Jump to content

ນາຊີເຢຍລະມັນ

ຈາກ ວິກິພີເດຍ
ໄຣຊ໌ເຢຍລະມັນ
(1933–1943)
Deutsches Reich

ໄຣຊ໌ເຢຍລະມັນໃຫຍ່
(1943–1945)
Großdeutsches Reich

1933–1945
ເພງຊາດດັດລີດແດດອຍເຊີນ
("ເພງຊາດເຢຍລະມັນ")

ຮອດ-ເວດເຊິລ-ລີດ
("ເພງຮອດ ເວດເຊິລ")
ດິນແດນເຢຍລະມັນໃນສົງຄາມໂລກຄັ້ງທີ່ສອງ (ຄ.ສ. 1942)
ດິນແດນເຢຍລະມັນໃນສົງຄາມໂລກຄັ້ງທີ່ສອງ (ຄ.ສ. 1942)
ເມືອງຫຼວງເບີລິນ
ການປົກຄອງລັດດຽວ ລະບອບນາຊີ ລັດພັກ​ການ​ເມືອງດຽວ ລະບອບຟາດຊິດພາຍໃຕ້ຜະເດັດການລວມອຳນາດທັ້ງໝົດ
ຍຸກປະຫວັດສາດສົງຄາມໂລກຄັ້ງທີ່ສອງ
30 ມັງກອນ 1933
23 ມີນາ 1933
12 ມີນາ 1938
1 ກັນຍາ 1939
30 ເມສາ 1945
2 ພຶດສະພາ 1945
8 ພຶດສະພາ 1945
5 ມິຖຸນາ 1945
ກ່ອນໜ້າ
ຖັດໄປ
ສາທາລະນະລັດໄວມາຣ໌
ສະຫະພັນທະລັດໂອຕະລີດ
ປະເທດເຢຍລະມັນຕາເວັນອອກ
ປະເທດເຢຍລະມັນຕາເວັນຕົກ
ປະເທດໂອຕະລີດ

ນາຊີເຢຍລະມັນ (ເຢຍລະມັນ: Nationalsozialistisches Deutschland) ບາງຄັ້ງເອີ້ນວ່າ ໄຣຊ໌ທີ່ສາມ (ເຢຍລະມັນ: Drittes Reich) ມີຊື່ຢ່າງເປັນທາງການວ່າ ໄຣຊ໌ເຢຍລະມັນ (ເຢຍລະມັນ: Deutsches Reich) ແມ່ນຊື່ຂອງເຢຍລະມັນຕັ້ງແຕ່ ຄ.ສ. 1933 ເຖິງ ຄ.ສ. 1945 ນາຊີເຢຍລະມັນຖືກມອງວ່າເປັນຜູ້ສືບທອດຂອງຈັກກະວັດໂລມັນອັນສັກສິດ (ຄ.ສ. 800–1806) ແລະຈັກກະວັດເຢຍລະມັນ (ຄ.ສ. 1871–1918)

ປະທານາທິບໍດີເຢຍລະມັນ ເພົາ ຟອນ ຮິນແດນບູກ ໄດ້ແຕ່ງຕັ້ງຮິດແລເປັນນາຍົກລັດຖະມົນຕີໃນວັນທີ 30 ມັງກອນ ຄ.ສ. 1933 ທຳໃຫ້ພັກນາຊີເລີ່ມກໍາຈັດຄູ່ແຂ່ງທາງການເມືອງແລະຮວບອໍານາດ ຫຼັງຈາກການເສຍຊີວິດຂອງຮິນແດນບູກໃນວັນທີ 2 ສິງຫາ ຄ.ສ. 1934 ຮິດແລໄດ້ກາຍເປັນຜູ້ຜະເດັດການຂອງເຢຍລະມັນໂດຍການຮວມອໍານາດແລະຕໍາແຫນ່ງຂອງນາຍົກລັດຖະມົນຕີແລະປະທານາທິບໍດີ ໃນວັນທີ 19 ສິງຫາ ຄ.ສ. 1934 ມີການລົງປະຊາມະຕິທົ່ວປະເທດເພື່ອໃຫ້ຮິດແລເປັນຟືແລ (ຜູ້ນຳ) ຂອງເຢຍລະມັນແຕ່ພຽງຜູ້ດຽວ ໂດຍມີອຳນາດ​ທັງ​ໝົດ​ໃນ​ມື ແລະດຳລັດຂອງຮິດແລເປັນກົດໝາຍສູງສຸດ ລັດຖະບານບໍ່ແມ່ນໜ່ວຍງານທີ່ຮ່ວມມືກັນ ຫາກແຕ່ກະຈັດກະຈາຍແຍ່ງຊິງອຳນາດແລະຄວາມນິຍົມຈາກຮິດແລ ທ່າມກາງພາວະເສດຖະກິດຕົກຕໍ່າຄັ້ງໃຫຍ່ ພວກນາຊີໄດ້ຟື້ນຟູສະຖຽນລະພາບທາງເສດຖະກິດແລະຢຸດຕິການວ່າງງານຂນານໃຫຍ່ ໂດຍລັດຖະບານນຳເງິນໄປທຸ່ມກັບການໃຊ້ຈ່າຍທາງທະຫານແລະເສດຖະກິດແບບຜະສົມ[1] ມີການດຳເນີນການນະໂຍບາຍສາທາລະນະຢ່າງກວ້າງຂວາງ ລວມທັງການກໍ່ສ້າງເອົາໂທບານ ແລະ​ການ​ຟື້ນ​ຟູ​ສະຖຽນ​ລະ​ພາບທາງເສດຖະກິດຊ່ວຍເພີ່ມ​ຄວາມ​ນິຍົມ​ຂອງ​ລະບອບ​ນາ​ຊີ

ການຢຽດເຊື້ອຊາດ (ອັງກິດ: racism) ໂດຍສະເພາະການຕໍ່ຕ້ານຊາວຍິວ ເປັນຫົວໃຈຫຼັກຂອງອຸດົມການຂອງນາຊີເຢຍລະມັນ ໂດຍຖືວ່າປະຊາຊົນເຢຍລະມັນເປັນເຊື້ອສາຍອາລະຍັນທີ່ບໍລິສຸດທີ່ສຸດ ດັ່ງນັ້ນຈຶ່ງເປັນຊົນຊາດປົກຄອງ (master race) ການເລືອກປະຕິບັດແລະການຂ້າຊາວຢິວແລະຊາວໂຣມານີ (ຍິບຊີ) ໄດ້ເລີ່ມຕົ້ນຫຼັງຈາກການຍຶດຄອງອຳນາດ ຄ້າຍກັກກັນແຫ່ງແຮກຖືກສ້າງຂຶ້ນໃນເດືອນມີນາ ຄ.ສ. 1933 ຊາວຢິວແລະຄົນກຸ່ມອື່ນທີ່ບໍ່ເປັນທີ່ຕ້ອງການຖືກຄຸມຂັງ ກຸ່ມຄອມມິວນິດ ສັງຄົມນິຍົມ ແລະພວກເສລີນິຍົມລ້ວນຖືກຂ້າຕາຍ ຄຸມຂັງ ຫຼືຖືກເນລະເທດ ໂບດຄຣິສຕຽນແລະຜູ້ທີ່ຕໍ່ຕ້ານການປົກຄອງຂອງຮິດແລຖືກກົດຂີ່ແລະຜູ້ນໍາຈໍານວນຫຼາຍຂອງພວກເຂົາຖືກຄຸມຂັງ ດ້ານການສຶກສາຈະເນັ້ນໄປທີ່ຊີວະວິທະຍາເຊື້ອຊາດ ນະໂຍບາຍປະຊາກອນ ແລະເສີມຄວາມສາມາດທາງກາຍສໍາ​ລັບຣາດຊະການ​ທະ​ຫານ​ ໂອກາດທາງດ້ານອາຊີບແລະການສຶກສາຂອງສະຕີຖືກລົດ ມີການຈັດນັນທະນາການແລະການທ່ອງທ່ຽວຜ່ານໂຄງການຄວາມແຂງແຮງຜ່ານຄວາມຮື່ນເຮິງ (Strength Through Joy) ມີການໃຊ້ໂອລິມປິກລືດູຮ້ອນ 1936 ເພື່ອນຳສະເໜີນາຊີເຢຍລະມັນໃນເວທີສາກົນ ລັດຖະມົນຕີໂຄສະນາການ ໂຍແຊັບ ເກີບເບິລ ໄດ້ໃຊ້ພາບພະຍົນ ການຊຸມນຸມມວນຊົນ ແລພວາທະສິນຈັບຈິດຮິດແລເພື່ອຄວບຄຸມມະຕິມະຫາຊນຢ່າງໄດ້ຜົນ[2] ລັດຖະບານຄວບຄຸມການສະແດງອອກທາງສິນລະປະ ໂດຍສະໜັບສະໜູນສິນລະປະບາງຮູບແບບ ແຕ່ຂັດຂວາງຫຼືຫ້າມສິນລະປະຮູບແບບອື່ນ[3]

ເລີ່ມຕັ້ງແຕ່ປາຍຄິດທດສະວັດ 1930 ນາຊີເຢຍລະມັນຮຽກຮ້ອງດິນແດນຢ່າງກ້າວຮ້າວມາກຂຶ້ນເລີ່ອຍ ໆ ແລະຂູ່ທຳສົງຄາມຫາກຂ້ອຮຽກຮ້ອງບ່ໄດ້ຮັບການຕອບສະໜອງ ຈົນທີ່ສຸດນາຊີເຂົ້າຍຶດໂອຕະລີດແລະເຊໂກສະໂລວາເກຍເກືອບທັງໝົດໃນປີ 1938 ແລະ 1939 ຈາກນັ້ນຮິດແລທຳສົນທິສັນຍາບ່ຮຸກຮານກັບໂຈເຊັບ ສະຕາລິນ ແລະບຸກລຸກໂປແລນດ໌ໃນວັນທີ່ 1 ກັນຍາ 1939 ເປັນການເປີດສາກສົງຄາມໂລກຄັ້ງທີ່ສອງໃນທະວີບເອີຣົບ ກະທັ່ງຕົ້ນປີ 1941 ນາຊີເຢຍລະມັນໄດ້ຄວບຄຸມດິນແດນສ່ວນໃຫຍ່ໃນເອີຣົບ ໄຮຊ໌ຄອມມິດຊາຮີອາດ (Reichskommissariat) ເຂົ້າໄປຄວບຄຸມດິນແດນທີ່ນາຊີເຢຍລະມັນຍຶດຄອງ ມີການຈັດຕັ້ງລັດຖະບາລສາມັນໃນສ່ວນທີ່ເຫຼືອຂອງໂປແລນດ໌ ຂະນະດຽວກັນເຢຍລະມັນໄດ້ຍຶດຄອງຊັບພະຍາກອນແລະແຮງງານຈາກດິນແດນນັ້ນ ໆ ໄປຄອບຄອງ

ຫຼັງການຮຸກຮານສະຫະພາບໂຊວຽດໃນປີ 1941 ນາຊີເຢຍລະມັນກໍ່ເລີ່ມເປັນລອງ ແລະພ່າຍແພ້ທາງທະຫານຫຼາຍຄັ້ງໃນປີ 1943 ການທິ້ງລະເບີດທາງອາກາດຕ່ອປະເທດເຢຍລະມັນມາກຂຶ້ນໃນປີ 1944 ແລະຝ່າຍອັກສະຖອຍຈາກເອີຣົບຕາເວັນອອກແລະເອີຣົບໃຕ້ ຫຼັງການບຸກຄອງປະເທດຝະຣັ່ງຂອງຝ່າຍສັມພັນທະມິດ ປະເທດເຢຍລະມັນຖືກໂຊວຽດຈາກຕາເວັນອອກແລະຝ່າຍສັມພັນທະມິດຕາເວັນຕົກພິຊິດແລະຍອມຈຳນົນໃນນຶ່ງປີ ການທີ່ຮິດແລປະຕິເສດຄວາມພ່າຍແພ້ທຳໃຫ້ໂຄງສ້າງພື້ນຖານຂອງເຢຍລະມັນຖືກທຳລາຍລ້າງຂະໜານໃຫຍ່ແລະການເສຍຊີວິດທີ່ມາກຂຶ້ນໃນເດືອນທ້າຍຂອງສົງຄາມ ຝ່າຍສັມພັນທະມິດເລີ່ມໃຊ້ນະໂຍບາຍການຂະຈັດນາຊີແລະນຳຕົວຜູ້ນຳນາຊີທີ່ຮອດຊີວິດມາພິຈາລານາຄະດີອາດຊະຍາກຳສົງຄາມໃນການພິຈາລານາຄະດີເນືອນແບກ (Nuremberg trials) ສ່ວນດິນແດນນາຊີເຢຍລະມັນຖືກຝ່າຍສັມພັນທະມິດຍຶດຄອງຫຼັງສົງຄາມເຊ່ນດຽວກັບຈັກກະວັດຍີ່ປຸ່ນ

ຊື່ຢ່າງເປັນທາງການຂອງລັດແມ່ນ ດອຍເຊີດໄຣຊ໌ ("ໄຣຊ໌ເຢຍລະມັນ") ຕັ້ງແຕ່ປີ 1933 ເຖີງ 1943 ແລະໂກດດອຍເຊິດໄຣຊ໌ ("ໄຣຊ໌ເຢຍລະມັນໃຫຍ່") ຕັ້ງແຕ່ປີ 1943 ເຖີງ 1945 ໃນພາສາອັງກິກມັກແປຄຳວ່າດອຍເຊິດໄຣຊ໌ເປັນຈັກກະວັດເຢຍລະມັນ[4] ເຊິ່ງຄຳວ່າ "ໄຣຊ໌" ນີ້ມີຄວາມໝາຍວ່າ "ແຜ່ນດິນ" ອັນໝາຍເຖີງອານາຈັກຂອງໄກແຊ (Kaiser)

ສ່ວນຄຳວ່າ "ໄຣຊ໌ທີ່ສາມ" ນັ້ນ ພວກນາຊີຮັບມາໃຊ້ເມື່ອແຮກໃນນະວະນິຍາຍປີ 1923 ໂດຍອາທົວ ເມີລແລ ຟັນ ເດນ ບຸກ[5] ເຊິ່ງນັບຈັກກະວັດໂລມັນອັນສັກສິດໃນສະໄໝກາງ (ຄ.ສ. 962–1806) ເປັນໄຣຊ໌ທີ່ໜຶ່ງ ແລະຈັກກະວັດເຢຍລະມັນ (ຄ.ສ. 1871–1918) ເປັນໄຣຊ໌ທີ່ສອງ ປັດຈຸບັນຊາວເຢຍລະມັນຮຽກສະໄໝນີ້ວ່າ ໄຊເດດນາຊິໂຍນນັນໂຊຊີອັນອິດມຸດ ຫຼືຍ່ອເປັນ ເອນເອດ-ໄຊ ("ສະໄໝຊາດສັງຄົມນິຍົມ") ຫຼື ນາຊິໂຍນນັນໂຊຊີອັນອິດທິດແຊ ເກວັນແທຊັບ ("ທໍລະລາດຊາດສັງຄົມນິຍົມ")

ປະຫວັດສາດ

[ດັດແກ້]

ສະໄໝສາທາລະນະລັດໄວມາຣ໌

[ດັດແກ້]
ເບິ່ງບົດຄວາມຫຼັກທີ່: ສາທາລະນະລັດໄວມາຣ໌

ເສດຖະກິດເຢຍລະມັນຖົດຖອຍຢ່າງຫຼາຍຫຼັງສົງຄາມໂລກຄັ້ງທີ່ໜື່ງ ບາງສ່ວນມາຈາກການຈ່າຍຄ່າປະຕິກຳສົງຄາມທີ່ກຳໜົດພາຍໃຕ້ສົນທິສັນຍາແວກໄຊປີ ຄ.ສ. 1919 ລັດຖະບານພິມເງິນເພື່ອຊຳຮະເງິນແລະຈ່າຍຄືນໜີ້ສົງຄາມຂອງປະເທດ ວິກິດເງິນເຟ້ອເກີນທີ່ຕາມມາທຳໃຫ້ລາຄາສິນຄ້າຈຳເປັນແພງຂຶ້ນຫຼາຍ ເກີດຄວາມວຸ່ນວານທາງເສດຖະກິດແລະຄວາມອຶດຢາກ[6] ເມື່ອລັດຖະບານບໍ່ສາມາດຊຳຮະຄ່າປະຕິກຳໃນເດືອນມັງກອນປີ ຄ.ສ. 1923 ທະຫານຝຣັ່ງຈຶ່ງຍຶດຄອງພື້ນທີ່ອຸດສາຫະກຳຂອງເຢຍລະມັນໃນເຂດຣູຣ໌ ແລະເກີດຄວາມບໍ່ສະຫງັດຂອງປະຊາຊນຕາມມາ[7]

ພັກກຳມະກອນຊາດສັງຄົມນິຍົມເຢຍລະມັນ (ພັກນາຊີ) ທີ່ປ່ຽນມາຈາກພັກກຳມະກອນເຢຍລະມັນຊຶ່ງກໍ່ຕັ້ງໃນປີ ຄ.ສ. 1919 ເປັນພັກການເມືອງຂວາຈັດທີ່ດຳເນີນການໃນສາທາລະນະລັດເຢຍລະມັນຕອນນັ້ນ[8] ນະໂຍບາຍຂອງພັກນາຊີ ຄື ການຂະຈັດສາທາລະນະລັດໄວມາຣ໌ ການປະຕິເສດເງື່ອນໄຂຂອງສົນທິສັນຍາແວກໄຊ ການຕໍ່ຕ້ານຍິວຢ່າງຮຸນແຮງ ແລະການຕໍ່ຕ້ານຄອມມູນິດ[9] ນາຊີສັນຍາວ່າຈະຕັ້ງລັດຖະບານກາງທີ່ເຂັ້ມແຂງ ເພີ່ມເລເບີນສ໌ເຣົາມ໌ (ພື້ນທີ່ອາໄສ) ສຳຫຼັບຊນຊາດເຢຍແມນິກ (Germanic) ການສ້າງຊຸມຊນແຫ່ງເຊື້ອຊາດ ແລະການທຳເຊື້ອຊາດບໍລິສຸດໂດຍປາບປາມຊາວຍິວຢ່າງຮຸນແຮງ ຊາວຍິວທັງປວງຖືກຖອດສິດທິພົນລະເມືອງ[10] ນາຊີສະເໜີການຟື້ນຟູຊາດແລະວັດທະນະທຳໂດຍຍຶດຂະບວນການເຟິລຄິດ[11]

ຕັ້ງແຕ່ປີ ຄ.ສ. 1925 ເຖິງທົດສະວັດ 1930 ລັດຖະບານເຢຍລະມັນປ່ຽນຈາກລະບອບປະຊາທິປະໄຕເປັນລັດຜະເດັດການ ຊາດນິຍົມ ແລະອະນຸລັກນິຍົມພາຍໃຕ້ປະທານາທິບໍດີເພົາ ຟອນ ຮິນແດນບູກ ລັດຖະບຸລຸດເຢຍລະມັນຜູ້ບໍ່ນິຍົມລະບອບປະຊາທິປະໄຕເສລີນິຍົມໃນສາທາະລະນະລັດໄວມາຣ໌[12] ຜົນການເລືອກຕັ້ງສະຫະພັນທະລັດໃນປີ ຄ.ສ. 1928 ປາກົດພັກນາຊີໄດ້ຄະແນນສຽງຕ່ຳຫຼາຍພຽງ 12 ທີ່ນັ່ງ ເນື່ອງຈາກກະບົດໂຮງເບຍ[13] ເມື່ອຕະຫຼາດຫຼັກຊັບໃນສະຫະລັດຕົກໃນວັນທີ່ 24 ຕຸລາ ຄ.ສ. 1929 ຜົນກະທບໃນເຢຍລະມັນນັ້ນຮ້າຍແຮງຫຼາຍ ຫຼາຍລ້ານຄົນຕົກງານ ແລະທະນາຄານຫຼັກຂອງປະເທດລົ້ມລະລາຍ ຮິດແລແລະພັກນາຊີຕຕຽມຄວ້າໂອກາດຈາກວິກິດນີ້ເພື່ອໃຫ້ໄດ້ຮັບການສະໜັບສະໜຸນ ຮິດແລສັນຍາຈະສ້າງເສດຖະກິດແລະຈັດຫາງານ[14] ຜູ້ມີສິດທິເລືອກຕັ້ງທັງຫຼາຍເຊື່ອວ່າພັກນາຊີສາມາດແກ້ໄຂປັນຫາໃນຕອນນີ້ໄດ້ ທຳໃຫ້ໃນການເລືອກຕັ້ງສະຫະພັນທະລັດປີ ຄ.ສ. 1932 ພັກນາຊີໄດ້ຄະແນນສຽງຫຼາຍສຸດໃນສະພາໄຣຊສ໌ທາກ 230 ທີ່ນັ່ງ ໂດຍຄິດເປັນ 37.4 %[15]

ການຍຶດອຳນາດຂອງນາຊີ

[ດັດແກ້]
ເບິ່ງບົດຄວາມຫຼັກທີ່: ມັກແອຣ໌ໄກຟຸງ

ເຖິງພັກນາຊີຈະມີສັດສ່ວນຄະແນນສຽງຂອງຜູ້ມີສິດທິເລືອກຕັ້ງຫຼາຍທີ່ສຸດໃນການເລືອກຕັ້ງສະພາໄຣຊສ໌ທາກສອງຄັ້ງໃນປີ ຄ.ສ. 1932 ແຕ່ກໍບໍ່ຍັງຄອງສຽງຂ້າງມາກ ທຳໃຫ້ຮິດແລສ້າງຕັ້ງລັດຖະບານຜະສົມອາຍຸສັ້ນຂອງພັກນາຊີແລະພັກປະຊາຊົນແຫ່ງຊາດເຢຍລະມັນ (DNVP)[16] ໃນວັນທີ່ 30 ມັງກອນ ຄ.ສ. 1933 ດ້ວຍແຮງກົດດັນຈາກນັກການເມືອງ ນັກອຸດສາຫະກຳແລະທຸລະກິດ ປະທານາທິບໍດີຮິນແດນບູກຈຶ່ງແຕ່ງຕັ້ງຮິດແລແມ່ນນາຍົກລັດຖະມົນຕີເຢຍລະມັນ ຊຶ່ງເຫດການນີ້ເອີ້ນກັນວ່າ "ມັກແອຣ໌ໄກຟຸງ" (ການຍຶດອຳນາດ) ໃນອີກຫຼາຍເດືອນຕໍ່ມາ ພັກນາຊີໃຊ້ກະບວນການທີ່ເອີ້ມວ່າ "ໄກລຊ໌ຊັລທຸງ" (ການປະສານງານ) ເພື່ອນຳທຸກແງ່ມຸມຊີວິດມາຢູ່ພາຍໃຕ້ພັກຢ່າງຮວດເຮັວ[17] ອົງການພົນລະເລືອນທຸກແຫ່ງ ຮວມທັງກຸ່ມກະເສດຕະກຳ ອົງການອາສາສະໝັກແລະສະໂມສອນກີລາ ມີການປ່ຽນຕົວຜູ້ນຳແມ່ນຝ່າຍສະໜັບສະໜຸນຫຼືສະມາຊິກພັກນາຊີ ໃນເດືອນມິຖຸນາ ຄ.ສ. 1933 ອົງການທີ່ຍັງບໍ່ຖືກຄວບຄຸມໂດຍພັກນາຊີມີແຄ່ກອງທັບກັບແລະສາດສະນະຈັກເທົ່ານັ້ນ[18]

ເຫດເພີງໄໝ້ໄຣຊສ໌ທາກ

ຄືນວັນທີ່ 27 ກຸມພາ ຄ.ສ. 1933 ສະພາໄຮຊສ໌ທາກຖືກວາງເພີງ ໂດຍມາຣີນຶສ ຟັນ ເດີລຶບເບີ ຊາວເນເທີແລນດ໌ຫົວຄອມມູນິດ ຖືກກ່າວຫາວ່າວາງເພີງ ພັກນາຊີອ້າງວ່າເຫດການນີ້ແມ່ນສັນຍາຂອງການກະບົດຂອງຄອມມູນິດ ທຳໃຫ້ເກີດການປາບປາມຄອມມູນິດຢ່າງຮຸນແຮງໂດຍໜ່ວຍຊະຕວມອັບໄທລຸງ (SA) ທົ່ວປະເທດ ແລະສະມາຊິກພັກຄອມມູນິດແຫ່ງເຢຍລະມັນສີ່ພັນຄົນຖືກຈັບ ກິດສະດີກາເພີງໄໝ້ໄຣຊສ໌ທາກທີ່ກຳໜົດເມື່ອວັນທີ່ 28 ກຸມພາ ຄ.ສ. 1933 ເພີກຖອນເສລີພາບພົນລະເມືອງສ່ວນໃຫຍ່ຂອງເຢຍລະມັນເພື່ອປາບປາມຄູ່ແຂ່ງທາງການເມືອງ ຮວມເຖິງສິດທິໃນການຊຸມນຸມແລະເສລີພາບສື່ ກິດສະດີກາດັງກ່າວຍັງໃຫ້ຕຳຫຼວດມີອຳນາດກັກຂັງບຸກຄົນໂດຍບໍ່ມີການຕັ້ງຂໍ້ຫາຫຼືຄຳສັ່ງສານ ກົດໝາຍນີ້ມີການໂຄສະນາຊວນເຊື່ອຊຶ່ງທຳໃຫ້ສາທາລະນະສະໜັບສະໜຸນມາດຕະການດັງກ່າວ[19]

ໃນເດືອນມີນາ ຄ.ສ. 1933 ລັດຖະບັນຍັດມອບອຳນາດ ຊຶ່ງແມ່ນການແກ້ໄຂເພີ່ມເຕີມລັດຖະທຳມະນູນເຢຍລະມັນ ຜ່ານຄວາມເຫັນຊອບຂອງສະພາໄຣຊສ໌ທາກດ້ວຍຄະແນນສຽງ 444 ຕໍ່ 94[20] ການແກ້ໄຂເພີ່ມເຕີມນີ້ໃຫ້ອຳນາດຮິດແລແລະຄະນະລັດຖະມົນຕີຜ່ານກົດໝາຍຊຶ່ງຂັດຕໍ່ລັດຖະທຳມະນູນໄດ້ ໂດຍໄມ່ຕ້ອງຜ່ານຄວາມເຫັນຊອບຈາກປະທານາທິບໍດີຫຼືໄຣຊສ໌ທາກ[21] ເນື່ອງຈາກລ່າງກົດໝາຍດັງກ່າວຕ້ອງການຝ່າຍຂ້າງມາກ 2 ໃນ 3 ເຖິງຈະຜ່ານ ນາຊີຈຶ່ງໃຊ້ບົດບັນຍັດແຫ່ງກິດສະດີກາເພີງໄໝ້ໄຣຊສ໌ທາກກັນບໍ່ໃຫ້ຜູ້ແທນພັກສັງຄົມປະຊາທິປະໄຕເຂົ້າຮ່ວມປະຊຸມ ໂດຍນັກຄອມມູນິດຖືກຫ້າມໄປກ່ອນແລ້ວ[22] [23] ວັນທີ່ 10 ພຶດສະພາ ລັດຖະບານຍຶດຊັບສິນຂອງນັກສັງຄົມປະຊາທິປະໄຕ ແລະຖືກຫ້າມໃນເດືອນມິຖຸນາ[24] ພັກການເມືອງທີ່ເຫຼືອຖືກຍຸບ ແລະໃນວັນທີ່ 14 ກໍລະກົດ ຄ.ສ. 1933 ເຢຍລະມັນກາຍມາແມ່ນລັດພັກການເມືອງດຽວໃນທາງປະຕິບັດ ເພາະມີການຫ້າມສ້າງຕັ້ງພັກການເມືອງໃໝ່[25] ການເລືອກຕັ້ງຕໍ່ມາໃນປາຍປີ ຄ.ສ. 1933, 1936 ແລະ 1938 ຢູ່ພາຍໃຕ້ພັກນາຊີທັງໝົດ ແລະມີພຽງນາຊີແລະນັກການເມືອງອິດສະລະເລັກນ້ອຍທີ່ໄດ້ຮັບເລືອກຕັ້ງ ສະພາ ລັດພູມິພາກ ແລະໄຣຊ໌ສະຣັດ (ສະພາສູງສະຫະພັນທະລັດ) ຖືກຍຸບໃນເດືອນມັງກອນ ຄ.ສ. 1934[26]

ລະບອບນາຊີຍົກເລີກເຄື່ອງໝາຍຊາດແບບໄວມາຣ໌ ຮວມທັງທຸງຊາດດຳ-ແດງ-ທອງ ແລະໃຊ້ການິຍົມຈັກກະວັດທີ່ປັບປຸງໃໝ່ ທຸງຊາດດຳ-ຂາວ-ແດງສະໄໝຈັກກະວັດຖືກນຳມາໃຊ້ເປັນໜື່ງໃນສອງທຸງຊາດທາງການຂອງເຢຍລະມັນ ສຳລັບທຸງທີ່ສອງນັ້ນແມ່ນທຸງສະວັດດິກະຂອງພັກນາຊີ ຊຶ່ວຕໍ່ມາກາຍມາແມ່ນທຸງຊາດເຢຍລະມັນດ່ຽວໃນປີ ຄ.ສ. 1935 ເພງປະຈຳພັກນາຊີຢ່າງ "ເພງຮອດ ເວດເຊິລ" ກໍກາຍມາແມ່ນເພງຂາດທີ່ສອງເຊ່ນກັນ[27]

ໃນຊ່ວງນີ້ ປະເທດເຢຍລະມັນຍັງຕົກຢູ່ໃນສະຖານະການຮ້າຍທາງເສດຖະກິດ ປະຊາຊົນຫຼາຍລ້ານຄົນວ່າງງານແລະການຂາດດຸນການຄ້າຍັງນ່າກົວ ຮິດແລຊາບດີວ່າການຟື້ນຟູເສດຖະກິດແມ່ນສຳຄັນ ດັງນັ້ນໃນປີ ຄ.ສ. 1934 ຈຶ່ງມີການໃຊ້ໂຄງການໂຍທາສາທາລະນະຂາດດຸນ ຊາວເຢຍລະມັນຮວມ 1.7 ລ້ານຄົນຖືກສົ່ງໄປເຮັດງານໃນໂຄງການຕ່າງ ໆ ຊຶ່ງໃນປີດຽວກັນ[28] ຄ່າຈ້າງສະເລ່ຍຕໍ່ຊົ່ວໂມງແລະຕໍ່ສັບດາເລີ່ມເພີ່ມຂຶ້ນ[29]

ຊໍ້ຮຽກຮ້ອງເພີ່ມອຳນາດທາງການເມືອງແລະທະຫານຂອງ SA ທຳໃຫ້ເກີດຄວາມກັງວົນໃນໝູ່ຜູ້ບັນຊາການທະຫານ ແລະຜູ້ນຳທາງອຸດສາຫະກຳແລະການເມືອງ ຮິດແລຈຶ່ງຕອບກັບໂດຍກວາດລ້າງຜູ້ບັນຊາການ SA ທັງໝົດໃນຄືນມີດຍາວ ກິນເວລາຕັ້ງແຕ່ວັນທີ່ 30 ມິຖຸນາ ເຖິງ 2 ກໍລະກົດ ຄ.ສ. 1934 ຮິດແລກຳໜົດເປົ້າໝາຍແມ່ນແອນສທ໌ ເຣີມ ແລະຜູ້ບັນຊາການ SA ຜູ້ອື່ນ ຕະຫຼອດຈົນສັດຕູທາງການເມືອງຂອງຮິດແລ ຊຶ່ງທັງໝົດຖືກຈັບກຸມແລະຍິງ[30]

ວັນທີ 2 ສິງຫາ ຄ.ສ. 1934 ປະທານາທິບໍດີຮິນແເນບູກເສຍຊີວິດ ແຕ່ໜຶ່ງວັນກ່ອນ ຄະນະລັດຖະນົມຕີໄດ້ຕາ "ກົດໝາຍວ່າດ້ວຍຕຳແໜ່ງລັດສູງສຸດແຫ່ງໄຣຊ໌" ຊຶ່ງມີໃຈຄວາມວ່າ ຄັ້ງຮິນແດນບູກເສຍຊີວິດ ຕຳແໜ່ງປະທານາທິບໍດີຈະຖືກຍຸບແລະຮວມອຳນາດເຂົ້າກັບຕຳແໜ່ງນາຍົກລັດຖະນົມຕີ ເຮັດໃຫ້ຮິດແລກາຍເປັນປະມຸກແຫ່ງລັດເຊ່ນດຽວກັບຫົວໜ້າລັດຖະບານ ລາວໄດ້ຮັບການແຕ່ງຕັ້ງເປັນ "ຟືແລແລະນາຍົກລັດຖະມົນຕີໄຣຊ໌" ຢ່າງເປັນທາງການ ຕອນນີ້ປະເທດເຢຍລະມັນແມ່ນລັດຜະເດັດການເບັດເສັດໂດຍມີຮິດແລເປັນປະມຸກ ໃນຖານະປະມຸກ ຮິດແລຈຶ່ງໄດ້ເປັນຜູ້ບັນຊາການສູງສຸດແຫ່ງແວຣ໌ມັກທ໌ ກົດໝາຍໃໝ່ປ່ຽນຄຳສາບານຄວາມພັກດີຂອງທະຫານໃຫ້ຍືນຍັນຄວາມພັກດີຕ່ອຮິດແລທີ່ເປັນບຸກຄົນບໍ່ໃຊ່ຕຳແໜ່ງຜູ້ບັນຊາການທະຫານ ວັນທີ 19 ສິງຫາ ຜູ້ມີສິດທິອອກສຽງ 90 % ລົງປະຊາມະຕິເຫັນຊອບການຮວມຕຳແໜ່ງປະທານາທິບໍດີແລະນາຍົກລັດຖະມົນຕີ

ຊາວເຢຍລະມັນສ່ວນໃຫຍ່ໂລ່ງໃຈວ່າຄວາມຂັດແຍ້ງແລະການຕໍ່ສູ້ຕາມຖະນົນໃນສະໄໝໄວມາຣ໌ໄດ້ສິ້ນສຸດລົງ ທັງໄດ້ຮັບການໂຄສະນາຊວນເຊື່ອທີ່ໂຍແຊັບ ເກີບເບິລ ແມ່ນຜູ້ສັ່ງການ ຊຶ່ງສັນຍາສັນຕິພາບແລະຄວາມບໍລິບູນແກ່ປະຊາຊນທຸກຄົນໃນປະເທດເອກະພາບໂດຍບໍ່ມີມາກຊິສຕ໌ແລະບໍ່ຜູກມັດສົນທິສັນຍາແວກໄຊ ມີການເປີດຄ່າຍກັກກັນນາຊີຫຼັກແຫ່ງແຮກ ຊຶ່ງເດີມໃຊ້ຂັງນັກໂທດການເມືອວທີ່ດາເຄົາໃນປີ ຄ.ສ. 1933[31] ມີການສ້າງຕັ້ງຄ່າຍເຫຼ່ານີ້ຫຼາຍຮ້ອຍແຫ່ງ[32] ເມື່ອຍຶດອຳນາດ ນາຊີໃຊ້ມາດຕະການກົດຂີ່ຕໍ່ການຄັດຄ້ານທາງການເມືອງແລະເລີ່ມການກີກກັນຢ່າງກວ້າງຂວາງຕໍ່ບຸກຄນທີ່ບໍ່ພຶງປາດຖະໜາທາງສັງຄົມ ນາຊີຮວບອຳນາດມະຫາສານໂດຍໃຊ້ຂໍ້ອ້າງການຕໍ່ສູ້ຄອມມູນິດບັງໜ້າ ນອກຈາກນີ້ ການລົນນະລົງຕໍ່ຕ້ານຊາວຍິວໃນປະເທດເຢຍລະມັນຍັງຄົງດຳເນີນຕໍ່ໄປ

ເລີ່ມຕັ້ງແຕ່ເດືອນເມສາ ຄ.ສ. 1933 ມີການເລີ່ມມາດຕະການຕ່າງ ໆ ຊຶ່ງນິຍາມສະຖານະພາບຍິວແລະສິດທິຍິວໃນລະດັບພູມິພາກແລະຊາດ[33] ການເລີ່ມຕົ້ນແລະການມອບອຳນາດກົດໝາຍຕໍ່ຕ້ານຍິວ ເຮັດໃຫ້ມີການສ້າງຕັ້ງກົດໝາຍເນືອນແບກປີ ຄ.ສ. 1935 ຊຶ່ງຮັບສິດທິຂັ້ນພື້ນຖານຂອງຍິວ[34] ນາຊີຈະຍຶດຄວາມມັ່ງຄັ່ງ ການສົມລົດກັບຜູ້ບໍ່ໃຊ່ຍິວ ແລະສິດທິການເຂົ້າທຳງານໃນສາຊາຕ່າງ ໆ (ເຊ່ນ ດ້ານກົດໝາຍ ແພດສາດ ຫຼືຄູອາຈານ) ຈົນທ້າຍສຸດປະກາດວ່າຍິວບໍ່ພຶງປາດຖະໜາທີ່ຈະຢູ່ຮ່ວມກັບສັງຄົມເຢຍລະມັນ ຊຶ່ງຍິ່ງລົດຄວາມເປັນມະນຸດຂອງຍິວ ອາດແຍ້ງໄດ້ວ່າ ການເຮັດເຫຼ່ານີ້ເຮັດໃຫ້ເກີດໂຮໂລໂກດ ຊາດພັນເຢຍລະມັນຜູ້ບໍ່ຊອບການຕໍ່ຕ້ານຍິວຫຼືບໍ່ຟັງໂຄສະນາຂອງນາຊີຈະຖືກເກດຕາໂປຕວບ ຖືກຍຶດສິດທິ ຫຼືຖືກສົ່ງໄປຄ່າຍກັກກັນ[35]

ນະໂຍບາຍຕ່າງປະເທດແສນຍະນິຍົມ

[ດັດແກ້]
ການຊຸມນຸມທີ່ເນືອນແບກປີ 1935

ເມື່ອຕົ້ນເດືອນກຸມພາ ຄ.ສ. 1933 ຮິດແລປະກາດວ່າຈະສ້າງເສີມອາວຸດ ໂດຍຕອນແຮກກະທຳໃນທາງລັບ ເນື່ອງຈາກລະເມີດສົນທິສັນຍາແວກໄຊ ປີຕໍ່ມາລາວບອກຜູ້ນຳທະຫານວ່າປີ ຄ.ສ. 1942 ແມ່ນເປົ້າໝາຍສູ່ສົງຄາມໃນຕາເວັນອອກ[36] ລາວພາປະເທດເຢຍລະມັນອອກຈາກສັນນິບາດຊາດໃນປີ ຄ.ສ. 1933 ໂດຍອ້າງວ່າ ຂໍ້ກຳໜົດການລົດກຳລັງລົບບໍ່ຍຸຕິທຳ ເນື່ອງຈາກມີຜົນບັງຄັບຕໍ່ແຄ່ປະເທດເຢຍລະມັນ มี[37] ດິນແດນຊາຣ໌ທີ່ຖືກຄວບຄຸມໂດຍສັນນິບາດຊາດແມ່ນເວລາ 15 ປີຫຼັງສົງຄາມໂລກຄັ້ງທີໜຶ່ງ ອອກສຽງລົງຄະແນນໃນເດືອນມັງກອນ ຄ.ສ. 1935 ແມ່ນສ່ວນໜຶ່ງຂອງເຢຍລະມັນ[38] ໃນເດືອນມີນາ ຄ.ສ. 1935 ຮິດແລປະກາດວ່າໄຣຊ໌ສະເວຣ໌ຈະເພີ່ມກຳລັງເປັນ 550,000 ນາຍ ແລະລາວຈະສ້າງຕັ້ງກອງທັບອາກາດ[39] ບຣິເຕນເຫັນຊອບວ່າຊາວເຢຍລະມັນຄວນມີກອງທັບເຮືອ ໂດຍລົງນາມຄວາມຕົກລົງນາວີອັງກິດ-ເຢຍລະມັນເມື່ອວັນທີ 18 ມິຖຸນາ ຄ.ສ. 1935[40]

ເມື່ອການຮຸກຮານເອຕິໂອປີຂອງອີຕາລີເຮັດການປະທ້ວງເລັກນ້ອນຈາກລັດຖະບານບຣິເຕນແລະຝຣັ່ງ ວັນທີ 7 ມີນາ ຄ.ສ. 1936 ຮິດແລໃຊ້ສົນທິສັນຍາຄວາມຊ່ວຍເຫຼືອກັນຝຣັ່ງ-ໂຊວຽດແມ່ນຂໍ້ອ້າງໃນການສັ່ງກອງທັບບົກໃຫ້ເຄື່ອນກຳລັງ 3,000 ນາຍ ເຂົ້າສູ່ເຂດປອດທະຫານໃນໄຣນ໌ລັນທ໌ ຊຶ່ງແມ່ນການລະເມີດສົນທິສັນຍາແວກໄຊ[41] ເນື່ອງຈາກດິນແດນນີ້ແມ່ນສ່ວນໜຶ່ງຂອງເຢຍລະມັນ ລັດຖະບານບຣິເຕນແລະຝຣັ່ງຈຶ່ງບໍ່ຮູ້ສຶກວ່າການພະຍາຍາມບັງຄັບໃຊ້ສົນທິສັນຍານັ້ນຈະຄຸ້ມຄອງຄວາມສ່ຽງສົງຄາມ[42] ໃນການເລືອກຕັ້ງພັກດຽວທີ່ຈັດໃນວັນທີ 29 ມີນາ ພັກນາຊີໄດ້ຮັບການສະໜັບສະໜຸນ 98.9 %[43] ໃນປີ ຄ.ສ. 1936 ຮິດແລລົງນາມກະຕິກາສັນຍາຕໍ່ຕ້ານໂຄມິນເທິຣ໌ນກັບປະເທດຍີ່ປຸ່ນ ແລະຄວາມຕົກລົງບໍ່ຮຸກຮານກັບນາຍົກລັດຖະມົນຕີເບນິໂຕ ມຸດໂສລິນີ ແຫ່ງຟາດຊິດອີຕາລີ ຊຶ່ງຮຽກວ່າ "ອັກສະໂຣມ-ເບີລິນ"[44]

ຮິດແລສົ່ງໜ່ວຍອາກາດແລະຍານເກາະສະໜັບສະໜຸນພົນເອກຟານສີດໂກ ຟັງໂກ້ ແລະກຳລັງຊາດນິຍົມໃນສົງຄາມກາງເມືອງແອັດສະປາຍ ຊຶ່ງປະທຸໃນເດືອນກໍລະກົດ ຄ.ສ. 1936 ສະຫະພາບໂຊວຽດໄດ້ມີການສົ່ງກຳລັງທີ່ເລັກກວ່າເຂົ້າຊ່ວຍລັດຖະບານສາທາລະນະລັດນິຍົມເຊ່ນກັນ ແຕ່ສົງຄາມຈົບລົງໂດຍໄຊຊະນະຂອງຝ່າຍຊາດນິຍົມຟັງໂກ້ໃນປີ ຄ.ສ. 1939 ແລະກາຍມາແມ່ນພັນທະມິດຢ່າງບໍ່ທາງການຂອງນາຊີເຢຍລະມັນ[45]

ໂອຕະລີດແລະເຊໂກສະໂລວາເກຍ

[ດັດແກ້]
ການຮຸກຮານເຊໂກສະໂລວາເກຍຂອງເຢຍລະມັນ

ໃນເດືອນກຸມພາ ຄ.ສ. 1938 ຮິດແລເນ້ນຍ້ຳຄວາມຈຳເປັນຂອງເຢຍລະມັນໃນການຮັກສາຄວາມປອດໄພເຂດແດນແກ່ນາຍົກລັດຖະນົມຕີໂອຕະລີດຄວດ ຊຸດຊະນິດ (Kurt Schuschnigg) ຊຸດຊະນິກຈັດການລົງປະຊາມະຕິວ່າດ້ວຍເອກະລາດຂອງໂອຕະລີດໃນວັນທີ 13 ມີນາ ແຕ່ຮິດແລຮຽກຮ້ອງໃຫ້ຍົກເລີກ ວັນທີ 11 ມີນາ ຮິດແລຍື່ນຄຳຂາດແກ່ຊຸດຊະນິດຮຽກຮ້ອງໃຫ້ລາງມອບອຳນາດແກ່ພັກນາຊີໂອຕະລີດຫຼືພະເຊີນການຮຸກຮານ ກອງທັບແວຣ໌ມັກເຂົ້າຮຸກຮານໂອຕະລີດວັນຕໍ່ມາແລະໄດ້ຮັບການຕ້ອນຮັບຢ່າງດີຈາກປະຊາຊນ[46]

ສາທາລະນະລັດເຊໂກສະໂລວາເກຍແມ່ນທີ່ອາໄສຂອງຊົນກຸ່ມນ້ອຍເຢຍລະມັນຈຳນວນຫຼາຍ ຊຶ່ງສ່ວນໃຫຍ່ອຍູ່ໃນຊູແດແຕນ ພາຍໃຕ້ແຮງກົດດັນຈາກກຸ່ມແບ່ງແຍກດິນແດນໃນພັກເຢຍລະມັນຊູແດແຕນ ເຮັດໃຫ້ລັດຖະບານເຊໂກສະໂລວາເກຍສະເນີສັມປະທານເສດຖະກິດແກ່ພູມິພາກນີ້[47] ຮິດແລຕັດສິນໃຈຮວມທັງປະເທດເຊໂກສະໂລວາເກຍບໍ່ໃຊ່ແຄ່ຊູແດແຕນເຂົ້າສູ່ໄຣຊ໌ເຢຍລະມັນ[48] ນາຊີດຳເນີນການລົນນະລົງໂຄສະນາຊວນເຊື່ອເພື່ອປຸກເຮົ້າການສະໜັບສະໜຸນການຮຸກຮານ[49] ຜູ້ນຳສູງສຸດຂອງກອງທັບບໍ່ເຫັນຊອບກັບແຜນນີ້ເພາະເຢຍລະມັນບໍ່ພ້ອມທຳສົງຄາມ[50] ວິກິດນີ້ເຮັດໃຫ້ບຣິເຕນ ເຊໂກສະໂລວາເກຍ ແລະຝຣັ່ງ (ພັນທະມິດເຊໂກສະໂລວາເກຍ) ຕຽມເຮັດສົງຄາມ ໃນຄວາມພະຍາຍາມລ່ຽງສົງຄາ ນາຍົກລັດຖະມົນຕີບຣິເຕນເນວິລ ເຊມເບີລິນ ຈັດການປະຊຸມຫຼາຍຄັ້ງ ແລະລົງນາມໃນຄວາມຕົກລົງມິວນິກໃນວັນທີ 29 ກັນຍາ ຄ.ສ. 1938 ລັດຖະຍານເຊໂກສະໂລວາເກຍຖືກບັງຄັບໃຫ້ມອບຊູແດແຕນກັບເຢຍລະມັນ ເຊມເບີລິນໄດ້ຮັບການຕ້ອນຮັບດ້ວຍສຽງສະໜັບສະໜຸນເມື່ອລາວກັບມາເຖິງລອນດອນ ລາວບອກວ່ານີ້ຄື "ສັນຕິພາບສັຫຼັບສະໄໝເຮາ"[51] ຄວາມຕົກລົງນີ້ກິນເວລາຫົກເດືອນກ່ອນຮິດແລຈະຍຶດເຊໂກສະໂລວາເກຍທັງປະເທດໃນເດືອນມັງກອນ ຄ.ສ. 1939[52] ມີການສ້າງຕັ້ງລັດຫຸ່ນເຊີດໃນສະໂລວາກີ[53]

ອ້າງອີງ

[ດັດແກ້]
  1. Robert O. Paxton; Julie Hessler (2011). Europe in the Twentieth Century. Cengage. p. 286.
  2. Peter Watson (2002). Modern Mind: An Intellectual History of the 20th Century. HarperCollins. p. 328.
  3. Stephen J. Lee (1996). Weimar and Nazi Germany. Heinemann. p. 56.
  4. van Wie, Paul D. (1999). Image, History and Politics: The Coinage of Modern Europe. Lanham, Md: University Press of America ". p. 37. ISBN 978-0-7618-1221-0.
  5. The man who invented the Third Reich: the life and times of Arthur Moeller van den Bruck. Npi Media Ltd. May 1, 1999. ISBN 978-0-75-091866-4.
  6. Evans 2003, p. 103–108
  7. Evans 2003, pp. 186–187
  8. Evans 2003, pp. 170–171
  9. Goldhagen 1996, p. 85
  10. Goldhagen 1996, pp. 202–203
  11. Kershaw 2008, p. 81
  12. Mary Fulbrook. The Divided Nation: A History of Germany, 1918-1990. Oxford UP, 1992, 45
  13. Broszat, M. (1987), Hitler and the Collapse of Weimar Germany, Oxford: Berg Publishers, p. 9, ISBN 0854965092.
  14. Shirer 1960, pp. 136–137
  15. Kolb 2005, p. 224–225
  16. Evans 2003, pp. 293,302
  17. McNab 2009, p. 14
  18. Evans 2005, p. 14
  19. Evans 2003, pp. 329–334
  20. Evans 2003, p. 354
  21. Evans 2003, p. 351
  22. Shirer 1960, p. 196
  23. Evans 2003, p. 336
  24. Evans 2003, pp. 358–359
  25. Shirer 1960, p. 201
  26. Evans 2005, p. 109
  27. Cuomo 1995, p. 231
  28. McNab 2009, p. 54
  29. McNab 2009, p. 56
  30. Evans 2005, pp. 31–34
  31. Evans 2003, p. 344
  32. Evans 2008, loc=map, p. 366
  33. Walk 1996, pp. 1–128
  34. Friedländer 2009, pp. 44–53
  35. Fritzsche 2008, pp. 76–142
  36. Evans 2005, pp. 338–339
  37. Evans 2005, p. 618
  38. Evans 2005, p. 623
  39. Kitchen 2006, p. 271
  40. Evans 2005, p. 629
  41. Evans 2005, pp. 633
  42. Evans 2005, pp. 632–637
  43. Evans 2005, pp. 632–637
  44. Evans 2005, p. 641
  45. Steiner 2011, pp. 181–251
  46. Evans 2005, pp. 646–652
  47. Evans 2005, p. 667
  48. Kershaw 2008, p. 417
  49. Kershaw 2008, p. 419
  50. Evans 2005, pp. 668–669
  51. Evans 2005, pp. 671–674
  52. Evans 2005, p. 683
  53. Beevor 2012, p. 24

ບັນນານຸກົມ

[ດັດແກ້]