຈມ ພີສ ກໍໄດ້ຍົກຍ້າຍໄປຢູ່ເມືອງວິສບາເດິນ, ປະເທດເຢຍລະມັນ ໃນເດືອນກຸມພາ 2010.[1][3] ເຊິ່ງການຍົກຍ້າຍຄັ້ງນີ້ ໄດ້ເກີດມີແຮງບັນດານໃຈໃນການສ້າງສັນຜົນງານໃໝ່ໆ ແລະ ທ່ານໄດ້ຜະລິດຮູບເງົາສັ້ນ ທີ່ກ່ຽວຂ້ອງກັບຜົນງານການປະດິດແຕ່ງບາງສ່ວນຂອງຕົນເອງ. ຮູບເງົາສາລະຄະດີ ເລື່ອງ ເຈມ ພີສ ໃນເມືອງວິສບາເດິນ ແມ່ນໜຶ່ງໃນຜົນງານຂອງເພິ່ນໃນສາຍງານປະເພດນີ້.[21][22]

ລາງວັນ ແລະ ໃບຍ້ອງຍໍ[ດັດແກ້]

●     ລາງວັນທີ 1, ງານປະກວດແຂ່ງຂັນແອກເນສ ມິນລາຣ໌. ກລາສໂກວ໌, ປີ 1983[4]

●     ລາງວັນທີ 1, ງານປະກວດແຂ່ງຂັນ EIS ແຫ່ງດັນບາຕັນເຊຍ. ກລາສໂກວ໌, ປີ 1984[4]

●     ລາງວັນປະກວດບົດຄວາມກ່ຽວກັບໂປຣແກຣມຊີເບລີອຸສ (Sibelius Essay). ກລາສໂກວ໌, ປີ 1995[4]

●     ໄດ້ຮັບໃບກຽດຕິຄຸນ, ງານປະກວດແຂ່ງຂັນແຕ່ງເພງສາກົນ TIM. ກຸງໂຣມ, ປີ 2000[1][2][6]

●     ໄດ້ຮັບໃບກຽດຕິຄຸນ, ມູນນິທີ IBLA. ນິວຢອກ, ປີ 2002[1][2][6]

●     ໄດ້ຮັບຫຼຽນກາລະນຶກ, ສະມາຄົມເປຍໂນດູໂອສາກົນ. ໂຕກຽວ, ປີ 2002[1][2][6][21][22][23]

●     ໄດ້ຮັບຫຼຽນຄໍາ, ສະຖາບັນສາກົນແຫ່ງ “Lutece”. ປາຣີສ, ປີ 2005[1][2]

ຜົນງານສໍາຄັນ[ດັດແກ້]

●     ເດິວໍເຕິຟໍ (The Waterfall)[24]

●     ໄອດີລ (Idylls)

●     ມໍນິງ ເຊເຣເນດ (Aubade)

●     ໄຊເລັນທ໌ເທຍ (Silent Tears)

●     ຟໍກັອດເທິນລີຟ (Forgotten Leaves)

●     ໂຊນາຕາສໍາລັບໂອໂບ ແລະ ເປຍໂນ

●     ແນວເພງບັນລາດ (Ballade)

●     ເຊຣີໂມນຽນມາສ໌ ຄັ້ງທີ ໑ (Ceremonial March no.1)

●     ເຊຣີໂມນຽນມາສ໌ ຄັ້ງທີ ໒ (Ceremonial March no.2)

●     ອໍທັມໂກລດ໌ (Autumn Gold)[25]

●     ເພງນິລັນດອນ (Eternal Song)

●     “ມອບແດ່ຈໍເຈຍ” (ພາສາຈໍເຈຍ: საქართველოსთვის)

(ເນື້ອໃນເພງໂດຍ: ທາມາຣິ ຊິກໄວດເຊ, ຊູຣາບີ ຊິກໄວດເຊ ແລະ ເຈມ ພີສ)

●     24 ແທງໂກສໍາລັບເປຍໂນໂຊໂລ[1][9][21][22][26]

ລິ້ງຄ໌ພາຍນອກ[ດັດແກ້]

Souvenir de Buenos Aires - youtube

Autumn Gold - youtube

Lento Lacrimoso - youtube

ເອກະສານອ້າງອີງ[ດັດແກ້]

  1. 1.00 1.01 1.02 1.03 1.04 1.05 1.06 1.07 1.08 1.09 1.10 Birgitta Lamparth. “Keine 'stacheligen' Klänge”. Wiesbadener Tagblatt (ໜັງສືພິມເຢຍລະມັນ), ສະບັບວັນທີ 10 ກຸມພາ 2011
  2. 2.0 2.1 2.2 2.3 2.4 2.5 2.6 Julia Anderton. “Tango als süß-traurige Geschichte”. Wiesbadener Kurier (ໜັງສືພິມເຢຍລະມັນ), ສະບັບວັນທີ 24 ມີນາ 2012
  3. 3.0 3.1 3.2 3.3 3.4 Sabine Klein. “Meine Musik ist wie ich − sehr romantisch”. Frankfurter Rundschau (ໜັງສືພິມເຢຍລະມັນ), ປີ 1992, ສະບັບທີ 254, ໜ້າ 2
  4. 4.0 4.1 4.2 4.3 4.4 G. Müller. “Das Klavier tanzt Tango”. Kulturspiegel Wetterau (ວາລະສານເຢຍລະມັນ). ສະບັບວັນທີ 17 ມີນາ 2001, ໜ້າ 5
  5. 5.0 5.1 “James Peace“. FRIZZ (ວາລະສານເຢຍລະມັນ). ສະບັບເດືອນມັງກອນ 2001, ໜ້າ 5
  6. 6.0 6.1 6.2 6.3 Deutsche Nationalbibliothek. “James Peace“
  7. Manfred Merz. “Virtuose, gefühlsbetonte Welt der Romantik”. Wetterauer Zeitung  (ໜັງສືພິມເຢຍລະມັນ), ສະບັບວັນທີ 12 ທັນວາ 1992, ໜ້າ 19
  8. 8.0 8.1 8.2 8.3 “James Peace“. The Tango Times (ວາລະສານໃນນິວຢອກ). ປີ 2002/2003 (ສະບັບທີ 39). ໜ້າ 1 - 5
  9. 9.0 9.1 9.2 National Library of Scotland. “Tango escocés”
  10. “James Peace“. La Cadena  (ວາລະສານດັດສ໌). ສະບັບເດືອນກັນຍາ 2002, ໜ້າ 26
  11. Tangotang (ຮົງກົງ). ຈົດໝາຍຂ່າວ, ສະບັບວັນທີ 8 ຕຸລາ 2002
  12. “ເຈມ ພີສ”. ໜັງສືພິມ ເຊົາທ໌ໄຊນາມໍນິງໂພສຕ໌ (ໜັງສືພິມໃນຮົງກົງ). ສະບັບວັນທີ 9 ຕຸລາ 2002
  13. ໂບຊົວໂຄງການຄອນເສີດ (ເອເທນ). {Για σένα, Αγγελική}. ວັນທີ 27 ເມສາ 2016
  14. Tangodanza (ວາລະສານເຢຍລະມັນ). ສະບັບເດືອນ 1/2002 - ໜ້າ 9
  15. ໂປສເຕີຄອນເສີດ (ທົວຄອນເສີດໃນຟີນແລນ), ປີ 2014
  16. ໂປສເຕີຄອນເສີດ (ທົວຄອນເສີດໃນປອກຕຸຍການ), ປີ 2016
  17. ໂປສເຕີຄອນເສີດ (ທົວຄອນເສີດໃນສະເປນ), «¡Feliz Cincuenta Cumpleaños!» ປີ 2013
  18. Listen.no. James Peace (Flygel). Munch Museum, ອອສໂລ, ວັນທີ 16 ຕຸລາ 2004
  19. Ríkarður Ö. Pálsson. “Skozir Slaghörputangoár”. Morgunblaðið  (ໜັງສືພິມໄອຊ໌ແລນ). ສະບັບວັນທີ 14 ຕຸລາ 2004
  20. ໂບຊົວໂຄງການຄອນເສີດ (ວຽນນາ). ວັນທີ 23 ມັງກອນ 2005
  21. 21.0 21.1 21.2 21.3 National Library of Scotland. “K. James Peace in Wiesbaden”
  22. 22.0 22.1 22.2 22.3 Deutsche Nationalbibliothek. “K James Peace in Wiesbaden”
  23. ສະມາຄົມເປຍໂນດູໂອສາກົນ. ໂຕກຽວ. ລາຍຊື່ຜູ້ທີ່ໄດ້ຮັບລາງວັນ, ປີ 2002
  24. ໂບຊົວໂຄງການຄອນເສີດ ວັນທີ 12/19 ກັນຍາ 2021
  25. “Die Violine schwebt über den Orchesterklang”. Schwäbische Post (ໜັງສືພິມເຢຍລະມັນ). ສະບັບວັນທີ 4 ມິຖຸນາ 1994
  26. ຈົດໝາຍຂ່າວຂອງສະມາຄົມວິໂອລາແຫ່ງອັງກິດ, ເດືອນສິງຫາ 2023